10 ອັນ​ດັບ​ນໍ້າຕົກ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-12-25 10:13:50     cri

ອັນ​ດັບ​ບທີ5, ນໍ້າຕົກ​ໄຄ​ເທີ​ກ, (kaieteur falls) ນໍ້າຕົກ​ນີ້ຢູ່ເທິ​ງ​ແມ່​ນໍ້າ​ໂປ​ຕາ​ໂລ, ຢູ່​ທາງ​ຕອນ​ກາງ​ຂ້ອນ​ໄປ​ທາງ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ກາຍ​ອາ, ຄວາມ​ສູງ​ຂອງ​ນໍ້າຕົກ​ແຫ່ງ​ນີ້​ແມ່ນ 266 ​ແມັດ, ສູງ​ກວ່າ​ນໍ້າຕົກ​ໃນ​ເອກ​າລາປະມານ 5 ​ເທົ່າ, ​ແລະ​ກໍ່​ສູງ​ກວ່າ​ນໍ້າຕົກ​ວິກຕໍ​ເລຍ 2 ​ເທົ່າ.


ອັນ​ດັບ​ທີ 4, ນໍ້າຕົກ​ແອ​ງ​ເກີນ (angel falls) ຖືກ​ຄົ້ນ​ພົບ​​ໃນ​ປີ 1912, ມີ​ຄວາມ​ສູງ 979​​ ແມັດ, ຕັ້ງ​ຢູ່ canaima national park ປະ​ເທດ​ເວ​ເນ​ຊູ​ເອລາ, ນໍ້າຕົກ​ແຫ່ງ​ນີ້​ສູງ​ກວ່າ​ນໍ້າຕົກ ​ໄນ​ເອກາ​ລາ 19 ​ເທົ່າ, ຍ້ອນ​ຄວາມ​ສູງ​​ເຮັດ​ໃຫ້ນໍ້າທີ່ຕົກລົງ​ມາ​ຖືກ​ລົມ​​ແຮງ​ພັດ​ໃຫ້​ເປັນ​ລະອອງ​ນໍ້າ​ກ່ອນ​ຈະ​ເຖິງ​ພື້ນ​ທີ່​ມີ​ຄວາມ​ງົດ​ງາມ ແລະ​ເຮັດ​ໃຫ້​ນໍ້າຕົກ​ແຫ່ງ​ນີ້​ຖືກ​ຈັດ​ເປັນ​ໜື່ງ​ໃນ​ນໍ້າຕົກ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ.


ອັນ​ດັບ​ທີ3, ນໍ້າຕົກ​ໄນ​ເອກາ​ລາ (Niagara falls) ​ເປັນ​ນໍ້າຕົກ​ຂະໜາດ​ໃຫຍ່​ຫຼາຍ​ແຫ່ງ​ປະກອບ​ກັນ ຕັ້ງ​ຢູ່​​ເທິງ​ແມ່​ນໍ້າ​ນາຍທາງ​ຕາ​ເວັນ​ອອກຂອງ​ທະວີບອາ​ເມ​ລິ​ກາ​ເໜືອ, ຕັ້ງ​ຢູ່​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ກາ​ນາ​ດາ​ກັບປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ, ​ໄນ​ເອກາ​ລາ​ປະກອບ​ມີ​ນໍ້າຕົກ 3 ​ແຫ່ງ​ທີ່​ແຍກ​ອອກ​ຈາກ​ກັນ, ມີ​ນໍ້າຕົກ​ເກືອກ​ມ້າ, ນໍ້າຕົກ​ເມລິ​ກາ​ລູ​ ແລະ​ນໍ້າຕົກ​ຂະໜາດ​ນ້ອຍ​ຕິດ​ຕໍ່​ກັນ​ເປັນ​ນໍ້າ​ຕົກ​ທີ່​ງາມ​ຫຼາຍ​ ແລະ​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ສໍາ​ຄັນ​ຂອງ​ປະ​ເທດ​ມາ​ດົນ​ກວ່າ​ສັດຕະວັດ.

ອັນ​ດັບ​ທີ2, ນໍ້າຕົກ​ວິກຕໍ​ເລຍ (Victoria falls) ຖືກ​ຄົ້ນ​ພົບ​ໃນ​ປີ 1855, ມີ​ຄວາມ​ຍາວ 2 ກິ​ໂລ​ແມັດ, ມີ​ເນື້ອ​ທີ່​ຄວບ​ຄຸມ​ສອງ​ປະ​ເທດ​ ປະ​ເທດ​ຊິ​ມບັບ​ເວ​ຍ​ແລະ​ປະ​ເທດ​ແຊມ​ເບຍ, ຄວາມ​​ເລິກຂອງ​ນໍ້າຕົກ​ແຫ່ງ​ນີ້​ແຕ່ 90-108 ​ແມັດ.


ອັນ​ດັບ​ທີ1, ນໍ້າຕົກອີ່​ກົ່ວ​ຊູ (iguazu falls) ​ເປັນ​ນໍ້າຕົກ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ, ​ໄດ້​ຮັບ​ປະກາດ​ເປັນ​ມໍລະດົກ​ໂລກ​ທາງ​ທໍາ​ມະ​ຊາດ​ຂອງ​ໂລກ​ອີກແຫ່ງ​​ໜື່ງ ຈາກ​ອົງການ​ໂຢ​ແນັດ​ໂກ ​ເພາະ​ເປັນ​ນໍ້າ​ຕົກ​ທີ່​ມີ​ຂະໜາດ​ໃຫຍ່​ເປັນ 5 ​ເທົ່າ​ຂອງ​ນໍ້າຕົກ​ເອກາ​ລາ​ໃນ​ອາ​ເມ​ລິ​ກາ​ເໜືອ, ນໍ້າຕົກ​ອີ​ກົວ​ຊູປະກອບ​ມີ​ນໍ້າຕົກ 275 ​ແຫ່ງ ມີ​ຄວາມ​ສູງ​ລະ​ຫວ່າງ 60-82 ​ແມັດ, ​ແຕ່​ລະ​ນໍ້າຕົກ​ມັນ​ມີ​ຊື່​ສະ​ເພາະ, ທີ່​ສໍາຄັນ​ນໍ້າຕົກ​ອີ​ກົວ​ຊູ​ເປັນ​ນໍ້າຕົກ​ທີ່​ກວ້າງທີ່​ສຸດ​ໃນ​ໂລກ ແລະ​ ເປັນນໍ້າຕົກ​ທີ່​ໄຫຼ​ແຮງ​ທີ່​ສຸດ​ໃນ​ບັນດາ​ນໍ້າຕົກ​ 275 ​ແຫ່ງ.