10 ອັນ​ດັບ ຊະນິດກິລາ​ທີ່​ຄົນ​ນິຍົມ​ເບິ່ງ​ຫລາຍ​ທີ່ສຸດ​ໃນ​ໂລກ

(GMT+08:00) 2012-12-25 10:23:48     cri

ຫລາຍ ໆ ຄົນ​ຄິດວ່າ ກິລາ​ທີ່​ຄົນ​ນິຍົມ​ເບິ່ງ​ຫລາຍ​ທີ່ສຸດ​ໃນ​ໂລກ ຄົງ​ເປັນ ຟຸດ​ບອນ? ບາດ​ເກດ​ບອນ? ຫລື​ອະ​ເໝ​ລິ​ກັນ​ຟຸດ​ບອນ? ແຕ່​ທາງ​ທິມ​ງານ toptenthailand ຂໍ​ສະເໜີ "10 ອັນ​ດັບ ຊະນິດ​ກິລາ​ທີ່​ຄົນ​ນິຍົມ​ເບິ່ງ​ຫລາຍ​ທີ່ສຸດ​ໃນ​ໂລກ" ເບິ່ງ​ຊິ​ວ່າ​ມີ​ຊະນິດ​ກິລາ​ທີ່​ແຟນໆ​ຊາວ​ທັອບ​ເທນ​ໄທ​ແລນດ໌​ຕິດ​ຕາມ​ເບິ່ງ​ນຳ​ຫລື​ເປົ່າ?


ອັນດັບທີ 10 ກິລາມວຍ " ກີລາ​ມວຍ " ເປັນ​ກິລາ​ສິນ​ປະ​ການ​ຕໍ່ສູ້​ປະ​ເພດ​ທໍາອິດ​ທີ່​ເກີດຂື້ນ​ໃນ​ໂລກ ໂດຍ​ຖື​ກຳ​ເກີດ​ຂຶ້ນ​ມາ​ເມື່ອ​ປະ​ມານ 2,000-3,000 ປີ​​ແລ້ວ ແລະ​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ຫລາຍ​ໃນ​ອານາຈັກ​ກີກ​ແລະ​ໂລ​ມັນ ໃນ​ສະໄໝ​ນັ້ນ​ເປັນ​ການ​ສະແດງ​ໂຊຕໍ່ສູ້​ລະຫວ່າງ​ມະນຸດ​ກັບ​ສັດ​ເພື່ອ​ຄວາມ​ບັນ​ເທີງ ຫລາຍກວ່າ​ທີ່​ຈະ​ເປັນກິລາ​ຢ່າງ​ໃນ​ປະຈຸບັນ ແລະ​ນັກ​ກິລາ​ມວຍ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັ່ງ​ໄປ​ທົ່ວ​ໂລກ​. ໃນ​ປະຈຸບັນ​ມີ​ແຟນ​ກິລາ​ມວຍ​ຕິດ​ຕາມ​ການ​ແຂ່ງ​ຂັນ​ໃນ​ແຕ່​ລະ​ມື້​ຫລາຍກວ່າ 2 ລ້ານ​ຄົນ​.

ກິລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 9 " ກິລາ​ກອລ໌​ຟ " ​ຫລາຍ​ຄົນ​ກໍ​ຄິດວ່າ​ນີ້​ຄື​ກິລາ​ຂອງ​ຄົນ​ມີ​ເງິນ ຄົງ​ຄິດ​ບໍ່​ຜິດ ມັນ​ເປັນ​ເຊັ່ນ​ນັ້ນ​ແທ້ໆ ນອກ​ຈາກ​ລາ​ຄາ​ອຸປະກອນ​ຢ່າງໄມ້​ກອລ໌​ຟ ຫລື​ລູກ​ກອລ໌​ຟ ລ້ວນ​ມີ​ລາ​ຄາ​ຄ່ອນ​ຂ້າງ​ແພງ​ແລ້ວ ທີ່​ສຳຄັນ​ສະ​ໜາມ​ທີ່​ໃຊ້​ທົດສອບ​ຝີ​ມື​ກໍ​ແພງ​ແລະ​ຫາ​ຍາກ​ເຊັ່ນ​ກັນ​ຫລື​ໄປ​ຫລິ້ນ​ກໍ​ບໍ່​ສະ​ດວກ ​ຕົ້ນ​ສະບັບ​ກິລາ​ຊະນິດ​ນີ້​ຫລາຍ​ຈາກ​ໂລມ ຈີນ ສະ​ກອດ​ແລນດ໌ ແລະ​ໃຊ້​ເວລາ​ຫລາຍ​ປີ​ເຖິງ​ພັດທະນາ​ຈົນ​ເປັນ​ກິລາ​ກອລ໌​ຟະ​ດັງ.

ກິລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 8 ຄວາມຫມາຍ​ຂອງ​ກິລາບໍ່​ໄດ້​ໝາຍ​ເຖິງ​ການ​ແລ່ນແຂ່ງ​ພຽງ​ຢ່າງ​ດຽວ ລວມ​ໄປ​ເຖິງ​ກິລາ​ປະ​ເພດ​ກະ​ໂດດ ຍ່າງ ການ​ຂວ້າງ ແລ່ນ​ແລະ​ລານ ເປັນ​ໜຶ່ງ​ໃນ​ກິລາ​ທີ່​ຄົນ​ນິຍົມ​ຕິດ​ຕາມ​ເບິ່ງ​ຫລາຍ​ທີ່ສຸດ​ໃນ​ໂລກ ສັນ​ນິດ​ຖານ​ກັນ​ວ່າ​ເລີ່ມ​ຂຶ້ນ​ເທື່ອ​ແຮກ 776 ປີ​ກ່ອນ​ຄິ​ສົດ​ການ.

​    ໃນ​ປະຈຸບັນ​ນີ້​ໄດ້​ເປັນ​ສ່ວນ​ຂອງ​ການ​ແຂ່ງ​ຂັນກິລາ​ທີ່​ຍິ່ງ​ໃຫຍ່​ທີ່ສຸດ​ໃນ​ໂລກ​ຢ່າງ " ໂອ​ລິມ​ປິກ​ເກມສ໌ " ໃນ​ຂະນະ​ທີ່​ລາຍ​ການ​ແຂ່ງ​ຂັນ​ແລ່ນແລະລານຊິງ​ແຊມປ໌​ມີ​ຜູ້​ຕິດ​ຕາມ​ເບິ່ງ​ຫລາຍ​ເຖິງ 8-9 ລ້ານ​ຄົນ ໂດຍ​ສະເພາະ​ການ​ແຂ່ງ​ຂັນ​ແລ່ນແລະລານ​ປະ​ເພດ​ແລ່ນຂ້າມ​ຮົ້ວ​ຊາຍ 100 ແມັດ ແລະ​ເຕັ້ນ​ສູງ​ຍິງ ມີ​ຄົນ​ຕິດ​ຕາມ​ຫລາຍ​ທີ່ສຸດ.
    ກິລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 7  " ກິລາ​ເບດ​ບອນ " ແຟນໆ​ ກິລາ​ເບດ​ບອນ​ນີ້​ກັບ​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ທີ່ສຸດ​ໃນ​ອາ​ເມ​ລິ​ກາ ເອີຣົບ ແລະ​ປະເທດ​ຍີ່​ປຸ່ນ ໂດຍ​ສະເພາະ​​ແມ່ນລາຍ​ການ​ຊິງ​ແຊມປ໌​ໂລກ ປີ 2009 ທີ່​ມີ​ນັກ​ກິລາ​ເບດ​ບອນ​ທີ່​ມີ​ຊື່​ສຽງ​ມາ​ຮ່ວມ​ແຂ່ງ​ຂັນ​ກັນ ເຮັດໃຫ້​ມີ​ຍອດ​ຄົນ​ເບິ່ງ​ສູງ​ເຖິງ 19.1 ລ້ານ​ຄົນ ກິລາ​ຊະນິດ​ນີ້​ເລີ່ມ​ຫລິ້ນ​ເທື່ອທໍາອິດໃນ​ປະເທດ​ອັງ​ກິດ ໄລຍະກາງ​ສົດ​ສະວັດ​ທີ່ 19 ຕໍ່​ມາ​ໄດ້​ພັດທະນາ​ຮູບ​ແບບ​ການ​ແຂ່ງ​ຂັນ​ເປັນ​ຫລາຍ​ຢ່າງ ຈົນ​ໃນ​ທີ່ສຸດ​ມີ​ຮູບ​ແບ​ບ​ກະ​ຕິ​ກາ​ການ​ແຂ່ງ​ຂັນ​ທີ່​ຊັດເຈນ​ຫລາຍ​ທີ່ສຸດ​ຢູ່ອາ​ເມ​ລິ​ກາ​ເໜືອ ຈົນ​ກາຍ​ເປັນ​ໜຶ່ງ​ໃນ​ກິລາ​ປະຈຳ​ຊາດ​ຂອງ​ອາເມ​ລິ​ກາ​.

    ກິລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 6 ກິລາ​ປະ​ເພດ​ນີ້​ເຄີຍ​ໃຊ້​ເປັນ​ທັກ​ສະ​ໜຶ່ງ​ໃນ​ການຮົບ​ໃນ​ອະ​ດີດ​ຢ່າງ " ການ​ແຂ່ງ​ລົດ​ມ້າ " ແຕ່​ໃນ​ປະຈຸບັນ​ນີ້​ກິລາ​ທີ່​ມີ​ປະຫວັດສາດ​ດົນນານ​ໄດ້​ປ່ຽນ​ຮູບ​ແບບ​ການ​ແຂ່ງຂັນ​ ບັງຄັບ​ມ້າ​ຂ້າມ​ເຄື່ອງ​ກີດ​ຂວາງ ແລະ​ປະ​ເພດ​ສິນ​ປະ​ການ​ບັງຄັບ​ມ້າ ເມື່ອ​ກ່ອນ​ເປັນກິລາ​ຂອງ​ຄົນ​ຊົນ​ຊັ້ນ​ສູງ.
    ກິລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 5 " ກິລາ​ແຂ່​ງລົດ" ກິລາ​ທີ່​ຄົນ​ນິຍົມ​ເບິ່ງ​ຈາກ​ການ​ຖ່າຍ​ທອດ​ທາງ​ໂທລະພາບ ສຳລັບ​ການ​ແຂ່ງ​ຂັນ​ລົດ​ແຂ່ງ​ລາຍ​ການ​ກັງດ໌​ປີຊ໌​ເກີດ​ຂຶ້ນ​ເທື່ອ​ທໍາ​ອິດ​ໃນ​ປີ 1894 ທີ່​ປະເທດ​ຝຣັ່ງ ຕໍ່​ມາ​ໄດ້​ພັດທະນາ​ຮູບ​ແບບ​ການ​ແຂ່ງ​ຂັນ​ຈົນ​ກາຍ​ມາ​ເປັນ​ການ​ແຂ່ງ​ຂັນ​ລົດ​ສູດ​ໜຶ່ງ​ໃນ​ປະຈຸບັນເຮົາ​ຈຶ່ງ​​ເອີ້ນລາຍ​ການ​ຕ່າງ ໆ​ຂອງ​ລົດ​ແຂ່ງ​ນີ້​ວ່າ " ກັງດ໌​ປີຊ໌ " ເພື່ອ​ເປັນ​ກຽດ​ໃຫ້​ກັບ​ລາຍ​ການ​ແຂ່ງ​ຢ່າງ​ເປັນ​ທາງ​ການ​ເທື່ອ​ແຮກ​ໃນ​ໂລກ​ນັ້ນ​ເອງ.

    ກີລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 4 " ກີລາ​ເທນ​ນິດ " ເທນ​ນິດ​ຕົ້ນ​ສະບັບ​ດັ້ງ​ເດີມ​ເກີດ​ຂຶ້ນ​ເທື່ອ​ທໍາ​ອິດທີ່ ປະເທດ​ອັງ​ກິດ ໂດຍ​ນິຍົມ​ຫລິ້ນ​ກັນ​ໃນ​ສັງຄົມ​ຊົນ​ຊັ້ນ​ສູງ ຫລື​ຜູ້​ມີ​ຖານະ ແລະ​ຕໍ່​ມາ​ໄດ້​ແພ່​ຫລາຍ​ອອກ​ໄປ​ ສາ​ເຫດ​ທີ່​ເຮັດໃຫ້​ເທນ​ນິດ​ຕິດ​ອັນ​ດັບ​ຄົນ​ນິຍົມ​ເບິ່ງ​ເຍິ ຍົກ​ຕົວ​ຢ່າງ​ເຊັ່ນ ສະ​ຖິ​ຕິ​ການ​ແຂ່ງ​ຂັນ​ໃນ​ລາຍ​ການ​ຍູ​ເອດ ໂອ​ເພ່ນ ມີ​ຄົນ​ເບິ່ງ​ທັງ​ໝົດ​ກວ່າ 63.5 ລ້ານ​ຄົນ ດ້ວຍ​ຍອດ​ສະ​ເລ່ຍ​ຄົນ​ເບິ່ງ​ສູງ 10 ລ້ານ​ຄົນ​ຕໍ່​ໜຶ່ງ​ເກມສ໌ ຄົນ​ເບິ່ງ​ລົ້ມ​ຫລາມ​ເຊັ່ນ​ນີ້​ຈຶ່ງ​ສົ່ງ​ໃຫ້​ກີລາ​ເທນ​ນິດ​ເປັນ​ທີ່​ນິຍົມ​ຂອງ​ຄົນ​ເບິ່ງ ແລະ​ເປັນ​ກີລາ​ທີ່​ເບິ່ງ​ງ່າຍ.

    ກີລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 3  " ກີລາ​ບານບ້ວງ " ມີ​ຄົນ​ຕິດ​ຕາມ​ກີລາ​ປະ​ເພດ​ນີ້​ 2 ພັນ​ລ້ານ​ຄົນ​ໃນ​ແຕ່​ລະ​ມື້ ໂດຍ​ສ່ວນ​ຫລາຍ​ຈະ​ເປັນ​ແຟນ​ກີລາບານບ້ວງ​ຈາກ​ອາ​ເມ​ລິ​ກາ​ແລະ​​ເອີ​ຮົບ ແລະ​ລີກ​ບານບ້ວງທີ່​ໂດ່ງ​ດັ່ງ​ຫລາຍ​ທີ່ສຸດ​ໃນ​ໂລກ " ເອັນ​ບີ​ເອ " ມີດ​ຖິ​ຕິ​ເສ​ລີ່ຍ​ຄົນ​ເບິ່ງ​ໃນ​ແຕ່​ລະ​ເກມສ໌​ການ​ແຂ່ງ​ຂັນ​ສູງ​ເຖິງ 1.5-2 ລ້ານ​ຄົນ ແຕ່​ຖ້າ​ມີ​ຊຸບ​ເປີລ໌​ສະ​ຕາລ໌​ໜ້າ​ຈັບ​ຕາ​ມອງ​ໃນ​ປີ​ນັ້ນ ໆ​ຫລິ້ນ​ດ້ວຍ​ແລ້ວ ຍອດ​ຄົນ​ເບິ່ງ​ທະ​ລຸ​ເຖິງ 12 ລ້ານ​ຄົນ​.

ກິລາ​ທີ່​ຄົນ​ນິຍົມ ເບິ່ງ​ອັນ​ດັບ​ທີ່ 2 ຫລາຍ ໆ​ຄົນ ຄົງ​ສົງ​ໄສ​ຄືກັນ​ວ່າ " ຄິກ​ເກດ" ນີ້​ມັນ​ນິຍົມ​ຕິດ​ອັນ​ດັບ​ສອງ​ໄດ້​ຢ່າງໃດ ສາ​ເຫດ​ນີ້​ໜ້າ​ຈະ​ມາ​ຈາກ​ປະເທດ​ຝັ່ງ​ຕະເວັນຕົກ​ນິຍົມ​ກີລາ​ປະ​ເພດ​ນີ້​ກັນ ອີກ​ທັງ​ຈຳນວນ​ປະຊາກອນ​ພວກເຂົາ​ຫຼາຍກວ່າ​ດ້ວຍ​ຈຶ່ງ​ໄດ້​ຄ່າ​ສະ​ເລ່ຍ​ຄົນ​ເບິ່ງ​ຫຼາຍ.

ກີລາ​ຊະນິດ​ນີ້​ຖືກ​ຄິດ​ຄົ້ນ​ມາ​ເທື່ອ​ທໍາ​ອິດໃນ​​ໄລຍະສົດ​ວັດ​ທີ່ 16 ທີ່​ປະເທດ​ອັງ​ກິດ ປະເທດ​ທີ່​ໄດ້​ຊື່​ວ່າ​ຕົ້ນ​ກໍາ​ເນີ​ດ​ກິລາ​ຫຼາຍ​ປະ​ເພດ ແລະ​ການ​ແຂ່ງ​ຄິກ​ເກດ​ຊິງ​ແຊມປ໌​ໂລກ ປີ 2007 ມີ​​ແຟນ​ຄິກ​ເກດ​ເຂົ້າ​ຊົມ​ແຂ່ງ​ຂັນ​ກວ່າ 672,000 ຄົນ ແລະ​ລວມ​ຈຳນວນ​ຄົົນທີ່​ເບິ່ງ​ຈາກ​ຖ່າຍ​ທອດ​ສົດ​ກວ່າ 2.2 ພັນ​ລ້ານ​ຄົນ​ໃນ 200 ປະເທດ​ທົ່ວ​ໂລກ ແລະ​ລາຍ​ການ​ເວີນດ໌​ຄັບ​ປີ​ທີ່​ຜ່ານມາ ​ເບິ່ງ​​ຫລາຍກວ່າ 220 ປະເທດ.

ໃນ​ທີ່ສຸດ ອັນ​ດັບ​ໜຶ່ງ​ກີລາ​ທີ່​ຄົນ​ນິຍົມ​ເບິ່ງ​ຫລາຍ​ສຸດ​ໃນ​ໂລກ ກໍ​ຄື " ກິລາ​ບານ​ເຕະ " ນັ້ນ​ເອງ ປະເທດ​ອື່ນ ໆ​ສ່ວນ​ໃຫຍ່​ຍົກ​ໃຫ້​ກິລາ​ຟຸດ​ບອນ ນິຍົມ​ເບິ່ງ​ຫລາຍ​ທີ່ສຸດ​ໃນ​ປະເທດ​ນັ້ນໆ​ເລີຍ ​ເວົ້າໄດ້​ວ່າ​ປະເທດ​ໃດ ທີ່​ບໍ່​ມີ​ສະໜາມ​ບານ​ເຕະ​ ໂດຍ​ລາຍ​ການ​ແຂ່ງ​ຂັນ​ທີ່​ຍິ່ງ​ໃຫຍ່​ທີ່ສຸດ​ໃນ​ໂລກ​ບານ​ເຕະໂລກ ຮອບ​ຊິງ​ຊະນະ​ເລີດ ເທື່ອ​ລ່າ​ສຸດ​ທີ່​ອາ​ຟຣິກກາ​ໃຕ້ ມີ​ຍອດ​ຄົນ​ເບິ່ງ​ທົ່ວ​ໂລກ​ສູງ​ສຸດ​ກວ່າ 715.1 ພັນ​ລ້ານ​ຄົນ.