10 ອັນ​ດັບ​ຕຶກ​ທີ່​ງາມ​ທີ່ສຸດ​ໃນ​ໂລກ

(GMT+08:00) 2012-12-25 15:49:18     cri

ມື້​ນີ້​ຈະ​ພາ​ໄປ​ພົບ​ກັບ " 10 ອັນ​ດັບ​ຕຶກ​ທີ່​ງາມ​ທີ່ສຸດ​ໃນ​ໂລກ.

 ອັນດັບທີ 10 William Beaver   House, New York City,USA ( ຄະ​ແນນ​ທີ່​ໄດ້ຮັບ 10 ຄະແນນ)ຊື່​ຢ່າງ​ເປັນ​ທາງການ William Beaver House ທີ່​ຕັ້ງ Alternative name15 William Street ຕຶກ​ນີ້ ຖືກ​ອອກ​ແບບ​ເປັນ​ທີ່​ພັກ​ອາໄສ ດ້ວຍ​ຄວາມ​ສູງ 159 ແມັດ 44 ຊັ້ນ ຈຸດ​ເດັ່ນ​ຂອງ​ຕຶກ​ນີ້ຄືການ​ໃຊ້ ໂທນ​ສີ​ເຫລືອງ ໃນ​ການ​ຕົກ​ແຕ່ງ ເບິ່ງຈາກ​ໃນ​ຮູບ​ຈະ​ເຫັນ​ໄດ້​ວ່າ ໃຊ້​ສີ​ເຫລືອງ​ຕົກ​ແຕ່ງ​ໄດ້​ສວຍສົດງົດງາມ​ຫລາຍ.


ອັນ​ດັບ​ທີ 9 Millennium Tower, San Francisco, USA ( ຄະ​ແນນ​ທີ່​ຮັບ 13 ຄະແນນ) ຊື່​ຢ່າງ​ເປັນທາງ​ການ Millennium Tower ທີ່​ຕັ້ງ 301-315 Mission Street ຕຶກ​ນີ້​ຕັ້ງ​ຢູ່ເມືອງ​ຊານ​ຟະ​ລານ​ຊິດ​ໂກ ເປີດ​ໃຫ້​ຄົນ​ເຂົ້າ​ຢູ່​ອາໄສ ວັນທີ່ 23 ເມ​ສາ 2009 ມີ​ຄວາມ​ສູງ 196 ແມັດ ຈຳນວນ 58 ຊັ້ນໄດ້ຮັບ​ລາງ​ວັນ​ຕຶກ​ຍອດນິຍົມຈາກລາຍໆສະ​ຖາ​ບັນ.


ອັນ​ດັບ​ທີ 8 Almas Tower, Dubai, UAE (ຄະ​ແນນ​ທີ່​ໄດ້ຮັບ 16 ຄະແນນ)ຊື່​ຢ່າງ​ເປັນທາງ​ການ  Almas Tower ທີ່​ຕັ້ງ Jumeirah Lake Towers ອັນ​ມາດ​ທາວ​ເວີລ໌ ເປັນ​ຕຶ​ກະ​ຟ້າ​ແຫ່ງ​ໜຶ່ງ​ໃນ​ເມືອງ​ດູໄບ ປະເທດ​ສະ​ຫະລັດ​ອາ​ຫະ​ຫລັບ​ເອ​ມິ​ເລດສ໌ ເລີ່ມ​ກໍ່​ສ້າງ​ເມື່ອ​ຕົ້ນ​ປີ ຄ. ສ. 2005 ແລະ​ແລ້ວ​ສຳເລັດ​ໃນ​ປີ 2009 ຕຶກ​ແຫ່ງ​ນີ້​ມີ​ຄວາມ​ສູງ​ທັງ​ໝົດ 363.07 ແມັດ. ມີ​ 74 ຊັ້ນ.


ອັນດັບ​ທີ 7 Bank of America Tower, New York City,USA (ຄະ​ແນນ​ທີ່ໄດ້ຮັບ 32 ຄະແນນ) Bank of America Tower at One Bryant Park) ເປັນ​ຕຶ​ກະ​ຟ້າ​ທີ່​ຕັ້ງ​ຢູ່​ໃຈ​ກາງ​ເຂດ​ແມນ​ຮັດ​ຕັນ ນະຄອນ​ນິວຢອກ ມີ​ຄວາມ​ສູງ 366 ແມັດ. ຕຶກ​ນີ້​ມີ​ຄວາມ​ສູງ​ເປັນ​ອັນ​ດັບ​ທີ່ 2 ຂອງ​ນະຄອນ​ນິວຢອກ ຮອງ​ຈາກ​ຕຶກ​ເອັມ​ໄພ໌​ສະ​ເຕດ ແລະ ​ສູງ​ເປັນ​ອັນ​ດັບ​ທີ່ 4 ຂອງ​ສະຫະລັດ​ອາ​ເມລິ​ກາ ກໍ່​ສ້າງ​ເຖິງ​ຈຸດ​ສູງ​ສຸດ​ເມື່ອ​ວັນທີ່ 15 ທັນວາ 2007 ແລ້ວ​ສຳເລັດ​ເມື່ອ​ປີ ຄ. ສ. 2009 ຍອດ​ແຫລມ​ຂອງ​ແບງຄ໌​ອໍ ຟໍ​ເມ​ລິ​ກາ​ທາວ​ເວີລ໌​ມີ​ຄວາມ​ສູງ 77.9 ແມັດ ຕຶກຕຶກນີ້ມີ 58 ຊັ້ນ.


ອັນ​ດັບ​ທີ 6 The Red Apple ,Rotterdam, Netherlands (ຄະ​ແນນ​ທີ່​ໄດ້ຮັບ 34 ແຕ້ມ Almas TowerThe Red Apple ເປັນ ອາ​ຄານ​ທີ່​ຢູ່​ອາໄສ ເທິງ​ເກາະ Wijnhaven ໃນ ເມືອງ Rotterdam ປະເທດ Netherlands ອາ​ຄານ​ນີ້​ສ້າງສຳເລັດ​ໃນ 2009. Red Apple ເປັນ​ອາ​ຄານ​ທີ່​ຢູ່​ອາໄສ ທີ່​ເອີ້ນວ່າ " Kopblok " ມີ​ຄວາມ​ສູງ 128 ແມັດ. ມີ 40 ຊັ້ນ (152 ຫ້ອງ). Red Apple ຈຸດ​ເດັ່ນ​ຂອງ​ອາ​ຄານ​ນີ້ ນີ້​ການ​ໃຊ້​ໂທນ​ສີ​ແດງ​ທີ່​ຕົກ​ແຕ່ງ​ສວຍງາມ

    ອັນ​ດັບ​ທີ 5 Trump International Hotel & Tower, Chicago, USA (ຄະ​ແນນ​ທີ່​ໄດ້ຮັບ 36 ຄະແນນ) ເປັນ​ຕຶ​ກສູງຢູ່ໃຈກາງ​ເມືອງ​ຊິ​ຄາ​ໂກ ລັດ​ອິນ​ລິ​ນອຍສ໌ ​ອາ​ຄານມີທັງໝົດ 96 ຊັ້ນ ຊຶ່ງ​ມີ​ຄວາມ​ສູງ (415.1 ແມັດ) ລວມ​ທັງ​ຍອດ​ແຫລມ ຊັ້ນ​ທີ່​ສູງ​ທີ່ສຸດ​ສູງ (360 ແມັດ) ໃນ​ປີ 2009 ໄດ້​ກາຍ​ເປັນ​ຕຶກ​ທີ່​ສູງ​ທີ່ສຸດ​ອັນ​ດັບ​ທີ່ 2 ຂອງສະຫະ​ລັດ​ອາ​ເມ​ລິ​ກາ ຮອງ​ຈາກ​ວິນ​ລິດ​ທາວ​ເວີລ໌​ທີ່​ຕັ້ງ​ຢູ່ໃນ​ຊິ​ຄາ​ໂກ​ເຊັ່ນ​ດຽວກັນ ຕຶກ​ນີ້​ຄາດ​ວ່າ​ຈະ​ຖືກ​ແຊງ​ໂດຍວັນ​ເວີນດ໌​ເຊດ ເຊັນ​ເຕີລ໌ ໃນ​ນະຄອນ​ນິວ​ຍອລ໌​ກເມື່ອ​ເຖິງ​ກາງ​ປີ 2013 ແລະ​ໂດຍ​ຕຶກ​ຊິ​ຄາ​ໂກດ​ໄພ໌​ຖ້າ​ສ້າງ ແລ້ວ​ສຳເລັດ Trump International Hotel and Tower ຍັງ​ເປັນ​ອາ​ຄານ​ທີ່​ພັກ​ຢູ່​ອາໄສ​ທີ່ສູງ​ທີ່ສຸດ​ໃນ​ໂລກ​ອີກ​ດ້ວຍ ຕຶກ​ນີ້​ສ້າງ​ເຖິງ​ຊັ້ນ​ສູງ​ສຸດ​ເມື່ອ​ທ້າຍ​ປີ 2008 ແລະ​ການ​ກໍ່​ສ້າງ​ສຳເລັດ​ສົມບູນ​ໃນ​ປີ 2009.


  

ອັນ​ດັບ​ທີ 4 Torres de Hércules ,Los Barrios,Spain (ຄະ​ແນນ​ທີ່​ໄດ້ຮັບ 38 ຄະແນນ Torres de Hércules ເປັນ ອາ​ຄານ​ທີ່​ຢູ່​ອາໄສ ໃນ​ເມືອງ Los Barrios ປະເທດ Spain ອາ​ຄານ​ນີ້​ແລ້ວ​ສຳເລັດ​ໃນ 2009 Torres de Hércules ມີ​ຄວາມ​ສູງ 100 ແມັດ ແລະ ມີ 21 ຊັ້ນ Torres de Hércules ໄດ້ ຮັບ ການ ອອກ​ແບບ ສະ​ຖາ​ປັດ​ຍະ​ກຳ​ສະ​ເປນ ຢ່າງ​ສວຍງາມ.

ອັນ​ດັບ​ທີ 3 The Met , Bangkok, Thailand ຫລຽນ​ທອງ​ແດງ (ຄະ​ແນນ​ທີ່​ໄດ້ຮັບ 43 ຄະແນນ The Met ເປັນ​ອາ​ຄານ​ທີ່​ພັກ​ອາໄສ ຕັ້ງ​ຢູ່​ ກຸງເທບມະຫານະຄອນ ມີ​ຄວາມ​ສູງ 228 ແມັດ ຫລື ສູງ 69 ຊັ້ນ ເລີ່ມ​ກໍ່​ສ້າງ​ໃນ​ເດືອນ​ຕຸລາ 2005 ແລ້ວ​ສຳເລັດ​ໃນ​ເດືອນ​ມີ​ນາ 2009 ມີ​ການ​ອອກ​ແບບ​ທີ່​ທັນ​ສະໄໝ ໂດຍ​ຄຳ​ນຶງ​ເຖິງ​ເລື່ອງ​ການ​ໄຫລ​ວຽນ​ຂອງ​ອາ​ກາດ ຊຶ່ງ​ສາມາດ​ຊົມ​ທັດ​ນີຍ​ພາບ​ອັນ​ສວຍງາມ​ຂອງ​ກຸງ​ເທບ ປະຈຸບັນການ​ກໍ່​ສ້າງ​ໂຄງ​ສ້າງ​ຫລັກ​ຂອງ​ອາ​ຄານ​ຊຶ່ງ​ສູງ 66 ຊັ້ນ​ສຳເລັດ​ສົມບູນ​ແລ້ວ.

ອັນ​ດັບ​ທີ 2 0-14, Dubai,UAE ຫລຽນ​ເງີນ (ຄະ​ແນນ​ທີ່​ໄດ້ຮັບ 61 ຄະແນນ O14 ຫລື O-14 ເປັນຕຶກ​ສຳ​ນັກ​ງານຕັ້ງຢູ່ໃນ ເມືອງດູໄບ ປະເທດ​ສະ​ຫລັດອາ​ຫະ​ຫລັບ Emirates. ຄວາມ​ສູງ102 m ມີທັງໝົດ 23 ຊັ້ນ. ໃນ​ພື້ນ​ທີ່ 1 ແມັດ ລະຫວ່າງ ຊ່ອງ​ວ່າງ​ແລະ​ໜ້າ​ຕ່າງ​ຂອງ​ຕຶກ ມີ​ຊ່ອງ​ຊ່ວຍ​ໃຫ້​ຮັບ​ລົມ​ແລະ​ລະບາຍ​ອາ​ກາດ ລວມ​ໄປ​ເຖິງ​ລະບາຍ​ຄວາມ​ຮ້ອນ.

    ອັນ​ດັບ​ທີ 1 Aqua ,Chicago,USA ຫລຽນ​ທອງ (ຄະ​ແນນ​ທີ່​ໄດ້ຮັບ 86 ຄະ​ແນນ Aqua ເປັນ​ຕຶກ​ສູງ​ທີ່​ຢູ່​ອາໄສ​ພາຍໃຕ້​ການກໍ່​ສ້າງ​ໃນການ​ພັດທະນາ Lakeshore East ໃນ ເມືອງ Chicago. ມີ​ຄວາມ​ສູງ 250 ແມັດ. ມີ​ທັງ​ໝົດ 82 ຊັ້ນ ການ​ອອກ​ແບບ ຖືກ​ອອກ​ແບບ​ໃຫ້​ກົມ​ກືນ​ກັບ​ທຳມະຊາດຫລາຍ​ທີ່ສຸດ ແລະ ເປັນ​ໂຄງ​ການ​ຕຶກ​ສູງເທື່ອ​ທໍາອິດຂອງ​ພວກເຂົາ ຊຶ່ງ​ເປັນ​ໂຄງ​ການ​ທີ່​ໃຫຍ່​ທີ່ສຸດ​ທີ່​ເຄີຍ​ໄດ້ຮັບ​ລາງ​ວັນ ອາ​ຄວາ " ໂຮງ​ແລມ​ແລະ​ອາ​ຄານ​ທີ່​ພັກ​ອາໄສ ຂະໜາດ 81 ຊັ້ນ ສູງ 249.7ແມັດ ໃກ້​ທະເລສາບ​ມິ​ຊິ​ແກນ​ໃນ​ນະຄອນ​ຊິ​ຄາ​ໂກ​ຂອງສະ​ຫະລັດ​ອະ​ເໝມລິ​ກາ ໄດ້ຮັບລາງວັນ " ເອັມ​ໂພ​ລິດ ອະ​ວອລ໌​ດ ເທື່ອ​ທີ່ 10 " ໃນ​ຖານະ​ອາ​ຄານ​ສູງ​ທີ່ສຸດ​ປະຈຳ​ປີ 2009 ສ້າງ​ດ້ວຍ​ສະ​ຖາ​ປັດ​ຍະ​ກຳ​ລ້ຳ​ໜ້າ​ແລະ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.