Joshua Radin

(GMT+08:00) 2012-12-25 16:30:16     cri

ນ:  ເຂົ້າມາໄລຍະນີ້ ກໍ່ຈະພາມິດລາຍການມາອັບເດດກ່ຽວກັບຜົນງານເພງຂອງໜຸ່ມ: Joshua Radin ນັກຮ້ອງໄວອາຍຸ38ປີຊາວອາເມຣິກາ, ທີ່ເອີ້ນໄດ້ວ່າ: ມີຊື່ສຽງໂດ່ງດັງຫລາຍກັບຜົນງານເພງ: I'd Rather Be With You ໃນອະລາບ້ຳ: Simple Timesປີ2008! ຈົນເຮັດໃຫ້ໜຸ່ມຄົນນີ້ສາມາດຍາດມາໄດ້ຫລາຍລາງວັນ ເຊິ່ງໜຶ່ງໃນນັ້ນກໍ່ມີລາງວັນອະລາບ້ຳດີເດັ່ນແຫ່ງປີ ທີ່ມອບໂດຍອຸດສາຫະກຳການຜະລິດເພງຂອງອາເມຣິກາ! ແລະກ່່ອນທີ່ຈະໄປຮູ້ສຳລັບເພງແນະນຳໃນມື້ນີ້ ຈະໃຫ້ມິດລາຍການມາທຳຄວາມຮູ້ຈັກກັບໜຸ່ມ: Joshua Radinກັນກ່ອນ!  
ລ:  ສຳລັບ Joshua Radin ກໍ່ເປັນໜຶ່ງໃນນັກຮ້ອງດັງຂອງລັດໂອໄຮໂອ້ ສະຫາລັດອາເມຣິກາ! ກ້າວເຂົ້າສູ່ວົງການເພງທຳອິດໃນປີ2004 ໃນນາມນັກຮ້ອງອິດສະຫລະ, ກ່ອນທີ່ຈະມາເຊັນສັນຢາເປັນທາງກັານກັບຄ້າຍເພງດັງໃນອາເມຣິກາ: Coumbia Records ໃນປີ2006! ພ້ອມກັບການເປີດໂຕຜົນງານເພງຊຸດທຳອິດ: We Were Here ທີ່ຂື້ນອັນດັບທີ34ໃນເວັບໄຊ: Top Heat Seeker! ໂດຍໜຶ່ງໃນນັ້ນກໍ່ມີເພງດັງຄື: Only You!   
ນ:  ແລະພິເສດສຳລັບໜຸ່ມຄົນນີ້ ກ່ອນທີ່ຈະມາເປັນນັກຮ້ອງດັງ! ກໍ່ເຄີຍຜ່ານອາຊີບການເປັນອາຈານສອນສິລະປະໃນວິທະຍາໄລ: North Western ໃນລັດອິລິນອຍ ສະຫາລັດອາເມຣິກາ! ໂດຍການສອນກໍ່ມີຫລາຍວິຊາດ້ວຍກັນ ບໍ່ວ່າຈະເປັນ: ການແຕ້ມຮູບ, ການອອກແບບ ແລະການຈັດວາງຮູບພາບຕ່າງໆໃຫ້ສວຍງາມ ຫລືຄົນຕ່າງປະເທດເຂົາມັກເອີ້ນກັນວ່າ: Gallery! ໂດຍໜຸ່ມ Joshua ກໍ່ຢູ່ໃນວົງການນີ້ດົນພໍສົມຄວນ ກ່ອນທີ່ຈະຫັນຕົນເອງໄປເປັນນັກຮ້ອງດ່ຽວໃນທີ່ສຸດ!    (ເພງ)   
ນ:  Joshua Radin ໜຸ່ມໄວອາຍຸ38ປີ ຈາກລັດໂອໄຮໂອ້ ສະຫາລັດອາເມຣິກາ! ພາຍຫລັງທີ່ມີການປ່ອຍຜົນງານເພງຊຸດທຳອິດ: We Were Here ກໍ່ບໍ່ປະສົບຜົນສຳເລັດໃນຍອດຂາຍ, ທີ່ຕິດພຽງແຕ່ອັນດັບ34ໃນອາເມຣິກາ! ຈາກນັ້ນໃນປີ2007 ໜຸ່ມຄົນນີ້ຈິ່ງຕັດສິນໃຈຍ້າຍອອກຈາກຄ້າຍດັ່ງກ່າວ ກໍ່ຄື: Coumbia Records ແລະ ມາຢູ່ກັບຄ້າຍເພງໃໝ່: Mom & Pop Records, ທີ່ເປັນໜຶ່ງໃນເຄືອຄາຍຂອງຄ້າຍເພງໃຫຍ່ໃນອາເມຣິກາ: Sony Music Entertainment!   
ລ:  ແລະພາຍຫລັງ1ປີ, ໜຸ່ມJoshua Radinກໍ່ມີການເປີດໂຕສຳລັບອະລາບ້ຳທີ2: Simple Times ທີ່ປະສົບຜົນສຳເລັດສູງທັງໃນອັງກິດ ແລະອາເມຣິກາ! ກັບອະລາບ້ຳທີລວມມີ: 11ເພງດ້ວຍກັນ, ແລະໃນນັ້ນກໍ່ມີເພງດັງຄື: I'd Rather Be With You ທີ່ມີຄວາມຍາວ2ນາທີ49ວິນາທີ! ແລະກໍ່ເປັນເພງທີ່ພວກເຮົາຢາກມາແນະນໍາໃຫ້ມິດລາຍການໄດ້ຮູ້ຈັກໃນມື້ນີ້ ກັບຄວາມໝາຍຂອງເພງທີ່ແທນຄວາມຮູ້ສຶກຂອງໜຸ່ມຄົນໜຶ່ງ ທີ່ພ້ອມຈະມີຄວາມຮັກໃນຄັ້ງໃໝ່ ພາຍຫລັງທີ່ເຈັບ..ເຈັບ ແລະກໍ່ເຈັບກັບຄວາມຮັກໃນຄັ້ງທີ່ຜ່ານໆມາ!   
ນ:  ແລະເມື່ອເຈັບແລ້ວບໍ່ຈຳ ກໍ່ມາຟັງປະໂຫຍກພ້ອມກັບຄວາມຫວັງຂອງໜຸ່ມຄົນນີ້ກັນເລີຍ: ໃນຍາມທີ່ມີແສງສະຫວ່າງສ່ອງລົງມາ ຍອມເຮັດໃຫ້ຍາດນ້ຳຝົນເຫືອດແຫ້ງ(ທີ່ປຽບທຽບກັບນ້ຳຕາຂອງໜຸ່ມຄົນນີ້), ແລະແສງສະຫວ່າງທີ່ສ່ອງລົງມາ ມັນຍິ່ງເຮັດໃຫ້ບ່າທັງສອງຂອງຂ້ອຍຜ່ອນຄາຍ ແລະອົບອຸ່ນຂື້ນ, ເພາະສິ່ງດຽວທີ່ຂ້ອຍກຳລັງຄິດເຖິງກໍ່ຄືເຈົ້າ, ແລະເມື່ອໃດທີ່ຂ້ອຍມີເຈົ້າຢູ່ຄຽງຂ້າງ ກໍ່ບໍ່ຈຳເປັນຕ້ອງຢ້ານສິ່ງໃດອີກຕໍ່ໄປ!    Now here's the sun, come to dry the rain,    Warm my shoulders and relieve my pain,    You're the one thing that I'm missing here,    With you beside me I no longer fear!