ໂທດ​ຢາ​ເສບ​ຕິດ

(GMT+08:00) 2012-12-26 10:45:46     cri

ປັດຈຸບັນ​ຢາ​ເສບ​ຕິດ​ກໍາລັງ​ເປັນ​ບັນຫາ​ທີ່​ສໍາຄັນ​ຂອງ​ສັງຄົມ​ເຮົາ ​ແລະປະ​ເທດ​ຕ່າ​ງໆ​ໃນທົ່ວ​ໂລກ​ເນື່ອງ​ຈາກ​ຢາ​ເສບ​ຕິດ​ເຮັດ​ໃຫ້​ຜູ້​ເສບ​ສູນ​ເສຍ​ເງິນ​ຄໍາ​ສູນ​ເສຍ​ອານາ​ຄົດ, ​ເສຍ​ສຸຂະພາບ​ຈົນ​ເຖິງ​ຂັ້ນ​ສູນ​ເສຍ​ຊີວິດ, ກຽດຕິຍົດ​ແລະ​ຊື່​ສຽງ​ຂອງ​ວົງ​ຕະກຸນ. ນອກຈາກ​ນັ້ນ​ຍັງ​ເຮັດ​ໃຫ້​​ເກີດ​ບັນຫາ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ: ບັນ​ຫາ​ຄອບຄົວ, ບັນຫາສັງຄົມ​​, ປ​ະ​ເທດ​ຊາດ​ເປັນ​ຕົ້ນ.


ໂທດ​ຂອງ​ຢາ​ເສບ​ຕິດ ການ​ຕິດ​ຢາ​ທຸກ​ປະ​ເພດ​ນີ້​ມີ​ແຕ່​ໂທດ​ບໍ່​ມີ​ຄຸນ​ປະ​ໂຫຍ​ດ​ເລີຍ ​ໂທດ​ທີ່​ເຫັນ​ໄດ້​ງ່າຍ​ຄື: ສຸຂະພາບ​ຮ່າງກາຍ​ຂອງ​ຜູ້​ເສບ​ເຊື່ອມ​ໂຊມ​ລົງ​ ຕໍ່​ມາ​ຈິດ​ໃຈ​ບໍ່​ປົກ​ກະຕິ ບໍ່​ສົນ​ໃຈ​ໃນ​ການ​ສຶກສາ​ຮໍ່າຮຽນ​ແລະ​ການ​ງານ ທໍາລາຍ​ຊື່ສຽງກຽດ​ຕິ​ຍົດ​ຂອງ​ຕົນ​ແລະ​ວົງ​ຕະກຸນ​ນໍາ​ໄປ​ສູ່​ການ​ປະກອບ​ອາ​ຊະ​ຍາ​ກໍາ ມີ​ຜົນ​ກະທົບ​ກະ​ເທືອ​ນ​ເຖິງ​ສັງຄົມ​ແລະ​ເສດຖະກິດ​ຂອງ​ປະ​ເທດຊາດ.


 ໂທດ​ທາງ​ຮ່າງກາຍ: ຈິດ​ໃຈ​ບໍ່​ປົກກະຕິ, ອ່ອນ​​ແອ​ແລະ​ສຸຂະພາບ​ຊຸດ​ໂຊມ.ໂທດ​ທາງ​ເສດຖະກິດ: ຫຼຸດຜ່ອນ​ປະລິມານ​ໃນ​ການ​ຜະລິດ, ສູນ​ເສຍ​ແຮງ​ງານ​ໂດຍ​ບໍ່​ມີ​ປະ​ໂຫຍ​ດ, ​ເປັນ​ຜົນ​ກະທົບກະ​ເທືອ​ນຕໍ່​ລາຍ​ໄດ້​ຂອງ​ຊາດ,ໂທດ​ທາງ​ສັງຄົມ: ທໍາລາຍ​ຊື່​ງສຽງ​ຂອງ​ຕົນ​ເອງ​ແລະ​ວົງ​ຕະກຸນ, ​ເປັນ​ທີ່​ລົງ​ກຽດ​ຂອງ​ສັງ​ຄົມ, ​ເສຍ​ເງິນ​ແລະ​ເສຍ​ຊັບ​ສິນ.

ໂທດ​ທາງ​ການ​ປົກຄອງ: ​ເພີ່ມ​ລາຍ​ຈ່າຍ​ໃນ​ການ​ປາບ​ປາມ, ​ເພີ່ມ​ພາລະ​ແກ່​ປະຊາຊົນ, ສູນ​ເສຍກໍາລັງ​ເຈົ້າ​ໜ້າ​ທີ່​ໃນ​ການ​ປາບ​ປາມ​ແລະ​ປ້ອງ​ກັນ.ວິທີ​ສັງ​ເກດ​ໄວ​ໜຸ່ມ​ທີ່​ຕິດ​ຢາ​ເສບ​ຕິດ ​ເມື່ອ​ບັນຫາ​ຢາ​ເສບ​ຕິດ​ເກີດ​ກັບ​ໄວ​ນຸ່ມ​ເຮົາ​ຈະ​ມີ​ວິທີ​ສັງ​ເກດ​ແນວ​ໃດ​ວ່າ​ລູກ​ຫຼານ​ຂອງ​ເຮົາ​ຕິດ​ຢາ​ເສບ​ຕິດ​ຫຼື​ບໍ່ ​ໂດຍ​ທົ່ວ​ໄປ​​ແລ້ວ​ສາມາດ​ສັງ​ເກດ​ໄດ້​ງ່າຍໆ.


ເບື່ອ​ໜ່າງຕໍ່​ການ​ຮຽນ​ແລະ​ການ​ເຮັດ​ວຽກ​ທຸກ​ຢ່າງ, ​ເປັນ​ຄົນ​ມີ​ລັກ​ສະ​ນະ​ທຸກ​ກັງວົນ​ໃຈ​ໜ້າ​ຕາ​ບໍ່​ເບີກບານ​ມ່ວນ​ຊື່ນ ບໍ່​ຮູ້​ດີ​ຮູ້​ຮ້າຍ, ປະ​ຖີ້ມກິດຈະ​ກໍາ​ຂອງ​ຕົນ​ລວມທັງ​ບໍ່​ສົ່ງ​ວຽກບ້ານ​ໃຫ້​ຄູ​ອາຈານ, ການ​ປະພຶດ​ປ່ຽນ​ແປງ​ໄປ​ກາຍ​ເປັນ​ຄົນ​ເຈົ້າ​ອາລົມ ຫງຸດຫງິດງ່າຍ ຈູ້​ຈີ້​ຈູ​ກຈິກ, ​ເຮັດຕົນ​ລັບ​ລົມ​ຄົມ​ໃນ​ເຮັດ​ໂຕ​ຢູ່​ຄົນ​ດຽວ​ຫງຽບໆ​ຫຼື​ມັກ​ຢູ່​ໃນ​ທີ່​ປິດ​ລັບ​ສາຍຕາ​ຄົນ​ເຊັ່ນ: ​ໃນ​ຫ້ອງ​ນໍ້າ, ຫ້ອງ​ມ້ຽນ​ເຄື່ອງ​ແລະ​ອື່ນ​ໆ, ມີ​ນໍ້າ​ມູກ​ໄຫຼ​ນໍ້າຕາ​ໄຫຼ, ​ເຫື່ອ​ອອກ​ລາຍ​ຫາວ​ນອນ​ເລື້ອຍໆ, ຫາຍ​ໃຈ​ບາດ​ຍາວ​​ເລື້ອຍໆ, ສຸ​ຂະ​ພາບ​ຊຸດ​ໂຊມ​ນໍ້າໜັກ​ຫຼຸດ​ລົງ​ຢ່າງ​ໄວວາ​ຈົນ​ເຫັນ​ໄດ້​ງ່າຍ, ຊືມ ​ເຫງົາ ອ່ອນ​ເພຍ​ບໍ່​ມີ​ເຫື່ອ​​ແຮງ, ​ໃຊ້​ເງິນ​ເປືອງ​ຫຼາຍ​ຈົນ​ຜິດ​ປົກ​ກະຕິ​ຕ້ອງ​ໄດ້​ຢືມ​ມູ່ບາງ​ເທື່ອ​ອາດ​ລັກ​ເອົາ, ມີ​ການ​ຕິດ​ຕໍ່​ສະມາຄົມ​ກັບ​ຜູ້​ຕິດ​ຢາ.