ອັນຕະລາຍ​ຈາກ​ຄວັນ​ຢາສູບ​ຂອງ​ແມ່​ຖືພາ

(GMT+08:00) 2012-12-27 14:47:52     cri

ຫຼາຍໆ​ທ່ານ​ຮູ້​ວ່າການ​ສູບຢາ​ເປັນ​ໄພ​ຕໍ່​ຊີວິດ, ​ໂດຍ​ສະ​ເພາະ​ແມ່ຍິງ​ຖືພາ ​ເຊິ່ງສະມາຄົມ​ເວດ​ສະການ​ຈະ​ເລີ​ນພັນ​ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ, ອອກ​ເຕືອນ​ບັນດາ​ແມ່ຍິງ​ຜູ້​ສູບຢາ ​ຖ້າ​ຍັງ​ຢາກ​ມີ​ສຸຂະພາບ​ແຂງ​ແຮງມີ​ລູກ​ຄວນ​ເອົາ​ໃຈ​ໃສ່ ​ເນື່ອງ​ຈາກ​ຜົນ​ວິ​ໄຈ​ພົບ​ວ່າ: ຫຼາຍ​ກວ່າ 13% ຂອງ​ການ​ມີ​ລູກ​ຍາກ​ໃນ​ແມ່ຍິງ​ ເກີດ​ມາ​ຈາກ​ການ​ສູບຢາ ​ເຊິ່ງການ​ສູບຢາ​ໃນ​ໄລຍະ​ຖືພາ ອາດ​ເປັນສາ​ເຫດ​ຂອງ​ການ​ຫຼຸ​ລູກ, ​ແຮ່​ຈັບ​ຕໍ່າ, ​ເດັກນ້ອຍ​ນໍ້າ​ນັກ​ໜ້ອຍ​ກວ່າ​ມາດຕະຖານ​ແລະ​ອື່ນໆ ນອກຈາກ​ນີ້, ​ແມ່ຍິງ​ທີ່​ສູບຢາ​ຍັງ​ມີ​ທ່າ​ອ່ຽງໝົດ​ປະ​ຈໍາ​ເດືອນ​ໄວ​ກວ່າ​ແມ່ຍິງ​ທົ່ວ​ໄປ​​ເຖິງ 40 ປີ.


​ແມ່ຍິງ​ຖືພາ​ທີ່​ສູບຢາ​ຖ້າ​ເຊົາ​ສູບ​ໄດ້​ໄວ​ເທົ່າ​ໃດ​ຍິ່ງ​ເປັນ​ການ​ດີ, ​ແຕ່​ຖ້າ​ຄົນ​ໄກ້​ຊິດ​ຫຼື​ຄົນ​ອື່ນ​ປ່ອຍ​ຄວັນ​ຢາສູບ​ມາ​ໃສ່ ​ທ່ານ​ກໍ່​ຄວນ​ພະຍາຍາມ​ຫຼີກ​ໜີ ​ເພາະຜູ້​ທີ່​ໄດ້​ຮັບ​ຄວັນ​ຢາສູບ​ກໍ​ລ້ວນ​ແຕ່​ໄດ​ຮັບ​ອັນ​ຕະລາຍ​ທຍບ​ເທົ່າ​ຜູ້​ສູບຢາ ​ເຖິງ​ຈະ​ໄດ້​ຮັບ​ໜ້ອຍ​ກວ່າ, ​ແຕ່​ກໍ​ຍັງ​ໃນ​ເກນ​ອັນຕະລາຍ.


ຖ້າ​ຄົນ​ໄກ້​​ໂຕ​ເຊັ່ນ: ຜົວ ຫຼື ​ສະມາ​ຊິກ​ຄົນ​ອື່ນ​ໃນ​ຄອບຄົວ​ສູ​ບ ອາດ​ຈະ​ເຖິງ​ເວລາ​ຄວນ​ຂໍ​ໃຫ້​ເຊົາ​ສູບ​ຢ່າງ​ຈິງ​ຈັງ ​ເພາະ​ແນວ​ໃດ​ຢາສູບ​ກໍ່ບໍ່​ດີ​ຕໍ່​ສຸຂະພາບ, ​ແຕ່​ຖ້າ​ເຊົາ​ບໍ່​ໄດ້​ທັນທີ ​ໃນ​ລະຫວ່າງ​ນີ້​ທ່ານ​ອາດ​ແນະ​ນໍາ​ໃຫ້​ພວກ​ເຂົາ​ໄປ​ສູບ​ຢູ່​ນອກ​ເຮືອນຫຼື​ຢູ່​ໄກ​ທ່ານ​​ແລະ​ລູກ​​ໃນ​ທ້ອງ​ໃຫ້​ຫຼາຍ​ທີ່​ສູດ.ຄວນ​ຫຼີກ​ເວັ້ນສະຖານ​ທີ່​ໆມີ​ຄວັນ​ຢາສູບ ​​ແມ່ຍິງ​ຖືພາ​ບໍ່​ຄວນ​ເຂົ້າ​​ໄປໄກ້ ຫຼີກ​ເວັ້ນສະຖານ​ທີ່​ໆມີ​ຄົນ​ສູບຢາ​ຫຼາຍ.