ຈີນ​ແລະ​ລາວ​ຮ່ວມ​ກັນ​ສ້າງ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ໃນ​ເນື້ອ​ທີ່​ກວ້າງ​1​ແສນ​9​ໝື່ນ​ເຮັກ​ຕາ

(GMT+08:00) 2013-01-03 16:36:58     cri
ເລີ່​ມ​ແຕ່​ວັນ​ທີ1​ມັງກອນ​ນີ້​ເປັນ​ຕົ້ນ​ໄປ,​ສັນຍາ​ເຂດ​ສະຫງວນ​ທຳ​ມະ​ຊາດ​ຮ່ວມ​ຈີນ​ລາວ​ທີ່​ກິ່ງ​ແຂວງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ທີ່​ເປັນ​ເຂດ​ຊາຍ​​ແດນທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແລະ​ແຂວງ​​ຜົ້ງ​ສາລີ​ຂອງ​ລາວ​ຮ່ວມ​ກັນ​ລົງ​ນາ​ມ​ເຊັນ​ກັນ​ນັ້ນ​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ:​ເຂດ​ສະຫງວນ​ທຳ​ມະ​ຊາດ​ຂອງ​ສິບ​ສອງ​ພັ່ນ​ນາ​ກັບ3​ແຂວງ​ພາກ​ເໜືອ​ຂອງ​ລາວ​ຄື​ຫຼວງ​ນ້ຳ​ທາ,ອຸດົມ​ໄຊ​ແລະ​ຜົ້ງ​ສາລີ​ຈະ​ເຊື່ອມ​ຕໍ່​ເຂົ້າ​ເປັນ​ເຂດ​ສະຫງວນ​ທຳ​ມະ​ຊາດ​ຂ້າມ​ຊາຍ​ແດນ​ລະຫວ່າງ​ຈີນ​ລາວ​ທີ່​ມີ​​ເນື້ອ​ທີ່​ທັງ​ໝົດ1​ແສນ9​ໝື່ນ3700​ເຮັກຕາ,ຊຶ່ງ​ສ້າງ​ເປັນ​ສະພາບ​​ໃໝ່​ແຫ່ງ​ການ​ກໍ່ສ້າງ​​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພດ້ານ​ທຳ​ມະ​ຊາດ​ສີຂຽວ​ລະຫວ່າງ​ຊາຍ​ແດນ​ຈີນ-ລາວ​ແລະ​ແລວ​ທາງ​ຊີວະ​ນາໆ​ພັນ​ຊາຍ​ແດນ​ຈີນ-ລາວ.

ເພື່ອ​ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ,ປີ2009,ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ​ແລະ​ແຂວງ​ຫຼວງ​ນ້ຳ​ທາ​ຂອງ​ລາວ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ເຂດ​ສະຫງວນ​ທຳ​ມະ​ຊາດ​ຈີນ​-ລາວ​ແຫ່ງ​ທຳ​ອິດ​ທີ່​ມີ​ເນື້ອ​ທີ່5​ໝື່ນ4000​ເຮັກຕາ,ຊຶ່ງ​​​ເປັນ​ການ​ລິ​ເລີ່​ມສ້າງຮູບ​ແບບ​ໃໝ່​​ແຫ່ງ​ການ​ຮ່ວມ​ກັນ​ອະນຸລັກ​ເຂດ​ສະຫງວນ​ທຳ​ມະ​ຊາດ​ຊາຍ​ແດນ​ຈີນ-ລາວ.ປີ2011​ແລະ​ປີ2012,ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ໄດ້​ເຊັນ​ສັນຍາ​ກັບ​ແຂວງ​ອຸດົມ​ໄຊ​ແລະ​ແຂວງ​ຜົ້ງ​ສາລີ​ຕາມ​ລຳດັບ​ເພື່ອ​ສ້າງ​ເຂດ​ສະຫງວນ​ທຳ​ມະ​ຊາດຮ່ວມ.