ດົນຕີ​ລາວ​ຄວາມ​ມ່ວນ​ຊື່ນ​ທີ່​ເປັນ​ເອກະລັກ

(GMT+08:00) 2013-01-05 15:34:00     cri
ດົນຕີ​ກໍ​ແມ່ນ​ອີກ​ສິ່ງ​ໜື່ງທີ່​ບົ່ງ​ບອກ​ໄດ້​ເຖິງ​ເອກະລັກ ​ແລະ ວັດທະນະ​ທໍາ​ຂອງ​ຊາດ​ລາວ ​ແລະ ​ເປັນ​ຈຸດ​ທີ່​ສົນ​ໃຈ​ຂອງ​ຊາວ​ຕ່າງ​ຊາດ​ທີ່​ຕ້ອງການ​ຮຽນ​ຮູ້ວັດທະນະ​ທໍາ​ຂອງ​ຊາດ​ນັ້ນໆ ​ໄດ້​ຊອກ​ຮູ້​ຮໍ່າຮຽນ​ແລະ​ດົນ​ຕີ​ພື້ນ​ເມືອງຂອງ​ລາວ ກໍ່​ເປັນ​ອີກ​ໜື່ງ​ເອກະລັກ​ຂອງ​ຊາດ​ລາວ ທີ່​ສາມາດ​ບົ່ງ​ບອກ​ເຖິງ​ຄວາມ​ວິຈິດ​ງົດ​ງາມ​ຂອງ​ປະ​ເທດ​ລາວໄດ້​ເປັນ​ຢ່າງ​ດີ ​ແລະ ດົນຕີ​ພື້ນ​ເມືອງ​ຂອງ​ຂອງ​ກໍ່​ສາມາດ​ເປັນ​ສິ່ງ​ທີ່​ດືງດູດ​ຄວາມ​ສົນ​ໃຈ​ຂອງ​ຊາວ​ຕ່າງ​ຊາດໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວ​ປະ​ເທດ​ລາວ ​ເພາະ​ດົນຕີ​ພື້ນ​ເມື​ອງຂອງ​ລາວ​ມີ​ສຽງ​ທີ່​ມ່ວນອ່ອນ​ຊ້ອຍ ​ໃນ​ເວລາ​ທີ່​ໄດ້​ຟັງ​ການບັນ​ເລງ​ປະສານ​ສຽງ​ກັນ ​ແລະ ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຮູ້ສຶກ​ຜ່ອນຄາຍ.

ດົນຕີ​ພື້ນ​ເມືອງ​ລາວ​ກໍ່​ມີ​ຢູ່​ຢ່າງ​ຫຼວງ​ຫຼາຍ ​ແລະ ສຽງ​ຂອງ​ດົນຕີ​ແຕ່ລະ​ຢ່າງ​ນັ້ນ​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ມ່ວນ​ຊື່ນ​ກັນ​ໄປ​ຕາມ​ແຕ່ລະ​ແບບ ​ແລະ ການ​ສ້າງ​​ເຄື່ອງດົນຕີ​ພື້ນ​ເມືອງລາວ​ແຕ່​ລະ​ຊະນິດ​ກໍ່​ໃຊ້​ຄວາມ​ປານີດ ​ແລະ ຄວາມ​ພະຍາຍາມ​ຢ່າງ​ສູງ ​ໃນ​ການ​ທີ່​ຈະ​ປະ​ດິດ​ເຄື່ອງ​ດົນຕີ​ອອກ​ມາ​ແຕ່​ລະ​ຊະນິດ ​ແລະ ​ເຮັດ​ໃຫ້​​ເຄື່ອງ​ດົນຕີ​ນັ້ນ​ໆ​ມີ​ສຽງ​ມ່ວນອອນຊອນ ​ເປັນຕາ​ໜ້າ​ຟັງ​ແລະ​ບໍ່​ວ່າ​ຈະ​ຢູ່​ໃນ​ງານ​ໃດ ​ເມື່ອ​ອມີ​ສຽງ​ເພງ​ດັ່ງກ່າວ​ກໍ່​ສາມາດ​ເຮັດ​ໃຫ້​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ຜູ້​ໄດ້​ຮັບ​ຟັງ ​ແລະ ດົນຕີ​ພືນ​ເມືອງ​ລາວ​ກໍ່​ຍັງໄດ້​ສາມາດ​ບັນ​ເລງ​ໄປ​ພ້ອມ​ກັບ​ດົນຕີ​ສາກົນ ​ແລ້ວ​ກໍ່​ໃຫ້​ອັດຖະ​ລົດ​ໃນ​ການ​ຟັງ​ຫຼາກ​ຫຼາຍ​​ເພີ່ມ​ຂື້ນ​ອີກ ​​ເພາະວ່າ​ດົນຕີ​ແມ່ນບໍ່​ມີ​ພົມ​ແດນ, ພາສາ​ຂອງ​ດົນຕີ​ແມ່ນ​ພາສາ​ສື່ສານ​ກັ​ໄດ້​ທຸກ​ປະ​ເພດ ​ແລະ ສາມາດ​ບັນ​ເລງ​ປະສານ​ສຽງ​ກັນ​ເພື່ອ​ໃຫ້​ຄວາມ​ຄື້ນ​ເຄງ ​ແລະ ອອນ​ຊອນ​ໄດ້.

ດົນຕີ​ບໍ່​ມີ​ຄໍາ​ວ່າ​ຫຼ້າ​ສະ​ໄໝ ​ເມື່ອ​ເຮົາ​ບັນ​ເລງ​ຂື້ນ​ມາ​ແລ້ວ​ຍັງ​ມີ​ສຽງ​ຮ້ອງ​ຂອງ​ຄົນ​ເຮົາ​ປະສົມ​ປະສານ​ໄປ​ນໍາ​ກັນ​ ມັນ​ກໍ່​ຍິ່ງ​ເປັນຄວາມ​ອອນຊອນ​ໃນ​ການ​ຟັງ​ຢ່າງ​ເຊັ່ນ: ​ບົດ​ເພງ​ພື້ນ​ເມືອງ​ລາວ ​ເຊິ່ງ​ໂດຍສ່ວນ​ໃຫຍ່​ແມ່ນ​ໜຸ່ມ​ສາວ​ໃຊ້​ຍອກ​ໄຍກັນ ​ແລະ ຈີບ​ກັນ​ໂດຍ​ການ​ຮ້ອງ​ໂຕ​ຕອບ​ກັນ​ໄປມາ ມັນ​ກໍ່​ເປັນ​ອີກ​ໜື່ງສ່ວນທີ່​ມ່ວນ​ຊື່ນ​ ແລະ​ພາສາ​ທີ່​ໃຊ້​ໃນ​ການ​ຮ້ອງ​ເພງ​ພື້ນ​ເມືອງ​ລາວ​ນັ້ນ ກໍ່​ເປັນ​ອີກ​ພາສາ​ທີ່​ມ່ວນ​ອອນຊອນ ​ແລະ ຄົນ​ລາວ​ທີ່​ເປັນ​ຄົນ​ຮຸ້ນ​ຫຼັງ​ກໍ່​ຄວນ​ອານຸລັກ​ດົນຕີ​ຂອງ​ລາວ​ທີ່​ເປັນ​ອີກ​ໜື່ງປະ​ເພນີ​ທີ່​ສວຍ​ງາມ​ໄວ້​ຕໍ່​​ໄປ ​ແລະ​ຄົນ​ຮຸ້ນ​ຕໍ່​ໄປ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ສວຍ​ງາມ ​ແລະ ​ອອນຊອນ​ຂອງ​ດົນຕີ​ລາວ ​ແລະ ດົນຕີ​ລາວ​ກໍ່​ເປັນ​ສິ່ງ​ທີ່​ບົ່ງ​ບອກ​ເຖິງ​ລັກສະນະ​ຂອງ​ຊາດ ​ແລະ ຍັງ​ເປັນ​ສິ່ງ​ທີ່​ໃຫ້ຄົນທີ່ຕ້ອງການ​ຮຽນ​ຮູ້​ໄດ້​ສຶກສາ​ຮໍ່າຮຽນ ​ແລະ ຍັງ​ສາມາ​ດຊ່ວຍ​ໃນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ໄດ້​ນໍາ​ອີກ