10 ອັນ​ດັບ​ຊົນຊາດ​ທີ່​ໂລ​ແມນ​ຕິກ ຫຼື ມີ​ຄວາມ​ປະ​ທັບ​ໃຈ​​ຫລາຍ​ທີ່ສຸດ

(GMT+08:00) 2013-01-06 09:53:23     cri

ອັນ​ດັບ​ທີ່ 10 ຫວຽດ​ນາມ​ເປັນ​ປະເທດ​ດຽວ​ໃນ​ເອ​ເຊຍ​ທີ່​ຕິດ​ໜື່ງ​ໃນ 10 ອັນ​ດັບ​ປະ​ເທດ​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ຖ້າ​ທ່ານເຄີຍ​ໄປ​ປະ​ເທດ​ຫວຽດ​ນາມ ສິ່ງ​ທີ່​ທ່ານຕ້ອງ​ເຫັນ​ຄື ລົດ​ສະກູ໊​ດເຕີລ໌​ທີ່​​ແລ່ນ​ຢູ່​ເທິງ​ຖະໜົນ ​ຖ້າ​ທ່ານ​ມີ​ຄົນ​ຮັກ​ເປັນ​ຄົນ​ຫວຽດ​ນາມ​ ແລະ​ ມີ​ໂອ​ກາດ​ໄດ້​ໄປ​ຫວຽດ​ນາມ ຊາຍ​ໜຸ່ມ​ຈະ​ພາ​ທ່ານນັ່ງ​ຊ້ອນລົດ​ສະ​ກຸດ​ເຄີ​ຂອງ​ພວກເຂົາ ພາ​ຊົມ​ເມືອງ​ດື່ມ​ດ່ຳ​ບັນ​ຢາ​ກາດ​ສຸດ​ແສນ​ຈະ​ປະທັດ​ໃຈ​ພຽງ​ສອງຄົນ ດ້ວຍ​ສາຍ​ລົມ​ທີ່​ພັດ​​ເບົາໆ.

ອັນ​ດັບ​ທີ 9 ຮອຍ​ຍິ້ມ​ ແລະ​ ບົດ​ກະວີ ຄື ສິ່ງ​ທີ່​ມັດ​ໃຈ​ໜຸ່ມ​ສາວ​ຊາວ​ໄອ​ລິດ​ເຂົ້າ​ໄວ້​ນຳກັນ ພວກ​ເຂົາ​ອາດ​ບໍ່​ໄດ້​ຕັ້ງ​ໃຈ​ວ່າ​ນສະ​ເໜ່ໃຫ້​ກັນ ມີແຕ່​ພຽງ​ຮອຍ​ຍິ້ມ​ກໍ​ເຮັດໃຫ້​ອີກ​ຝ່າຍ​ຕ້ອງ​ມົນແຫ່ງ​ຄວາມ​ຮັກ​ເຂົ້າ​ໃຫ້​ແລ້ວ ຈົນ​ກາຍ​ເປັນ​ຄວາມ​ສຸດ​ແສນ​ປະ​ທັບ​ໃຈ​ທີ່​ສະແດງ​ອອກ​ມາ​ໂດຍ​ບໍ່​ຮູ້​ຕົວ ດັ່ງບົດ​ກອນ​ມ່ວນ​ໆທີ່​ຄູ່​ໜຸ່ມ​ສາວ​ບັນ​ຈົ່ງ​ແຕ່ງ​ຂຶ້ນ​ເພື່ອ​ຄູ່​ຮັກ​ຂອງ​ຕົນ​ໂດຍສະເພາະ​​ ພຽງ​ເທົ່າ​ນີ້​ກໍ​ສຸດ​ທີ່​ປະ​ທັບ​ໃຈ​ທີ່​ສຸດ.

ອັນ​ດັບ​ທີ 8 ທ່ານ​ຮູ້​ຫລື​ບໍ່​ວ່າສະ​ເໜ່ທີ່​ມັດ​ໃຈ​ສາວ ໆ ທັງ​ຫລາຍ​ຂອງ​ສະ​ວີວີ​ເດນ ນອກ​ຈາກ​ຈະ​ເປັນ​ຜົມ​ສີທອງ ແລະ​ ບວກ​ກັບໜ້າ​ຕາ​ທີ່​ເບິ່ງ​ສະຫວ່າງ​ສະ​ອາດ​ສະ​ອ້ານ​ແລ້ວ ແຕ່​ສິ່ງ​ສຳຄັນ​ທີ່​ໄດ້​ມີ​ຜົນ​ການ​ວິ​ໄຈ​ອອກ​ມາ​ແລ້ວ​ວ່າ ຜູ້​ຊາຍ​ຊາວສະວີ​ເດນ​ເປັນ​ຜູ້​ຊາຍ​ທີ່​ໃຫ້​ຄວາມ​ສຳຄັນ​ກັບ​ບົດ​ບາດ​ເລື່ອງ​ເພດ​ຫລາຍ ເຂົາ​ໃຫ້​ກຽດ​ກັບ​ຜູ້ຍິງ ແລະ​ຄິດ​ເປັນ​ຢ່າງ​ດີ​ວ່າ ເຂົາ​ຄື​ຜູ້​ທີ່​ຕ້ອງ​ເຮັດ​ຫນ້າທີ່​ເປັນ​ຫົວ​ໜ້າ​ຄອບຄົວ ເບິ່ງແຍງ​ເມຍ​ແລະ​ລູກຕະຫລອດ​ຈົນ​ຫາ​ລ້ຽງ​ຄອບຄົວ ເຊື່ອ​ແນ່​ວ່າສາວໆທັງ​ຫລາຍ​ທີ່​ໄດ້​ຊາວ​ສະວີ​ເດນ​ໄປ​ເປັນ​ຄູ່​ຊີວິດ​ແລ້ວ​ ຄວນ​ໝັ່ນ​ເຕີມ​ເຕັມ​ຄວາມ​ປະ​ທັບ​ໃຈ​ໃຫ້​ສົມ​ກັບ​ຄວາມ​ຮັກ​ທີ່​ໜຸ່​ມສະວີ​ເດນ​ພ້ອມ​ຈະ​ມອບ​ໃຫ້.

ອັນ​ດັບ​ທີ 7 ສິ່ງ​ຂອງ​ຫລາຍ​ຢ່າງ​ທີ່​ຄູ່​ຮັກ​ເພື່ອ​ແທນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ສຳຄັນ​ຕ່າງໆ ນັ້ນ ປະເທດ​ຜູ້​ເປັນ​ຜູ້​ຄິດ​ຄົ້ນ​ກໍ​ຄື ຊາວອາ​ເມ​ລິ​ກາ​ມັກ​ຈະ​ມີ​ຂອງ​ແທນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ສຳຄັນ​ໆຕະຫຼອດ ເພາະ​ພວກເຂົາ​ຖື​ວ່າ​ມັນ​ເປັນ​ໜຶ່ງ​ໃນ​ການ​ສະແດງ​ຄວາມ​ຮັກ​ທີ່​ໜ້າ​ຈົດ​ຈຳ​ໄດ້​ດີ​ຢ່າງ​ໜຶ່ງ ແຕ່​ທັງ​ນີ້​ທັງ​ນັ້ນ ຊາ​ວອາເມ​ລິ​ກັນ ອາດ​ບໍ່​ມັກ​ຫຍັງ​ທີ່​ເບິ່ງ​ເປັນ​ພິທີ​ລີ​ຕອງ​ຄື​ຊາວ​​ເອີຣົບ​ ພຽງ​ແຕ່ບັນ​ເລງ​ເພງ​ທີ່​ປະ​ທັບ​ໃຈ​ແບບ​ເບົາ ໆ ແລະ​ເຕັ້ນ​ລຳ​ກັນ​ສອງ​ຄົນ​ພາຍ​ໃນ​ເຮືອນ ​ເທົ່ານີ້​ກິ່ນ​ອາຍ​ແຫ່ງ​ຄວາມ​ຮັກ​ອົບ​ອວນ​ຢູ່​ທົ່ວ​ເຮືອນ​ແລ້ວ.


ອັນ​ດັບ​ທີ 6 ​ຊາວ​ເລ​ບາ​ນອນ​ແຕກ​ຕ່າງ​ກັບ​ປະເທດ​ໃນ​ໂລກ​ ໂດຍ​ສິ້ນ​ເຊີງ ​ພວກເຂົາ​ມີ​ຜິວ​ສີ​ໝາກກອກ ຜົມ​ແລະ​ຕາ​ສີ​ເຂັ້ມ​ເບິ່ງ​ລຶກລັບ ຈຶ່ງ​ເຮັດໃຫ້​ພວກເຂົາ​ເບິ່ງ​ມີ​ສະ​ເໜ່ ພວກເຂົາ​ຮູ້​ຈັກ​ວິທີ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຊຶງ​ກັນ​ແລະ​ກັນ​ ຜ່ານ​ລັກສະນະ​ພາຍນອກ​ທີ່ສຸດ​ແສນ​ຈະນີ້ງ​ຂຶມ ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ຈັບ​ຕາ​ຈັບ​ໃຈ.
    ອັນ​ດັບ​ທີ 5 ຊາ​ວບ​ລາ​ຊິນ​ ຂຶ້ນ​ຊື່​ວ່າ​ເປັນ​ຜູ້​ທີ່​ບໍ່​ເຂີນ​ອາຍ​ກ່ຽວກັບ​​ເລື່ອງ​ຄວາມ​ຮັກ ທີ່​ບລາ​ຊິນ​ ມີ​ວັນ​ຕ່າງ ໆ ທີ່​ຄູ່​ຮັກ​ຫລວງຫລາຍ​ເລືອກ​ທີ່​ຈະ​ມາ​ໃຊ້​​ໄລຍະ​ເວລາ​ແຫ່ງ​ຄວາມ​ປະ​ທັບ​ໃຈ​ຮ່ວມ​ກັນ ໃຊ້​ຄວາມ​ຮັກ​ໃນ​ສຽງ​ດົນຕີ ແລະ​ການ​ເຕັ້ນ ສື່​ສານ​ກັບ​ຄົນ​ຮັກ​ຈົນ​ກໍ່​ເປັນ​ທຳນອງ​ຮັກ​ລະຫວ່າງ​ຄູ່​ໜຸ່ມ​ສາວ​ໂດຍ​ສະເພາະ.


ອັນ​ດັບ​ທີ 4 ທ່ານ​ຄົງ​ໄດ້ຍິນ​​ຫລື​ບໍ່​ວ່າ ພາສາ​ທີ່​ໃຊ້​ເວົ້າ​ກັບ​ຄົນ​ຮັກ ຄື ພາສາ​ຝຣັ່ງ ດ້ວຍ​ສຳ​ນຽງ​ອັນ​ມ່ວນ​ຕະ​ຫຼອດ ​ການ​ເວົ້າ​ອັນ​ອ່ອນ​ນຸ້ມຄ່ອຍ​ເວົ້າ​ຄ່ອຍ​ວ່າ ຈຶ່ງ​ເຮັດໃຫ້​ຄວາມ​ປະ​ທັບ​ໃຈ​ບັງ​ເກີດ​ຂື້ນ​ພຽງ​ໃນ​ຄຳ​ເວົ້າ ຕະຫລອດ​ຈົນ​ເມືອງ​ຫລວງ​ປາລີ ທີ່​ມີ​ມົນສະ​ກົດ​ໃຫ້​ຄູ່​ຮັກ​ຫລາຍ​ຄູ່ ໄດ້​ມາ​ຂໍ​ເລີ່ມ​ຕົ້ນ​ການ​ໃຊ້​ຊີວິດ​ຮ່ວມ​ກັນ ນັ້ນ​ກໍ​ຄື ການ​ຂໍ​ແຕ່ງ​ງານມາ​ແລ້ວ​ຫລາຍໆຕໍ່​ຫລາຍ​ຄູ່ ດ້ວຍ​ສະພາບ​ບັນ​ຢາ​ກາດ​ທີ່​ເອື້ອ​ອຳ​ນວຍ​ຂະໜາດ​ນີ້​ຈຶ່ງ​ບໍ່​ແປກ​ທີ່​ຊາວ​ຝຮັ່ງຈະ​ໝັ່ນ​ສະ​ແດງຄວາມ​ປະ​ທັບ​ໃຈ​ຕໍ່​ກັນ​​ເລື້ອຍໆ.

ອັນ​ດັບ​ທີ 3 ແທ້​ຈິງ​ແລ້ວ ຄຳ​ວ່າ ໂລ​ແມນ​ຕິກ​ຫຼື​ຄວາມ​ປະ​ທັບ​ໃຈເປັນ​ຄຳ​ທີ່​ໃຊ້​ກ່າວເຖິງກຸງ​ໂລມ ເມືອງ​ຫລວງ​ຂອງ​ປະເທດ​ອິ​ຕາ​ລີ​ກໍ​ວ່າ​ໄດ້ ແລະ​ ອາດເປັນ​ເພາະ​ສະຖານ​ທີ່​ຕ່າງໆໃນ​ອິ​ຕາ​ລີ ລ້ວນ​ແລ້ວ​ແຕ່​ໃຫ້​ອາລົມ​ພາ​ໃຫ້ປະ​ທັບ​ໃຈ ນີ້​ກໍ​ເປັນ​ບັນຫາ​ໜື່ງ​ແລະເໝາະ​ສຳລັບ​ຄູ່​ຮັກ​ທີ່​ຕ້ອງ​ການ​ບັນ​ຢາ​ກາດ​ອັນ​ໜ້າ​ລື່ນ​​ເລີງ​ຂອງ​ຄວາມ​ຮັກ ຈຶ່ງ​ເຮັດໃຫ້​​ເບິ່ງໄປ​ໃນ​ມຸມ​ໃດ​ໆ ຄົນ​ອິ​ຕາ​ລຽນ​ກໍ​ສະແດງ​ຄວາມ​ຫວານ ຄວາມ​ປະ​ທັບ​ໃຈຕໍ່​ກັນ​ຢູ່​ຕະຫຼອດ.

ອັນ​ດັບ​ທີ 2 ຊາວ​ອາລເຈນ​ຕິ​ນາ​ ກໍ​​ແມ່ນປະເທດ​ທີ່​ຂຶ້ນ​ຊື່​ວ່າ​ເປັນ​ປະເທດສຸດ​ໂລ​ແມນ​ຕິກ​ ຄື​ສະເປນ​ແລະ​ອິ​ຕາ​ລີ​ປະສົມ​ຜະ​ສານ​ກັນ ນອກ​ຈາກ​ນີ້​ ອາລເຈນ​ຕິ​ນາ​ຍັງ​ເປັນ​ປະເທດ​ທີ່​ຂຶ້ນ​ຊື່​ວ່າ ເປັນ​ປະເທດ​ທີ່​ສະແດງ​ອອກ​ເຖິງ​ຄວາມ​ໂລ​ແມນ​ຕິກ​ທີ່​ເດັ່ນ​ແຈ້ງ​ທີ່ສຸດ​ຂອງ​ຊາວ​ອາລເຈນ​ຕີ​ນາ ທີ່ຈະ​ສະແດງ​ອອກ​ມາ​ທາງ ການ​ເຕັ້ນ​ແທງ​ໂກ້​ທີ່​ແສນ​ຈະ​ຍົວະເຍົ້າ​ໃນ​ອາລົມ.

ອັນ​ດັບ​ທີ 1 ຊາ​ວສະເປນ​ຂຶ້ນ​ຊື່​ວ່າ​ເປັນ​ນັກ​ຮັກ​ຕົວຢ່າງ ອາດ​ເປັນ​​ເພາະອຸບ​ນິ​ໄສ​ທີ່​ປະສົມ​ຜະ​ສານ​ກັນ​ຢ່າງ​ລົງ​​ໂຕລະຫວ່າງ​ຝຣັ່ງ​ແລະ​ອິ​ຕາ​ລີ ພ້ອມ​ທັງ​ຮູບ​ລັກ​ສະ​ນະ​ທີ່​ມີ​ສະ​ເໜ່ ​ຂອງ​ຊາວ​ ໄອ​ບີ​ລຽນ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຊາວເອີຣົບ​ຜິວ​ຂາວ​ບວກ​ກັບຄວາມ​ຄົມ​ຄາຍ​ຈາກ​ແຂກ​ອາ​​ຫລັບ ຈຶ່ງ​ເຮັດໃຫ້​ຊາ​ວສະເປນ​ມີ​ຜົມ​ສີ​ນ້ຳ​ຕານ​ເຂັ້ມ ຫຍິກ​ເປັນ​ລອນ ໆ ບວກ​ກັບໃບ​ໜ້າ​ອັນ​ຄົມ​ເຂັ້ມ​ແຕ່​ມີສາຍຕາ​ທີ່​ຫວານ​ເຍີ້ມ ຕະຫລອດ​ຮອດ​ການ​ເຂົ້າ​ສັງຄົມ​ ແລະ​ ພາສາ​ທີ່​ຟັງ​ມ່ວນ ຈື່ງ​ກາຍ​ເປັນ​ອີກ​ສິ່ງ​ໜື່ງທີ່​​ເປັນ​ສະ​ເໜ່ສຸດ​ແສນ​ປະ​ທັບ​ໃຈ​ຂອງ​ຊາວ​ສະ​ເປ​ນ.