ລັກສະນະ​ພູ​ມສັນຖານແລະ​ທີ່​ຕັ້ງປະເທດ​​ເຢຍ​ມັນ

(GMT+08:00) 2013-01-06 09:55:30     cri

ສາທາລະນະ​ລັດ​​ເຢຍລະ​ມັນ ຫລື ​​ເອີ້ນ​ສັ້ນ ໆວ່າ​​ເຢຍລະ​ມັນ ຕັ້ງ​ຢູ່​ໃຈ​ກາ​ງທະວີບ​ເອີ​ຣົບລ້ອມ​ຮອບ​ດ້ວຍ​ປະເທດ​ເພື່ອນ​ບ້ານ​ເຖິງ 9 ປະເທດຄື​ເດນ​ມາ​ກ​( ຢູ່​ທາງ​ເໜືອ) ​ເນ​ເທີແລນ ເບນ​ຢ້ຽມ ລັກ​ເຊມ​ເ​ບິ​ກແລະຝຣັ່ງ( ຢູ່​ທາງ​ຕະເວັນ​ຕົກ ) ສະ​ຫວິດ​ເຊີ​ແລນ​ແລະ​ອອດ​ເຕຣຍ( ​ຢູ່​ທາງ​ໃຕ້ ) ສາທາລະນະ​ລັດ​ເຊກ​ແລະ​ໂປ​ແລນ​( ຢູ່​ທາງ​ຕະເວັນ​ອອກ ) ນັບ​ເປັນ​ປະເທດ​ເອີ​ຣົບ​ທີ່​ມີ​ຈຳນວນ​ເພື່ອນ​ບ້ານ​ຫລາຍ​ທີ່ສຸດ.    ​ເຢຍລະ​ມັນ ມີ​​ເນື້ອ​ທີ່​ປະ​ມານ 357,000 ​ກິ​ໂລ​ຕາ​ແມັດ ຊາຍ​ແດນ​ທາງ​ຕອນ​ເໜືອ​ຂອງ​ປະເທດ​ຕິດ​ກັບ​ຝັ່ງ​ທະ​ເລ​ເໜືອ (North Sea) ແລະ​ທະ​ເລ​ບານ​ຕິກ ທາງ​ຕອນ​ໃຕ້​ ພູເຂົາ​ແອນປ໌​ໃນ​ບາ​ວາ​ຮຽນ ປະເທດ​ຂອງ​ເຢຍລະ​ມັນ​ມີ​ທິວທັດ​ງົດ​ງາມ​ແຕກ​ຕ່າງ​ກັນ​ໄປ​ຫລາຍ​ຮູບ​ແບບ ທັງ​ພູເຂົາ​ສູງ​ຕ່ຳ​ສະ​ຫລັບ​ກັບ​ທົ່ງຮາບ​ສູງ.


ລັກສະນະ​ອາ​ກາດ​ຂອງ​ປະເທດເຢຍລະ​ມັນ​ເປັນ​ແບບ​ຄ່ອນ​ຂ້າງ​ໄປ​ທາງ​ໜາວ​ເຢັນມີ 4 ລະດູຄື    ລະດູ​ຮ້ອນລະຫວ່າງ​​ເດືອນ (ມິ​ຖຸ​ນາ– ສິງ​ຫາ) ອຸນຫະພູມ​ສະ​ເລ່ຍ​ຢູ່​ລະຫວ່າງ 18 – 20 ອົງ​ສາແຕ່​ອາດຈະ​ສູງ​ຂຶ້ນ​ເຖິງ 30 ອົງ​ສາ ຫລື​ສູງ​ກວ່າ. ລະດູ​ໃບ​ໄມ້​ລົ່ມ (ກັນຍາ– ພະ​ຈິກ) ອາ​ກາດ​ຈະ​ເຢັນ​ລົງ​ແລະ​ມີ​ຝົນ ໃບ​ໄມ້​ຈະ​ປ່ຽນ​ເປັນ​ສີ​ເຫລືອງ​ນຳ ສີ​ແດງ​ນຳ​ເບິ່ງ​ສວຍ-ງາມ. ລະດູ​ໜາວ ລະຫວ່າງ​ເດືອນ (ທັນວາ– ກຸມພາ) ອຸນຫະພູມ​ຈະ​ຢູ່​ລະຫວ່າງ 5 ອົງ​ສາ ເຖິງ ລົບ 5 ອົງ​ສາ​ໂດຍ​ຈະ​ມີ​ຫິ​ມະ​ຕົກ​ນຳ. ລະດູ​ໃບໄມ້ປົ່ງ ລະຫວ່າງ (ມີ​ນາ– ພຶດສະພາ) ອາ​ກາດ​ຈະ​ອຸ່ນ​ຂຶ້ນ ດອກ​ໄມ້​ເລີ່ມ​ບານ​ແລະ​ຕົ້ນ​ໄມ້​ຈະ​ແຕກ​ໃບ​ອ່ອນ ນຳ​ຄວາມ​ຂຍວງາມ​ກັບ​ມາ​ອີກ​ເທື່ອ.    ປະຊາກອນ    ປະ​ເທດເຢຍລະ​ມັນ​ມີ​ປະຊາກອນ​ປະ​ມານ 82 ລ້ານ​ຄົນ ຊຶ່ງ​ຫລາຍ​ເປັນ​ອັນ​ດັບ​ສອງ​ຮອງ​ຈາກ​ລັດ​ເຊຍ ໃນ​ຈຳນວນ​ນີ້ 7.3 ລ້ານ​ຄົນ ເປັນ​ຊາວ​ຕ່າງ​ຊາດ ຊາວ​ເຢຍລະ​ມັນ​ສືບ​ເຊື້ອ ສາຍ​ມາ​ຈາກ​ເຜົ່າ​ພັນ​ເຢຍລະ​ມັນດັ້ງ​ເດີມ​ປະຈຸບັນ​ເຮົາ​ຈະ​ບໍ່​ເຫັນ​ຄວາມ​ແຕກ​ຕ່າງ​ນີ້​ແລ້ວ ແຕ່​ຍັງມີ​ຄົນ​ເຢຍລະ​ມັນ​ບາງ​ກຸ່ມ​ທີ່​ຍັງ​ຮັກ​ສາກ​ຂະນົບ​ທຳນຽມ​ແລະ​ເວົ້າ​ພາສາ​ເຜົ່າ​ດັ້ງ​ເດີມຂອງ​ຕົນໂດຍ​ໃຊ້​ເປັນ​ພາສາ​ຖິ່ນ​ຕ່າງໆ.     ​ເມືອງ​ທີ່​ໜ້າ​ຮູ້​ຈັກ    ກຸງ​ເບີລ໌​ລິນ (Berlin) ເມືອງ​ຫລວງ​ຂອງ​ປະເທດ​ເປັນ​ເມືອງ​ໃຫຍ່​ສຸດມີ​ປະຊາກອນ 3.5 ລ້ານ​ຄົນ ເປັນ​ສູນ​ກາງ​ທາງ​ການ​ເມືອງ​ແລະ​ວັດທະນະທຳ ​ໂຮງ​ລະຄອນ ໂຮງ​ສະແດງຄອນ​ເສິດ​ວົງ​ດົນຕີ​ຂະໜາດ​ໃຫຍ່​ທີ່​​ເອີນວ່າ ວົງ​ອໍ​ເຄດ​ຕ້າ ພິ​ພິດ​ພັນທ໌ ແລະ​ເວ​ທີ​ສະແດງ​ສິນ​ປະ​ແລະ​ດົນຕີ​ທີ່​ມີ​ຊື່​ສຽງ ມີ​ສະຖານ​ສຶກ​ສາ​ລະ​ດັບ​ມະຫາ​ວິທະຍາ​ ວິທະຍາ​ໄລ​ສິນລະປະ​ແລະ​ດົນຕີ​ອີກ ນັບ​ເປັນ​ເມືອງ​ທີ່​ມີດ​ຖາ​ບັນ​ອຸດົມ​ສຶກ​ສາ​ຫລາຍ​ທີ່ສຸດ​ໃນ​​ເຢຍລະ​ມັນ.   

ຮຳ​ບວກ (Hamburg) ເປັນ​ເມືອງ​ທ່າ​ເຮືອ​ສຳຄັນ ມີ​ປະຊາກອນ 1.7 ລ້ານ​ຄົນ 15 ເປີລ໌​ເຊັນຕ໌​ຂອງ​ປະຊາກອນ​ເປັນ​ຊາວ​ຕ່າງ​ຊາດ ເມືອງ​ນີ້​ຈຶ່ງ​ມີ​ບັນ​ຢາ​ກາດ​ຂອງ​ຄວາມ​ເປັນ​ສາກົນ ນອກ​ຈາກ​ນີ້​ຍັງ​ເປັນ​ເມືອງ​ສູນ​ກາງ​ການ​ສື່​ສານ​ມວນ​ຊົນ ມີ​ມະຫາ​ວິທະຍາ​ໄລແລະ​ສະ​ຖາ​ບັນ​ການສຶກສາ​ລະ​ດັບ​ສູງ​ອີກ​ຫລາຍສະຖາ​ບັນ.    ມິວ​ນິກ (München) ເມືອງ ມິວ​ນິກ​ເປັນ​ເມືອງ​ຫລວງ​ຂອງ​ລັດ​ບາ​ວາ​ເລຍ ມີ​ປະຊາກອນ​ປະ​ມານ 1.3 ລ້ານ​ຄົນ ເປັນ​ເມືອງ​ທີ່​ມີ​ຫໍ​ສິລະປະ​ສວນ​ສາທາລະນະ ແລະ​ພິ​ພິດ​ພັນ​ແລະ​ສະ​ຖາ​ບັນ​ວິ​ໄຈ​ອີກ​ຫລາຍ​ແຫ່ງ ມີ​ມະຫາ​ວິທະຍາ​ໄລແລະ​ສະ​ຖາ​ບັນ​ການສຶກສາ​ລະ​ດັບ​ສູງ​ຫຼາຍ​ແຫ່ງ.    ແຟງ​ເຟີທ (Frankfurt) ປະ​ຕູ ສູ່​​ເອີ​ຣົບ ເປັນ​ສູນ​ກາງ​ທ່າ​ອາ​ກາດ​ຍານ​ທີ່​ໃຫຍ່​ທີ່ສຸດ​ໃນ​​ເຢຍລະ​ມັນມີ​ປະຊາກອນ 650,000 ຄົນ ເປັນ​ແຫລ່ງ​ການ​ເງີນ​ນານາ​ຊາດ​ແລະ​ຕະ​ຫລາດ​ຫລັກ​ຊັບ ທະ​ນາ​ຄານ​ກາງ​ຂອງ​ຍຸ​ໂລບ ສຳ​ນັກ​ງານ​ໃຫຍ່​ຂອງ​ທະ​ນາ​ຄານ​ຫລາຍ​ແຫ່ງ​ຢູ່​ທີ່​ເມືອງ​ນີ້ ລວມ​ທັງ​ເປັນ​ທີ່​ຕັ້ງ​ຂອງ​ຫໍ​ມຸດ​ແຫ່ງ​ຊາດ​ແລະ​ງານ​ສະແດງ​ຫນັງສື​ນານາ​ຊາດ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ.    ໂຄ​ໂລນຈ໌ ເມືອງ​ນີ້​ປະກອບ​ດ້ວຍ​ໂບດທີ່​ສວຍງາມ​ຢ່າງຫລວງຫລາຍ ມີ​ປະຊາກອນ​ປະ​ມານ 1,000,000 ຄົນ ເປັນ​ເມືອງ​ເກົ່າ​ກວ່າ 2,000 ປີ ແລະ​ຍັງ​ເປັນ​ສູນ​ກາງ​ສິລະປະດົນຕີ ຮ່ວມ​ສະໄໝ.    ໄລປ໌​ຊິກ (Leipzig) ມີ​ປະຊາກອນ​ປະ​ມານ 470,000 ຄົນ ເຄີຍ​ເປັນ​ເມືອງ​ສຳຄັນ​ສຳລັບ​ຈັດ​ງານ​ສະແດງ​ສິນ​ຄ້າ​ມາ​ຫລາຍຮ້ອຍປີ​ແລ້ວ ມະຫາ​ວິທະຍາ​ໄລ​ຂອງ​ເມືອງ​ນີ້ກໍ່​ຕັ້ງ​ຫລາຍກ່ວາ 600 ປີ ແລະ​ເປັນ​ມະຫາ​ວິທະຍາ​ໄລ​ເກົ່າ​ແກ່​ທີ່ສຸດ​ແຫ່ງ​ໜຶ່ງ.