Unesco ຮັບ​ຮູ້​ມໍ​ລະ​ດົກ​ໂລກ​ໃໝ່​ອີກ 26 ​ແຫ່ງ

(GMT+08:00) 2013-01-06 10:23:02     cri

ຄະ​ນະ​ກໍາມະການ​ມໍລະດົກ​ໂລກ​ຂອງ​ອົງການ​ສຶກສາ​ວິ​ທະ​ຍາ​ສາດ ​ແລະວັດ​ຖະນະ​ທໍ​າຂອງ​ອົງການ​ ສປຊ  ( Unesco ) ​ໄດ້​ສີ້​ນສຸດສະ​ໄໝ​ປະຊຸມ​ທີ 12 ​ເມື່ອ​ວັນ​ທີ 2 ກໍລະກົດ​ນີ້ ​ໂດຍ​ທີ່​ໄດ້​ຮັບ​ຮູ້ມລະ​ດົກ​ໃໝ່​ຕື່ມ​ອີກ 26 ​ແຫ່ງ.


ມໍລະດົກ​ໃໝ່​ທີ່​ໄດ້​ຮັບ​ຮູ້​ໃນ​ປີ 2012 ປະ​ກອບ​ມີ​ມໍລະດົກ​ທາງ​ດ້ານ​ວັດທະນະ​ທໍາ 20 ​ແຫ່ງ ມໍລະດົກ​ທາງ​ທໍາ​ມະ​ຊາດ 5 ​ແຫ່ງ ​ແລະ ມໍລະດົກ​ທາງ​ວັດທະນະ​ທໍາ-ທໍາ​ມະ​ຊາດ 1 ​ແຫ່ງ. ບັນດາ​ປະ​ເທດ​ ແລະ​ເຂດ​ແຄ້ວນທີ່​ເປັນ​ເທື່ອ​ທໍາ​ອິດ​ທີ່ມີ​ມໍລະດົກ​ໂລກ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ  Unesco ກໍ​ມີ ຈາດ ກົງ​ໂກ ປາ​ເລົາ ​ແລະ​ປາ​ແລັດ​ສະຕິ​ນ.
    ມໍລະດົກ​ວັດທະນະ​ທໍາ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ Unesco ​ໃນ​ປີ 2012 ປະກອບ​ດວ້ຍ​ມໍລະດົກ​ຈາກ​ປະ​ເທດ ​ແບນ​ຊິກ, ບາ​ເຣນ, ບຣາຊິນ,​ ກາ​ນາ​ດາ, ຈີນ, ຝຣັ່ງ, ​ເຢຍລະ​ມັນ, ອິນ​ໂດ​ເນ​ເຊຍ, ຕວກກີ, ອິດສະຫຼະ​ແອນ, ມາ​ເລ​ເຊຍ, ຊູ​ແອດ, ​ເຊ​ເນ​ການ, ມາຣົກ, ປອກຕຸຍ​ການ, ​ແອັດ​ສະ​ປາຍ, ສະ​ໂລ​ວາ​ເນຍ, ກົດ​ດິວົວ, ປະ​ແລັດ​ສະຕິ​ນ, ​ແລະ​ອີ​ລານ.
    ມໍລະດົກທາງ​ທໍາ​ມະ​ຊາດ 5 ​ແຫ່ງ​ທີ່​ໄດ້ຮັບ​ການ​ຮັບຮູ້ ​ແມ່ນ​ເປັນ​ມໍລະດົກ​ຂອງ​ລັດ​ເຊຍ, ຈາດ, ອິນ​ເດຍ, ຈີນ ​ແລະ​ມໍລະດົກ​ທາງ​ທໍາ​ມະ​ຊາດ​ຮ່ວມ​ກັນ​ຂອງ​ກາ​ເມີຣູນ, ສ. ອາ​ຟຣິກກາ​ກາກາງ ​ແລະ​ກົງ​ໂກ.

ພາຍຫຼັງ​ທີ່​ໄດ້​ຮັບ​ຮູ້​ມໍ​ລະ​ດົກ​ໃນ​ທີ່​ກໍາ​ເນີ​ດຂອງ​ພະ​ເຍຊູ ຊຶ່ງປະກອບ​ດ້ວຍ​ໂບດ​ຄຣິດສມາດ ​ແລະ​ເສັ້ນທາງ​ສະ​ແຫວ​ງບຸນ​ຢູ່​​ໃນ​ເບ​ດເລ​ແຮມ​ໄປ​ແລ້ວ. Unesco ກໍ່​ໄດ້ປະ​ກາດ​ເຕືອນ​​ໄພ ​ແລະ​ນໍາ​ເອົາມໍລະດົກ​ແຫ່ງ​ນີ້​ເຂົ້າ​ໃນ​ບັນຊີ​ມໍລະດົກ​ໂລກທີ່ຢູ່​ໃນ​ສະພາບ​ອັນຕະລາຍ​ຮ່ວມ​ກັບ​ມໍລະດົກ​ໂລກ​ອີກ​ຈໍານວນ​ໜື່ງ ທີ່ຢູ່​ປະ​ເທດມາລີ, ອັງກິດ ​ແລະ​ປາ​ນາມາ.


ສ່ວນ​ມໍ​ລະ​ດົກ​ໂລກ​ຖານ​ປືນ​ໃຫຍ່ ​ແລະ​ສວນ​ບໍລິ​ເວນ​ອຸດທະຍານຢູ່​ນະຄອນ​ລາ​ຮໍ​ຂອງ​ປາ​ກິດ​ສະຖານ ​ແລະ​ມໍ​ລະ​ດົກ​ນາ​ຂັ້ນ​ໃດ​ໃນ​ປະ​ເທດ​ຟິລິປິ​ນ ​ແມ່ນ​ຖືກ​ຖອນ​ອອກ​ຈາກ​ບັນຊີ​ມໍລະດົກ​ທີ່​ອັນຕະລາຍ.