ນັກຮ້ອງ-ນັກສະແດງNicholas Scott Nick Cannon

(GMT+08:00) 2013-01-08 10:20:36     cri


ນ: ເຂົ້າມາໄລຍະນີ້ ພວກເຮົາກໍ່ມີປະຫວັດຂອງສິລະປິນຕ່າງປະເທດທີ່ໜ້າສົນໃຈມາແນະນຳສູ່ມິດລາຍການເຊັ່ນເຄີຍ! ໂດຍພິເສດມື້ນີ້ ຂໍນຳເອົາປະຫວັດຂອງນັກຮ້ອງ-ນັກສະແດງຄຸນນະພາບທີ່ຄົນອາເມຣິກາໃຫ້ການຍົກຍ້ອງວ່າເປັນເຈົ້າພໍ່ໂຕຕະຫລົກລະດັບແຖວໜ້າຂອງໂລກ! ກັບໜຸ່ມຜິວສີຄົນນີ້: Nick Cannon ໜຸ່ມທີ່ປະສົບຜົນສຳເລັດສູງທັງໃນຊີວິດການແຕ່ງງານແລະການເປັນເຈົ້າຂອງຫລາກຫລາຍທຸລະກິດ ທັງນອກແລະໃນວົງການບັນເທີງ!

ລ: Nick Cannon ຫລືມີຊື່ເຕັມວ່າ: Nicholas Scott Nick Cannon! ນັກຮ້ອງ-ນັກສະແດງໄວອາຍຸ32ປີຂອງລັດແຄລິຟໍເນຍ ສະຫາລັດອາເມຣິກາ! ກ້າວເຂົ້າສູ່ວົງການບັນເທີງທຳອິດໃນນາມນັກສະແດງ ທີ່ຮັບບົດບາດເປັນໂຕຕະຫລົກຊື່: Chess ໃນເລື່ອງ: Whatever It Takes ທີ່ມີການສາຍທົ່ວອາເມຣິກາໃນປີ2000! ຈົນເຮັດໃຫ້ໜຸ່ມຄົນນີ້ ເປັນທີ່ຮູ້ຈັກກັນດີໃນນາມນັກສະແດງໂຕຕະຫລົກຄຸນນະພາບ ທີ່ຕອນນັ້ນອາຍຸພຽງແຕ່19ປີເທົ່ານັ້ນ!

ນ: ແລະພາຍຫລັງ3ປີ ທີ່ປະສົບຜົນສຳເລັດສູງກັບການສະແດງ, ໜຸ່ມ Nick Cannon ກໍ່ເລີ່ມໃຫ້ຄວາມສົນໃຈໃນການຜະລິດຜົນງານເພງ ໂດຍໄດ້ປ່ອຍອະລາບ້ຳຊຸດອອກມາໃນປີ2003 ກັບອະລາບ້ຳ: Nick Cannon ທີ່ລວມມີເພງດັງຄື: Gigolo ຂື້ນອັນດັບທີ9ຂອງອາເມຣິກາ! ນອກນັ້ນກໍ່ມີເພງດັງອື່ນໆ ບໍ່ວ່າຈະເປັນ: Your Pops Don't Like Me ແລະ Feeling Freaky ທີ່ມີກຸ່ມສິລະປິນ B2K ມາຮ້ອງຮ່ວມ ຫລື Featuring!

ນ: Nick Cannon ນັກຮ້ອງ-ນັກສະແດງໄວອາຍຸ32ປີຂອງລັດແຄລິຟໍເນຍສະຫາລັດອາເມຣິກາ! ໂດຍເປັນອີກໜຶ່ງສິລະປິນຄວາມສາມາດ ທີ່ຫາຄົນມາປຽບທຽບໄດ້ຍາກກັບການສະແດງຕະຫລົກລະດັບແຖວໜ້າຂອງໂລກ ຫລືເປັນທີ່ຮູ້ຈັກກັນດີໃນວົການສະແດງລະດັບ Hollywood! ເປັນຕົ້ນກໍ່ມີເລື່ອງດັງທີ່ມີການອອກສາຍໃນທົ່ວໂລກ: The Adventures of Brer Rabbit, Monster House ແລະ Men in Black!

ລ: ແລະລ່າສຸດກັບຜົນງານການສະແດງຂອງໜຸ່ມຄົນນີ້ ມີຫລາຍກ່ວາ: 20ເລື່ອງດ້ວຍກັນ! ທີ່ຍາດມາໄດ້ຫລາຍລາງວັນທັງພາຍໃນ ແລະຕ່າງປະເທດ ເປັນກໍ່ມີການຊິງລາງວັນ Black Reel Awardsໃນປີ2003 ສາຂານັກສະແດງໜ້າໃໝ່ດີເດັ່ນ, ລາງວັນ MTV Movie Awards ສາຂານັກສະແດງຊາຍດີເດັ່ນ ແລະລ່າສຸດປີ2012ນີ້ ກັບລາງວັນນັກສະແດງດີເດັ່ນແຫ່ງປີ ໃນງານ: NAACP Image Awards, ແລະອີກຫລາຍລາງວັນດ້ວຍກັນ!

ນ: ແລະນອກຈາກຜົນງານການສະແດງແລ້ວ, ໜຸ່ມ Nick Cannon ຍັງມີຜົນງານເພງອອກມາລວມທັງໝົດ2ອະລາບ້ຳ ໃນນັ້ນກໍ່ມີ: Nick Cannon(2003) ແລະ Stages(2005)! ແລະລ່າສຸດ ໜຸ່ມຄົນນີ້ກໍ່ມີຂ່າວການເຄື່ອນໃຫວໃນການເປີດໂຕອະລາບ້ຳຊຸດທີ3ໃນປີ2012ນີ້ ທີ່ຍັງບໍ່ມີການເປີດເຜີຍສຳລັບຊື່ອະລາບ້ຳດັ່ງກ່າວ!!! ແລະຂໍປິດທ້າຍກັບປະຫວັດຂອງໜຸ່ມຄົນນີ້: Nick Cannon ທີ່ປັດຈຸບັນໄດ້ເຂົ້າວິວາ ແຕ່ງານກັບສິລະປິນຄຸນນະພາບຂອງອາເມຣິກາ ນັ້ນກໍ່ຄື: Mariah Carey ເຈົ້າຂອງຜົນງານເພງດັງ: We Belong Together ແລະ Touch My Body!