Lollipop

(GMT+08:00) 2013-01-08 10:42:43     cri


Lollipop ກຸ່ມສິລະ​ປິ​ນ​ຊາຍ ທີ່ປະກອບ​ດ້ວຍ 6 ໜຸ່ມ Ao quan , Fabian , William , A wei, Wang zi , Lil jay ​ເຊິ່ງຜ່ານ​ການ​ຄັດ​ເ​ລື​ອກຈາກ​ລາຍການ  BBT ​ແລະ ​ໄດ້​​ເຊັນ​ສັນ​ຍາ​ກັບ​ຄ້າຍ​ເພງ​ EMI Music ​ໄຕ້​ຫວັນ​ຂອງ​ຈີນ ​ເມື່ອວັນ​ທີ 2 ທັນວາ ປີ 2006 ​

ສ່ວນ​ຜົນງານ​ເພງ​ຊຸດ​ທຳ​ອິດ​ອອກ​​ເມື່ອ​ວັນ​ທີ 26 ມັງກອນ ປີ 2007 ພ້ອມ​ທັງ​ມີ​ການ​ເປີດ​​ໂຕ ​ແລະ ສະ​ແດງ​ລະຄອນ​​ໂທລະພາບ​ຮ່ວມ​ກັບ​ສິລະ​ປິນກຸ່ມ​ສາວ Blackie ​ໃນ​ເລື່ອງ  Brown Sugar Macchiato ເຊິ່ງລະຄອນ​ເລື່ອງດັ່ງກ່າວ​ໄດ້​ອອກ​ອາກາດ​ໃນ​ວັນ​ທີ  15  ກໍລະ​ກົດ ປີ 2007 ພ້ອມທັງ​ມີ​ຜົນງານ​ເພງ​ທີ່ຮ່ວມ​ຮ້ອງ​ກັບ​ສິລະ​ປິນກຸ່ມ Blackie ​ແລະ​​​ໃຊ້​ເຂົ້າ​ເປັນ​ເພງ​ປະກອບ​ລະຄອນ ອີກ​ດ້ວຍ​.

ພາຍຫຼັງລະຄອນສິ້ນສຸດການ​ອອກ​ອາກາດ​ໃນ​ວັນ​ທີ ກໍ່​ໄດ້​ມີ​ຜົນງານ​ເພງ​ອອກ​ມາຕື່ມ​ໃນວັນ​ທີ 28 ທັນວາ ປີ 2007  ​​ເມື່ອ​ວັນ​ທີ  26 ມັງກອນ ປີ 2008 ກໍໄດ້​ຈັດ ຄອນ​ເສີດ​ເປີດ​​ໂ​ຕ ທີ່ Taipei Alena ພ້ອມ​ທັງ​ມີ DVD ບັນ​ທຶກພາບ​ການສະ​ແດງ ຄອນ​ເສີດ ອອກ​ວາງຈຳໜ່າຍ​ໃນ​ວັນ​ທີ  6 ມິຖຸນາ ປີ 2008

ສ່ວນໃນ​ປີ 2009 ກໍ່​ໄດ້ມີ​ຜົນງານ​ເພງ​ທີີ່​ຮ້ອງ​ຮ່ວມ​ກັບ​ສິລະ​ປິ​ນກຸ່ມ​ອື່ນໆ ​​​​ເຊິ່ງ​ມີ​ຜົນງານ​ເພງ​ລວມ​ຢູ່​ໃນ Mina Album ຂອງ ສິລະ​ປິນກຸ່ມ Choc 7 ຫຼັງຈາກ​ນັ້ນ ກໍ່​ໄດ້​ມີ​ຜົນງານ​ເພງ ອອກ​ມາ​ຢ່າງ​ຕໍ່​ເນື່ອງ​​ໃນ​ຊຸດ  I am  Legend ພ້ອມ​ທັງ​ມີ​ກາ​ນຕະ​ເວນ​ຄອນ​ເສີດ​ໃນ​ທົ່ວ​​ອາຊີ ​ໃນວັນ​ທີ 19 ມິ​ຖຸນາ ປີ 2009
 
 
 
ໃນ​ປີ 2010 ທີ່​ຜ່ານ​ມາກໍ​ໄດ້​ມີ ຄອນ​ເສີດ World tour ​ໃນຮູບ​ແບບ 3ມິ​ຕິ​ ປັດຈຸບັນກຸ່ມ​ສິລະ​ປິນ Lollipop ​ໄດ້​ມີ​ການ​ປັບ​ປ່ຽນທາງ​ດ້ານ​ສະມາ​ຊິກ ຈາກ 6 ຄົນ ​ເຫລື​ອພຽງ 4 ຄົນ ​​ໂດຍ ​ໃສ່ຊື​ໃນ​ນາມ  Lollipop F  ​ໄດ້ຖະ​ແຫລງຂ່າ​ວການ​ເປີດ​​ໂຕ​ຢ່າງ ເປັນ​ທາງ​ການ ​ໃນ​ວັນ​ທີ 21 ຕຸລາ​ 2010 ປະກອບ Ao quan , Fabian , William , A wei ​​ເຊິ່ງເປີດ​ໂຕ​ກັບ​ອະ​ລະ​ບ້ຳ Four Dimension ​ໃນ ວັນ​ທີ 6 ເດືອນພະ​ຈິກ 2010