ນັກຮ້ອງສາວ Norah Jones

(GMT+08:00) 2013-01-08 10:47:59     cri


ນ:  ເຂົ້າມາໄລຍຍະນີ້ ກໍ່ຈະພາມິດລາຍການມາອັບເດດຂ່າວຄາວການເຄື່ອນໃຫວຂອງນັກຮ້ອງສາວ: Norah Jones ສາວທີ່ພຽບພ້ອມໄປດ້ວຍຄວາມສາມາດໃນການຜະລິດຜົນງານເພງ ກັບ5ອະລາບ້ຳທີ່ມີຍອດຂາຍຫລາຍເຖິງ40ລ້ານແຜ່ນໃນທົ່ວໂລກ ນອກນັ້ນຍັງລວມເຖິງການເປັນເຈົ້າຂອງສະຖິຕິ ນັກຮ້ອງສາວທີ່ຍາດມາໄດ້ຫລາຍເຖິງ 9ລາງວັນ ໃນງານຊິງລາງວັນໃຫຍ່ຂອງອາເມຣິກາ Grammy Awards ທີ່ຈັດຂື້ນລ່າສຸດຄົບຮອບ54ປີໃນເມືອງລອສແອນເຈີລີສ! 
 
ລ:  ສຳລັບສາວໄວອາຍຸ33ປີຄົນນີ້: Norah Jones ຫລືມີຊື່ເຕັມວ່າ: Geethali Norah Jones Shankar, ເປັນໜຶ່ງໃນນັກຮ້ອງສາວທີ່ເກີດໃນນະຄອນຫລວງນິວຍອກ ສະຫາລັດອາເມຣິກາ! ກັບການຜະລິດຜົນງານ ເພງຫລາກຫລາຍແນວ ຫລາກຫລາຍ Stylesດ້ວຍກັນ ບໍ່ວ່າຈະເປັນ: Jazz, blues, pop, folk, country, soul ແລະRock! ທີ່ໄປແຈ້ງເກີດທຳອິດກັບຄ້າຍເພງ: Blue Note Records ໃນປີ2001!    ນ:  ສຳລັບ Blue Note Records ກໍ່ເປັນໜຶ່ງໃນຄ້າຍເພງໃຫຍ່ໃນອາເມຣິກາ ນັ້ນກໍ່ຄື: EMI Records, ແລະກໍ່ເປັນຄ້າຍເພງດຽວທີ່ສາວ Norah ເລືອກທີ່ຈະເຊັນສັນຍາຢູ່ຈົນຮອດປັດຈຸບັນ! ກັບຜົນງານເພງທີ່ປ່ອຍອອກມາຊຸດທຳອິດ: Come Away with Meໃນປີ2002, ທີ່ລວມມີ14ເພງດວ້ຍກັນ ແລະໃນນັ້ນກໍ່ມີ5ເພງທີ່ໄດ້ຮັບຄວານິຍົມສູງ ບໍ່ວ່າຈະເປັນ: Don't Know Why, Cold Cold Heart, Feelin' the Same Way, Come Away with Me ແລະ Turn Me On!  

ນ:  ນັກຮ້ອງສາວ Norah Jones ຈາກນະຄອນຫລວງນິວຍອກ ສະຫາລັດອາເມຣິກາ, ເລີ່ມເປັນທີ່ຮູ້ຈັກ ພາຍຫລັງທີ່ມີການເປີດໂຕຜົນງານເພງຊຸດທຳອິດ: Come Away with Me(2002) ທີ່ໄປຍາດໄດ້ລາງວັນ ອະລາບໍ້າດີເດັ່ນຈາກສະມາຄົມອຸດສາຫະກຳການຜະລິດເພງຂອງອາເມຣິກາໃນປີດຽວກັນ! ແລະຈາກນັ້ນບໍ່ດົນ ກໍ່ໄປຄ້ວາເອົາເພີ່ມຕື່ມອີກ 5ລາງວັນໃນງານປະກວດເພງ Grammy Awards ປີ2002! ກັບຍອດ ຂາຍອະລາບ້ຳດັ່ງກ່າວທີ່ສູງເຖິງ20ລ້ານແຜ່ນໃນທົ່ວໂລກ!  

 ລ:  ໂດຍລ່າສຸດສາວຄົນນີ້ ໄດ້ມີການຜະລິດຜົນງານເພງອອກມາທັງໝົດ5ອະລາບ້ຳດ້ວຍກັນ, ໂດຍທຸກອະລາບ້ຳກໍ່ລ້ວນແຕ່ໄດ້ຮັບຄວາມນິຍົມສູງຈາກແຟນເພງທົ່ວອາເມຣິກາ! ກັບຜົນງານເພງຊຸດທຳອິດ: Come Away with Me(2002), Feels Like Home(2004), Not Too Late(2007), The Fall(2009) ແລະLittle Broken Hearts ທີ່ເປັນອະລາບ້ຳລ່າສຸດ ປ່ອຍອອກມາໃນວັນທີ27ເມສາ2012ທີ່ຜ່ານມາ, ກັບເພງດັງ: Happy Phills ທີ່ມີຍອດຜູ້ເຂົ້າຊົມໃນYouTube ຫລາຍກວ່າ1ລ້ານ5ແສນຄົນ!  

 ນ:  ນອກນັ້ນລ່າສຸດສາວ Norah Jones ຍັງຖືກຈັດໃຫ້ເປັນສິລະປິນເພງແຈສ ທີ່ມີຍອດຂາຍດີຕະຫລອດການຂອງອາເມຣິກາ ໃນໄລຍະປີ2000-2009! ກັບ5ອະລາບ້ຳທີ່ກວາດມາໄດ້9ລາງວັນສະເພາະໃນງານGrammy Awards, ນອກນັ້ນກໍ່ມີລາງວັນໃນງານຕ່າງໆ ບໍ່ວ່າຈະເປັນ: Music Awards, MTV Awards, The Best Jazz Awards ແລະ Academy Music Awards! ພ້ອມກັບຍອດຂາຍຫລາຍກ່ວາ 40 ແຜ່ນໃນທົ່ວໂລກ!