Lil Wayne

(GMT+08:00) 2013-01-08 10:52:46     cri

ນ:  ສຳລັບໄລຍະເພງສາກົນມື້ນີ້ ກໍ່ມີໜຶ່ງເພງດັງຂອງໜຸ່ມ: Lil Wayne ທີ່ມີການປ່ອຍອອກມາພ້ອມກັບອະລາບ້ຳລ່າສຸດ: Tha Carter IV ມາແນະນໍາສູ່ມິດລາຍການ! ກັບເພງດັງເພງນີ້: How To Love ທີ່ມີຍອດຜູ້ເຂົ້າຊົມໃນYouTube ຫລາຍກ່ວາ 70ລ້ານຄົນໃນທົ່ວໂລກ! ພ້ອມກັບກະແສການວິພາກວິຈານພໍສົມຄວນ ຕໍ່ກັບພາບປະກອບເພງ ຫລື Music Videoທີ່ປ່ອຍອອກມາ, ໂດຍບາງຄົນກະວ່າ: ອາດຈະເປັນພາບທີ່ໜັກເກີນໄປສຳລັບອີກກຸ່ມຄົນທີ່ມີບັນຫາຄ້າຍໆຄືກັບMV ທີ່ຖ່າຍທອດອອກມາແບບກົງໄປກົງມາ!   
ລ:  ແລະກ່ອນທີ່ຈະໄປຮູ້ຈັກເພງນີ້ຫລາຍຂື້ນ ພວກເຮົາມາທຳຄວາມຄຸ້ນເຄີຍກັບໜຸ່ມຄົນນີ້ກັນກ່ອນ!!! ສຳລັບ Lil Wayne ກໍ່ເປັນອີກໜຶ່ງສິລະປິນແນວເພງຮິບຮ໋ອບຄຸນນະພາບຂອງອາເມຣິກາ, ໂດຍມີຊື່ເຕັມວ່າ: Dwayne Michael Carter, Jr ເກີດໃນວັນທີ27ກັນຍາ1982, ປັດຈຸບັນລວມອາຍຸໄດ້30ປີ! ເປັນສິລະປິນທີ່ມີປະຫວັດການແຕ່ງເພງແຣັບດ້ວຍຕົນເອງ ຕັ້ງແຕ່ອາຍຸໄດ້8ປີ, ຈາກນັ້ນໃນປີ1999ກໍ່ໄດ້ມາເຊັນສັນຍາກັບຄ້າຍເພງ: Cash Money Records!   
ນ:  ສຳລັບໜຸ່ມ Lil Wayne ເປັນທີ່ຮູ້ຈັກກັນດີກັບເພງດັງ: Tha Block Is Hot ທີ່ປ່ອຍອອກມາພ້ອມກັບອະລາບ້ຳຊຸດທຳອິດ ທີ່ມີຊື່ຄືກັນ: Tha Block Is Hot ໃນປີ1999! ສຳລັບມື້ເປີດໂຕເພງນີ້ ກໍ່ໄດ້ໂດດຂື້ນອັນດັບທີ24ໃນອາເມຣິກາ, ແລະຫລັງຈາກນັ້ນບໍ່ດົນ ພາຍໃນໜຶ່ງອາທິດ, ກໍ່ພາໃຫ້ອະລາບໍ້າ: Tha Block Is Hot ມີຍອດຂາຍຫລາຍກ່ວາ 229,000ແຜ່ນ, ພ້ອມກັບການກາຍເປັນອະລາບ້ຳດັງອັນດັບທີ3ຢູ່ອາເມຣິກາ ໃນປີດຽວກັນ! 
ນ:  Lil Wayne ໜຸ່ມແນວເພງຮິບຮ໋ອບເຊື້ອສາຍອາເມຣິກາ! ປັດຈຸບັນກວາດມາຫລາຍລາງວັນ ກັບຜົນງານເພງທີ່ປ່ອຍອອກມາ 9ອະລາບ້ຳດ້ວຍກັນ, ເປັນຕົ້ນກໍ່ມີອະລາບ້ຳດັງ: Tha Block Is Hot ທີ່ປັດຈຸບັນມີຍອດຂາຍຫລາຍກ່ວາ1ລ້ານແຜ່ນໃນອາເມຣິກາ, ແລະອະລາບ້ຳທີ່ປະສົບຜົນສຳເລັດສູງສຸດ ກໍ່ຄື: Tha Carter III ອະລາບ້ຳທີ6ປ່ອຍອອກມາໃນປີ2008, ທີ່ອາທິດດຽວຂາຍໄດ້ຫລາຍເຖິງ1ລ້ານແຜ່ນ! ກັບເພງດັງຂື້ນອັນດັບໜຶ່ງໃນອາເມຣິກາ: Lollipop ແລະຕາມມາດ້ວຍ: A Milli ແລະ Got Money!   
ລ:  ແລະສຳລັບເພງທີ່ຈະເອົາມາແນະນຳໃນມື້ນີ້ ກໍ່ເປັນອີກໜຶ່ງເພງໃໝ່ໃນອະລາບ້ຳລ່າສຸດ: Tha Carter IV; ກັບຜົນງານເພງ: How To Love ທີ່ມີກພະແສວິພາກວິຈານພໍສົມຄວນກັບຜົນງານເພງດັ່ງກ່າວ! ໂດຍ How To Love ກໍ່ເປັນເພງທີ່ນຳເອົາບັນຫາຂອງສັງຄົມທີ່ສາມາດພົບເຫັນໄດ້ທົ່ວໄປ ມາຖ່າຍທອດເປັນເພງແບບກົງໄປກົງມາ, ເພື່ອໃຫ້ທຸກຄົນຄິດ ກ່ອນທີ່ຈະທຳສິ່ງໃດສິ່ງໜຶ່ງທີ່ອາດຈະເປັນບັນຫາໃນອານາຄົດ ຈົນເກີນຄວາມສາມາດທີ່ຈະແກ້ໄດ້ຄືນ!   
ນ:  ເປັນຕົ້ນກໍ່ມີປະໂຫຍກນີ້ທີ່ໜຸ່ມ: Lil Wayne ໄດ້ຮ້ອງໄວ້: ເຈົ້າເຄີຍມີຄວາມຝັນໃນໂລກຈິນຕະນາການຂອງເຈົ້າ, ແຕ່ໃນໂລກໜ່ວຍຂອງຄວາມເປັນຈິງ ມັນບໍ່ເປັນໄປຕາມທີ່ເຈົ້າຄິດສະເໝີໄປ ແລະເຖິງວ່າຈະດີ ຫລືໂຫດຮ້າຍຊຳໃດ, ມັນກໍ່ບໍ່ແມ່ນຄວາມຜິດຂອງເຈົ້າ ຫລືຄວາມຕັ້ງໃຈຂອງເຈົ້າທັງໝົດ!    You had a lot of dreams that transform to visions,    The fact that you saw the world affected all your decisions,    But it wasn't your fault,    Wasn't in your intentions!