ອຸຕຸ​ເຕືອນ 3 ວັນ​ຕໍ່ໜ້າ​ ຈະ​ມີ​ຝົນ​ຟ້າ​ຄະນອງ

(GMT+08:00) 2013-01-09 10:09:25     cri

ກົມ​ອຸຕຸ​ນິ​ຍົມ-ອຸ​ທົກ​ກະສາ​ດ ​ໄດ້​ແຈ້ງ​ເຕືອນ​ໃນ​​ໄລ​ຍະ​ວັນ​ທີ 4-6 ກໍລະກົດນີ້ ຈະ​ເກີດ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ​ແລະ​ແຮງ ພ້ອມ​ມີ​ຟ້າ​ຄະນອງ​ໃນ​ຫຼາຍ​ຂົງ​ເຂດ ສໍາລັບ​ພາກ​ກາງ, ພາກ​ເໜືອ, ພາກ​ໄຕ້​ແລະ​ນະຄອນຫຼວງວຽງ​ຈັນ ອັນ​ເນື່ອງ​ມາ​ຈາກ​ຄວາມກົດດັນ​ຂອງ​ອາກາດ​ພັດ​ຜ່ານກໍ່​ໃຫ້​ມີ​ອາກາດ​ປັ່ນ​ປ່ວນ ສະ​ນັ້ນ, ຈື່ງ​ເຕືອນ​ໃຫ້​ປະຊາຊົນ​ທີ່​ອາ​ໃສ​ຢູ່​ເຂດ​ທີ່​ມີ​ຄວາມ​ສ່ຽງ ຕ້ອງ​ເພີ່ມ​ຄວາມ​ລະມັດລະວັງ​ຕື່ມ ສ່ວນ​ຜູ້​ທີ່​ເດີນທາງ​ໄປມາ​ຫຼື​ຂັບ​ຂີ່​ລົດ ​ຄວນ​ຕິດຕາມ​ສະພາບ​ອາກາດ​ຢ່າງ​ໄກ້​ຊິດ ​ເພື່ອ​ຫຼີກ​ລ້ຽງ​ບັນຫາ​ອາດ​ຈະ​ເກີດ​ຂື້ນ​ໄດ້​ງ່າຍ.

ຂະນະ​ທີ່​ກະຊວງ​ສາທາລະນະ​ສຸກ​ກໍ່​ໄດ້​ເຕືອນ​​ໃຫ້​ປະຊາຊົນ ຕ້ອງ​ເພີ່ມ​ຄວາມ​ລະມັດລະວັງ​ໃນ​ການ​ໃຊ້​ຊີວິດ ​ໂດຍ​ສະ​ເພາະ​ການ​ຮັກສາ​ສຸຂະພາບ​ລະຫວ່າງ​ລະດູຝົນ ການ​ກິນ-ການ​ຢູ່ ​ແລະ​ການ​ຮັກສາ​ຄວາມ​ອົບ​ອຸ່ນ​ຂອງ​ຮ່າງກາຍ​ໃຫ້​ຖືກ​ຕາມ​ລະບົບ ​ເພື່ອ​ຫຼຸດຜ່ອນ​ບັນຫາ​ ​ເກີດ​ຂື້ນ​ໄດ້​ງ່າຍ​ເປັນ​ຕົ້ນ: ພະຍາດ​ໄຂ້ຫວັດ ​ແລະ​ພະຍາດ​ຖອກທ້ອງ.
    ສະພາບ​ຝົນຕົກ​ເກີດ​ຂື້ນ​ໃນ 3 ວັນ​ຕໍ່ໜ້າ​​ນີ້, ຈະ​ມີ​ຝົນ​ຢູ່​ແຂວງ​ຊຽງ​ຂວາງ, ຫຼວງ​ນໍ້າ​ທາ, ຫຼວງ​ພະ​ບາງ, ນະຄອນຫຼວງ​ວຽງ​ຈັນ​ຈະ​ມີ​ຜົນ​ຕົກ​ບາງ​ບ່ອນໃນວັນ​ທີ 4, ​ໃນ​ວັນ​ທີ 5 ທ້ອງຟ້າ​ຈະ​ມືດ​ຄື້ມ ​ແລະ​ວັນ​ທີ 6 ຝົນ​ຈະ​ຕົກ​ເປັນ​ບໍລິ​ເວນ​ກວ້າງ ສ່ວນ​ແຂວງ​ສະຫວັນ​ນະ​ເຂດ​ຈະ​ມີ​ຝົນຕົກ​ໃນໄລຍະ​ວັນ​ທີ 4-6ນີ້, ​ແລະ​ຢູ່ທາງແຂວງ​ຈໍາປາ​ສັກ​ຈະ​ມີ​ຝົນ​ຟ້າ​ຄະນອງ​ເຊັ່ນ​ດຽວກັນ.


ເກີດ​ການລະບາດພະຍາດ​ໄຂ້ຫວັດ​ສັດ​ປີກ​ໜັກຢູ່​ໃນ​ເມັກ​ຊິກ

ກະຊວງ​ກະສິກໍາ​ເມັກ​ຊິກ ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 2 ກໍລະກົດ​ນີ້ ວ່າ​ດ້ວຍ​ສຸຂະພາບ​ຂອງ​ສັດ ພາຍຫຼັງ​ກວດ​ພົບ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ ພວມ​ແຜ່​ລະບາດ​ໜັກ​ໃນ​ທົ່ວ​ປະ​ເທດ ​​ໂດຍ​ມີ​ສັດ​ປີກ​ຕິດ​ເຊື້​ອ​ໄປ​ແລ້ວປະມານ 1,7 ລ້ານໂຕ ນັບ​ຕັ້ງ​ແຕ່​ເກີດ​ການລະບາດ​ຂອງ​ເຊືອ H1N1 ຫຼື​ໄຂ້ຫວັດໝູ ​ເມື່ອ​ປີ 2009 ​ໂດຍ​ເຊື້ອ​ດັ່ງກ່າວ​ແຜ່​ຂະຫຍາຍ​ໄປ​ຍັງ​ແຫ່ງ​ອື່ນໆ​ຂອງ​ໂລກ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ ປະມານ 17,000 ຄົນ​ສໍາລັບ​ເຊື້ອ H7N3 ທີ່​ພວມ​ແຜ່​ລະບາດ​ໃນ​ເວລາ​ນີ້ ​ເຄີຍ​ກໍ່​ໃຫ້​ເກີດ​ອາການ​ເຈັບ​ຂອງ​ມະນຸດ​ມາ​ແລ້ວ​ບາງ​ພື້ນ​ທີ່​ຂອງ​ໂລກ ​ເຖິງ​ວ່າ​ເຊື້ອ​ດ່ງກ່າວຈະ​ບໍ່​ຕິດ​ຕໍ່​ຈາກ​ມະນຸດ​ສູ່​ມະນຸ​ດ​ໄດ້​ໂດຍ​ງ່າຍ​ກໍ່ຕາມ.
    ທາງ​ການ​ຂອງ​ເມັກ​ຊິກ ພົບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ ​ແຕ່​ວັນ​ທີ 20 ມີ​ຖຸນາ​, ເຊິ່ງອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດກ່າວ​ຢືນຢັນ​ໃນ​ວັນ​ທີ 29 ມີ​ຖຸນາ​ວ່າ ມີ​ສັດ​ປີກ​ຕິດ​ເຊື້ອ​ແລ້ວປະມານ 17,000 ​ລ້ານໂຕ ​ແລະ​ຕາຍ​ແລ້ວ​ປະມານ 870,000 ​ໂຕ ​ໃນ​ຟາ​ມລ້ຽງສັດ​ປີກ 10 ​ແຫ່ງ ຢູ່​ລັດ​ຮາ​ລິ​ສ​ໂກ​ຂອງ​ປະ​ເທດ​ເມັກ​ຊິກ.