ຊີ້ນ​ປີ້ງ​ສຸກຫຼາຍເປັນອັນຕະລາຍສອງເທົ່າ

(GMT+08:00) 2013-01-09 10:24:39     cri

ມະຫາວິທະຍາ​ໄລ​ " ເທັກ​ຊັດ " ​ໄດ້​ວິ​ໄຈ​ພົບ​ວ່າ: ການ​ກິນ​ຊີ້ນ​ສຸກ​ໂດຍ​ສະ​ເພາະ​ຜູ້​ທີ່​ມັກ​ກິນ​ຊີ້​ນສຸກ​ຫຼາຍ​ເກີນ​ໄປຈະ​ເພີ່ມ​ຄວາມ​ສ່ຽງເຮັດ​ໃຫ້​ເປັນ​ມະ​ເຮັງ​ກະ​ເພາະ​ອາຫານ​ຫຼາຍ​ຂື້ນ. ​ເພາະ​ການ​ເຮັດໃຫຊີ້ນ​ໄໝ້ຈົນ​ເກີ​ໄປຈະເຮັດໃຫ້ເກີດສານເຄມີທີ່ເປັນສາເຫດຂອງມະເຮັງ​ໄດ້.


ຜົນການວິໄຈເທື່ອນີ້, ພົບວ່າຜູ້ທີ່ກິນຊີ້ນຜ່ານການປຸງແຕ່ງໃຫ້ສຸກຫຼາຍເກີນ ​ເປັນຄວາມ​ຊິນ​ເຄີຍດົນໄປຈະມີ​ຄວາມສ່ຽງຕໍ່​ການເປັນມະເຮັງກະເພາະອາຫານຫຼາຍກວ່າຜູ້ທີ່ກິນຊີ້ນສຸກແຕ່ທາງນອກໂດຍທີ່ທາງໃນຍັງແດງໆຢູ່, ຊື່ງອັດຕາຊ່ຽງແມ່ນສູງເຖິງ2 ເທົ່າ
ໂດຍສະເພາະຜູ້ທີ່ມັກກິນສະເຕັກ, ໝູເຄັມແລະຊີ້ນອົບຄວັນ ຊື່ງເຮັດໃຫ້ຊີ້ນງົວຫຼືຊີ້ນແບ້ມີສີດໍາຫຼືສຸກເກີດໄປແຮ່ງຈະມີຄວາມສ່ຽງຫຼາຍ
ທີ່ສຸດ, ຊີ້ນປາຈືນ ແລະຊີ້ນໄກ່ຈືນສຸກໆກອບໆກໍ່ສ່ຽງເປັນພະຍາດມະເຮັງຄືກັນ. ແຕ່ວ່າສໍານັກງານມາດຕະຖານອາກຫານຊໍ້າພັດເຕືອນ
ວ່າ: ການກິນອາຫານດິບທີ່ມີສີແດງນັ້ນ ກໍ່ສາມາດເຮັດໃຫ້ເປັນພະຍາດອາຫານເປັນພິດໄດ້. ທ່ານຄວນຫັນມາກິນອານທີ່ຜ່ານການປຸງແຕ່ງ
ທີ່ສຸກພໍດີກິນຈະດີກວ່າ.

ຄຸນ​ປະ​ໂຫຍ​ດຂອງ​ນໍ້ານົມ​ແມ່
    ທ່ານ​ອາດ​ເຄີ​ຍ​ໄດ້​ຍິນ​ຄຸນ​ປະ​ໂຫຍ​ດຂອງ​ນໍ້ານົມ​ແມ່​ຫຼາຍ​ໆດ້ານມາ​ແລ້ວ​ແມ່ນ​ບໍ່? ​ແຕ່​ຫຼ້າ​ສຸດ​ນີ້​ນັກວິ​ໄຈ​ພົບ​ຕື່ມ​ອີກ​ວ່າ: ​ໃນ​ນໍ້ານົມ​ແມ່​ມີ​ສານ​ຊະນິດ​ໜື່ງຊື່ວ່າ: " ​ແຮມ​ເລດ " ທີ່​ມີ​ສັບພະ​ຄຸນ​ຂ້າ​ພະຍາດ​ມະ​ເຮັງ​ໄດ້ ​ໂດຍ​ການ​ຂ້າ​ ແລະ ​ໄລ່​ມັນ​ອອກ​ມາ​ທາງ​ນໍ້າ​ຍ່ຽວ​ເຊິ່ງບໍ່​ເປັນ​ອັນຕະລາຍ​ຕໍ່​ຈຸ​ລັງ​ປົກກະຕິ​ໃດໆ​ໃນ​ຮ່າງກາຍ​.
    ນັກວິ​ໄຈ​ມະຫາວິທະຍາ​ໄລ " ​ໄລ​ລັນ " ​ແລະ " ​ໂກ​ແຕນ​ເປິກ " ປະ​ເທດ​ສະ​ວີ​ເດັນ ​ໄດ້​ພົບ​ສານ​ຊະ​ໜື່ງ​ໃນ​ນົມ​ແມ່​ວ່າ: ມີ​ສັບພະ​ຄຸນ​ຊ່ວຍ​ຂ້າ​ມະ​ເຮັງ​ໄດ້ ຊື່​ງສານ​ນີ້​ຖືກ​ຄົນ​ພົບ​ຫຼາຍ​ປີ​ແລ້ວ, ​ແຕ່​ຫາ​ກໍ່​ເອົາ​ມາ​ທົນ​ລອງ​ກັບ​ຄົນ​ເທື່ອ​ທໍາ​ອິດ​ໃນ​ປີ​ນີ້.

    ການ​ທົດ​ລອງ​ນັກວິ​ໄຈ​ໄດ້​ໃຊ້​ສານ​ນີ້​ກັນ​ຄົນ​ທີ່​ເປັນ​ພະຍາດ​ມະ​ເຮັງ​ພົກຍ່ຽວ ​ໂດຍ​ບໍ່​ເປັນ​ອັນຕະລາຍ​ໃດ​ໆ​ ແລະ ​ບໍ່​ມີ​ຜົນ​ຂ້າງ​ຄຽງ​ໃດໆ​ຕໍ່​ຈຸ​ລັງ​ດີ​ຢູ່​ບໍລິ​ເວນ​ໄກ້​ຄຽງ​ຄື​ກັບ​ຢາ​ປະ​ເພດ​ອື່ນໆ​ ສານ​ສໍາ​ຄັນ​ໃນ​ນໍ້ານົມ​ແມ່​ສາມາດ​ຂ້າ​ຈຸ​ລັງ​ມະ​ເຮັງ​ຊະນິດ​ຕ່າງໆ​ໄດ້​ເຖິງ 40 ຊະນິດ. ​ໃນ​ຂະນະ​ນີ້​ພວມ​ມີ​ການ​ທົດ​ລອງ​ໃຊ້​ປິ່ນປົວ​ພະຍາດ​ມະ​ເຮັງ​ຜີວ​ໜັງ ​ແລະ ພະຍາດ​ມະ​ເຮັງ​ກ່ຽວ​ກັບ​ສະໝອງ ຊື່ງຄາດ​ວ່າ​ອີກ​ບໍ່​ດົນ​ກໍ່​ຈະ​ໄດ້​ຮັບ​ຜົນ.


ແມ່ຍິງ​ທ່ານ​ໃດ​ເປັນ​ແມ່ລູກອ່ອນ ກໍ່​ຄວນ​ຫັນມາ​ລ້ຽງ​ລູກ​ດ້ວຍ​ນໍ້ານົມ​ແມ່​ຈະດີ​ກວ່າ ​ເພາະ​ນອກຈາກ​ຈະ​ດີ​ຕໍ່​ລູກ​ແລ້​ວຍັງ​ດີ​ຕໍ່​ແມ່​ນໍາ​ອີກ.