ວິທີ​ລຸດພາວະ​ໂລກ​ຮ້ອນ

(GMT+08:00) 2013-01-10 10:07:19     cri

ການລຸດ​ພາ​ວະ​ໂລກ​ຮ້ອນເປັນ​ສິ່ງ ທີ່​ທຸກ​ຄົນ​ຈະ​ຕ້ອງ​ຊ່ວຍ​ກັນ​ເຮັດ ເຮົາ​ທຸກ​ຄົນ​ກໍ​ຕ່າງ​ມີ​ສ່ວນ​ທີ່​ເຮັດໃຫ້​ເກີດ​ບັນຫາ​ນີ້​ຂຶ້ນ ເພາະ​ພຽງ​ແຕ່​ເຮົາ​ຫາຍ​ໃຈ​ຢູ່​ເສີຍ ໆ​ກໍ​ປ່ອຍ​ອາຍ​ກາກ​ອອກ​ມາ​ແລ້ວ ຍັງ​ບໍ່​ລວມ​ເຖິງ​ກິດຈະກຳ​ຕ່າງ ໆ​ຫລວງຫລາຍ​ທີ່​ເຮົາ​ເຮັດ​ຢູ່​ທຸກ ໆ​ມື້ ເຖິງ​ເວລາ​ທີ່​ເຮົາ​ຄວນ​ເຊົາ​ຄິດວ່າ​ພາ​ວະ​ໂລກ​ຮ້ອນ​ບໍ່ແມ່ນ​ໜ້າ​ທີ່​​ຂອງ​ເຮົາ ແລ້ວ​ຫັນ​ມາ​ຮ່ວມ​ມື​ກັນ..  ມາ​ເປັນ​ສ່ວນຫນຶ່ງ​ໃນ​ການ​ແກ້​ບັນຫາ​ໂລກ​ຮ້ອນ​ກັນ.

ຖ້າ​ທ່ານ​ຄິດວ່າ​ການ​ລຸດ​ພາ​ວະ​ໂລກ​ຮ້ອນ​ນັ້ນ ມັນ​ເຮັດ​ໄດ້​ຍາກ ຫລື​ຄິດວ່າ​ທ່ານ​ຄົນ​ດຽວ​ຊ່ວຍ​ໂລກ​ບໍ່​ໄດ້ ຫລື​ວ່າ​ຈະ​ເຮັດ​ຕອນ​ນີ້​ມັນ​ກໍ​ບໍ່​ມີ​ຫຍັງ​ດີ​ຂຶ້ນ​ແລ້ວ ທ່ານ​ກຳ​ລັງ​ຄິດ​ຜິດ ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ຈະ​ສົ່ງ​ຜົນດີີ​ຕໍ່​ໂລກ ແລະ​ມັນ​ຍັງມີ​ເວລາ​ຢູ່ ຖ້າ​ບໍ່​ເລີ່ມ​ທີ່​ຕົວ​ເຮົາ​ກ່ອນ​ກໍ​ບໍ່​ຮູ້​ຈະໃຫ້​ໄປ​ເລີ່ມ​ຈາກ​ບ່ອນ​ໃດ ພຽງແຕ່​ເຮົາ​ປັບ​ປ່ຽນ​ພຶດຕິກຳ​ບາງຢ່າງ​ຂອງ​ເຮົາ​ເຮັດ​ຢູ່ໃນ​ມື້ໜຶ່ງໆ ກໍ​ສາມາດ​ຊ່ວຍ​ລຸດ​ພາ​ວະ​ໂລກ​ຮ້ອນ​ໄດ້​ແລ້ວ ຈະ​ຍົກ​ຕົວ​ຢ່າງ​ໃຫ້​ເບິ່ງ​ຈັກກ 10 ຂໍ້ ​ເຊື່ອ​ວ່າ​ມັນ​ໃກ້​​ໂຕ​ທຸກ​ທ່ານ​ຫລາຍ ແລະ​ສາມາດ​ລົງ​ມື​ເຮັດ​ໄດ້​ເລີຍ​.

ປັບ Desktop Wallpaper ຂອງ​ທ່ານ​ໃຫ້ເປັນ​ສີ​ເຂເຂັ້ມ ຍິ່ງ​ເປັນ​ສີ​ດຳ​ເລີຍ​ຍິ່ງ​ດີ ເພາະ​ວ່າ​ມັນ​ຈະ​ປະ​ຫຍັດ​ໄຟ​ຫລາຍກວ່າ ລວມ​ໄປ​ເຖິງ Screen Saver ກໍ​ໃຫ້​ຕັ້ງ Blank ໄວ້ ມັນ​ຈະ​ເປັນ​ໜ້າ​ຈໍ​ດຳ​ ປິດ​ຄອມພິວເຕີ​ເມື່ອ​ບໍ່​ໄດ້​ໃຊ້​ງານ ເຊັ່ນ ​ພັກຕອນ​ທ່ຽງ ແລະ​ ຕອນ​ກັບ​ເຮືອນ.

  ໃຊ້​ຜ້າ​ເຊັດ​ໜ້າ ແທນ​ທີ່​ຈະ​ໃຊ້​ເຈັ້ຍ​ທິ​ຊູ ປັດຈຸບັນ​ນີ້​ມີ​ເຈ້ຍ​ທິ​ຊູມີຫຼາຍ​ຮູບຫຼາຍແບບ ​ ຫລາຍ​ຄົນ​ໃຊ້​ມັນ​ແທນ​ຜ້າ​ເຊັດ​ໜ້າ ເພາະ​ວ່າ​ມັນ​ສະ​ດວກ ​ແລະ​ຫໍ່​ມັນ​ກໍ​ໜ້າ​ຮັກ​ ແຕ່ທ່ານຮູ້ບໍ່ວ່າເຈັ້ຍ​ທິຊູທີ່ພວກເຮົາເຫັນມີຂາຍຢູ່ທົ່ວໄປແມ່ນ​ຜະລິດ​ມາ​ຈາກ​ຕົ້ນ​ໄມ້ ຍິ່ງ​ໃຊ້​ຫລາຍ​ກໍ​ຍິ່ງ​ ຕັດ​ຕົ້ນໄມ້ຫຼາຍ ຖ້າ​ບໍ່​ຈຳ​ເປັນ​ກໍ​ໃຫ້​ໃຊ້​ຜ້າ​ເຊັດ​ໜ້າ​ດີກວ່າ​ ຮັກສາ​ຕົ້ນ​ໄມ້​ໄວ້​ເປັນ​ປອດ​ໃຫ້​ກັບ​ໂລກ​ເຮົາ​ດີກ​ວ່າ.

ສາກ​ແບດ​ເ​ຕີ​ລີ​ມື​ຖື ການ ສາກ​ແບດ​ເຕີ​ລີ​ມື​ຖື​ຂອງ​ຄົນ​ທົ່ວ​ໆ​ໄປ​ເສຍ​ພະລັງ​ງານ​ໄປ​ໂດຍ​​ໄຮ້​ປະໂຫຍດ​ເຖິງ 95%. ເພາະ​ວ່າ​ມັກ​ສຽບ​ສາຍ​ຄ້າງ​ໄວ້​ທັ້ງໆ​ທີ່​ແບດ​ເຕັມ​ແລ້ວ ທ່ານ​ຮູ້​ບໍໍ່ວ່າ​ເຖິງ​ແບດ​ຈະ​ເຕັມ​ແລ້ວ. ​ແຕ່​ວ່າ​ຖ້າ​ບໍ່​ຖອດປັລກ​ອອກ​ມັນ​ກໍ​ຈະ​ຍັງ​ກິນ​ໄຟ​ຢູ່ ສະ​ນັ້ນ​ເວລາ​ແບດ​ເຕັມ​ແລ້ວ​ກໍ​ຄວນ​ຖອດ​ສາຍ​ປັລກອອກ ແຕ່​ຖ້າ​ຍັງ​ສຽບ​ໝໍ້​ແປງ​ກັບ​ເຕົ້າ​ສຽບ​ຄ້າງ​ໄວ້​ມັນ​ກໍ​ຍັງ​ກິນ​ໄຟ​ຢູ່​ດີ ເພາະ​ສະ​ນັ້ນ​ກໍ​ໃຫ້​ຖອດ​ອອກ​ໃຫ້​ໝົດ.

ປະ​ຫຍັດ​ນ້ຳ ຢ່າ​ໃຊ້​ນ້ຳ ແບບ​ສິ້ນ​ເປືອງ ຖ້າ​ມີ​ໂອ​ກາດ​ໄດ້​ປ່ຽນ​ກ໋ອກຢູ່​ເຮືອນ ຄວນ​ໃຊ້​ກ໋ອກນໍ້າແບບ​ເພີ່ມ​ຟອງ​ອາ​ກາດ ນ້ຳ​ທີ່​ໄຫລ​ອອກ​ມາ​ຈະ​ມີ​ຟອງ​ອາ​ກາດ​ອອກ​ມາ​ດ້ວຍ​ເຮັດໃຫ້​ເບິ່ງ​ຄື​ນໍ້າ​ຫຼາຍ ແຕ່​ຈະ​ປະ​ຫຍັດ​ກວ່າ​ກ່ອກນໍ້າ​ທໍາ​ມະ​ດາ​ເຖິງ​ເຄິ່ງ​ໜຶ່ງ ​ເວລາ​ໃຊ້​ນ້ຳ​ຢູ່​ບ່ອນອື່ນ​​ບໍ່ແມ່ນ​ເຮືອນ​ເຮົາ​​ຄວນ​ຈະ​ປະ​ຫຍັດ​ ຄິດວ່າ​ບໍ່​​ແມ່ນ​ຂອງ​ເຮົາ​ແລ້ວ​ຈະ​ເຮັດ​ແນວ​ໃດ​ກໍ່​ໄດ້ ຫລື​ເວລາ​ໄປ​ພັກ​ຕາມ​ໂຮງ​ແຮມ​ກໍ​ຢ່າ​ຄິດວ່າ​ໃຊ້​ໃຫ້​ຄຸ້ມຄ່າເຊົ່າ ເພາະ​ວ່າ​ເຮັດ​ແບບ​ນີ້​ແຫລະ​ໂລກ​ຈື່ງຮ້ອນ.

    ປະ​ຫຍັດ​ໄຟ ປິດ​ເຄື່ອງ​ໃຊ້ ໄຟ​ຟ້າ​ທີ່​ບໍ່​ໄດ້​ໃຊ້​ແລະ​ຖອດ​ປລັກ ລວມ​ໄປ​ເຖິງ​ຫລອດ​ໄຟ​ ຖ້າ​ມີ​ໂອ​ກາດ​ກໍ​ປ່ຽນ​ຫລອດ​ໄສ້​ເປັນ​ຫລອດ​ປະ​ຫຍັດ​ໄຟ CFL ຫລອດ​ພວກ​ນີ້​ຈະ​ແພງ​ກວ່າ ແຕ່​ກໍ​ປະ​ຫຍັດ​ໄຟຫລາຍກວ່າ ອາ​ຍຸ​ການ​ໃຊ້​ງານ​ກໍ​ດົນ​ກວ່າ​ຈະ​ຄຸ້ມ​ກວ່າ​ແນ່ນອນ.

ລຸດ​ໃຊ້​ຖົງ​ພລາ​ສຕິ​ກ ຖົງພາດ​ຕິກ​ເຮັດໃຫ້​ເຮົາ​ສະ​ດວກ​ຂຶ້ນ​ກໍ​ຈິງ ແຕ່​ມັນ​ເປັນ​ໄພ​ຕໍ່​ໂລກ​ຢ່າງ​ຫລວງຫລາຍ ​ເວລາ​ທີ່​ບໍ່​ຈຳ​ເປັນ​ກໍ​ບໍ່​ຕ້ອງ​ໃຊ້ ແຕ່​ຖ້າ​ຕ້ອງ​ໃຊ້​ແທ້ໆ​ກໍ​ໃຫ້​ຮັກສາ​ໄວ້​ເພື່ອ​ນຳ​ໄປ​ໃຊ້​ເທື່ອ​ຕໍ່ໄປ​ໄດ້​ອີກ ​ໄປ​ຊື້​ເຄື່ອງ​ຢູ່ຕະຫຼາດ​ກໍ່​ຄວນໃຊ້​ຖົງ​ຜ້າ​ແທນ.

ລຸດ​ອາຫານ​ແຊ່​ແຂງ ອາຫານ​​ໃສ່​ກ໋ອງແຊ່ແຂງ ​ຕອນ​ນີ້​ກຳ​ລັງ​ມີ​ຫລາຍ​ຂຶ້ນ​ເລື່ອຍ​ ໆ ແລະ​ກໍ​ເຫັນ​​ຄົນ​ນິຍົມ​ບໍລິ​ໂພກ​ຫລາຍ​ຂຶ້ນ​ຄືກັນ ແຕ່​ທ່ານ​ຮູ້​ບໍ​ວ່າ​ຂັ້ນ​ຕອນ​ການ​ຜະລິດ​ນັ້ນ​ເຮັດໃຫ້​ສິ້ນ​ເປືອງ​ພະລັງ​ງານ​ຢ່າງ​ຫຼວງ​ຫຼາຍ ເພາະ​ວ່າ​ກ່ອງ​ທີ່​ໃສ່​ກໍ​ເປັນ​ພລາ​ສະຕິ​ກ ຂັ້ນ​ຕອນ​ໃນ​ການ​ຂົນ​ສົ່ງ​ກໍ​ຕ້ອງຮັກສາ​ໄວ້​ໃນ​ບ່ອນ​ທີ່​ເຢັນ​ຕະຫລອດ​ເວລາ ບວກ​ກັບ​ຕອນ​ທີ່ຢູ່​ໃນ​ຮ້ານ ແມ່ນ​ກະ​ທັ່ງ​ຕອນ​ຈະ​ກິນ​ຍັງ​ຕ້ອງ​ໃຊ້​ພະລັງ​ງານ​ໃນ​ການ​ອຸ່ນ​ອີກ ເພາະ​ສະ​ນັ້ນ​ຖ້າ​ບໍ່​ຈຳ​ເປັນ​ກໍ​ຢ່າ​ກິນ​ເລີຍ ມັນ​ສິ້ນ​ເປືອງ​ພະລັງ​ງານ.
    ໃຊ້​ລົດ​ຖີບ ເວລາ​ທີ່​ທ່ານ ໄປ​ເຮັດວຽກໃກ້​ ໆ​ເຮືອນ ອາດຈະ​ໄປ​ຊື້​​ເຄື່ອງ​ຢູ່​ຕະຫຼາດ ນອກ​ຈາກ​ຈະ​ປະ​ຫຍັດ​ນ້ຳ​ມັນ​ໃນ​ຍຸກ​ທີ່​ນ້ຳ​ມັນ​ແພງ​ແລ້ວ ຍັງ​ຊ່ວຍ​ໃຫ້​ທ່ານ​ໄດ້​ອອກ​ກຳ​ລັງ​ກາຍ ມີ​ສຸກຂະພາບ​ທີ່​ດີ​ອີກ​ດ້ວຍ ບໍ່​ຕ້ອງ​ໄປ​ເສຍ​ເງີນ​​ເພື່ອລຸດຄວາມ​ຕຸ້ຍນໍາ​ອີກ.
    ລຸດ​ການ Shopping ຫຼື​ຊື້​ເຄື່ອງ ຫລາຍ​ຄົນ ມີ​ຄວາມ​ສຸກ​​ໃນ​ການ​ຊື້​ເຄື່ອງ ແຕ່​ກໍ​ຂໍ​ໃຫ້​ລຸດ​ການ​ຊື້​ແບບ​ສິ້ນ​ເປືອງ​ລົງ​ນຳ ​ທ່ານ​ທີ່​ຄິດວ່າ​ບໍ່​ຈຳ​ເປັນ​ກໍ​ບໍ່​ຄວນ​ຊື້​ ຄວນ​ຊື້​ແຕ່ອັນ​ທີ່​ເຮົາ​ຈະ​​ໃຊ້ແທ້ໆ ເພາະ​ວ່າ​ມັນ​ຕ້ອງ​ໃຊ້​ພະລັງ​ງານ​ຫລວງຫລາຍ​ໃນ​ອຸດສາຫະກຳ​ພວກ​ນີ້. ນອກນັ້ນຍັງເປັນການປະຍັດເງິນໃນຖົງຂອງທ່ານໄປນໍາອີກ.
    ປູກ​ຕົ້ນ​ໄມ້ ທຸກ​ຄົນ​ມັກ​ທຳມະຊາດ ເວລາ​ທີ່​ເຮົາ​ໄດ້​ເຫັນ​ສະຖານ​ທີ່ໆມີ​ທຳມະຊາດ​ງົດ​ງາມ ຂຽວອຸ່ມທຸ່ມບໍ່​ວ່າ​ຈະ​ເປັນ​ພູຜາປ່າໄມ້ ນ້ຳ​ໃສ ໆ ຊາຍ​ຫາດ​ທີ່​ຂາວ​ສະ​ອາດ ເຮົາ​ຈະ​ຮູ້ສຶກ​ສະບາຍ​ໃຈ.​ ແຕ່​ວ່າ​ພວກ​ເຮົາ​ກໍ​ບໍ່​ໄດ້​ຊ່ວຍ​ກັນ​ປິ່ນປົວ​ມັນ ​ຖ້າ​ມີ​ເວລາ​ຄວນໃຫ້​ຊ່ວຍ​ກັນ​ປູກ​ຕົ້ນ​ໄມ້ ອາດຈະ​ເປັນ​​ສວນ​ໜ້າ​ເຮືອນຂອງທ່ານ​ກໍ່ໄດ້ ຫລື​ມີ​ເນື້ອທີ່​ບໍ່​ກ້ວາງ​ປານ​ໃດ ທ່ານສາມາດປູກໃສ່​ກະ​ຖາງ​ໄວ້​ກໍ​ໄດ້ ນອກ​ຈາກ​ຈະ​ເຮັດໃຫ້​ເຮືອນ​ເບິ່ງ​ງາມ​ຂຶ້ນ​ແລ້ວ ຍັງ​ຈະ​ຊ່ວຍ​ລຸດ​ກາສ​ພິດ​ໃນ​ອາ​ກາດພາຍໃນບໍລິເວນເຮືອນຂອງທ່ານໄດ້ນໍາອີກ​​.