ອິ​ຕາ​ລີ ແດນ​ດິນ​ຖິ່ນ​ມົນຂັງ

(GMT+08:00) 2013-01-10 10:08:53     cri

Italia ອິ​ຕາ​ລີ ມີ​ຊື່​ຢ່າງ​ເປັນ​ທາງ​ການ​ວ່າ " ສາທາລະນະ​ລັດ​ອິ​ຕາ​ລີ " ຕັ້ງ​ຢູ່ໃນ​ທະ​ວີບ​​ເອີ​ລົບ​ທາງ​ຕອນ​ໃຕ້. ນອກ​ຈາກ​ນີ້ ອິ​ຕາ​ລີ​ຍັງມີ​ແຫລ່ງ​ປະຫວັດສາດແລະ​ມີ​ສະຖານ​ທີ່​ທີ່​ຖືກ​ຂຶ້ນ​ທະ​ບຽນ​ໃຫ້ເປັນ​ມໍລະດົກ​ໂລກ​ຫລາຍກວ່າ​ປະເທດ​ອື່ນ​ໃນ​ໂລກ​ອີກ​ດ້ວຍ, ຊຶ່ງ​ມີ​ທັງ​ມໍລະດົກ​ໂລກ​ທາງ​ວັດທະນະທຳ ແລະ​ ມໍລະດົກ​ໂລກ​ທາງ​ທຳມະຊາດ ເວົ້າ​ໄດ້​ວ່າ​ເປັນ​ປະເທດ​ທີ່​ພຽບ​ພ້ອມ​ແທ້ໆ.

Roma (ໂລມ) ເປັນ​ເມືອງ​ຫລວງ​ທີ່​ຕັ້ງ​ຢູ່​ທາງ​ຕອນ​ກາງ​ຂອງ​ປະເທດ ແລະ​ ເປັນ​ທີ່​ຕັ້ງ​ຂອງ​ນະຄອນ​ລັດ​ວາ​ຕິ​ກັນ, ໂລມ​ມີ​ປະຫວັດສາດ​ທີ່​ຍາວນານ​ກວ່າ 2, 800 ປີ ໂດຍ​ມີ​ບົດ​ບາດ​ຫລາຍ​ທີ່ສຸດ​ໃນ​ອາລະຍະທຳ​ຕະເວັນ​ຕົກ ແລະ​ ເປັນ​ອານາຈັກ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​​ໃນ​ອະ​ດີດ, ໂດຍ​ເປັນ​ເມືອງ​ຫລວງ​ຂອງ​ອານາຈັກ​ຕ່າງໆຢ່າງຫລວງຫລາຍ, ມາ​ຮອດ​ປະຈຸບັນ​ຈຶ່ງກາຍ​ເປັນ​ເມືອງ​ຫລວງ​ຂອງ​ປະເທດ​ອິ​ຕາ​ລີ​ຕັ້ງ​ແຕ່​ປີ 1870​ ເປັນ​ຕົ້ນ​ມາ, ນະຄອນ​ໂລມ​ເປັນ​ເມືອງ​ແຫ່ງ​ສິລະປະ​ຢ່າງ​ແທ້​ຈິງ ບໍ່​ວ່າ​ຈະ​ຢູ່ຕາມ​ມຸມ​ໃດ ເປັນ​ສິ່ງ​ທີ່​ຕ້ອງ​ໄດ້​ພົບ​ເຫັນກັບ​ງານ​ປະ​ຕິ​ມາ​ກຳ​ແກະ​ສະ​ຫລັກ​ຫີນ​ອ່ອນ​ທີ່ມີ​ສີ​ລະ​ປະ​ດ້ານ​ວິຈິດສິນ​ຫລວງຫລາຍ​ຢູ່ຫລາຍ​ແຫ່ງ, ນະຄອນ​ໂລມ​ຍັງມີ​ສະຖານ​ທີ່​ທ່ອງ​ທ່ຽວ​ເຊີງ​ປະຫວັດສາດ​ ແລະ​ ສິລະ​ປະ​ວັດທະນະທຳ​ຢ່າງຫລວງຫລາຍ. 

Basilica of Saint Peter (ມະຫາ​ວິ​ຫານ​ເຊນ​ປີ​ເຕີ) ຕັ້ງ​ຢູ່ໃນ​ນະຄອນ​ລັດ​ວາ​ຕິ​ກັນ​ໃຈ​ກາງ​ນະຄອນ​ໂລມ ແລະ ​ເປັນ​ມະຫາ​ວິ​ຫານ​ຫລັກ​ໜຶ່ງ​ໃນ​ສີ່​ຂອງ​ນະຄອນໂລມ ທີ່​ອອກ​ແບບ​ໂດຍ​ສິລະປະ​​ອັດ​ສະ​ລິ​ຍະ ໄມ​ເຄີນ ແອງ​ເຈ​ໂລ. ມະຫາ​ວິ​ຫານ​ເຊນ​ປີ​ເຕີ​ເປັນ​ສິ່ງ​ປຸກ​ສ້າງ​ທີ່​ໃຫຍ່​ແລະ​ສຳຄັນ​ທີ່ສຸດ​ໃນ​ນະຄອນ​ລັດ​ວາ​ຕິ​ກັນ ສ້າງ​ສຳເລັດ​ເມື່ອ​ປີ ຄ. ສ.1626 ສາມາດ​ບັນຈຸ​ຄົນ​ໄດ້​ເຖິງ 60, 000 ຄົນ.

 ອິ​ຕາ​ລີ ເພັດ​ນ້ຳ​ງາມ​ແຫ່ງ​ມໍລະດົກ​ໂລກເລີ່ມ​ຈາກ​ການ​ຮູ້​ຈັກ​ເມືອງ​ປິ​ຊາ​ກັນ​ກ່ອນ​, ເມືອງ​ທີ່​ເປັນ​ອີກ​ໜຶ່ງ​ໃນ​ມໍລະດົກ​ໂລກ​ຂອງ​ອິ​ຕາ​ລີທີ່​ໄດ້ຮັບ​ການ​ຮັບຮອງ​ໂດຍ​ອົງການ​ຍູ​ເນດ​ໂກ​ໄປ​ເມື່ອ​ປີ ຄ.ສ.1987 ​ເຊິ່ງ​ເປັນ​ເມືອງ​ທີ່​ຍາງ​ໄປ​ທາງ​ໃດກໍ​ລ້ວນ​ແລ້ວ​ແຕ່​ເປັນ​ມໍລະດົກ​ໂລກ​ທັງ​ນັ້ນ, ​ເປັນ​ສິ່ງ​ທີ່ໜ້າປະ​ທັບ​ໃຈ​ອີ່ຫຼີ.


Tower of Pisa (ຫໍ​ເອນ​ເມືອງ​ປິ​ຊາ)  ຕັ້ງ​ຢູ່​ທີ່​ເມືອງ​ປິ​ຊາມີ​ຮູບ​ຊົງ​ກະ​ບອກ 8 ຊັ້ນ ສູງ 55 ​ແມັດ 87 ຊັງ​ຕິ​​ແມັດ, ມີ​ຄວາມ​ງຽງປະມານ 4 ອົງສາ (3.97ອົງ​ສາ) ສ້າງ​ດ້ວຍ​ຫີນ​ອ່ອນ​ສີ​ຂາວ​ເມື່ອ​ປີ ຄ.ສ.1173 ແລ້ວ​ສຳເລັດ​ໃນ​ປີຄ. ສ.1350 ລວມ​ເວລາ​ການ​ກໍ່​ສ້າງ 175 ປີ ແຕ່​ການ​ກໍ່​ສ້າງ​ໄດ້​ຢຸດ​ຊະ​ງັກ​ລົງ​ເມື່ອ​ສ້າງ​ໄປ​ເຖິງ​ຊັ້ນ​ສາມ ເນື່ອງ​ຈາກ​ພື້ນ​ໃຕ້​ດິນ​ບໍລິເວນ​ກໍ່​ສ້າງ​ນັ້ນ​ອ່ອນ​ຈຶ່ງ​ເກີດ​ການ​ຊຸດ​ຕົວ​ຕໍ່​ມາ​ໃນ​ປີຄ. ສ.1272 ໄດ້​ດຳ​ເນີນ​ການສ້າງ​ຕໍ່ ໂດຍ​ສ້າງ​ໃຫ້​ເອນ​ກັບ​ໄປ​ອີກ​ດ້ານ​ໜຶ່ງ​ເພື່ອ​ຄວາມ​ສົມ​ດຸນຫຼັງ​ຈາກ​ນັ້ນ​ໄດ້​ດຳ​ເນີນ​ການສ້າງ​ຕໍ່​ລວມ​ເປັນ 7 ຊັ້ນ ແລ້ວ​ສຳເລັດ​ໃນ​ປີຄ. ສ. 1319 ແຕ່ຍ​ອດ​ຫໍ​ລະ​ຄັງ​ມາ​ສ້າງ​ສຳເລັດ​ໃນ​ພາຍ​ຫລັງ, ຄວາມ​ມຸ້ງ​ມັ່ນ​ໃນ​ການ​ກໍ່​ສ້າງ​ຈົນ​ແລ້ວ​ສຳເລັດ ບວກ​ກັບ​ປະຫວັດສາດ​ທີ່​ຍາວນານກໍ​ສົມຄວນ​ແລ້ວ​ທີ່​ຈະ​ໄດ້​ເປັນ​ມໍລະດົກ​ລ້ຳ​ຄ່າ​ຂອງ​ໂລກ, ນອກ​ຈາກ​ນີ້ ເມືອງ​ປິ​ຊາ​ຍັງມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ມໍລະດົກ​ໂລກ​ອີກ​ແຫ່ງ​ໜຶ່ງ.