ການ​ຢ່າງ​ໃຫ້​ຄຸນ​ປະ​ໂຫຍ​ດຕໍ່​ສະ​ໝອງ

(GMT+08:00) 2013-01-10 10:23:39     cri
ຜົນ​ການ​ວິ​ໄຈ​ຈາກ​ມະຫາວິທະຍາ​ໄລ​ເອລຸ​ນອຍ ສະຫະ​ລັດ​ອາ​ເມ​ລິ​ກາ​ພົບ​ວ່າ: ການ​ຢ່າງ​ຊ່ວຍ​ກະ​ຕຸ້ນ​ການ​​ເຊື່ອມ​ຕໍ່​ພາຍ​ໃນ​ວົງ​ຈອນ​ຂອງ​ສະໝອງ​ຂອງ​ຄົນ​ເຮົາທີ່​ມີ​ທ່າ​ອ່ຽງ​ເຊື່ອມ​ສະພາບ​ລົງ​ ​ເວລາ​ເຮົາ​ອາຍຸ​ຫຼາຍ​ຂື້ນ​​ເວົ້າ​ຢ່າງ​ໜື່ງ​ເມື່ອໃນ​ເວລາ​ທີ່​ຜົມຫງອກ​ມາ​​ແທນ​ທີ່​ຜົມ​ດໍາຫັ້ນ​ລະ!. ການ​ເຊື່ອມ​ຕໍ່ຂອງ​ເຄືອ​ຂ່າ​ຍສະໝອງ​ຂອງ​ຜູ້​ເຖົ້າ​ຈະ​ເຊື່ອມສະ​ພາບ​ລົງ ​ແຕ່​ເຮົາ​ກໍ່​ພົບ​ຄວາມ​ສາມາດ​ຂອງ​ຮ່າງກາຍ​ທີ່​ຈະ​ນໍາ​ເອົາ​ອົກ​ຊີ​​ແຊນ​ໄປ​ລ້ຽງ​ພາກສ່ວນ​ຕ່າງ​ໆ​ໃນ​ຮ່າງກາຍ​ຢ່າງ​ມີ​ປະສິດທິພາບ ​ເຮັດ​ໃຫ້​ເຄືອ​ຂ່າຍ​ສະໝອງ​ປະສານ​ງານ​ກັນ​ລາຍ​ຂື້ນ​ໃນ​ຫຼາຍ​ດ້ານ, ສະ​ໝອງ​ພາກສ່ວນ​ຕ່າງໆ​ປະສານ​ງານ​ກັນ​ໄດ້​ດີ ​ແລະ ມີ​ປະສິດ​ທິພາ​ບທຽບ​ເທົ່າ​ກັບ​ບ່າວ-ສາວ​ອາຍຸ 20 ປີ. ​

ແນວໃດ​ກໍ່ຕາມ​ຄຸນ​ປະ​ໂຫຍ​ດັ່ງກ່າວ​ບໍ່​ໄດ້​ເກີດ​ພຽງ​ແຕ່​ຂ້າມ​ຄືນ, ​ແຕ່​ສາມາດ​ສັງ​ເກດ​ໄດ້​ຫຼັງ​ຈາກ​ຍ່າງ​ອອກ​ກໍາລັງ​ກາຍ​ ການ​ຍ່າງ ສະໝອງ​ເຮັດວຽກ​ໃນ​ການ​ລວບ​ລວມຂໍ້​ມູນ​ຈາກ​ແຫຼ່ງຕ່າງ​ໆ ຂໍ້​ມູນ​ພາບ​ແສງ​ ແລະ​ ຕະຫຼອດ​ຮອດ​ຂໍ້ມູນ​ຈາກ​ຂໍ້​ຕໍ່ ​ແລະ ກ້າມ​ຊີ້ນ​ທີ່​ກ່ຽວຂ້ອງ​ກັບ​ຕໍາ​ແໜ່​ງຂອງ​ຕີນ, ​ແຮງ​ທີ່​ໃຊ້​​ແລະ​ອື່ນໆ ​ເຊິ່ງການ​ຢ່າງ​ເປັນ​ກິດຈະ​ກໍາ​ທີ່​ເຮັດ​ໄດ້​ບໍ່​ຮູ້​ຈົບ​ໃຜໆ​ກໍ່ສາມາ​ດ​ເຮັດ​ໄດ້ບໍ່​ວ່າ​ຈະ​ເປັນ​ຢ່າງ​ອອກ​ກໍາລັງ​ກາຍ​ໃນ​ຕອນ​ເຊົ້າໆ​ຫຼື​ຕອນ​ຄ້າຍ​ແລງ. ​ເຖິງ​ວ່າການ​ປ່ຽນ​ແປງ​ບາງ​ຢ່າງ​ເປັນ​ສິ່ງ​ທີ່​ຫຼີກ​ເວັ້ນບໍ່​ໄດ້​ເມື່ອ​ເຮົາ​ເຖິງ​ໄວ​ເຖົ້າ​ແກ່​ສະ​ລາ, ​ແຕ່​ບໍ່​ຈໍາ​ເປັນ​ວ່າ​ສິ່ງ​ນັ້ນ​ຕ້ອງ​ເກີດຂື້ນ​ກັບ​​ເຮົາຢ່າງ​ໄວວາ​ເພາະວ່າ​ອາຍຸ​ສັງຂານ​ມັນ​ຈະ​ຄ່ອຍ​ປ່ຽນ​ໄປ​ຕາມ​ເວລາ​ເຊິ່ງບໍ່​ມີ​ໃຜ​ທີ່​ຈະ​ຫຼີກ​ລ້ຽງ​ໄດ້, ​ເຮົາ​ຈະ​ຮູ້​ວ່າ​ປະຕິກິລິຍາ​ຂອງ​ເຮົາ​ຈະ​ຄ່ອຍ​ຊ້າ​ລົງ​ເມື່ອ​ອາຍຸ​ຫຼາຍ​ຂື້ນ, ​ແຕ່​ການ​ເຮັດ​ກິດຈະ​ກໍາ​ເປັນ​ວິທີ​ຮັບ​ມື​ທີ່​ດີ​​ແລະ​ມີ​ປະສິດທິພາບ. ຖ້າ​ເຮົາ​ອອກ​ຢ່າງ​ເຮົາ​ຈະ​ສາມາດ​ຍືດ​ເສັ້ນ​ຍືດ​ເອັນ ​ແລະ ຖ້າ​ເຮົ​າອອກ​ເປັນ​ປະ​ຈໍາ​ຈະ​ເຮັດ​ໃຫ້​ຮ່າງກາຍ​ຮູ້​ສື​ກສົດ​ຊື່ນ​ຫ້າວຫັນ​ຂື້ນ​ໄດ້.