ລາຄານ້ຳມັນລົງຕໍ່ເນື່ອງໃນຮອບ 3 ເດືອນ

(GMT+08:00) 2013-01-11 10:02:33     cri
ລັດ­ຖະ­ບານ​ເອົາ­ໃຈ­ໃສ່​ຕິດຕາມ​ຄວບ​ຄຸມ​ບັນ­ຫາ​ລາ­ຄາ​ນ້ຳມັນ​ຢ່າງ​ໃກ້­ຊິດ ແລະ ສືບ­ຕໍ່​ປັບຫລຸດ​ລາ­ຄາ​ຕາມ​ການ​ປ່ຽນ­ແປງ​ຂອງ​ຕະ­ຫລາດ​ໂລກ ຫລ້າ​ສຸດ​ ໃນເດືອນ​ກໍ­ລະ­ກົດ​ນີ້​ປັບ​ລົງ​ຫລາຍ ເຖິງ 270 ກີບ​ຕໍ່​ລິດ​ຖື​ເປັນ​ຂ່າວດີ​ສຳ­ລັບ​ນັກ​ຂັບ​ຂີ່ ເຊິ່ງ​ນັບ​ເປັນເດືອນ​ທີ 3 ຕິດ­ຕໍ່​ກັນນັບ​ແຕ່ເດືອນ​ພຶດ­ສະ­ພາ​ເປັນ­ຕົ້ນ​ມາ. 

ການ​ປັບ​ຫລຸດ​ລາ­ຄາ​ນ້ຳ­ມັນເທື່ອ​ນີ້ລາ­ຄາ​ຂາຍ​ຕາມ​ຫນ້າ​ປ້ຳ​ຢູ່​ນະ­ຄອນ­ຫລວງ​ວຽງ​ຈັນ​ແອັດ​ຊັງ​ພິ­ເສດ​ແມ່ນ 11.360 ກີບ​ຕໍ່​ລິດ ແອັດ​ຊັງ​ທຳ​ມະ​ດາ 10.000 ກີບ, ລາ­ຄາ​ກາ​ຊວນ 8.830 ກີບ​ຕໍ່​ລິດ, ຂະ­ນະ​ທີ່ ແຂວງ​ຄຳ​ມ່ວນ​ຂາຍ​ໃນ​ລາ­ຄາ 11.370 ກີບ​ສຳ­ລັບ​ແອັດ​ຊັງ​ພິເສດ, ແອັດ​ຊັງ​ທຳ​ມະ​ດາ​ລິດ​ລະ 10.030 ກີບ, ກາ​ຊວນ 8.870 ກີບ, ແຂວງ​ສະ­ຫວັນ​ນະ​ເຂດ​ແອັດ ພິ­ເສດ 11.480 ກີບ, ທຳ​ມະ​ດາ 10.040 ກີບ, ກາ​ຊວນ 8.870 ກີບ, ສ່ວນ​ຢູ່ແຂວງ​ຈຳ­ປາ​ສັກ​ລາ­ຄາ​ແອັດ​ຊັງພິ­ເສດ 11.480 ກີບ, ທຳ​ມະ​ດາ 10.030 ກີບ, ກາ​ຊວນ 8.940 ກີບ.

ສ່ວນ​ແຂວງ​ພາກ​ເຫນືອ​ຄື ແຂວງ​ບໍ່​ແກ້ວ​ລາ­ຄາ​ນ້ຳ­ມັນ​ແອັດຊັງ​ລິດ​ຫນຶ່ງ 10.110 ກີບ, ກາຊວນ 8.940 ກີບ; ແຂວງ​ຊຽງ ຂວາງ​ແອັດ​ຊັງ 10.230 ກີບ, ກາ​ຊວນ 9.030 ກີບ​ຕໍ່​ລິດ.
    ໂດຍ​ການ​ປັບ​ລົງ​ຄັ້ງ​ນີ້ ເລີ່ມມີ​ຜົນ​ນັບ​ແຕ່​ເວ­ລາ 6:00 ຂອງ ມື້­ນີ້​ກໍ່​ຄື​ວັນ​ທີ 5 ກໍ­ລະ­ກົດ2012 ເປັນ­ຕົ້ນ​ໄປ​ສຳ­ລັບ​ປ້ຳ​ທີ່­ຢູ່​ຂອບເຂດ​ເທດ­ສະ­ບານ​ນະ­ຄອນ­ຫລວງ ແລະ ແຂວງ, ສ່ວນ​ບັນ­ດາ​ເມືອງຫ່າງ​ໄກ​ແມ່ນ​ປະ­ຕິ­ບັດ​ໃຫ້​ສຳເລັດ​ພາຍ​ໃນ 24 ຊົ່ວ­ໂມງ​ຕາມແຈ້ງ​ການ​ສະບັບ​ເລກ​ທີ 1296/ຄອ.ຄພນ ລົງ​ວັນ​ທີ 3 ກໍ­ລະ­ກົດ 2012.