ເຮັດ​​ແນວ​ໃດຈື່ງຈະ​ຢູ່​ຢ່າງ​ມີ​ຄວາມສຸກ

(GMT+08:00) 2013-01-11 10:04:06     cri

ຄວາມ​ສຸກເປັນ​ຍອດ​ປາດຖະຫນາ​ຂອງ​ມະນຸດ​ທີ່​ສາມາດ​ສະ​ແຫວງ​ຫາ​ໄດ້ ຊຶ່ງ​ແນວ​ທາງ​ໃນ​ການປະຕິບັດ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ຕົວ​​ເອງໃຫ້​ມີ​ຄວາມ​ສຸກ ມີວິທີ​ງ່າຍ​ມາ​ເວົ້າ​ສູ່​ທ່ານ​ຟັງ.  

ການ​ປິ່ນປົວ​ສຸຂະພາບ​ທາງ​ກາຍ​ໃຫ້​ແຂງ​ແຮງ ສຸຂະພາບ​ທີ່​ແຂງ​​ແຮງ​ນນີ້​ແມ່ນ​ໝາຍ​ເຖິງ​ສຸຂະພາບ​ທາງ​ກາຍ ​ແລະ ​ສຸຂະພາບ​ທາງ​ຈິດ​ມີ​ອິດທິພົນ​ຕໍ່​ກັນ​ແລະ​ກັນ ຄົົນທີ່​ມີ​ສຸຂະພາບ​ກາຍ​ດີ​ຍ່ອມ​ສົ່ງ​ຜົນ​ໃຫ້​ມີ​ຈິດ​ໃຈ​ມ່ວນ​ຊື່ນ​ແຈ່ມ​ໃສ ​ເຂັ້ມແຂງ ການເຮັດໃຫ້​ສຸຂະພາບ​ແຂງ​ແຮງ ໄດ້​ແກ່​ການ​ຮັບປະທານ​ອາຫານ​ຖືກ​ສ່ວນ, ການ​ພັກ​ຜ່ອນ​ພຽງ​ພໍ, ການ​ປິ່ນປົວ​ຄວາມ​ສະ​ອາດ​ຂອງ​ຮ່າງກາຍຕະຫລອດ​ຈົນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ພໍ​ພຽງ.


ມີ​ຄວາມ​ສຸກ​ກັບ​ການເຮັດວຽກງານ  ການ​ເລືອກ​ເຮັດວຽກ​ທີ່​ມັກ​ ຫລື​ການສ້າງ​ຄວາມ​​ເພິ່ງ​ພໍ​ໃຈ​ໃນ​ວຽກງານ​ທີ່ຕົນ​ເຮັດ ຫາ​ວິທີ​ການເຮັດວຽກງານ​ໃຫ້​ມີ​ຄວາມ​ສຸກ   ພ້ອມ​ທັງ​ກຳນົດ​ເປົ້າ​ໝາຍ​ຫລາຍ​ຢ່າງ​ພາຍ​ໃນ​ຂອບ​ເຂດ​ທີ່​ສັງຄົມ​ຍອມ​ຮັບ ຕາມ​ຄວາມ​ສາມາດ​ຂອງ​ຕົນເອງ ແລະ​ເບິ່ງເຫັນ​ຫົນ​ທາງ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້ ຈາກນັ້ນ​ແມ່ນແລ້ວ​ລົງ​ມື​ປະຕິບັດ​ຢ່າງ​ຕັ້ງ​ໃຈ​ກໍ​ຍ່ອມ​ຈະ​ເກີດ​ຄວາມ​ສຸກ ເກີດ​ຄວາມ​ປິ​ຕິ​ຈາກ​ຄວາມ​ສຳ​ເລັດ​ໃນ​ງານ​ຕາມ​ມາຢ່າງ​ແນ່ນອນ.

    ຮູ້​ຈັກ​ຕົວ​ເອງ​ຢ່າງ​ແທ້​ຈິງ ຄວນ​ສຳ​ຫຼວດ​ຕົວ​ເອງ​ວ່າ​ເປັນ​ຄົນ​​ແບບໃດ ຄວນ​ຍອມ​ຮັບ​ວ່າ​ຄົນ​ເຮົາ​ມີ​ທັງ ສ່ວນ​ດີ​ແລະ​ສ່ວນ​ເສຍ ເຮົາ​ຄວນ​ເບິ່ງ​ຫາ​ສ່ວນ​ດີເຫັນ​ຄຸນຄ່າ ຊື່ນ​ຊົມ ພະຍາຍາມ​ພັດທະນາ​ສ່ວນ​ດີ ​ໃນ​ຂະນະ​ດຍວກັນ​ກໍທັງ​ຍອມ​ຮັບ​ໃນ​ຂໍ້​ຜິດ​ພາດ​ທີ່​ອາດຈະ​ເກີດ​ຂຶ້ນ​ໄດ້ ແລ້ວ​ຫາ​ແນວ​ທາງ​ປັບປຸງ​ແກ້​ໄຂ ຄົົນທີ່​ມີ​ຄວາມ​ສຸກ​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ບໍ່​ເຄີຍ​ພົບ​ອຸປະສັກ ຂໍ້​ຂັດ​ແຍ້ງ​ໃນ​ໃຈ ຫລື​ບໍ່​ເຄີຍ​ພົບ​ບັນຫາ ແຕ່​ອາດຈະ​ເປັນ​ຄົົນທີ່​ບາງເທື່ອ​ແກ້​ບັນຫາ​ບໍ່​ໄດ້ ຈຶ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ ຄວາມ​ອົດ​ທົນ ກໍ​ຈະ​ສາມາດ​ຜະເຊີນ​ບັນຫາ​ໄປ​ໄດ້.

ມີ​ອາລົມ​ມ່ວນ​ຊື່ນ​​ແລະ​ເບິ່ງ​ໂລກ​ໃນ​ແງ່​ດີ ຄວນ​ຊອກ​ຫາ​ຄວາມ​ສຸກ ຄວາມ​ເພີດ​ເພີນ ເພື່ອ​ຊ່ວຍ​ລຸດ​ຄວາມ​ຕຶງ​ຄຽດ​ຕ່າງ ໆ ເຮັດໃຫ້​ອາລົມ​ຜ່ອນ​ຄາຍ ການ​ຍີ້ມ-ຫົວເຮັດໃຫ້​ຈິດ​ໃຈ​ເບີກ​ບານ  ຖ້າ​ອາລົມ​ດີ​ແລ້ວຫົວ​ໃຈ, ​ປອດກໍ​ໄດ້​ອອກ​ກຳ​ລັງ​ໄປ​ນໍາ ມີ​ຜົນ​ເຖິງ​ກ້າມ​ຊີ້ນບ່າ​ໄລ່ ແຂນ ຫລັງ ແລະ ​ຂາເກີດ​ຄວາມ​ເພິ່ງງ​ພໍ​ໃຈ​ໃນ​ຄວາມ​ສຸກ ນອກ​ຈາກ​ນີ້​ບໍ່​ຄວນ ​ເບິ່ງ​ໂລກ​ໃນ​ແງ່​ຮ້າຍ ເວລາ​ຈະ​ເຮັດຫຍັງ​ຕ້ອງ​ຫາ​ຈຸດ​ດີ​ຂອງ​ເລື່ອງ​ນັ້ນ​ໃຫ້​ພົບ ເມື່ອ​ພົບ​ແລ້ວ​ເຮັດ​ຄວາມ​ພໍ​ໃຈ​ແລະ​ຊື່ນ​ຊົມ ກໍ​ຈະ​ເກີດ​ແຕ່​ຄວາມ​ດີ​ງາມ .

ບໍ່​ຄວນ​ເກັບ​ອາລົມ​ຂຸ່ນ​ມົວ ສິ່ງ​ທີ່​ບໍ່​ດີ​ຕ່າງໆການ​ເກັບ​ກົດ​ອາລົມ​ເຮັດໃຫ້​ເກີດ​ຄວາມ ຂຸ່ນ​ມົວ ສັບ​ສົນ ວຸ້ນວາຍ​ໃຈ ເປັນ​ການ​ກໍ່​ໃຫ້​ເກີດ​ຄວາມ​ຕຶງ​ຄຽດທາງ​ອາລົມ ຜົນ​ເຮັດໃຫ້​ສີ​ໜ້າ​ໝົ່ນ​ໝອງ ໜ້າ​ກຽດຊັງ ຄາງກະໄຕ​ປະ​ກົບ​ກັນ​ແໜ້ນ ໃບ​ໜ້າ​ເຕັມ​ໄປ​ດ້ວຍ​ຮອຍ ຫ່ຽວ​ຍານ ຜົມ​ສີ​ເທົາ-ຂາວ ຜົມ​ລ່ວງ ເຮົາ​ຄວນ​ຕ້ອງ​ຫາ​ທາງ​ລະບາຍ​ອາລົມ​ທີ່​ຂຸ່ນ​ມົວ ແຕ່​ຖ້າ​ພົບ​ຄວາມ​ຫຍຸ້ງຍາກ​ໃຈ​ເພີ່ມ​ຂຶ້ນ ກໍ​ຄວນ​ຫາ​ວິທີ​ຫລີກ​ລ້ຽງ​ເສຍ​ກ່ອນ ເນື່ອງ​ຈາກ​ທຳມະຊາດ​ຂອງ​ມະນຸດ​ຈະ​ຜະເຊີນ​ຄວາມ​ຕຶງ​ຄຽດ​ທາງ​ອາລົມ​ໄດ້​ເຖິງ ຂີດ​ໜຶ່ງ​ເທົ່າ​ນັ້ນ ຈາກ​ນັ້ນ​ຄວນ​ຫາ​ທາງ​ຜ່ອນ​ຄາຍ ດັ່ງ​ຄຳ​ກອນ​ທີ່​ວ່າ : " ເໜື່ອຍ​ກໍ​ພັກ ໜັກ​ກໍ​ວາງ ສັບສົນວຸ້ນ​ວາຍກໍ​ໃຫ້​ວ່າ​ງ ທຸກ​ຢ່າງ​ກໍ​ສະບາຍ​ເອງ ".
    ຄວນ​ມີ​ວຽກ​ເຮັດ​ໃນ​ເວລາ​ວ່າງ ​ແລະ ພັກ​ຜ່ອນ​ຫຍ່ອນ​ໃຈ  ຄວນ​ຫາ​ຫຍັງ​ທີ່​ມັກ​ ແລະ​ພໍ​ໃຈ​ເຮັດ ເຮັດ​ໃນ​ເວລາ​ວ່າງ​ທີ່​ເຫລືອ​ຈາກ​ກິດ​ວັດ​ລະ​ປະຈຳວັນ  ການ​ເຮັດຫຍັງ​ໃນ​ສິ່ງ​ທີ່​​ເພິ່ງ​ພໍ​ໃຈ​ຍ່ອມ​ເກີດ​ຄວາມ​ສຸກ​ເພີດ​ເພີນ ເຮັດໃຫ້​ບໍ່​ມີ​ເວລາ​ວ່າ​ງ ທີ່​ຈະ​ຄິດ​ກັງ​ວົນ​ເລື່ອງ​ຕ່າງ ໆ ເປັນ​ການ​ຝຶກ​ການ​ໃຊ້​ເວລາ​ວ່າງ​ໃຫ້​ມີດ​ມາ​ທິ​ໃນ​ການເຮັດ​ສິ່ງ​ທີ່​ພໍ​ໃຈ ຊຶ່ງ​ຈິດ​ມີດ​ມາ​ທິ​ຈະ​ເປັນ​ຈິດ​ທີ່​ເຂັ້ມແຂງບໍ່​ຫວັ່ນ​ໄຫວ​ງ່າຍ.


    ພົບ​ວ່າ​ເຮັດ​ວຽກ​ໃນ​ເວລາ​ວ່າງ ​ທີ່​ກ່ຽວກັບ​ກີລາ​ຈະ​ຊ່ວຍ​ໃຫ້​ມີ​ຄວາມ​ສຸກ ມ່ວນ​ຊື່ນ ລ່າ​ເລີງ ແຈ່ມ​ໃສ.  ນອກ​ຈາກ​ນັ້ນ​ຄວນ​ຫາ​ເວລາ​ໄປ​ທ່ອງ​ທ່ຽວ​​ກັບ​ທຳມະຊາດ​ທີ່​ກວ້າງ​ໃຫຍ່ເຊັ່ນ ທ້ອງ​ຟ້າ ທະ​ເລ ພູຜາປ່າ​ພວກເຂົາ​ລຳ​ເນົາ​ໄພຈະ​ກໍ່​ໃຫ້​ເກີດ​ຄວາມ​ປອດ​ໂປ່ງ ສົດ​ຊື່ນ ມີ​ຄວາມ​ສຸກ .

    ຫາ​ສິ່ງ​ຢຶດ​ໜ່ຽວ​ທາງ​ໃຈ ແຕ່​ລະ​ຊີວິດ​ຍ່ອມ​ມີ​ທັງ​ສຸກ​ ແລະ​ທຸກ​ປະ​ປົນ​ກັນ​ໄປ ເຮົາ​ຈຶ່ງ​ຄວນ​ຫາ​ເພື່ອນ​ຫລື​ໃຜ​ຈັກ​ຄົົນທີ່​ສາມາດ​ຮ່ວມ​ທຸກ​ຮ່ວມ​ສຸກ​ໄດ້ ຄົ້ນ​ຫາ​ຄົົນທີ່​ເຈົ້າ​ຮັກ ​ແລະ​ ເຂົາ​ຮັກ​ເຈົ້າ ຊ່ວຍເຫລືອ​ເກື້ອ​ກູນ ປອບ​ໃຈ  ບຳ​ລຸງ​ຈິດ​ໃຈ​ຊຶ່ງ​ກັນ​ແລະ​ກັນ ສາມາດ​ທີ່​ຈະ​ລະບາຍ​ທຸກ ປຶກ​ສາ​ຂໍ​ຄວາມ​ຄິດ​ເຫັນ ການ​ແກ້​ໄຂ​ບັນຫາ​ຕ່າງ .


ພ້ອມ​ທີ່​ຈະ​ຜະເຊີນ​ບັນຫາ​ ແລະ​ຄວາມ​ກັງ​ວົນ​ໃຈ ເມື່ອ​ພົບ​ອຸປະສັກ ​​ພິຈາລະນາ​ບັນຫາ​ຢ່າງ​ໃຊ້​ເຫດ​ແລະ​ຜົນ ໂດຍ​ຄົ້ນ​ຫາ​ຂໍ້​ເທັດ​ຈິງ ​ເບິ່ງ​ບັນຫາ​ນັ້ນ ໆ​ແລະ​ຫາ​ວິທີ​ການ​ຕ່າງ ໆ​ໃນ​ການ​ແກ້​ບັນຫາການ​ຕັດ​ສິນ​ໃຈ ແລ້ວ​ປະຕິບັດ​ຕາມ​ທີ່​ໄດ້​ຕັດ​ສິນ​ໃຈ​ໄວ້ ຫລື​ຖ້າ​ບັນຫາ​ລຸມ​ລ້ອມຫລາຍ​ຈົນ​ຕ້ອງ​ການ​ຫລີກ​ໃຫ້​​ໄກ " ຈົ່ງ​ໃຊ້​ຊີວິດ ຢູ່​ເພື່ອ​ມື້​ນີ້​ເທົ່າ​ນັ້ນ " .

ຄົ້ນ​ຫາ​ເປົ້າ​ໝາຍ​ຂອງ​ຊີວິດ ການ​ຄິດ​ຝັນ​ບໍ່ແມ່ນ​ເລື່ອງ​ເສຍ​ຫາຍ ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ ແຕ່​ສິ່ງ​ທີ່​ສຳຄັນ​ທີ່ສຸດ​ຄື​ຕ້ອງ​ມີ​ຄວາມ​ຄິດ​ຝັນ​ທີ່​ໃກ້​ຄຽງ​ກັບ​ຄວາມ​ເປັນ​ຈິງ ຊຶ່ງ​ຄວາມ​ຄິດ​ຝັນ​ຈະ​ເຮັດໃຫ້​ເຮົາ​ມີ​ຄວາມ​ຄິດ​ລິ​ເລີ່ມ ສ້າງສັນ ມີ​ແຮງ​ຈູງ​ໃຈ ມີ​ການຕັ້ງ​ເປົ້າ​ໝາຍ​ໃນ​ຊີວິດ​ໃກ້​ຄຽງ ກັບ​ຄວາມ​ສາມາດ​ທີ່​ແທ້​ຈິງ ​ຄວນ​ໃຫ້ສອດ​ຄ່ອງ ກັບ​ຄວາມ​ເຊື່ອ​ແລະ​ອຸດົມຄະຕິ ແລ້ວ​ກໍ່ການ​ລົງ​ມື​ປະຕິບັດ​ເພື່ອ​ໄປ​ສູ່ເປົ້າ​ໝາຍ ຖ້າ​ເຮັດ​ເຊັ່ນ​ນີ້​ໄດ້​ເຮົາ​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ​ແລະ​ຄວາມ​ສົມ​ຫວັງເກີດ​ຄວາມ​ສຸກ​ທາງ​ໃຈ​ໄດ້.


ຈາກ​ສິ່ງ​ທີ່​​ເວົ້າມາ​ເປັນ​ການ​ສະເໜີ​ແນວ​ທາງ​ໃນ​ການ​ປະຕິບັດ​ຢ່າງ​ກວ້າງໆ ​ການປະຕິບັດໂຕໃຫ້​ມີ​ຄວາມ​ສຸກ​ໄດ້​ພຽງ​ໃດ ຍ່ອມ​ຂຶ້ນ​ຢູ່​ກັບ​ການ​ປະຕິບັດ ຕ້ອງ​ອາໄສ​ການ​ຮຽນ​ຮູ້ ແລະ​ຫາ​ວິທີ​ການ ແລ້ວ​ນຳ​ໄປ​ດັດ​ແປງ ປັບປຸງ​ໃຫ້​ເໝາະ​ສົມ​ສອດ​ຄ່ອງ​ກັບ​ສະພາບ​ການ​ຂອງ​ຜູ້​ຕ້ອງ​ການ​ທີ່​ສະ​ແຫວ​ງ​ຫາ​ຄວາມ​ສຸກ​ນັ້ນ​ເອງ.