ກິນ​ໄສ້​ກອກ-ແຮມ ຫລາຍ​ ໆ ສ່ຽງ​​ເປັນ​ພະຍາດມະ​ເຮັງ

(GMT+08:00) 2013-01-11 10:09:30     cri

ໃຜ​ມັກ​ຮັບ​ປະທານ​ອາຫານ​ປະ​ເພດໄສ້​ກອກ, ແຮມຄວນ​ເອົາ​ໃຈ​ໃສ່​ຕື່ມທ່ານ​ຮູ້​ບໍ​ວ່າ ໃນ​ຊີ້ນສັດ​ແປ​ຮູເຫລົ່າ​ນີ້​ມີ​ສານ​ຊະນິດ​ໜຶ່ງ​ທີ່​​ເອີ້ນວ່າ " ໂຊ​ດຽມ​ໄນ​ໄຕທ໌ " ປະສົມ​ຢູ່ ຊຶ່ງ​ສານ​ຊະນິດ​ນີ້​ມີ​ອັນຕະລາຍ​ຕໍ່​ສຸກຂະພາບ​ແນ່ນອນ ຫາກ​ຮັບປະທານ​ຫລາຍ​ເກີນ​ໄປ ​ໄສ້​ກອກ​ທີ່​ວາງ​ຂາຍ​ຢູ່​ຕາ​ມຕະຫຼາດ ແລະ ​ພົບ​ວ່າມີ​ຫລາຍ​ຍີ່​ຫໍ້​ທີ່ໃຊ້​ວັດ​ຖຸ​ເຈືອ​ປົນ​ອາຫານແຕ່​ບໍ່​ລະ​ບຸ​ວ່າ ເປັນ​ສານ​ຊະນິດ​ໃດ ປະສົມ​ອາຫານ​ໃນ​ປະລິມານ​ເທົ່າ​ໃດ ແລະ ​ຄວນ​ບໍລິ​ໂພກ​ຊໍ່າໃດ​ຈຶ່ງ​ບໍ່​ເປັນ​ອັນຕະລາຍ.

ສຳລັບວັດ​ຖຸ​ເຈືອ​ປົນ​ອາຫານ​ທີ່​ລະ​ບຸ​ໄວ້​ນັ້ນຄື: ສານ​ໂຊ​ດຽມ​ໄນ​ໄຕທ໌ ທີ່​ປະສົມ​ຢູ່ໃນ​ຜະລິດຕະພັນ​ຈຳ​ພວກ​ໄສ້​ກອກ ແຮມ ແໜມ ຫລື​ ໄສ້​ກອກ​ສົ້ມ ​ສານ​ນີ້​ເປັນ​ຜະ​ລິດສີ​ຂາວ ຄ້າຍ​ນ້ຳ​ຕານ​ຊາຍ ໃຊ້​ສຳລັບ​ປະສົມ​ອາຫານ​ປະ​ເພດ​ຊີ້ນ​ສັດ​ ເພື່ອ​ຄົງ​ສະພາບ​ສີ​ແລະ​ກິ່ນ​ຂອງ​ໄສ້​ກອກ ຊຶ່ງ​ມີ​ກິ່ນ​ສະເພາະ​ໄວ້​ໄດ້​ດົນ ແຕ່​ຫາກ​ໄດ້ຮັບ​ສານ​ຊະນິດ​ນີ້​ໃນ​ປະລິມານ​ຫລາຍ​ເກີນ​ໄປ​ກໍ​ມີ​ອັນຕະລາຍ​ເຊັ່ນ​ກັນ ເພາະ​ເມື່ອ​ສານ​ຊະນິດ​ນີ້​ໄປ​ເຮັດ​ປະຕິ​ກິ​ລິ​ຢາ​ກັບ​ສານ​ເຄ​ມີ​ໃນ​ຊີ້ນ​ສັດ ອາດ​ກໍ່​ໃຫ້​ເກີດ​ພະຍາດ​ຊະນິດ​ຮຸນແຮງ ແລະ​ພະຍາດ​ຊຳເຮື້ອເຊັ່ນ: ພະຍາດ​ມະ​ເຮັງ.    ໃນ​ຫລາຍໆປະເທດ​ບໍ່​ໄດ້​ຫ້າມ​ການ​ໃຊ້​ສານ​ໄນ​ໄຕທ໌​ໃນ​ອາຫານ ພຽງ​ແຕ່​ຕ້ອງ​ໃຊ້​ໃນ​ປະລິມານ​ທີ່​ລະ​ບຸ​ໄວ້​ຕາມ​ກົດຫມາຍ ຫລາຍ​ຄົນ​ອາດຈະ​ເລີ່ມ​ຢ້ານ​ແລ້ວ​ວ່າ ເຮົາ​ຈະ​ຍັງ​ສາມາດ​ກິນ​ໄສ້​ກອກ​ໄດ້​ຫລື​ບໍ່ ເຮົາ​ສາມາດ​ຮັບປະທານ​ອາຫານ​ຈຳ​ພວກ​ນີ້​ໄດ້ ແຕ່​ຢ່າ​ກິນ​ຕໍ່​ເນື່ອງ​ທຸກ​ມື້ ເພາະ​ຫາກ​ບໍ່​ໄດ້​ຮັບປະທານ​ອາຫານ​ປະ​ເພດ​ນີ້​ເລື້ອຍ  ໆ ການ​ສະ​ສົມ​ຂອງ​ໄນ​ໄຕທ໌​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ຕໍ່​ຮ່າງກາຍ​ໄດ້.