ຜູ້​ຊ່ຽວຊານ​ການ​ທະຫານ​ຈີນ​ເຫັນ​ວ່າການ​ຝຶກ​ຊ້ອມ​ໂດດ​ຈ້ອງ​ຍາດ​ເອົາ​ເກາະດອນ​ຂອງ​ຍີ່​ປຸ່ນ​ແມ່ນ​ແຜນໍ​ສູ້​ຮົບລ່ວງ​ໜ້າ​ທີ່​ແນ່​ໃສ່​ເກາະ​ຕ້ຽວ​ອີ, ຈີນ​ຕ້ອງມີ​ສະຕິ​ລະວັງ​ຕົວ

(GMT+08:00) 2013-01-14 16:37:47     cri
ວັນ​ທີ 13 ມັງກອນ​ນີ້, ກອງພັນ​ໃຫຍ່ໂດດ​ຈ້ອງ​ທີ​ໜຶ່ງ ​ຊຶ່ງ​ເປັນ​ກອງທັບ​ເກັ່ງ​ທີ່​ສຸດ​ຂອງ​ກອງ​ປ້ອງ​ກັນ​ຕົວ​ທາງບົກ​ຍີ່ປຸ່ນ​ໄດ້​ດຳ​ເນີນ​ກາ​ນຝຶກ​ຊ້ອມ​ໂດດ​ຈ້ອງ​​ເຊິ່ງຖື​ການ"ກູ້​ເອົາ​​ເກາະດອນ​ທີ່​ຖືກ​ສັດຕູ​ຍຶດຄອງ"​ເປັນ​ເນື້ອ​ໃນ​​ຝຶກ​ຊ້ອມ. ຜູ້​ຊ່ຽວຊານ​ການ​ທະຫານ​ຈີນ​ເຫັນ​ວ່າ, ການ​ຝຶກ​ຊ້ອມ​ເທື່ອ​ນີ້​ແນໃສ່​ຈີນ, ​ເນື້ອ​ໃນ​ຂອງ​ການ​ຝຶກ​ຊ້ອມ​ອາດ​ຈະ​ແມ່ນ​ແຜນ​ສູ້​ຮົບລ່ວງ​ໜ້າ​ຕໍ່​ເກາະ​ຕ້ຽວ​ອີ, ຈີນ​ຕ້ອງ​ມີ​ສະຕິລະວັງ​ຕົວໃນ​ລະດັບ​ສູງ.

ທ່ານ​ອິງ​​ໂຈ່​ວ​, ຜູ້​ຊ່ຽວຊານ​ການ​ທະຫານ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ຫົວໜ້າ​ຄະນະ​ກຳມະການ​ຜູ້​ຊ່ຽວຊານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ກອງທັບ​ເຮືອ​ຈີນເຫັນ​ວ່າ, ການຝຶກ​ຊ້ອມ​ເທື່ອ​ນີ້​ແມ່ນ​ແນ​ໃສ່ຈີນ​ໂດຍ​ສະ​ເພາະ​ແມ່ນ​ແນ​ໃສ່​ບັນຫາ​ເກາະ​ຕ້ຽວ​ອີຢ່າງ​ຈະ​ແຈ້ງ. ທ່ານ​ກ່າວ​ວ່າ:
"​ເນື້ອ​ໃນ​ຂອງ​ການຝຶກ​ຊ້ອມ​ເທື່ອ​ນີ້​​ແມ່​ນດຳ​ເນີນ​ຕາມ​ສົມມຸດ​ຂອງ​ຍີ່ປຸ່ນ​ທີ່​ກູ້​ເອົາ​ເກາະ​ຕ້ຽວ​ອີ​ພາຍຫຼັງ​ຖືກຈີນ​ຍຶດຄອງ. ກ່ອນ​ອື່ນ​ແມ່ນ​ຍົນ​ຮົບ P3C ​ໄປ​ສືບ​ແນມ, ​​ແລ້ວ​ປະສານ​ສົມທົບ​​ໂດຍດາວ​ທ່ຽມຂອງ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ, ​ເພື່ອ​ສອດ​ແນນ​ສະພາບ​ການ​ຢ່າງ​ລະອຽດ. ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ຂ່າວ​ກອງ, ​ສະໜັບສະໜູນ​ດ້ວຍປືນ​ໃຫຍ່​ແລະ​ຍົນ​ຮົບ, ​ໃຊ້​ຍົນ​ເຮ​ລິ​ກົບ​ເຕີ​ CH46ບັນທຸກ​ທະຫານ​ຍີ່ປຸ່ນ​ໂດດ​ຈ້ອງ​ໃສ່​ເກາະ​ຕ້ຽວ​ອີ. ຂ້າພະ​ເຈົ້າ​ເຫັນ​ວ່າ​ລະບຽບ​ການ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ຂາດ​ບໍ່​ໄດ້, ​ແມ່ນ​ປະຕິບັດ​ຕາມ​ແຜນ​ສູ້​ຮົບ​ລ່ວງ​ໜ້າ."
​ໂດຍ​ປະ​ເຊີນ​ກັບ​ທ່າ​ທີ​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂອງ​ຍີ່ປຸ່ນ​ໃນ​ບັນຫາ​​ເກາະຕ້ຽວ​ອີ, ທ່ານ​ອີງ​ໂຈ່ວກ່າວ​ວ່າ, ຍີ່ປຸ່ນ​ອາດ​ຈະ​ດຳ​ເນີນ​ການ​ສູ້​ຮົບ​ແບບ​ໂຈມ​ຕີ​ເພື່ອ​ຍຶດ​ເອົາເກາະ​ຕ້ຽວ​ອີ, ຝ່າຍຈີນ​ຕ້ອງ​ລະວັງ​ຄວາມ​ເຈຕະນາ​ຂອງ​ຍີ່ປຸ່ນ​ທີ່ຊຸກ​ບັນຫາ​ເກາະ​ຕ້ຽວ​ອີ​ຂຶ້ນ​ເປັນ​ການ​ປະ​ທະ​ກັນ​ທາງການ​ທະຫານ. ທ່ານ​ກ່າວ​ວ່າ:

"ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັກສາ​ສະຕິ​ລະວັງ​ຕົວ​ໃນ​ລະດັບ​ສູງ, ​ເຖິງ​ວ່າ​ສະຖານະ​ການ​ເກາະ​ຕ້ຽວ​ອີກ​ຍັງ​ຢູ່​ໃນ​ຂອບ​ເຂດ​ທີ່​ລັດຖະບານ​ສອງ​ປະ​ເທດ​ສາມາດ​ຄວບ​ຄຸມ​ໄດ້, ​ແຕ່​ຍີ່ປຸ່ນ​ຊຸກ​ບັນຫາ​ເກາະ​ຕ້ຽວ​ອີ​ເປັນ​ບັນຫາ​ການ​ຕໍ່ສູ້​ທາງ​ທະຫານ​ຢ່າງ​ຈະ​ແຈ້ງ​ແລ້ວ. ພວກ​ຂ້າພະ​ເຈົ້າ​ຈະ​ບໍ່​ເປັນ​ເຈົ້າ​ຍິງ​ປືນ​ນັດ​ທຳ​ອິດ, ​ແຕ່​ອັນ​ທີ່​ວ່າ​ຍີ່ປຸ່ນ​ຖື​ວ່າ​ຈີນ​ຍຶດ​ເອົາ​ເກາະ​ຕ້ຽວ​ອີ​ແລ້ວ​ເຂົາ​ເຈົ້າ​ໄປ​ກູ້​ຄືນ​ອີກ, ບໍ່​ປັດ​ເປົ່າ​ຄວາມ​ອາດ​ສາມາດ​ທີ່​ຍີ່ປຸ່ນ​ຈະ​ໄປ​ຍຶດ​ເອົາ​ເກາະ​ຕ້ຽວ​ອີ​ກ່ອນ​ພວກ​ຂ້າພະ​ເຈົ້າ. ຍີ່ປຸ່ນ​ໄດ້​ຊຸກ​ບັນຫາ​ຕ້ຽວ​ອີ​ເປັນ​ການ​ສູ້​ຮົບ​ທາງ​ການ​ທະຫານ​ເທື່ອ​ລະ​ກ້າວ, ພວກ​ຂ້າພະ​ເຈົ້າ​ກໍ່​ຕ້ອງ​ກຽມພ້ອມ​ກ່ອນ."