10 ວິທີ​ທີ່​ເຮັດ​ໃຫ້​ອາລົມ​ດີ​ທຸກ​ໆມື້

(GMT+08:00) 2013-01-16 10:49:20     cri
    10 ວິທີ​ທີ່​ເຮັດ​ໃຫ້​ອາລົມ​ດີ​ທຸກ​ໆມື້ 
    ໜື່ງ: ​ເບິ່ງ​ໂລກ​ໃນ​ແງ່​ດີ ເມື່ອ​ເຮົາ​ມີ​ຄວາມ​ຄິດ​ທີ່​ເຮັດໃຫ້​ຊຶມ​ເສົ້າເຊັ່ນ: ຂ້ອຍ​ເຮັດ​ວິ​ຊາ​ເລກ​ບໍ່​ໄດ້ ຄວນ​ຄິດ​ໃໝ່​ວ່າ ຖ້າໄດ້ຮັບ​ຄວາມ​ຊ່ວຍເຫລືອ​ທີ່​ຖືກ​ຕ້ອງ​ເຮັດ​ໄດ້ ຄວນໄປ​ຫາ​ຄູ ຄູ​ພິເສດ ຫລື​ໃຫ້​ເພື່ອນ​ຊ່ວຍ​ອະທິບາຍ​ໃຫ້.    ສອງ:  ປື້​ມບັນ​ທຶກ​ສັກ​ເລ່ມ​ໄວ້​ຂຽນ​ກ່ອນ​ເຂົ້າ​ນອນ​ທຸກ​ມື້ ໃນ​ປືມບັນ​ທຶກ​ເຫລັ້ມນີ້ ຫ້າມ​ຂຽນ​ເລື່ອງ​ບໍ່​ດີ ຈົ່ງ​ຂຽນ​ແຕ່​ເລື່ອງ​ດີ ໆ ທີ່ເກິດຂື້ນ​ໃນ​ມື້​ນັ້ນ ​ຂຽນ​ເລື່ອງ​​ເຊັ່ນວ່າ ມີ​ຄົນ​ແປກ​ໜ້າ​ຍິ້ມ​ໃຫ້ ຖ້າ​ໄດ້​ລອງ​ຕັ້ງ​ໃຈ​ເຮັດ ມັນ​ຈະ​ປ່ຽນ​ຄວາມ​ຄິດ​ໃຫ້​ເຮົາ​​ເບິ່ງຫາ​ແຕ່​ເລື່ອງ​ດີໆ.     ສາມ: ໃຊ້​ເວລາ​ຢູ່​ກັບ​ຄົົນທີ່​ເຮັດໃຫ້​​ເຮົາ​ຍີ​ມຫົວ​ໄດ້​ຢູ່​ຕະຫຼອດ.    ສີ່: ໃສ່​ໃຈ​ກັບ​ຄວາມ​ຮູ້ສຶກ​ຂອງ​ຕົນເອງ​ໃນ​ແຕ່​ລະ​​ໄລຍະຂອງມື້ ການ​​ເອົາ​ໃຈ​ໃສ່​ຄວາມຮູ້​ສຶກເຖິງ​ອາລົມ​ຂອງ​ຕົວ​ເອງ​ເຊັ່ນ ຖ້າ​ເຮົາ​ຮູ້ສຶກ​ດີ​ທີ່ສຸດ​ຕອນ​ເຊົ້າ​ສະແດງ​ວ່າ​ຕອນ​ເຊົ້າ​ຄື​ເວລາ​ຈັດການ​ກັບ​ວຽກງານ​ທີ່​ເຄັ່ງຄຽດເຊັ່ນ ໃຫ້​ເວລາ​​ໄລຍະ​ນັ້ນ​ເອົາ​ໄວ້​ເຮັດ​ກິດຈະກຳ ທີ່​ບໍ່​ຕ້ອງ​ໃຊ້​ພະລັງ​ທາງ​ອາລົມ​ຫລາຍ ເຊັ່ນ ອ່ານ​ຫນັງສື​ຫລື​ຢູ່​ກັບໝູ່​ເພື່ອນຢ່າ​ເຮັດຫຍັງ​ເຄັ່ງ​ຄຽດເວລາ​ເໜື່ອຍ​ຫລື​ຄຽດຫຼາຍ.    ຫ້າ: ສັງເກດ​ອາລົມ​ຕົວ​ເອງ​ໃນ​​ໄລຍະຕ່າງໆ ຂອງ​ເດືອນຜູ້ຍິງ​ບາງ​ຄົນ​ພົບ​ວ່າ ​ໄລຍະເວລາ​ທີ່​ຕົວ​ເອງ​ອາລົມ​ບໍ່​ດີ​ສຳພັນ​ກັບ​ຮອບ​ເດືອນ.    ຫົກ: ໝັ່ນ​ອອກ​ກຳ​ລັງ​ກາຍ ການ​ອອກ​ກຳ​ລັງ​ກາຍ​ຊ່ວຍ​ໃຫ້​ເຮົາ​ແຂງ​ແຮງ​ທັງ​ຮ່າງກາຍ​ແລະ​ຈິດ​ໃຈ ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ມື້​ລະ 20 ນາ​ທີ ສາມາດ​ເຮັດໃຫ້​ຮູ້ສຶກ​ສະຫງົບ​ແລະ​ມີ​ຄວາມ​ສຸກ​ໄດ້ ການ​ອອກ​ກຳ​ລັງ​ຈະ​ຊ່ວຍ​ເພີ່ມ​ການ​ຜະລິດ​ເອັນ​ດອລ​ຟີນ​ຂອງ​ຮ່າງກາຍ​ດ້ວຍ ເອັນ​ດອລ໌ຟີນ​ເປັນ​ສານ​ເຄ​ມີ​ໃນ​ຮ່າງກາຍ ທີ່​ເຮັດໃຫ້​ເກີດ​ຄວາມ​ຮູ້ສຶກ​ດີ​ແລະ​ມີ​ຄວາມ​ສຸກ​ຕາມ​ທຳມະຊາດ​ໂດຍ​ບໍ່​ຕ້ອງ​ພຶ່ງ​ຢາ​ເສບ​ຕິດ.    ເຈັດ: ຮູ້​ຈັກ​ພິຈາລະນາ​​ໄຈ້​ແຍກ    ​ແປດ: ຟັງ​ເພງງານ​ວິ​ໄຈ​ຊິ້ນ​ໜຶ່ງ​ພົບ​ວ່າ ຈັງ​ຫວະ​ຂອງ​ສຽງ​ເພງ​ຊ່ວຍ​ຈັດ​ລະບຽບ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຫມັ້ນຄົງ​ພາຍ​ໃນ​ຈິດ​ໃຈ ແລະ​ຊ່ວຍ​ລຸດ​ຄວາມ​​ຕຶງ​ຄຽດ​ຂອງ​ກ້າມ​ຊີ້ນ​ໄດ້.    ​ເກົ້າ: ໂທ​ຫາໝູ່ ເພື່ອນ ການ​ຂໍ​ຄວາມ​ຊ່ວຍເຫລືອ​ເຮັດໃຫ້​ຄົນ​ເຮົາ​ຮູ້ສຶກ​ຜູກ​ພັນ​ກັບ​ຄົນ​ອື່ນ​ແລະ​ຮູ້ສຶກ​ໂດດ​ດ່ຽວ​ນ້ອຍ​ລົງ ແລະ​ການ​ໂອບ​ກອດ​ຊ່ວຍ​ໃຫ້ ຮ່າງກາຍ​ຫລັ່ງ​ຮອລ໌ໂມນ​ທີ່​ເຮັດໃຫ້​ຮູ້ສຶກ​ດີ​ອອກ​ມາ ຊຶ່ງ​ຈະ​ຊ່ວຍ​ໃຫ້​ເຮົາ​ຮັບ​ມື​ກັບ​ອາລົມ​ໄດ້.    ສິບ: ຢູ່​ທ່າມ​ກາງ​ຄົົນທີ່​ມີ​ຄວາມ​ສຸກອາລົມ​ດີ​ເປັນ​ພະຍາດ​ຕິດ​ຕໍ່​ທີ່​ແພ່​ໄດ້​ໄວ​ວາ ເຮົາ​ຈະ​ຮຽນ​ແບບ​ສີ​ໜ້າ ການ​ສະແດງ​ອອກ ກ້າມ​ເນື້ອ ທ່າ​ທາງ ຮູບ​ແບບ​ການ​ເວົ້າ ເພື່ອ​ໃຫ້​ເຂົ້າ​ກັບ​ຄົົນທີ່​ເຮົາ​ຢູ່​ດ້ວຍ​ໂດຍ​ທີ່​ເຮົາ​ບໍ່​ຮູ້​ຕົວ.