10 ​ເຫດຜົນ​ເພື່ອ​ບອກ​ໝູ່​ວ່າ​ເຊົາຢາສູບ

(GMT+08:00) 2013-01-16 10:51:29     cri

ໜື່ງ: ລູກ​ຫ້າມ: ​ເຮືອນ​ໃດ​ທີ່​ວ່າ​ມີ​ລູກ​ສາວ​ເປັນ​ສູນ​ລວມຈິດ​ໃຈ​ແລ້ວ ກໍ່​ປຍບດັ່ງ​ຫົວ​ແກ້ວ​ຫົວ​ແຫວນ. ​ຄໍາ​ເວົ້າ​ທີ່​ວ່າ​ລູກ​ຫ້າມ​ບໍ່​ໃຫ້​ສູບຢາ​ຫຼາຍ​ຄົນ​ຄົງ​ເຂົ້າ​ໃຈ.

ສອງ: ລູກ​ເປັນ​ພະຍາດ​ພູມ​ແພ້​ຫຼື​ວ່າ​ຄົນ​ຮັກ​ເປັນ​ພະຍາດ​ພູມ​ແພ້: ​ເພາະ​ສາ​ເຫດ​ທີ່​ເປັນ​ພູມ​ແພ້​ບໍ່​ສະ​ເພາະ​ແຕ່​ຂີ້ຝຸ່ນ​​ເທົ່າ​ນັ້ນ ​ແຕ່​ມັນ​ແມ່​ຄວັນ​ຢາສູບ​ລວມທັງຄວັນ​ຢາສູບ​ທີ່​ຕິດຕາມ​ຜ້າ​ກັ້ງ, ຕາມ​ເສື້ອ, ຕາມ​ຕົນ​ໂຕ​, ຕາມ​ຜ້າ​ພົມ.

ສາມ: ທ່ານໝໍ​ຫ້າມ: ນີ້​ກໍ່​ແມ່ນ​ອີກ​ວິທີ​ໜື່ງທີ່​ຊ່ວຍ​ໄດ້​ໃນ​ບາງ​ກໍລະນີ​ທີ່​ມູ່​ເຂົ້າ​ໃຈ​ເຫດຜົນ​ແທ້​ໆເທົ່າ​ນັ້ນ​ ​ແຕ່​ວ່າ​ຄວນ​ຕອບ​ປະຕິ​ເສດ​ຢ່າງ​ໝັ້ນ​ໃຈ​ວ່າ​ທ່ານ​ເຊື່ອ​ໃນ​ສິ່ງ​ທີ່​ທ່ານໝໍ​ບອກ.

ສີ່: ມີ​ພະຍາດ​ປະ​ຈໍາ​ໂຕ: ສູບ​ຫຼາຍ​ຍ້ານພະຍາດ​ປະ​ຈໍາ​ໂຕ​ຮຸນ​ແຮງ​ຂື້ນ​ເຊັ່ນ: ພະຍາດຫົວ​ໃຈ, ພະຍາດ​ຄວາມດັນ​ເລືອດ​ສູງ, ​ເຈັບຫົວ, ຄໍ​ອັກ​ເສບ​ແລະ​ອື່ນໆ.

ຫ້າ: ປາກ​ເໝັນ: ສູບຢາ​ແລ້ວ​ປາກ​ເໝັ້ນ​ກິ່ນ​ຢາສູບ​ ​ແລະ ກິ່ນ​ຈາກ​ເຄມີ​ຕ່າງໆ​ໃນ​ຢາສູບ​ນັ້ນ​ຈະ​ປະສົມ​ເຂົ້າ​ກັບ​ນໍ້າລາຍ​ໃນ​ປາກ​ເຮັດ​ໃຫ້​ມີ​ກິ່ນ​ປາກ.

ຫົກ: ​ແຂ້ວ​ບໍ່ດີ, ເປັນ​ແຂ້ວ​ແມງ, ​ແຂ້​ວປ່ຽນ​ສີ ການ​ສູບຢາ​ຫຼາຍ​ເທົ່າ​ກັບ​ເປັນ​ການ​ທາສີ​​ໃຫ້ແຂ້ວ ທັງ​ຍັງ​ເຮັດ​ໃຫ້​ແຂ້ວ​ຜຸ​ຜ່ອຍ, ​ເປັນ​ບາດ​ແຜ​ຊໍາ​ເຮື້ອ​ໃນ​ຜົ້ງ​ປາກ​ເຖິງ​ຂັ້ນ​ເປັນ​ມະ​ເຮັງ​ຜົ້ງ​ປາກ​ໄດ້.

ເຈັດ: ​ເມື່ອຍ​ງ່າຍ: ​ເພາະ​ຢາສູບ​ເພີ່ມ​ພາລະ​ໃຫ້​ແກ່​ປອດ​ຫຼາຍ​ຂື້ນ​ແຮງ​ສູບ​ກໍ່​ແຮງ​ເມື່ອຍ.

ເກົ້າ: ​ເປືອງ​ເງິນ: ສູບຢາ​ຊອງ​ໜື່ງລາຄາ​ບໍ່​ແມ່ນ​ຖືກ​ໆ​ກິນ​ເຂົ້າ​ອີ່ມ​ເປັນ​ຄາບ​ລອງ​ບວກ​ຈໍານວນ​ເງິ​ນທີ່​ຊື້​ຢາສູບ​ແຕ່​ລະ​ມື້​ທີ່​ຊື້​ຢາ​ມາ​ສູບ​ຈ​ະຮູ້​ວ່າ 1 ​ເດືອນ​ຊື້​ຢາສູບ​ໄປ​ຫຼາຍ​ປານ​ໃດ.ສິບ: ຢູ່​ເຮືອນ​ມີ​ເດັກນ້ອຍ, ຜູ້​ເຖົ້າ​ຫຼື​ແມ່ຍິງ​ຖືພາ ຄວັນ​ຢາສູບ​ເປັນ​ອັນຕະລາຍ​ຕໍ່​ປອດ​ຂອງ​ທຸກໆ​ຄົນ ບໍ່​ສະ​ເພາະ​ແຕ່​ຜູ້​ສູບ​ເທົ່າ​ນນັ້ນ, ​ແຕ່​ຍັງ​ສົ່ງ​ຜົນ​ຮ້າຍ​ຕໍ່​ສຸຂະ​ພາບ​ຂອງ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄອບ​ຄົວ​ນໍາ​ອີກ.