ບຳບັດຄວາມຕຶງຄຽດດ້ວຍວິທີການສ້າງຮອຍຍິ້ມ ແລະ ສຽງຫົວ

(GMT+08:00) 2013-01-16 11:01:39     cri

ການບຳບັດຄວາມຕຶງ ຄຽດດ້ວຍວິທີການຍິ້ມດ້ວຍ ສຽງຫົວດັງໆ ກຳລັງໄດ້ຮັບ ຄວາມນິຍົມໃນຫມູ່ຄົນຊາວຈີນຮົງກົງ ພາຍໃຕ້ທ່າມກາງ
ສັງຄົມທ່ີເຕັມໄປດ້ວຍຄວາມ ຕຶງຄຽດດ້ານສະພາບເສດຖະກິດທ່ີຝືດເຄືອງຄ່າໃຊ້ຈ່າຍດຳລົງຊີວິດທ່ີມີທ່າອ່ຽງແພງຂຶ້ນ ທຸກມື້.    ທ່ານ
ດິກ ຫຍູ ອາຍຸ 35 ປີນັກສະກົດຈິດບຳບັດຜູ້ກໍ່ ຕັ້ງຊຸມຊົນສຽງຫົວບຳບັດ 11 ແຫ່ງໃນຮົງກົງສ້າງຕັ້ງຂຶ້ນໃນປີ 2007 ເປີດເຜີຍວ່າ:

ຄົນຮົງກົງບໍ່ຄ່ອຍຍິ້ມຫົວເນ່ືອງຈາກພວກເຂົາມີຊີວິດຢູ່ທ່າມກາງ ແຮງກົດດັນທ່ີຕ້ອງຫາເງິນໃຫ້ໄດ້ຫຼາຍຂຶ້ນເພື່ອພາໃຫ້ຊີວິດຄວາມເປັນ
ຢູ່ດີຂຶ້ນ. ເພ່ິນກ່າວວ່າຄົນດຽວນີ້ມີຄວາມວິຕົກກັງວົນງ່າຍຂຶ້ນເນ່ືອງຈາກຖືກກົດດັນຈາກບັນຫາລາຄາເຮືອນຢູ່ອາໄສແພງຂຶ້ນ, ຄ່າຄອງຊີບ
ສູງຂຶ້ນແລະຄວາມຫມັ້ນຄົງໃນອາຊີບ,ການງານພົບຄວາມຫຍຸ້ງຍາກ.    ທ່ານດິກ ຫຍູ ໄດ້ກໍ່ຕັ້ງ ຊຸມຊົນສຽງຫົວບຳບັດແຫ່ງທຳອິດຂອງ
ຮົງກົງຫລັງຈາກເພ່ິນຄົ້ນພົບແນວຄິດການບຳບັດທ່ີເອີ້ນວ່າ"ໂຍຄະສ້າງສຽງຫົວ" ເຊິ່ງມີກົກເຄົ້າມາຈາກທ່ານ ມາດານ ຄາທາເຣຍ
ນັກຈິດວິທະຍາຄົນອິນເດຍເມ່ືອປີ 1995 ແລະ ນັບຕັ້ງແຕ່ນັ້ນມາ ກໍ່ມີຊາວຮົງກົງຈຳນວນຫລວງຫລາຍເຂົ້າຮ່ວມກິດຈະກຳດັ່ງກ່າວ
ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ເພ່ິນເລົ່າວ່າ ພາຍຫລັງທ່ີໄດ້ເຂົ້າຮ່ວມກິດຈະກຳບຳບັດ ເປັນເວລາ 1 ຊົ່ວໂມງດ້ວຍ ການຝຶກຍິ້ມຫົວມັນ
ຊ່ວຍເຮັດໃຫ້ຮູ້ສຶກມີຄວາມສຸກແລະ ເຮັດໃຫ້ເບິ່ງໂລກໃນແງ່ດີແລະ ເລ່ືອງຕ່າງໆກໍ່ຄ່ອຍໆດີຂຶ້ນມາຕາມລຳດັບ ແລະເພ່ິນຍັງມີແຜນ
ຈະເປີດຊຸມຊົນສ້າງສຽງຫົວບຳບັດໃຫ້ແຜ່ຫຼາຍທົ່ວ ຮົງກົງໂດຍຫວັງຈະຊ່ວຍໃຫ້ສັງຄົມມີຄວາມສຸກຫລາຍຂຶ້ນ.    ນັກວິໄຈຈຳນວນຫລາຍ
ຕ່າງຢືນຢັນວ່າ"ການຍິ້ມຫົວຄືຢາອາຍຸວັດທະ ນະທ່ີດີທ່ີສຸດ"ສອດຄ່ອງກັນກັບຜົນການວິໄຈທ່ີລະບຸວ່າການຫົວຈົນຫນ້າທ້ອງແຂງເປັນ
ຜົນດີຕໍ່ສຸຂະພາບຫົວໃຈໂດຍຊ່ວຍຂະຫຍາຍຫຼອດເລືອດແລະ ຊ່ວຍໃຫ້ການໄຫລວຽນເລືອດດີຂຶ້ນຫລຸດຮໍໂມນຄວາມຕຶງຄຽດ ແລະ ກະ
ຕຸ້ນການເຮັດວຽກລະບົບພູມຄຸ້ມກັນໄດ້.    ຜູ້ເຂົ້າຮ່ວມບຳບັດ ທ່ານ ຫນຶ່ງເປີດເຜີຍວ່າການພະຍາຍາມຫົວໃນເທ່ືອທຳອິດອາດເປັນເລ່ືອງ
ຫນ້າອາຍພໍແຕ່ຝຶກໄປໄດ້ໄລຍະຫນຶ່ງກໍຈະຊ່ວຍໃຫ້ຮູ້ສຶກຜ່ອນຄາຍຫຼາຍຂຶ້ນ. ຂະນະທ່ີທ່ານຫນຶ່ງກ່າວວ່າແຕ່ກ່ອນເຂົາເປັນຄົນທີ່ມີຄວາມຕຶງ
ຄຽດຫລາຍເນ່ືອງ ຈາກມີບັນຫາສາລະພັດເຂົ້າມາ. ນອກຈາກວຽກງານທ່ີມີການແຂ່ງກັນສູງ ແລະ ເຕັມໄປດ້ວຍກຳແພງອ້ອມຮອບ ແລ້ວ
ຍັງຂາດທັກສະການໃຊ້ຊີວິດຮ່ວມກັນເມ່ືອຕ້ອງພົບ ປະກັນຈຶ່ງບໍ່ຮູ້ວ່າຈະສະແດງສີຫນ້າອາການແນວໃດ, ແຕ່ພໍມາຝຶກບຳບັດນີ້ຊ່ວຍໃຫ້
ເຂົາ ຜ່ອນຄາຍໄດ້ຫລາຍຂຶ້ນ.    ຕາມການເປີດເຜີຍຂອງສຳນັກງານໂຮງຫມໍຮົງກົງຂອງຈີນໃຫ້ຮູ້ວ່າ ຕົວເລກຜູ້ເຂົ້າຮັບການບຳບັດທາງ
ຈິດໃຈໂຮງຫມໍ ເພີ່ມຂຶ້ນ 100/20 ລະຫວ່າງ ປີ 2007 ແລະ 2011 ຢູ່ທ່ີ 184.087 ຄົນ. 

ທ່ານຫຍູ ກ່າວວ່າເຮົາຢາກໃຫ້ຊຸມຊົນສ້າງສຽງຫົວບຳບັດມີສາຂາຫລາຍເທົ່າກັບຮ້ານຊັບພະສິນຄ້າຫຼືຮ້ານຄ້າທ່ີພົບໄດ້ໃນທຸກບ່ອນເພາະ
ເຂົາເຫັນວ່າຫາກທຸກຄົນມີສຽງຫົວສັງຄົມກໍຈະມີຄວາມສຸກໄປນຳ.