ລັດເຫັນຄວາມສຳຄັນສິ່ງແວດລ້ອມ ຫັກລາຍຮັບ 3% ຂອງບໍ່ເຕ່ນແດນຄຳເຂົ້າພັດທະນາ

(GMT+08:00) 2013-01-16 11:06:04     cri

   ບັນຫາສິ່ງແວດລ້ອມທີ່ຊຸດໂຊມລົງໃນປະຈຸບັນກຳລັງເປັນສິ່ງທ້າຍຂອງບັນດາປະເທດທີ່ຈະເລີນແລ້ວໃນໂລກແລະປະເທດທີ່ກຳລັງພັດທະ
ນາຢ່າງ ສປປ ລາວ ກໍ່ໄດ້ໃຫ້ຄວາມ ສຳຄັນໃນດ້ານນີ້ເປັນອັນດັບຕົ້ນເຊັ່ນກັນເປັນຕົ້ນແມ່ນການຮັກສາຜົນກະທົບທີ່ເກີດຈາກບັນດາໂຄງ
ການພັດທະນາທີ່ປະຈຸບັນການລົງທຶນໃນຂົງເຂດຕ່າງໆຢູ່ລາວກຳລັງເປັນ ທີ່ຮັກຫອມແລະຫນ້າຕິດຕາມຂອງກຸ່ມນັກລົງທຶນທັງໃນແລະຕ່າງ
ປະເທດໄດ້ເປັນຢ່າງດີ.

ສຳລັບໂຄງການພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນຄຳເຖິງແມ່ນວ່າປະຈຸບັນຈະປ່ຽນບໍລິສັດຜູ້ພັດທະນາຄົນໃຫມ່ເປັນທີ່ຮຽບຮ້ອຍ
ແລ້ວກໍ່ຕາມແຕ່ລັດຖະບານຍັງ ສືບຕໍ່ຮັກສາສິ່ງແວດລ້ອມໃຫ້ໄດ້ຕາມປົກກະຕິຫລືດີກວ່າເກົ່າ ແລະ ກຳນົດໃຫ້ບໍລິສັດສັດໃຫມ່ໂດຍແມ່ນ
ບໍລິສັດໄຮເສິນຈາກສິບສອງພັນນາຂອງສປຈີນຕ້ອງຫັກລາຍຮັບຈາກການດຳເນີນກິດຈະການເພື່ອມາພັດທະນາສິ່ງແວດລ້ອມທີ່ໄດ້ຮັບຜົນ
ກະທົບຈາກໂຄງການເປັນຕົ້ນແມ່ນຕໍ່ປະຊາຊົນແລະທຳມະຊາດບໍລິເວນໃກ້ເຂດພັດທະນາດັ່ງກ່າວ.ທ່ານວອນຄຳເພັດທະວົງຫົວຫນ້າຄະ
ນະບໍລິຫານງານເຂດເສດຖະກິດພິເສດບໍ່ເຕ່ນແດນຄຳໃຫ້ຮູ້ວ່ານອກຈາກໄດ້ກຳນົດໃຫ້ຕໍ່ຜູ້ພັດທະນາໃຫມ່ຂອງເຂດເສດຖະກິດບໍ່ເຕັນແດນ
ຄຳທາງລັດຖະບານກໍ່ຄືຫນ່ວຍງານທີ່ກ່ຽວຂ້ອງຍັງຈະໄດ້ຕິດຕາມແລະກວດກາຄືນເພື່ອປະເມີນຜົນບັນດາກິດຈະກຳທີ່ມີການລົງທຶນໃນເຂດ
ພັດທະນາດັ່ງກ່າວວ່າຂັດ ກັບກົດຫມາຍຂອງສປປລາວຫລືບໍ່? ແລະການລົງທຶນນັ້ນຈະມີປະສິດທິຜົນພຽງໃດ? ເພື່ອຮູ້ໄດ້ຜົນປະໂຫຍດຂອງ
ລັດກໍ່ຄືປະຊາຊົນທີ່ຈະໄດ້ຮັບ.

ແນວໃດກໍ່ດີທ່ານວອນຄຳ ເພັດທະວົງກ່າວວ່າ: ເຂດເສດຖະກິດພິເສດບໍ່ເຕ່ນແດນຄຳຈະສ້າງຜົນປະໂຫຍດແກ່ປະຊາຊົນແຂວງຫລວງນ້ຳ
ທາເປັນຕົ້ນແມ່ນປະຊາຊົນເຂດໃກ້ຄຽງ ໃນທາງກົງແລະທາງອ້ອມສະເພາະໃນທາງກົງເຂດດັ່ງກ່າວຈະຊ່ວຍພັດທະນາດ່ານການຄ້າຕາມຊາຍ
ແດນລາວ-ຈີນຢູ່ແຂວງ ແລະ ປະຊາຊົນຈະມີສະຖານທີ່ຊື້ຂາຍສິນຄ້າກະສິກຳທີ່ຜະລິດໄດ້ລວມເຖິງສ້າງວຽກເຮັດງານທຳໃຫ້ແກ່ປະຊາ ຊົນແລະເຜີຍແຜ່ວັດທະນະທຳໂດຍຕາມແຜນການເບື້ອງຕົ້ນຂອງການສ້າງເຂດດັ່ງກ່າວໃຫ້ນຳເອົາວັດທະນະ ທຳຂອງລາວຕິດພັນກັບ
ການພັດທະນາ.

ເຂດເສດຖະກິດພິເສດບໍ່ເຕ່ນແດນຄຳມີເນື້ອທີ່ທັງຫມົດ1.641 ເຮັກຕາປະຈຸບັນຜູ້ພັດທະນາກຳລັງຢູ່ໃນຂັ້ນຕອນຂຶ້ນແຜນຍຸດທະສາດການພັດ
ທະນາຫລືເອີ້ນວ່າການກຳ ນົດເຂດແລະການປັບພື້ນທີ່ດິນລວມທັງການປັກຫລັກຫມາຍອ້ອມຮອບເຂດແລະຈະດຳເນີນໃນ12 ກິດຈະກຳ
ເປັນຕົ້ນແມ່ນການບໍລິການດ້ານການທ່ອງທ່ຽວ, ສ້າງເຂດຂ່ຽນ ຖ່າຍສົ່ງສິນຄ້າພາຍໃນແລະຕ່າງປະເທດ, ເຮືອນພັກ, ໂຮງແຮມ,ສະຫນາມກ໊ອຟແລະກິດຈະກຳອື່ນໆແຕ່ກິດຈະກຳກາຊີໂນແມ່ນຖືກລົບອອກຈາກການພັດທະນາເຂດດັ່ງກ່າວ ໂດຍທຶນຂອງການຈົດທະ
ບຽນໃນເບື້ອງຕົ້ນແມ່ນ100 ລ້ານໂດລາສະຫະລັດສ່ວນທຶນຫມູນວຽນຄາດອາດມີເຖິງ 500ລ້ານໂດລາສະຫະລັດທ່ານວອນຄຳເພັດທະວົງ
ກ່າວຢ້ຳ.