ແຮງ​ບັນ​ດານ​ໃຈ... ຈາກ​ຜູ້​ຊາຍ​ເຄິ່ງທ່ອນ " ເຜີງ ສຸ່ຍ ຫລິນ "

(GMT+08:00) 2013-01-16 14:50:13     cri
ໃນ​ຍາມ​ທີ່​ທໍ້ຖອຍ... ກຳ​ລັງ​ໃຈ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່ສຸດ​ທີ່​ຈະ​ເຮັດໃຫ້​ເຮົາ​ມີ​ແຮງ​ຕໍ່ສູ້ກັບອຸປະສັກ​ແລະ​ກ້າວ​ຍ່າງ​ຕໍ່ໄປ... ແຕ່​ວ່າ​ກຳ​ລັງ​ໃຈ​ຈາກ​ຄົນ​ອື່ນໆ ນັ້ນ ມັນ​ບໍ່​ໄດ້​ມາ​ຫາ​ເຮົາ​ທຸກ​ຄັ້ງ​ທີ່​ເຮົາ​ມີ​ບັນຫາ​ແລະໃນ​ຍາມ​ທີ່​ເຮົາ​ຕ້ອງ​ການ ເພາະ​ສະ​ນັ້ນ​ການສ້າງ​ກຳ​ລັງ​ໃຈ​ຈາກ​ຕົວ​ເຮົາ​ເອງ​ນັ້ນ ເປັນ​ຈຸດ​ເລີ່ມ​ຕົ້ນ​ໃນ​ການ​ທີ່​ຈະ​ກ້າວ​ຂ້າມ​ຜ່ານ​ບັນຫາ​ຕ່າງໆ​ໄດ້, ເຖິງແມ່ນວ່າ​ອຸປະສັກ​ທີ່​ປະ​ສົບ​ພົບ​ພໍ້ມັນ​ຈະ​ຍິ່ງ​ໃຫຍ່​ຂະໜາດ​ໃດ ແຕ່​ຖ້າຫາກ​ເຮົາ​ມີ​​ແຮງ​ແລະ​ກຳລັງ​ໃຈ​ຈາກ​ໃຈ​ດວງ​ນ້ອຍໆຂອງ​ເຮົາເທົ່າ​ນັ້ນ​ກໍ​ພຽງ​ພໍ​ທີ່​ຈະ​ສ້າງ​ກຳ​ລັງ​ໃຈ​ໃຫ້​ເຮົາ​ຍ່າງ​ຕໍ່ໄປ​ໄດ້​.    ໃນ​ມື້​ນີ້​​ກໍ​ມີ​ບົດ​ຄວາມ​ດີ ໆ ມາ​ແບ່ງ​ປັນ​,  ຊຶ່ງ​ເປັນ​ເລື່ອງ​ລາວ​ທີ່​ຖືກ​ສົ່ງ​ຕໍ່​ຜ່ານ​ໂລກ​ອິນ​ເຕີ​ເນັດ​ຢ່າງ​ຫຼວງຫລາຍ​, ບອກ​ໄດ້​ເລີຍ​ວ່າ ຖ້າ​ໃຜ​ໄດ້​ອ່ານ​ແລ້ວ ຈະ​ເກີດ " ແຮງ​ບັນ​ດານ​ໃຈ " ໃນ​ການ​ໃຊ້​ຊີວິດ​ຢ່າງ​ແນ່ນອນ...ໃນ​ເຟັສ​ບຸກ "ຊູ​ເດດ ປະຊາຊົນ ຄົນ​ຄິດ​ບວກ" ໄດ້​ໂພສ​ເລື່ອງ​ລາວ​ກ່ຽວກັບ​ຊາຍ​ຈີນ​ຄົນ​ໜຶ່ງ​ທີ່​ປະ​ສົບ​ອຸປັດ​ຕິເຫດ​ຖືກ​ລົດ​ທັບ​ຈົນ​ຕົວຂາດ​​ເປັນສອງ​ທ່ອນ ແຕ່​ລາວ​ກໍ​ສາມາດ​ຍິ້ມ​ໄດ້ ແລະ​ໃຊ້​ຊີວິດ​ຢູ່​ເທິງ​ໂລກ​ນີ້​ຢ່າງ​ມີ​ຄວາມ​ສຸກແຖມ​ຍັງ​ປ່ຽນ​ວິກິດ​ຮ້າຍແຮງ ໃຫ້ເປັນ​ໂອ​ກາດ​ທີ່​ຍິ່ງ​ໃຫຍ່​ໄດ້​ສຳ​ເລັດ... ຊຶ່ງ​ເລື່ອງ​ລາວ​ມີ​ຢູ່​ວ່າ...ເລື່ອງ​ຂອງ​ຊາຍ​ຄົນ​ນີ້​ມີ​ຢູ່​ວ່າ ລາວ​ໄດ້ຮັບ​ອຸບັດເຫດ​ຈາກ​ການ​ຖືກ​ລົດ​ບັນ​ທຸກ​ທັບ​ໂຕຂາດ​ສອງ​ທ່ອນ ບາດ​ເຈັບ​ສາ​ຫັດ ຮ່າງກາຍ​ຖືກ​ຕັດ​ຖິ້ມ​ເ​ຄິ່ງໂຕ ໂດຍ​ທີ່​ລາວໄດ້ຮັບ​ການ​ຜ່າ​ຕັດ​ຫຼາຍຄັ້ງຫຼາຍຄາວ ອະໄວຍະວະ​ແລະ​ລະບົບ​ຕ່າງ ໆ ທີ່​ສຳຄັນ ຖືກ​ຕັດ​ຖິ້ມ​ແລະ​ຕໍ່​ຕື່ມ ເສີມ​ແຕ່ງ​ຫລວງຫລາຍ ຈົນນັບ​ບໍ່​ຖ້ວນທ່ານ​ຜູ້​ຟັງ​ເຊື່ອ​ບໍ່ວ່າ ຄວາມ​ສູງ​ຂອງ​ລາວ​ຕອນ​ນີ້ ວັດ​ແທກ​ຄວາມ​ສູງ​ຈາກ​ແອວ​ຂຶ້ນ​ໄປສູງ​ພຽງ​ແຕ່85 ຊັງ​ຕີ​ແມັດ,  ຕົວ​ລາວໄດ້​ສ້າງ​ຄວາມຕົກ​ຕະ​ລຶງ​​ໃຫ້​ກັບ​ທີມ​ແພດ​ເປັນ​ຢ່າງ​ໜ້າ​ເຫຼືອ​ເຊື່ອ ເມື່ອ​ລາວ​ລອດ​ຕາຍ​ຢ່າງປະຕິ​ຫາ​ນ ແລະ​ມີ​ສຸຂະພາບ​ກັບ​ຄືນ​ສົມ​ບູນ ເຄື່ອນ​ໄຫວ​ໄປ​ມາ​ເທິງ​ລົດ​ລໍ້​ເຂັນ​ແບບ​​​ເຄິ່ງໂຕລາວຊື່ວ່າ:  ເຜີງ​ສຸ່ຍ​ຫລິນ , ນອກ​ຈາກ​ປະຕິ​ຫາ​ນ ຈາກ​ການ​ລອດ​ຕາຍ​ຈາກ​ອຸບັດເຫດ​ມາ​ໄດ້​ແລ້ວ ລວມ​ເຖິງ​ການ​ຜ່າ​ຕັດ​ອີກ​ນັບ​ເທື່ອ​ບໍ່​ຖ້ວນ ​ຍັງ​ບໍ່​ລວມ​ກາຍະ​ພາບ​ບຳ​ບັດ​ອີກ​ເປັນຫຼາຍ​ປີ ........ທ່ານ​ເຊື່ອຫລື​ບໍ່​ວ່າ ຜູ້​ຊາຍ​ຄົນ​ນີ້​ໄດ້​ພິກ​ວິກິດ​ຂອງ​ຊີວິດ ຢ່າງ​ບໍ່​ໜ້າ​ເຊື່ອ ໂດຍ​ການ​ເປີດ​ຊຸບ​ເປີ​ມາ​ເກັດ ຂາຍ​ສິນ​ຄ້າ​ລາ​ຄາ​ຖືກ! ໂດຍ​ທີ່​ລາວ​ໄດ້​ສ້າງ​ໂອ​ກາດ​ຈາກ​ຮ່າງກາຍ​ທີ່​ເຫລືອ​ຢູ່​ພຽງ​​ເຄິ່ງດ່ຽວ ຕັ້ງ​ເປັນ​ຊື່​ຊຸບ​ເປີ​ມາກເກັດ​ຊື່​ວ່າ "Half man - Half Price Store"  ຮ້ານ ​ເຄິ່ງຄົນ ​ເຄິ່ງລາຄາເຊື່ອ​ບໍ່ວ່າ​ກີິດຈະ​ການ​ຂອງ​ລາວ​ໄດ້​ມີ​ຊື່ສຽງ​ຈາກ​ວິກິດ​ການຂອງ​ລາວເອງ ລູກ​ຄ້າ​ເຂົ້າ​ມາ​ອຸດ​ໜຸນຢ່ງຄັບຄາໜາ​ແໜ້ນ, ສາມາດ​ສ້າງ​ຄວາມ​ຈະເລີນ​ຮຸ່ງ-ເຮືອງ​ເປັນ​ຢ່າງ​ດີໃນ​ປັດ​ຈຸ​ບັນ,  ລາວສາມາດ​ພິກ​ວິກິດ​ໃຫ້ເປັນ​ໂອ​ກາດ​ໄດ້​ຢ່າງ​ໜ້າ​ຊົມຢ່າງ​ບໍ່​ໜ້າ​ເຊື່ອ​​ເລີຍ​ແມ່ນ​ບໍ່?ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ວິກິດ​ແລະ​ບັນຫາ​ທີ່ເກິດຂື້ນ​ກັບທ່ານໃນ​ຂະນະນີ້ ຫາກ​ທ່ານ​ຄຶດວ່າ ທ່ານ​ຕົກ​ຕ່ຳ​ທີ່ສຸດໆ, ທ່ານທຸກ​ຍາກ-​ລຳບາກ​ທີ່​ສຸດ, ​ຢາກ​ໃຫ້​ກຳ​ລັງ​ໃຈ​ທ່ານ​ດ້ວຍ​ການຂໍຮ້ອງ​ໃຫ້​ທ່ານ​​ເບິງ​ໄປ​ທີ່ "ເຜີງ​ສຸ່ຍ​ຫລິນ" ,  ເພາະ​ວ່າ​ຄົງ​ບໍ່​ມີ​ໃຜ​ທີ່​ມີ​ອຸປະສັກຫຼາຍກວ່າ​ລາວ​ອີກ​ແລ້ວ, ​ແມ່ນ​ຢູ່​ວ່າ​ຮ້ານ​ຂອງ​ລາວ​ໄດ້​ຂາຍ​ເຄື່ອງ​ດີ​, ແຕ່​ມີ​ໃຜ​ຢາກ​ຕົວ​ຂາດ​​ເຄິ່ງຫຼືບໍ່, ທ່ອນ​ລຸມ​ບໍ່​ເຫລືອ​ແລ້ວ ທ່ານ​ລອງ​ຄິດ​ເບິ່ງ​ວ່າ ຄວາມ​ສຳຄັນ​ຂອງ​ສ່ວນ​ລຸມ​ມັນ​ສຳຄັນ​ປານ​ໃດ,  ຜູ້​ຊາຍ​ຄົນ​ໜຶ່ງ​ຈະ​ໃຊ້​ຊີວິດ​ຢ່າງໃດ​.......ຄິດ​ເບິ່ງ​ແລ້ວ​ມັນ​ລຳບາກຫຼາຍອີຫຼີ........................................     ເຜີງ​ສຸ່ຍ​ຫລິນ ໄດ້​ເຄີຍ​ກ່າວ​ໄວ້​ວ່າ " ກຳ​ລັງ​ໃຈ​ທີ່​ດີ​ທີ່ສຸດ ຕ້ອງ​ມາ​ຈາກ​ຕົວ​ເຮົາ​ເອ​ງ ເພາະ​ມັນ​ສາມາດ​ສ້າງ​ໄດ້​ທັນ​ທີ​ແລະ​ຕະຫລອດ​ເວລາ "