Yo Yo Ma ຫລື Ma You You

(GMT+08:00) 2013-01-16 15:34:49     cri


Yo Yo Ma ຫລື Ma You You ນັກ​ດົນຕຼີ ​ແລະ ນັກ​ແຕ່ງ​ເພງຈີນ ສັນຊາດ​ອາ​ເມ​ລິ​ກັນ ​ໄວ​ອາຍຸ 56 ປີ ທີ່ສາມາດ​ຄວ້າ​ໄດ້​ຫລາ​ກຫລາຍ​ລາງວັນ​​ຈາກ​ການ​ແຕ່ງ​ເພງ ​ແລະ ການ​ບັນ​ເລງ​ດົນຕຼີ ​ເປັນ​ຕົ້ນ ກໍ​ມີ ລາງວັນ Grammy ລາງວັນສິລະ​ປິນຫລຽນ​ໄຊ​ແຫ່ງ​ຊາດ​ໃນ​ປີ 2001 ​ແລະ ລາງວັນ​ຫລຽນ​ໄຊ​ແຫ່ງ​ອິສະລະ​ພາບ​ຂອງ​ປະທາ​ນາ​ທິບໍດີ​ໃນ​ປີ 2011 ທີ່​ຜ່ານ​ມາ
Ma You You ​​ເກີດ​​​ໃນຄອບຄົວນັກ​ດົນຕຼີ ​ແລະ ນັກຮ້ອງ ໃນ​ວັນ​ທີ 7 ຕຸລາ ປີ 1955 ທີ່​ນະຄອນ​ຫລວງ​ປາຣິສ ປະ​ເທດ​ຝຣັ່ງ ທີ່​ຊຳນານ​ໃນ​ການຫລິ້ນ​ເຄື່ອງ​ດົນຕຼີ Violoncello ພ້ອມ​ທັງ​ໄດ້ຮັບການ​ຍົກຍ້ອງ​ວ່າ ​ເປັນ​ນັກ Celllo ທີ່​ມີ​ຊື່ສຽງທີ່​ສຸດ​ໃນຍຸກ​ປັດຈຸບັນ ນອກຈາກ​ນັ້ນ​ Ma You You ຍັງ​ມີ​ຄວາມ​ຊຳນານ​ໃນ​ການ​ຫລິ້ນ​ເປຍ​ໂນ  ​ແລ​ະ ​ໄວ​ໂອ​ລິນ
Ma You You ມັກຮັກ ​ແລະ ຮຽນຮູ້​ໃນ​ວິທີການ​ຫລິ້ນ​​ດົນ​ຕຼີ ມາ​ຕັ້ງ​ແຕ່​ອາຍຸ 4ປີ ​ໂດຍ​ການ​ເລີ່​ມຮຽນຫລິ້ນ Violin ​ແລະ Viola ຕໍ່ມາຈຶ່ງ​ເລີ່​ມຮຽນຫລິ້ນ Violoncello ​ແລະ Double Bass ​ທີ່​ເລີ່​ມຕົ້ນ​ໃນ​ການ​ສະ​ແດງ​ດົນຕຼີ​​ເມື່ອ​ຕອນ​ອາຍຸພຽງ​ແຕ່ 5 ປີ ​ໂດຍ​ການສະ​ແດງ​ໃຫ້​ແກ່ ອະ​ດີດ​ປະທານາທິບໍດີ John F Kennedy ຕໍ່ມາ​ກໍ​ເລີ່​ມມີ​ຜົນງານຕ່າງໆທີ່​ອອກ​ອາກາດ​ໃນ​​ໂທລະພາບ ພ້ອມ​ທັງ​ມີ​ການສະ​ແດງ​ຄອນ​ເສີດ
    ນ​ອກຈາກ​ເຮັດໜ້າທີ່​ ໃນ​ການ​ເປັນ​ນັກ​ດົນ​ຕຼີ ​ແລ້ວ​ໃນ​ປີ 2006 Ma You Yo ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​​ເປັນ​ທູ​​ດສັນຕິິພາບ ​ເຊິ່ງ​ແຕ່ງ​ຕັ້ງ​ໂດຍ​ ອົງ​ການ​ສະຫະ​ປະ​ຊາ​ຊ​າດ ​ແລະ ​ໃນ​ວັນ​ທີ 3 ພະ​ຈິກ ປີ 2009 ​ໄດ້​​ຖືກ​ແຕ່ງ​ຕັ້ງ​​ໂດຍ ທ່ານ​ປະທາ​ນາ​ທິບໍດີ Obama ໃນ​ການ​ເປັນປະທານຄະນະ​ກຳມະການສິລະ​ປະ ​ແລະ ມະນຸດ​ສາດ