ຢາສູບອາດ​ຂ້າ​ຊີວິດ 1 ຕື້​ຄົນ ​ໃນ​ສະຕະວັດ​ທີ XXI

(GMT+08:00) 2013-01-17 14:59:05     cri

ໃນ​ສະຕະວັດ​ທີ XX, ພະຍາດ​ຕ່າງໆ​ທີ່​ພົວພັນ​ກັບ​ຢາ​ສູບໄດ້​ຂ້າ​ຊີວິດ​ຂອງ​ຜູ້ຄົນ​ໄປ 100 ລ້ານ​ຄົນ​ໃນ​ທົ່ວ​ໂລກ ​ແລະ ຖ້າ​ຫາກ​ບໍ່​ມີ​ມາດ​ຕະການ​ທີ່​ໄດ້ຜົນ​ເພື່ອ​ສະກັດ​ກັ້ນ​ແລ້ວ, ຕົວ​ເລກ​ໃນ​ທຳນອງ​ດຽວ​ກັນນີ້ ອາດ​ຂຶ້ນ​ເປັນ 1 ຕື້ ຄົນ ​ໃນ​ສະຕະວັດ​ທີ XXI. ທີ່​ກ່າວ​ມານັ້ນ ​ເປັນ​ຄຳ​ກ່າວ​ເຕືອນ​ຂອງ​ອົງການ​ອະນາ​ໄມ​ໂລກ (WHO) ທີ່​ນຳ​ອອກ​ມາ​ເນື່ອງ​ໃນ​ໂອກາດ​ວັນ​ໂລກ​ບໍ່​ສູບຢາ ( 31 ພຶດສະພາ ) ປີນີ້.

ຜູ້ອຳນວຍການ​ໃຫຍ່ WHO ກ່າວ​ເມື່ອ​ວັນ​ທີ30ພຶດສະພາ​ວ່າປະຈຸ​ບັນນີ້ມີ​ປະຊາກອນ​ທົ່ວ​ໂລກສູບຢາປະມານ 20%, ໂດຍ​ສະ​ເພາະ​ແມ່ນ​ຢູ່ໃນ​ບາງພາກພື້ນເຊັ່ນ: ​ເອີຣົບ, ອາ​ເມ​ລິ​ກາລາ​ຕິນ ​ແລະ ບາງ​ປະ​ເທດ​ໃນ​ອາຊີ, ​ໃນ​ຂະນະ​ທີ່​ເກນ​ອາຍຸ​ຂອງ​ຜູ້​ທີ່​ສູບຢາ​ນັ້ນນັບ​ມື້ນັບ " ຫັນ​ສູ່​ໄວ​ຫນຸ່ມ ". ພາບ​ຂອງ​ໄວ​ຫນຸ່ມ ອາຍຸ​ແຕ່ 13 ຫາ 15 ປີ ທີ່​ຄາບ​ກອກຢາ​ນັ້ນບໍ່​ແມ່ນ​ເລື່ອງ​ທີ່​ຫາ​ຍາກ​ອີກ​ແລ້ວ.  

ໃນ​ຂະນະ​ດຽວ​ກັນ, ຊ່ຽວຊານ​ຂອງ WHO ຄາດວ່າເມື່ອ​ຮອດ​ປີ 2030, ຄວາມ​ຊິນ​ເຄີຍ​ທີ່​ອັນຕະລາຍ​ດັງກ່າວຈະ​ສັງ​ເວີຍ​ຊີວິດ​ຜູ້​ຄົນ​ໄປ 8 ລ້ານ​ຄົນຕໍ່ປີ, ຊຶ່ງ​ຕົ້ນຕໍ​ແມ່ນ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງແລະ​ຕ່ຳ. ນອກຈາກ​ນັ້ນ​ແລ້ວ,ຢາສູບ​ຍັງ​ຖື​ວ່າ​ເປັນ​ຫນຶ່ງ​ໃນ​ສາ​ເຫດ​ເປັນ " ຕົວ​ຊ່ວຍ " ​ໃຫ້​ແກ່​ພະຍາດ​ທີ່​​ຕິດ​ແປດ​ຕ່າງໆ, ຊຶ່ງ​ກວມ​ເອົາ 63% ຂອງ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ໂລກ.