10 ເມືອງ​ທີ່​ມີ​ຄວາມ​ສ່ຽງຕໍ່ມະຫາ​ອຸ​ທົກ​ໄພຂອງ​ໂລກ

(GMT+08:00) 2013-01-18 09:39:07     cri

ອົງການ​ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ການ​ພັດທະນາ ຫລື ໂອ​ອີ​ຊີ​ດີ ກໍ່​ຕັ້ງ​ມາ​ຕັ້ງ​ແຕ່​ປີ ຄ. ສ.1961 ແລະ​ມີ​ສຳນັກງານຕັ້ງ​ຢູ່​ທີ່​ນະຄອນຫຼວງປາລີ ປະເທດຟຼັ່ງ ໄດ້ລະບຸ​ໃນ​ບົດລາຍ​ງານ​ວ່າມີ​ເມືອງ​ແຄມຟັງທະເລ​ຫລາຍກວ່າ 130 ແຫ່ງ​ທົ່ວ​ໂລກ​ທີ່​ກຳ​ລັງ​ຕົກ​ຢູ່ໃນ​ຄວາມ​ສ່ຽງ​ທີ່​ເພີ່ມ​ຂຶ້ນ​ເລື່ອຍ​ໆ ຕໍ່​ໄພ​ຄຸກ​ຄາມ​ຈາກ​ເຫດ​ນ້ຳ​ຖ້ວມ ເພາະ​ຄື້ນ "ສະ​ຕອມ​ເຊີ" ໄພ​ຄຸກ​ຄາມ​ຈາກ​ພາ​ຍຸ, ລວມ​ເຖິງ​​ເລື່ອງທີ່​ລະ​ດັບ​ນ້ຳ​ທະ​ເລ​ທົ່ວ​ໂລກ​ເພີ່ມ​ສູງ​ຂຶ້ນ ແລະ​ມີ​ອຸນຫະພູມ​ອຸ່ນ​ຂຶ້ນ​ກວ່າ​ປົກກະຕິ ຊຶ່ງ​ທາງ​ໂອ​ອີ​ຊີ​ດີ​ລະ​ບຸ​ວ່ານະຄອນຫຼວງຫຼື​ເມືອງ​ໃຫ່ຍຖ້າ​ຂາດ​ການ​ວາງ​ແຜນ​ດ້ານ​ການ​ພັດທະນາ​ທີ່​ມີ​ປະ​ສິດ​ທິ​ພາບ ແລະ​ຍັງມີ​ການ​ບໍລິຫານ​ຈັດການ​ໃນ​ເຊີງ​ໂຄງ​ສ້າງ​ບໍ່ຮັບປະກັນ ຊຶ່ງ​ແນ່ນອນ​ວ່າ​ຈະ​ຍິ່ງ​ສົ່ງ​ຜົນ​ໃຫ້​ປະຊາ ຊົນຕ້ອງ​ຕົກ​ຢູ່ໃນ​ຄວາມ​ສ່ຽງ​ຈາກ​ໄພ​ຄຸກ​ຄາມ​ດັ່ງ​ກ່າວ​ຫລາຍ​ຍິ່ງ​ຂຶ້ນ, ສະ​ນັ້ນອົງການ​ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ການ​ພັດທະນາ ຫລື ໂອ​ອີ​ຊີ​ດີ ຈຶ່ງ​ໄດ້​ມີ​ການ​ສຳຫຼວດ​ແລະ​ສ້າງ​ບົດ​ລາຍ​ງານ​ນີ້​ຂື້ນ​ມາ​ເພື່ອ​ເປັນ​ຖານ​ຂໍ້​ມູນ​ການວາງ​ແຜນ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ແລະ​ກຽມພ້ອມ​ຮັບ​ມື​ຕໍ່​ເຫດການ​ຕ່າງໆທີ່​ອາດ​ຈະ​ເກີດ​ຂື້ນ, ລາຍ​ງານ​ຂອງ​ໂອ​ອີ​ຊີ​ດີ ລະ​ບຸ​ວ່າ 10 ເມືອງ​ໃຫຍ່​ຂອງ​ໂລກ​ທີ່​ສຸ່ມ​ສ່ຽງ​ຈະ​ຖືກ​ທຳລາຍ ຫລື​ສ່ຽງ​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາ​ກາດ​ໂລກ​ຫລາຍ​ທີ່ສຸດຄື:
1. ເມືອງ​ໄມ​ອາ​ມີ ລັດ​ຟໍ​ລິ​ດາ ຂອງ​ສະຫະລັດ​ອາ​ເມ​ລິ​ກາ
2. ນະຄອນ​ກວ່າງ​ໂຈວ ຂອງ​ຈີນ
3. ນະຄອນຫຼວງນິວຢອກ ແລະ​ເມືອ​ງນວກ ຂອງ​ສະຫະລັດ​ອາ​ເມ​ລິ​ກາ
4. ເມືອງ​ກັນ​ກັດ​ຕາ​ຂອງ​ອິນ​ເດຍ
5. ນະຄອນ​ຊ່ຽງ​ໄຮ້​ຂອງ​ຈີນ
6. ເມືອງ​ມຸມ​ໄບ​ຂອງ​ອິນ​ເດຍ
7. ເມືອງ​ທຽນ​ຈິນ​ຫລື​ທຽນ​ສິນ​ຂອງ​ຈີນ
8. ນະຄອນຫຼວງ​ໂຕກຽວຂອງ​ຍີ່​ປຸ່ນ
9. ເຂດ​ປົກຄອງ​ພິເສດ​ຮ່ອງ​ກົງ​ຂອງ​ຈີນ
10. ນະຄອນ ນະຄອນຫຼວງບາງກອກ

ອົງການ​ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ການ​ພັດທະນາ ຫລື "ໂອ​ອີ​ຊີ​ດີ" ລະ​ບຸ​ວ່າ ນະຄອນຫຼວງບາງກອກ​ຂອງ​ໄທຕິດ​ອັນ​ດັບ 10 ຂອງ​ໂລກ ແລະ​ອັນ​ດັບ 1 ໃນ​ອາ​ຊຽນ ໃນ​ຖານະ​ເມືອງ​ໃຫຍ່​ທີ່​ມີ​ຄວາມ​ສ່ຽງຕໍ່​ການ​ປ່ຽນ​ແປງ​ຂອງ​ສະພາບ​ພູ​ມິ​ອາ​ກາດ​ໂລກ ແລະ​ຖື​ເປັນ​ເມືອງ​ສຸ່ມ​ສ່ຽງ​​ຕໍ່​ໄພ​ຄຸກ​ຄາມ​ຈາກ​ລະ​ດັບ​ນ້ຳ​ທະ​ເລ​ທີ່​ເພີ່ມສູງ​ຂຶ້ນ ການ​ທຳລາຍ​ລ້າງ​ຂອງ​ຄື້ນ "ສະ​ຕອມ​ເຊີ" ໂດຍ​ຄາດ​ວ່າ​ມູນ​ຄ່າ​ຊັບ​ສິນ​ໃນ​ນະຄອນຫຼວງບາງກອກທີ່​ສຸ່ມ​ສ່ຽງ​ຕໍ່​ຫາຍ​ະນະ​ດັ່ງ​ກ່າວ​ອາດ​​ສູງ​ເຖິງ 1.1 ລ້ານ​ລ້ານ​ດອນ​ລາ​ສະ​ຫລັດ ໃນ​ປີ ຄ. ສ.2070 ຫລື​ອີກ 58 ປີ​ນັບ​ຈາກ​ນີ້


ຜົນ​ການສຶກສາ​ຂອງ​ອົງ​ການ​ລະຫວ່າງ​ປະເທດ​ຊຶ່ງ​ມີ​ສະມາຊິກ 34 ຊາດ​ດັ່ງ​ກ່າວ​ລະ​ບຸ​ວ່າ ນະຄອນ​ບາງກອກ​ຂອງ​ໄ​ທຊຶ່ງ​ມີ​ປະຊາກອນ​ອາໄສ​ຢູ່​ບໍ່​ຕ່ຳ​ກວ່າ 12 ລ້ານ​ຄົນອາດ​ຈະຕົກ​ຢູ່ໃນ​ອັນຕະລາຍ​ຈາກ​ໄພ​ຄຸກ​ຄາມ​ຈາກ​ການ​ປ່ຽນ​ແປງ​ຂອງ​ສະພາບ​ພູ​ມິ​ອາ​ກາດ​ໂລກ​ຫລາຍຂຶ້ນ ຊຶ່ງ​ພາຍ​ໃນ​ປີ ຄ. ສ.2070.
ທ່ານ ໂຮ​ເຊ ອັງ​ເຄນ ກູນເລຍ ອະ​ດີດ​ນັກ​ການ​ທູດ​ຊາວ​ເມັກ​ຊິ​​ໂກ ໄວອາຍຸ 62 ປີ ໃນ​ຖານະ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ໂອ​ອີ​ຊີ​ດີ ອອກ​ມາ​ເປີດ​ເຜີຍ​ວ່າ ເຫດ​ການນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ປະເທດ​ໄທ​ທີ່​ເລີ່ມ​ຕົ້ນ​ຂຶ້ນ​ຕັ້ງ​ແຕ່​​ໄລຍະ​ກາງ​ປີ​ທີ່​ຜ່ານ​ມາ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ວົງ​ເງີນ​ຫລາຍກວ່າ 45, 000 ລ້ານ​ດອນ​ລາ​ສະ​ຫລັດນັ້ນ ຖື​ເປັນ​ສັນ​ຍານ​ເບື້ອງ​ຕົ້ນ​ທີ່​ບົ່ງ​ຊີ້​ວ່ານັບ​ຈາກ​ນີ້​ເມືອງ​ຫລວງ​ຂອງ​ໄທ​ຈະ​ຕ້ອງ​ຜະເຊີນ​ກັບ​ໄພ​ພິບັດ​ທາງ​ທຳມະຊາດ​ທີ່​ມີ​ແນວ​ໂນ້ມຮຸນແຮງ​ຫລາຍ​ຂຶ້ນ.