ລີ່​ຈຽງ ເມືອງ​ມໍລະດົກ​ໂລກ

(GMT+08:00) 2013-01-18 09:55:41     cri
ເມືອງ​ເກົ່າ​ທີ່​ຖືກ​ບັນ​ທຶກ​ເປັນ​ມໍລະດົກ​ທາງ​ວັດທະນະທຳ​ແລະ​ປະຫວັດສາດ​ຍາວນານ​ກວ່າ 800 ປີ, ຕັ້ງ​ຢູ່ໃນ​ເຂດ​ປົກຄອງ​ຕົນເອງ​ຊົນຊາດ​ນາ​ຊີ​ແຫ່ງ​ລີ່​ຈຽງ​ໃນ​ຈະຕຸລັດ​ຍຸນ​ນານທາງ​ພາກ​ຕະເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ເປັນ​ເມືອງ​ທີ່​ສ້າງ​ໃນຕອນປາຍ​ລາດຊະ​ວົງ​ຊົ່ງ​ແລະ​ຕົ້ນ​ລາດ​ຊະວົງ​ຫຍວນ, ຢູ່​ເທິງ​ທົ່ງຮາບ​ສູງ​ຍຸນນານ​ແລະ​ກຸ້ຍ​ໂຈ້ວ, ມີ​ພື້ນ​ທີ່​ກວ້າງ 3.8 ຕາ​ລາງ​ກິ​ໂລ​ແມັ ເປັນ​ຕະ​ຫລາດ​ແລະ​ເມືອງ​ສຳຄັນ​ທີ່​ມີ​ຊື່​ສຽງ​ມາ​ຕັ້ງ​ແຕ່​ສະໄໝ​ບູຮານ.3 ເຫດຜົນ​ທີ່​ເຮັດໃຫ້​ເມືອງລີ່​ຈຽງ​ໄດ້ຮັບ​ເລືອກ​ຈາກອົງການ​ຍູ​ເນດສະ​ໂກ້​ໃຫ້ເປັນ​ມໍລະດົກ​ໂລກຄື: ລີ່​ຈຽງ​ເປັນ​ເມືອງ​ເກົ່າ​ທີ່​ຊົນ​ເຜົ່າ​ນາ​ຊີ​ອາໄສ​ຢູ່, ມີສະ​ຖາ​ປັດ​ຍະ​ກຳ​ຈີນ​ບູຮານ​ທີ່​ສວຍງາມ, ໜ້າ​ເຮືອນ​ທຸກ​ຫລັງ​ຈະ​ມີ​ແມ່ນ້ຳ​ໄຫລ​ຜ່ານ, ມີ​ການ​ຄ້າ​ຂາຍ​ຂອງ​ທີ່​ລະ​ນຶກໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ເຫດຜົນ​ຕໍ່​ມາ​ຄື: ລີ່​ຈຽງ​ມີ​ແມ່ນ້ຳ 3 ສາຍ​ໄຫ​ລຂະໜານ​ກັນໄດ້​ແກ່:  ແມ່ນ້ຳ​ຈິນ​ຊາ​ຈຽງໄຫລ​ໄປ​ນະຄອນຊ່ຽງ​ໄຮ້, ແມ່ນ້ຳ​ຂອງ ໄຫລ​ໄປ​ປະເທດລາວສູ່ກຳປູເຈຍ(ຢູ່ເຂດດິນແດນຂອງປະເທດຈີນແມ່ນໍ້າຂອງເຂົາເຈົ້າເອີ້ນວ່າ: ແມ່ນໍ້າລ້ານຊ້າງ ແລະ​ແມ່ນ້ຳ​ຫລູ່​ຈຽງ ໄຫລ​ໄປ​ມຽນມາ, ແຕ່​ແມ່ນ້ຳ​ສາມ​ສາຍ​ບໍ່​ເຄີຍ​ໄຫລ​ມາ​ບັນ​ຈົບ​ກັນ​ເລີຍເພາະ​ສູນກາງ​ຂອງ​ແມ່ນ້ຳ ມີ​ພູເຂົາ​ເຫລົ່າ​ຈິນ​ຂັ້ນ​ກາງ​ແມ່ນ້ຳ​ສາມ​ສາຍແລະ​ສຸດ​ທ້າຍ​ມີ​ຫບ້ານ​ແຫ່ງ​ໜຶ່ງ​ຢູ່​ຂ້າງ​ທະເລສາບຫລູ​ກູ . ນອກ​ຈາກ​ນີ້ ບໍລິເວນເມືອງ​ເກົ່າ​ລີ່​ຈຽງ​ມີ​ຄູ​ຄອງ​ແລະ​ຂົ່ວ​ຢູ່​ຫລວງຫລາຍ ຈົນ​ໄດ້ຮັບ​ກາ​ນຂະຫນາມ​ວ່າ "ເວ​ນິດ​ແຫ່ງ​ຕະເວັນ​ອອກ"

ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ

* ພູເຂົາ​ຫິ​ມະ​ມັງ​ກອນ​ຫົຍກ ຕັ້ງ​ຢູ່​ທາງ​ຕະເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງ​ເກົ່າ​ລີ່​ຈຽງເປັນ​ພູເຂົາ​ທີ່​ມີ​ຫິ​ມະ​ປົກ​ຄຸມ​ຕະຫລອດ​ທັງ​ປີ, ມີ​ຄວາມ​ສູງ​ເໜືອ​ລະ​ດັບ​ນ້ຳ​ທະ​ເລໂດຍ​ເລ່ຍ 4, 000 ແມັດ. ເນື່ອງ​ຈາກ​ມີ​ຍອດພູເຂົາ 13 ຍອດ​ລຽນຕິດຕໍ່​ກັນແລະ​ປົກ​ຄຸມ​ດ້ວຍ​ຫິ​ມະມີ​ລັກສະນະ​ຄ້າຍ​ມັງ​ກອນຈຶ່ງ​ຖືກ​ເອີ້ນກັນວ່າ:  ພູເຂົາ​ຫິ​ມະ​ມັງ​ກອນ​ຫຍົກ, ດ່ານ​ເກັບ​ເງີນ​ຄ່າ​ເຂົ້າ​ອຸດທະ​ຍານ​ຕ້ອງ​ເສຍ​ຄ່າ​ທຳນຽມ​ປະມານ 160 ຫຍວນ.
 
* ອ່າງນ້ຳ​ມັງກອນ​ດຳຫລື​ທີ່​ຮູ້​ຈັກ​ກັນ​ວ່າສວນ​ຍູ້ວ​ສວນຕັ້ງ​ຢູ່ໃນ​ຕົວ​ເມືອງ​ລີ່​ຈຽງຫ່າງ​ຈາກ​ຕົວ​ເມືອງ​ເກົ່າ​ລີ່​ຈຽງ​ໄປ​ທາງ​ທິດ​ເໜືອປະະ​ມານ 1 ກິ​ໂລ​ແມັດ ມີ​ພື້ນ​ທີ່​ປະ​ມານ 11, 390 ຕາ​ລາງ​ແມັດ ອ່າງນ້ຳ​ມັງ​ກອນ​ດຳ​ມີ​ຈຸດ​ເດັ່ນ​ທີ່​ຄວາມ​ໃສ​ຂອງ​ນ້ຳ​,  ນອກ​ຈາກ​ນີ້ ພາຍ​ໃນ​ສວນ​ຍັງມີ​ສະ​ຖາ​ປັດ​ຍະ​ກຳ​ຕ່າງໆ ທີ່​ປະສົມ​ຜະ​ສານ​ວັດທະນະທຳ​ຂອງ​ຊາວ​ຮັ່ນ ທິ​ເບດ ແລະ​ນ່າຊີໄວ້​ນຳກັນD
* ໂຄ້ງ​ທຳອິດ​ແມ່ນ້ຳ​ແຍງຊີ ຫ່າງ​ຈາກ​ເມືອງ​ເກົ່າ​ລີ່​ຈຽງ 53 ກິ​ໂລ​ແມັດ ເກີດ​ຈາກ​ແມ່ນ້ຳ​ແຍງ​ຊີ (ຫລື​ທີ່​ຄົນ​ຈີນ​ຮຽກວ່າ ແມ່ນ້ຳ​ສາງ​ຈຽງ) ທີ່​ໄຫລ​ລົງ​ມາ​ຈາກ​ທົ່ງຮາບ​ສູງ​ຊິງ​ໄຫ່ທິ​ເບດ ມາ​ກະທົບ​ກັບ​ພູເຂົາ​ໄຫ່​ຫລໍ ເຮັດໃຫ້​ທິດ​ທາງ​ຂອງ​ແມ່ນ້ຳ​ຫັກ​ໂຄ້ງ​ໄປ​ທາງ​ທິ​ຕະເວັນ​ອອກ​ສຽງ​ເໜືອຈົນ​ເກີດ​ເປັນ​ໂຄ້ງ​ນ້ຳ​ທີ່​ສວຍງາມ.
* ຫຸບ​ພວກເຂົາ​ເສືອກ​ະ​ໂດດ ຊຶ່ງ​ຕັ້ງ​ຢູ່​ລະຫວ່າງ​ທາງ​ແຍກ​ຂອງ​ເມືອງ​ລີ່​ຈຽງ​ແລະ​ເມືອງ​ຈົ່ງ​ຕ້ຽນ, ເປັນ​ຫຸບ​ພູເຂົາ​ໃນ​ໄລຍະ​ທີ່​ແມ່ນ້ຳ​ແຍງ​ຊີ​ໄຫລ​ລົງ​ມາ​ຈາກ​ຈິນ​ຊາ​ຈຽງ (ແມ່ນ້ຳ​ຊາຍ​ທອງ) ນ້ຳ​ບໍລິເວນ​ນີ້​ໄຫລ​ແຮງ​ຫລາຍ, ບ່ອນ​ທີ່​ແຄບ​ທີ່ສຸດ​ມີ​ຄວາມ​ກວ້າງ​ພຽງ 30 ແມັດ ຕາມ​ຕຳ​ນານ​ເລົ່າ​ວ່າ ໃນ​ອະ​ດີດ​ຊ່ອງ​ແຄບ​ນີ້​ມີ​ເສືອກ​ະ​ໂດດ​ຂ້າມ​ໄປ​ຫາ​ຝັ່ງ​ກົງກັນຂ້າມ​ໄດ້ ເນື່ອງ​ຈາກ​ກາງ​ແມ່ນ້ຳ​ບໍລິເວນ​ນີ້​ມີ​ຫິນ​ທີ່​ເອີ້ນວ່າ "ຫິນ​ເສືອກ​ລະ​ໂດດ" ຊຶ່ງ​ກ້ອນ​ຫິນ​ມີ​ຄວາມ​ສູງ​ກວ່າ 13 ແມັດ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່ "ຊ່ອງ​ແຄບ​ເສືອກ​ລະ​ໂດດ".
ການເດິນທາງ​ໄປ​ເມືອງ​ລີ່​ຈຽງ
ບິນ​ຈາກ​ເມືອງ​ເຈົ້າ​ໝິງ ເມືອງ​ຫລວງ​ມົນ​ທົນ​ຍູນ​ນານ 2 ຊົ່ວ​ໂມງ ແລ້ວ​ບິນ​ຕໍ່ໄປ​ຍັງ​ລີ່​ຈຽງ ໃຊ້​ເວລາ 45 ນາ​ທີ