ຕົວ​ເມືອງ​ພັດທະນາ ​ແລະ ສົງຄົມ​ສີ​ວິ​ໄລ​

(GMT+08:00) 2013-01-18 09:59:14     cri

ຫຼາຍທ່ານໄປ​ທາງ​ພຸ້ນ​ມາທາງ​ພີ້ສັງເກດ​ບໍ່​ວ່າ​ຢູ່​ແຕ່​ລະ​ບ່ອນ​ນັບ​ມື້​ນັບ​ມີ​ຄວາມ​ສີ​ສິ​ໄລ​ຮຸງ​ເຮືອງ​ຂື້ນເລື້​ອຍໆ ​​ແຕ່​ແລະ​ເຂດ​​ກໍ່​ໄດ້​ມີ​ການ​ປຸກ​ສ້າງ​ອາຄານ​ບ້ານ​ຊ່ອງ, ຖະໜົນ​ຫົນທາງ, ລວມທັງ​ການ​ບູລະນະ​ປະ​ຕິ​ສັງ​ຂອນ​ວັດວາອາ​ຮາມ​ຕ່າງໆ. ​ໂດຍ​ສະ​ເພາະ​ກະ​ໃນ​ຕົວ​ເມືອງນະຄອນຫຼວງ​ວຽງ​ຈັນ ​ເຊິ່ງ​ເປັນ​ນະຄອນຫລວງ​ຂອງ​ລາວກໍ່​ຍິ່ງ​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ​ອີ່ຫຼີ…ບາງ​ທ່ານ ອາດ​ບໍ່​ໄດ້​ເຂົ້າ​ມາ​ໃນ​ຕົວ​ເມືອງ​ວຽງ​ຈັນ​ດົນ​ແລ້ວ ກະຈົນ​ບໍ່​ຈື່​ພຸ້ນ​ລະ, ໄລຍະນີ້, ປະເທດລາວພວມ​​ໄດ້​ຮັບ​ກຽດ​​ເປັນ​ເຈົ້າພາບ​ຈັດ​ງານ​ທີ່​ສຳຄັນ​ໆ ຫຼ​າຍຢ່າງ​ຍິ່ງ​ຕ້ອງ​ມີ​ການ​ປະດັບ​ປະດາ​ເປັນ​ພິ​ເສດ, ປະຈຸ​ບັນ​ເສັ້ນທາງ​ຫຼາຍ​ເສັ້ນ​ໄດ້​ຖືກ​ປັບປຸງ​ໃໝ່​, ການ​ປະດັບ​ປະດາທຸງຊາດ​ຂອງ​ແຕ່ລະ​ປະ​​ເທດ​ແລະ​ປະດັບ​ປະດາ​ດ້ວຍ​ດອກ​ໄມ້ ​ເບິ່ງ​ແລ້ວ​ງາມ​ຫຼາຍ. ເປັນຕົ້ນ, ແຖວ​ສະໝາ​ມບິນ​ວັດ​​ໄຕ, ​ເຂດ​ປະຕູ​ໄຊ, ເຂດ​ທາດຫລວງ ​​ແລະ ບ່ອນ​ອື່ນໆ. ບວກກັບ​ຄົນ​ລາວ​​ກໍ່​ເປັນ​ຄົນທີ​ມີ​ນໍ້າໃຈໄມຕີ​ຈິດທີ​ດີ, ​ມີຮອຍ​ຍີ້​ມ ຕ້ອນຮັບ​ແຂກ​ບ້ານ​ແຂກ​ເມືອງ​ດີ​ຫຼາຍ.


ໄລ​ຍະ​ນີ້​ຫຼາຍ​ໆຄົນ​ໄດ້​ຮ່ວມ​ແຮ​ງຮ່ວມ​ໃຈ​ກັນ​ເປັນ​ເຈົ້າພາບ​ທີ່​ດີ​ຂອງ​ການ​ເປີດ​ກອງ​ປະຊຸມ​ອາ​ເຊັບທີ່​ຜ່ານ​ມາ​. ປະ​ເທດ​ລາວເປັນ​ປະ​ເທດ​ທີ​ອຸດົມ​ສົມບູນ​ໄປ​ດ້ວຍ​ຊັບພະຍາ​ກອນ​ທຳ​ມະ​ຊາດ, ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ. ມີ​ປະ​ເພນີ​ອັນ​ດີງາມ, ປະ​ຊາ​ຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກຄີ, ຍີ້ມ​ແຍ້ມ​​ແຈ່ມ​ໃສ ​ເຊີ່ງ​ເຫັນ​ວ່າ​ເປັນ​ສິ່ງ​ຫາ​ເບິ່ງ​ໄດ້​ຍາກ. ກໍ່​ຄື​ພໍ່​ແມ່​ປະຊາຊົນ​ທຸກ​ທົ່ວ​ໜ້າ​ທີ່​ໄດ້​ປະຕິບັດ​ຕົນ​​ໄດ້​ດີ ​ແລະ ​ເປັນ​ທີ່​ປະ​ທັບ​ໃຈ​ໃຫ້​ກັບ​​ແຂກ​ບ້ານ​ແຂກ​ເມື່ອ​ງ. ນ້ຳ​ໃຈດີໆ​ອັນ​ນີ້​​ຂໍ​ໃຫ້​ຢູ່​ຄູ່ກັບ​ສັງຄົມ​ລາວ​ຕະຫຼອດ​ໄປ.

ແຕ່ວ່າເຖິງຄວາມ​ຮຸ່ງ​ເຮືອງ​ຂອງ​ບ້ານ​ເມືອ​ງຈະ​ດີ​ປານ​​ໃດຖ້າ​ຄົນ​ບໍ່​ພັດທະ​ນາ​ກໍ່​ຍາກ​ທີ່​ຈະ​ກ້າວ​ທັນ​ກັບ​ສັງຄົມ. ປັດຈຸ​ບັນ​ກຳລັງ​ກ້າວ​ເຂົ້າ​ສູ່​ສັງຄົມ​ລະດັບ​ສາກົນ​ຂື້ນ​ທຸກ​ມື້, ໂດຍສະເພາະແມ່ນຊາວໜຸ່ມທັງຫຼາຍ ​ຜູ້​ທີ່​ກຳລັງ​​ເປັນ​ໜໍ່ແໜ່​ງ​ໃຫ້​ກັບປະ​ເທດ​ຊາດ​, ການ​ພັດທະນາ​ນັ້ນ​ບໍ່​ມີ​ຂີດ​ຈຳ​ກັດ ​ສັງຄົມ​ຈະ​ພັດທະນາ​ໄດ້​ກໍ່​ຂື້ນ​ຢູ່​ທີ່​ການ​ພັດທະນາ​ຄົນ, ທີ່​ເພີ່ນ​​ເອີ້ນກັນ​ວ່າ​: ຊັບພະຍາກອນ​ມະ​ນຸດ​ຫັ້ນ​ລະ. ພັດທະນາບຸກ​ຄົນ, ພັດທະນາ​ຄອບຄົວ, ຈົນ​ກ່າວ​ສູ່​ວົງ​ທີ່​ກວ້າ​ງອອກ ​ເຊີ່ງ​ໃນ​ຂົງ​ເຂດ​ນະຄອນຫລວງ​ວຽງ​ຈັນ​ເອງ​​ເພີ່ນ​ກໍ່​ໄດ້​ມີ​ການ​ຍ້ອງຍໍ​ສັນລະ​ເສີນ​ໝູ່​ບ້ານ​ທີ່​ມີ​ມາດຕະ​ເກນ​ໃນ​ການຮັບ​ເປັນ​ບ້ານ​ພັດທະ​ນະທໍານໍາອີກ.