ການ​ສ້າງ​ຈິດ​ສຳນຶກ​ໃຫ້​ມວນ​ຊົນ ​ໃນ​ການຫຼຸດຜ່ອນ​ການ​ຖິ້ມ​ຂີ້​ເຫຍື້ອ​ແບບ​ສະຊາຍ

(GMT+08:00) 2013-01-18 10:07:50     cri

ວິທີການຫຼຸດຜ່ອນ​ການ​ຖິ້ມ​ຂີ້​ເຫຍື້ອ​ແບບ​ຊະຊາຍ​ມາ​, ​ຂີ້​ເຫຍື້​ອນິກະ​ເຫັນ​ກັນ​ຢູ່​ທົ່ວທີບ​ບາງ​ຄົນກະ​ຮ່າວ
ໄດ້ຮ່າວ​ຖິ້ມ ວ່າ​ແຕ່​ກິນ​ແລ້ວ​ກະ​ແກວ່ງ​ຖິ້ມໜ້າຕາ​​ເສີຍ​ເລີຍ ຢ່າງ​ນ້ອຍ​ກໍ່​ຄວນ​ມີມາລະຍາດ​ໃນ​ສັງຄົມ​ແດ່
ຈັກໜ້ອຍໜຶ່ງສາທາງ​ທີ່​ດີ ​ຄວນ​ມີ​ການ​ແຍກຂີ້​ເຫຍື້ອ​ແດ່​ໄດ໋. ​ເພາະວ່າ​ຂີ້​ເຫຍື້ອນີ້​ກໍ່​ມີຫຼາຍຊະນິດບໍ່​ວ່າ​ຈະ​ເປັນ
ເຈ້ຍ, ແກ້ວ, ເຫຼັກ-​​ໂລຫະ, ​ເຄື່ອງນຸ່ງ​ຫົ່ມ ຫຼືວ່າຢາງອັນ​​ໃດ​ທີ່​ສາມາດ​ນຳ​ມາ​ໃຊ້​ຄືນໄດ້ເຊັ່ນ: ຜ້າ​ເຊັດ​ໂຕເກົ່າໆກໍ່ນຳ
ໄປເຊັດໂຕະ-ຕັ່ງ ຫຼື ລົດລາງພາຫະນະກໍ່ໄດ້, ເຄື່ອງນຸ່ງ ຖ້າບໍ່ເກົ່າຫຼາຍກໍ່ນຳໄປບໍລິຈາກ ຫຼື ບໍ່ຊັ້ນກໍ່ນຳໄປປະຍຸກຄືນໃຫມ່ກໍ່ໄດ້. ຕຸກນ້ຳ ຫຼືວ່າ
ະປ໋ອງ ຫຼືວ່າເຈ້ຍຈັ່ງຊີ້ ເຮົາກະ ສາມາດນຳໄປຂາຍ ກໍ່ໄດ້ເງິນເຂົ້າກະເປົ໋າອີກໄດ໋.ນອກຈາກຈະປະຢັດເງິນບໍ່ຕ້ອງຊື້ໄມ້ຂົນໄກ່ມາປັດໂຕະຕັ່ງ
ແລ້ວເຮົາຍັງໄດ້ເງິນໃນການຂາຍເຈ້ຍ, ແກ້ວ, ກະຕຸກນຳອີກ ແລະ ຍັງບໍ່ພໍຍັງມີສ່ວນ ຮ່ວມໃນການຫຼຸດມົນລະມິດນຳອີກ.

ວິທີ​ການຫຼຸດຜ່ອນ​ຂີ້​ເຫ​ຍື້ອ ​ແຕ່​ວ່າ​ອັນ​ທີ່​ຖື​ວ່າ​ສຳຄັນ​ໄປກ​ວ່ານັ້ນ​ກໍ່​ຄື​ການ​ຖິ້ມ​ຂີ້​ເຫຍື້ອ​ໃຫ້​ຖືກ​ບ່ອນ
ຄື: ຢູ່​ສວນສາທາລະນະ​ຈັ່ງ​ຊີ້ ​ເພິ່ນ​ກໍ່​ມີ​ຖົງ​ຢາງ​, ມີ​ຖັງໃຫ້​ໃສ່​ຂີ້​ເຫຍື້ອຈົບດີ ​ເວລາ​ກິນ​ແລ້ວ​ກໍ່​ເອົາ​ໄປຖິ້ມ
ໃນ​ນັ້ນມັນ​ກໍ່​ຈະ​ງາມ​ຕາ​ໄປ​ອີກ ​ແລະ ບ່ອນ​ສາທາລະນະອື່ນໆກໍ່​ເຊັ່ນ​ດຽວກັນ. ແຕ່​ວ່າ​ຕາມ​ທີ່ ຫຼາຍໆທ່ານອາດເຄີຍ
ເຫັນ​ເຫັນ​ໂດຍ​ທົ່ວ​ໄປ​ແລ້ວ​ນິຫຼາຍຄົນ​ກໍ່​ຖິ້ມ​ຊະຊາຍໄປເລີຍ. ກິນຢູ່ໃສກໍ່ຖິ້ມຢູ່ບ່ອນນນັ້ນເລີຍຈັ່ງຊີ້ກໍ່ບໍ່ຄວນ, ດຽວນີ້ແຂກບ້ານ
ແຂກເມືອງພວມເຂົ້າມາ ທ່ອງທ່ຽວບ້ານເມືອງຫຼາຍຂຶ້ນເຂົາເຈົ້າເຫັນກໍ່ຈະຄິດວ່າຄົນລາວບໍ່ມີມາລະຍາດໃນສັງຄົມຊັ້ນລະເບາະ! ປາໂຕດຽວນິກະ
ເຮັດໃຫ້ເນົ່າໝົດຂ້ອງໄດ໋ນໍ້. ເຮັດແນວໃດຈະໃຫ້ບ້ານເມືອງສະອາດງາມຕາ ກໍ່ຄວນຊ່ວຍກັນຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນເພາະມັນກໍ່ບໍ່ໄດ້ເໜືອບ່າ
ກວ່າແຮງພໍປານໃດເດ. ເຮົາຄວນຖີ້ມໃສ່ບ່ອນທີ່ເພິ່ນຈັດສັນໄວ້ໃຫ້ແຮງເປັນການດີໄດ໋, ຂ້ອຍບໍ່ຖິ້ມຊະຊາຍເຈົ້າບໍ່ຖິ້ມຊະຊາຍ ບ້ານເມືອງເຮົາມັນ
ກໍ່ຈະສະອາດງາມຕາ ແລະ ເປັນຕາໜ້າຢູ່ຂຶ້ນມາໂລດໄດ໋.

ນອກ​ຈາກ​ຈະ​ຖິ້ມຂີ້​ເຫຍື້ອ​ໃຫ້​ຖືກ​ບ່ອນ​ແລ້ວ ​ເຮົາ​ຄວນມີ​ສ່ວນຮ່ວມ​ໃນ​ການຫຼຸດຜ່ອນ​ການ​ສ້າງ​ຂີ້​ເຫຍື້ອນຳ​ອີກ
ເຮົາ​ກໍ່​ສາມາດຫຼຸດຜ່ອນ​ການ​ສ້າງ​ຂີ້​ເຫຍື້ອ​ໄດ້ງ່າຍສົມມຸດ​ວ່າ​ໄປ​ຕະຫຼາດຈັ່ງ​ຊີ້​ກໍ່​ໃຊ້​ຖົງ​ຜ້າແທນ​ຖົງ​ປຣາສຕິກ ຫຼື
ອີກ​ທາງໜຶ່ງກໍ່​ຄືຖື​ກະຕ່າ​ໄປ​ນຳມາ​ຄິດ​ດີໆ​ແລ້ວ​ມັນ​ກໍ່​ເປັນຄວາມ​ຄິດ​ທີ່​ດີ​ໄດ໋.