ວິທີ​ທີ່​ເຮັດໃຫ້​ອາ​ຍຸ​ຍືນ​ເຖິງ 100 ປີ

(GMT+08:00) 2013-01-18 10:17:45     cri

ກິນ​ອາຫານ​ທະ​ເລອັນ​ດັບ​ທີ່ ປະເທດ​ລາວ​ນັບ​ວ່າ​ໂຊ​ກດີ​ເຖິງ​ວ່າ​ຈະ​ບໍ່​ມີຊາຍ​​ແດນ​ຕິດ​ກັບ​ທະ​ເລ​ແຕ່ຖ້າ​ຈະ​ຮັບ​ປະທານ​ອາຫານ​ທະ​ເລ​ເປັນ​ເລື່ອງ​ທີ່​ງ່າຍ​ຫຼາຍບໍ່​ວ່າ​ຈະ​ເປັນ​ກຸ້ງ ຫອຍ ປູ ປາ ອາຫານ​ທະ​ເລ​ອຸດົມ​ໄປ​ດ້ວຍ​ກົດ​ໄຂ​ມັນ​ໂອ​ເມ​ກາ 3 ຊຶ່ງ​ມີ​ບົດ​ບາດ​ສຳຄັນ​ຕໍ່​ໂຄງ​ສ້າງ​ແລະ​ການເຮັດວຽກງານ​ຂອງ​ສະຫມອງ ລວມ​ເຖິງ​ສຸກຂະພາບ​ ລວມ​ໃນ​ທຸກ​ໆໄວ.

ດື່ມ​ນ້ຳ​ຫຼາຍໆບາງ​ເລື່ອງ​ກໍ​ບໍ່ແມ່ນ​ເລື່ອງ​ຍາກ​​ຫຍັງ​ເລີຍ ນ້ຳ​ມີ​ປະໂຫຍດ​ຕໍ່​ຮ່າງກາຍ ທ່ານ​ຄວນ​ດື່ມ​ນ້ຳ​ມື້​ລະ 2 ລີດ​ຫລື 8 ຈອກ​ຍິ່ງ​ດີ​ຫາກ​ທ່ານເລືອກ​ດື່ມ​ນ້ຳ​ລ້າໆ​ແທນ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ແອນ​ກໍ​ຮອລ, ຄາ​ເຟ​ອີນ ຫລື​ນ້ຳ​ຕານ ເພາະ​ນ້ຳ​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ສົດ​ຊື່ນ ມີ​ອາ​ຍຸ​ຍືນ​ເຖິງ 100 ປີ​ໄດ້​ຢ່າງ​ສະບາຍ​ໆ.


ເຮັດອາຫານຮັບ​ທານ​ເອງ ການເຮັດ​ອາຫານ​ຮັບປະທານ​ເອງ ເຮັດໃຫ້​ເຮົາ​ເລືອກ​ວັດ​ຖຸ​ດິບ​ທີ່​ນຳ​ມາ​ປຸງ​​ແຕ່ງໄດ້ ຕ້ອງ​ປາດສະຈາກ​ສານ​ກັນ​ບູດ ແລະ​ບໍ່​ມີ​ນ້ຳ​ຕານ​ຫລື​ເກືອ​ຫລາຍ​ເກີນ​​ໄປ ຈະ​ດີ​ໄປ​ກວ່າ​ນັ້ນ​ຫາກ​ເປັນ​ພືດ​ຜັກ​ທີ່​ທ່ານປູກ​ໄວ້​ກິນ​ເອງ​ແຮງ​ດີ ເພາະ​ເມື່ອ​ເກັບ​ມາ​ສົດໆ ຈະ​ອຸດົມ​ດ້ວຍ​ທາດ​ອາຫານ​ທີ່​ມີ​ສານ​ຕ້າ​ນອະນຸ​ມູນ​ອິດສະຫລະ​ ແລະ​ວິ​ຕາ​ມິນຄືນ​ຄວາມ​ໜຸ່ມໃຫ້​ສະຫມອງ​ແລະ​ຮ່າງກາຍ.ອອກ​ກຳ​ລັງ​ກາຍ​ຢູ່​ສະເໝ ມີ​ຜົນວິ​ໄຈ​ລະ​ບຸ​ວ່າ ຄົົນທີ່​ອອກ​ກຳ​ລັງ​ກາຍ​ພື້ນ​ຖານ​ເປັນ​ປະຈຳເຊັ່ນ ຍ່າງ​ອາທິດ​ລະ 3-5 ເທື່ອ ຈະ​ມີ​ຊີວິດ​ຍືນ​ຍາວ​ກວ່າ​ຜູ້​ທີ່​ບໍ່​ຄ່ອຍ​ເຄື່ອນ​ໄຫວ​ຮ່າງກາຍ ໂດຍ​ສະເພາະ​ໃນ​ຄົນ​ສູງ​ອາ​ຍຸ​  ຫາກ​ທ່ານ​ຍັງ​ມີ​ຄວາມ​ແຂງ​ແຮງ ຄວບ​ຄຸມ​ນ້ຳ​ໜັກ​ໃຫ້​ພໍ​ດີ​ກັບ​ເພດ, ອາ​ຍຸ ແລະ​ຄວາມ​ສູງ ຈະ​ເຮັດໃຫ້​ອະໄວຍະວະ​ຕ່າງ ໆ​ເຮັດວຽກ​ໄດ້​ດີ ບໍ່​ຄວນ​ກິນ​ຢາ​ປິ່ນປົວພະຍາດ ແລະ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ ເພາະ​ບັນຫາ​ສຸກຂະພາບ​ຂອງ​ຄົນ​ຍຸກ​ນີ້ ສ່ວນ​ຫຼາຍກ່ຽວ​ເນື່ອງ​ກັບ​ວິ​ຖີ​ການ​ດຳ​ລົງ​ຊີວິດ ການ​ມີ​ສຸກຂະພາບ​ດີ ຈະ​ເຮັດໃຫ້​ທ່ານ​ເກີດ​ຄວາມ​ຮູ້ສຶກ​ດີ​ໄປ​ດ້ວຍ ແລະ​ຍິ່ງ​ຮູ້ສຶກ​ດີ​ຫລາຍ​ເທົ່າ​ໃດ ຈະ​ເຮັດໃຫ້​ອາ​ຍຸ​ຍືນ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ປະ​ຖີ້ມຄວາມ​​ເຄັ່ງຄຽດ​ຖິ້ມ​ໄປ ຢ່າ​ເກັບ​ຄວາມ​ຮູ້ສຶກ​ຄຽດ​ ວິ​ຕົກ​ກັງ​ວົນ​ໄວ້​ກັບ​ຕົວ​ເອງ​ຕະຫລອດ​ເວລາ ຕ້ອງ​ຫາ​ທາງ​ລະບາຍ​ອອກ​ນຳ ເພາະ​ຖື​ເປັນ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ຮູ້​ຈັກ​ຈັດການ​ກັບ​ຄວາມ​ຄຽດ​ຊຶ່ງ​ມີ​ຜົນ​ກະທົບ​ຕໍ່ຫົວ​ໃຈ ເມື່ອ​ບໍ່​ດົນ​ມາ​ນີ້, ນີ້​ມີ​ງານ​ວິ​ໄຈ​ຊີ້​ວ່າ ຜູ້ຍິງ​ທີ່​ອາ​ຍຸ​ຕ່ຳ​ກວ່າ 50 ປີ​ ແລະ​ຜູ້ຍິງ​ໄວ​ໝົດ​ປະຈຳ​ເດືອນ ທີ່​ມີ​ບັນຫາ​ເລື່ອງ​ຄວາມ​ວິ​ຕົກ​ກັງ​ວົນ ມີ​ຄວາມ​ສ່ຽງ​ເປັນ​ພະຍາດ​ຫົວ​ໃຈ​ເພີ່ມ​ຫລາຍ​ຂຶ້ນ.


ເຮັດ​ສະ​ໝາ​ທິ ຄວາມ​ເຄັ່ງຄຽດ​ເປັນ​ສິ່ງ​ທີ່​ສະ​ສົມ​ໄດ້ ເຊັ່ນ​ດຽວ​ກັບ​ຄວາມ​ສະຫງົບ​ໃນ​ຈິດ​ໃຈ ການ​ໃຊ້​ຊີວິດ​ຂອງ​ຄົນ​ເຮົາ ກໍ​ຄ້າຍຄືການ​ຂັບ​ຂີ່​ລົດ​​ໃຫຍ່ ຫາກ​ທ່ານ​ບໍ່​ແວ່​ເຕີມ​ນ້ຳ​ມັນ​ນຳ​ຕະຫລອດ​ເສັ້ນ​ທາງ ເມື່ອ​ນ້ຳ​ມັນ​ໃນ​ຖັງ​ໝົດ ລົດ​ກໍ​ຈະ​​ແລ່ນ​ບໍ່​ໄດ້ ຊີວິດ​ກໍ​ເຊັ່ນ​ກັນ​ທີ່​ນອກ​ຈາກ​ຈະ​ກິນ​ອາຫານ​ເພື່ອ​ໃຫ້​ມີ​​ເຫື່ອ​ມີ​ແຮງ​ແລ້ວ ຍັງ​ຕ້ອງ​ເບິ່ງແຍງ​ຈິດ​ໃຈ​ໃຫ້​ຢູ່ໃນ​ສະພາບ​ທີ່​ດີ​ ລອງຫາ​ເວລາ​ສວດ​ມົນ ເຮັດ​ສະ​ໝາ​ທິ ຝຶກ​ຫາຍ​ໃຈ ຫລື​ອີ່ຫຍັງ​ກໍ​ໄດ້​ທີ່​ເຮັດໃຫ້​ຮູ້ສຶກ​ສະຫງົບ​ແລະ​ເກີດ​ພາ​ວະ​ສົມ​ດຸນ​ຂອງ​ຮ່າງກາຍ​ແລະ​ຈິດ​ໃຈ ທ່ານ​ຈະ​ຮູ້ສຶກ​ໄດ້​ເຖິງ​ຄວາມ​​ເຄັ່ງຄຽດ​ທີ່​ເລີ່ມ​ຈາງ​ຫາຍ​ໄປ ຄວາມ​ສະຫງົບ​ຈະ​ເຂົ້າ​ມາ​ແທນ​ທີ່ ຊຶ່ງ​ເມື່ອ​ເຮັດ​ເປັນ​ປະຈຳ​ທຸກ​ມື້ ບໍ່​ພຽງ​ເຮັດໃຫ້​ມີ​ຄວາມ​ສຸກ​ສະຫງົບ ​ອາ​ຍຸ​ຈະ​ຍືນ​ຂອງ​ທ່ານ​ກໍ່​ຈະ​ຍືນຍາວ​ຂຶ້ນ​ອີກດ້ວຍ.

ເຮັດວຽກ​ທີ່​ຮັກ ​ແລະ​ຖະຫນັດ ຖ້າ​ເລືອກ​ໄດ້ຄວນເຮັດວຽກ​ທີ່​ຮັກ​ ແລະ​ມີ​ຄວາມ​ຖະຫນັດ ເພາະ​ບໍ່​ມີ​ຫຍັງ​ທີ່​ເຮັດໃຫ້​ເບິ່ງ​ແກ່ກ່ອນ​ໄວ​ໄປ​ກວ່າ​ການ​ຕ້ອງ​ທົນ​ເຮັດວຽກ​ທີ່​ບໍ່​ໄດ້​ມັກ ຫລື​ບໍ່​ໄດ້​ໃຊ້​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ມີ​ຢ່າງ​ເຕັມ​ທີ່ ແຕ່​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ລາ​ອອກຈາກ​ວຽກ​ທີ່​ເຮັດ​ຢູ່ ພຽງ​ແຕ່​ຫາ​ຫົນ​ທາງ​ນຳ​ຈຸດ​ແຂງ​ທີ່​ມີ​ມາ​ໃຊ້​ແລະ​ກຳຈັດ​ຈຸດ​ອ່ອນ ແລ້ວ​ຈະ​ເຫັນ​ວ່າ ຍິ່ງ​ປ່ຽນ​ແປງ​ຫລາຍ​ເທົ່າ​​ໃດຍິ່ງ​ເຮັດໃຫ້​ເກີດ​ຄວາມ​ຄິດ​ສ້າງສັນ​ຫລາຍ​ເທົ່າ​ນັ້ນ.

ລອງ​ເຮັດ​ສິ່ງ​ໃໝ່​ໆ ​ເປັນ​ຕົວ​ເພີ່ມ​ລົດ​ຊາດ​ໃຫ້​ຊີວິດ ແລະ​ເມື່ອ​ເຈົ້າ​ໃຫ້​ໂອ​ກາດ​ຕົວ​ເອງ ສະຫມອງ​ກໍ​ສາມາດ​ຮຽນ​ຮູ້​ໄປ​ເລື່ອຍ​ໆ ແມ່ນ​ຈະ​ມີ​ອາ​ຍຸ 100 ປີ​ແລ້ວ​ກໍ​ຕາມ ຫາກ ເປີດ​ຮັບ​ສິ່ງ​ໃໝ່​ ໆ ເຂົ້າ​ມາ​ໃນ​ຊີວິດ ຈະ​ເຮັດໃຫ້​ສະຫມອງ​ຕື່ນ​ຕົວ ເຊັ່ນ ປົກກະຕິ​ຖະຫນັດ​ມື​ຂວາ ໃຫ້​ລອງ​ປ່ຽນ​ເປັນ​ໃຊ້​ມື​ຊ້າຍ​ຫຍິບ​ຈັບ​ສິ່ງ​ຂອງ​ຫລື​ເຮັດ​ພາລະ​ກິດ​ປະຈຳວັນ​ເປັນ​ບາງ​ຄັ້ງ​ຄາວ ວິທີ​ນີ້​ຈະ​ຊ່ວຍ​ກະຕຸ້ນ​ສະຫມອງ​ໃຫ້​ຕຽມ​ພ້ອມ​ຢູ່​ສະເໝີ ເພາະ​ເມື່ອ​ເຮັດ​ແຕ່​ສິ່ງ​​ເກົ່າໆ ສະຫມອງ​ຈະ​ເຊື່ອຍ​ຊາ ແລະ​ຫາກ​ປ່ອຍ​ໄປ​ເລື່ອຍ​ ໆ ກໍ​ຍາກ​ທີ່​ຈະ​ກັບ​ມາ​ຕື່ນ​ຕົວ​ອີກ​ເທື່ອ.

ອາລົມ​ດີ​ສະເໝີອັນ​ດັບ​ທີ່ 2 ຂອງ​ທີມ​ງານ toptenthailand ສິ່ງ​ສຳຄັນ​ທີ່ສຸດ​ທີ່​ຈະ​ເຮັດໃຫ້​ມີ​ຊີວິດ​ຍືນ​ຍາວ​ໄດ້​ເຖິງ 100 ປີ ຄື ຕ້ອງ​ຕະ​ໜັກ​ຮູ້​ວ່າ​ສິ່ງ​ພາຍນອກ​ມີ​ຜົນ​ກະທົບ​ຕໍ່​ຈິດ​ໃຈ ອາລົມ​ເປັນ​ຕົວ​ສ້າງ​ສະຖານນະການ ຄົົນທີ່​ເຂົ້າໃຈ​ ຈະດຳ​ເນີນ​ຊີວິດ​ໄດ້​ຢ່າງ​ສະບາຍ ປາດສະຈາກ​ຄວາມ​​ເຄັ່ງຄຽດ ແລະ​ບໍ່​ຕົກ​ເປັນ​ເຫຍື່ອ​ຂອງ​ສະຖານນະການ​ກົດ​ດັນ​ພາຍນອກ.

ຄິດ​ທາງບວກພະລັງ​ຄວາມ​ຄິດ​ດ້ານ​ບວກ​ຈະ​ຊ່ວຍ​ ກະຕຸ້ນ​ໃຫ້​ເກີດ​ພະລັງ​ກາຍ​ພະລັງ​ໃຈ ມີ​ຄວາມ​ຄິດ​ສ້າງສັນ ສົ່ງ​ຜົນ​ໃຫ້​ມີ​ຄວາມ​ສຸກ​ໃນ​ຊີວິດ ສິ່ງ​ທີ່​ເຮົາ​ບອກ​ກັບ​ຕົວ​ເອງ ​ແລະ​ໄດ້​ຟັງ​ຈາກ​ຄົນ​ອື່ນ ລ້ວນ​ມີ​ຜົນ​ຕໍ່​ການ​ດຳ​ເນີນ​ຊີວິດ​ຂອງ​ເຮົາ ທັງ​ທາງ​ດ້ານ​ຮ່າງກາຍ ​ແລະ​ຈິດ​ໃຈ​ຄົນ​ທົ່ວ​ໄປ​ທີ່​ອາ​ຍຸ​ຍືນ ​ແລະ​ສຸກຂະພາບ​ຮ່າງກາຍ​ແຂງ​ແຮງດີ ​ແມ່ນ​​ໃຫ້​ຄໍາ​ຕອບ​ວ່າ " ຕາບ​ເທົ່າ​ທີ່​ຍັງມີ​ຄວາມ​ສຸກ​ໃຈ " ນີ້​ເປັນ​ພື້ນ​ຖານ​ສຳຄັນ​ຂອງ​ການ​ມີ​ຄຸນນະພາບ​ຊີວິດ​ທີ່​ດີ​.