ສ້າງ​ສິ່ງ​ແວດ​ລ້ອມ​ສ້າງ​ຊັບ​ພະ​ຍາກ​​ອນທໍາ​ມະ​ຊາດ

(GMT+08:00) 2013-01-21 09:33:01     cri

ຂະນະ​ທີ່​ໂລກ​ກຳ​ລັງ​ຖືກ​ປົກ​ຄຸມ​ດ້ວຍ​ກຸ່ມ​ກາຊ​ເຮືອນ​​ແກ້ວ​ຫລາຍ​ເກີນ​ສົມ​ດຸນ​ຂອງ​ທຳມະຊາດ​ຊຶ່ງ​ກາ​ຊ​ເຮືອນ​​ແກ້ວ​ເກັບ​ກັກ​ຄວາມ​ຮ້ອນ​ບໍ່​ໃຫ້​ສະ​ທ້ອນ​ອອກ​ນອກ​ຜິວ​ໂລກ​ເຮັດໃຫ້​ອຸນຫະພູມ​ພື້ນ​ຜິວ​ໂລກ​ເພີ່ມ​ສູງ​ຂຶ້ນ     ໃນ​ຄວາມ​ປ່ຽນ​ແປງ​ຂອງ​ສະພາບ​ທຳມະຊາດ​ສິ່ງ​ແວດ​ລ້ອມ​ທີ່ເກິດຂື້ນ​ຫລາຍ​ຝ່າຍ​ໄດ້​ຮ່ວມ​ກັນ​ປຸກລະດົມ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ຈາກ​ອາທິດ​ທີ່​ຜ່ານມາ​ທີ່​ນຳ​ສະເໜີ​ວິທີ​ປະ​ຫຍັດ​ນ້ຳ​ມັນ ຕໍ່​ເນື່ອງ​ເທື່ອ​ນີ້​ຂໍ​ນຳ​ປະໂຫຍດ​ຈາກ​ການ​ປູກ​ຕົ້ນ​ໄມ້​ມາ​ບອກ​ເລົ່າ ເພາະ​ບໍ່​ພຽງ​ຊ່ວຍ​ລຸດ​ອຸນຫະພູມ​ຮ້ອນ​ສ້າງ​ອາ​ກາດ​ສະ​ອາດ​ສົດ​ຊື່ນ ຕົ້ນ​ໄມ້​ຍັງມີ​ຄວາມຫມາຍ​ຕໍ່​ການ​ປະ​ຫຍັດ​ພະລັງ​ງານ ການ​ຟື້ນ​ຄືນ​ທຳມະຊາດ​ສ້າງ​ຄວາມ​ສົມ​ດຸນ ອີກ​ທັງ​ສີ​ສັນ​ງາມ​ຂອງ​ດອກ​ໄມ້ ໃບ​ໄມ້​ຍັງ​ຊ່ວຍ​ໃຫ້​ຜ່ອນ​ຄາຍ​ສ້າງ​ຄວາມ​ສະບາຍ​ໃຈ      ຕົ້ນ​ໄມ້ ທຸກ​ຕົ້ນ​ຈຶ່ງ​ມີ​ຄວາມຫມາຍ​ ເຖິງ​ພາ​ວະ​ໂລກ​ຮ້ອນ ການ​ສົ່ງ​ເສີມ​ປູກ​ຕົ້ນ​ໄມ້​ເປັນ​ອີກ​ແນວ​ທາງ​ໃນ​ການ​ລຸດ​ອາຍ​ກາກ​ໂບນິກ​ລຸດ​ມົນ​ພິດ​ທາງ​ອາ​ກາດ ເພີ່ມ​ພື້ນ​ທີ່​ສີ​ຂຽວ​ສ້າງ​ສິ່ງ​ແວດ​ລ້ອມ​ໃນ​ເມືອງ ອີກ​ທັງ​ລຸດ​ອຸນຫະພູມ​ແລະອື່ນໆ ແລະ​ຈາກ​ການສຶກສາ​ໄມ້​ຍືນ​ຕົ້ນ​ທີ່​ມີ​ລຳ​ຕົ້ນ​ສູງ​ໃຫຍ່​ສາມາດ​ດູດ​ຊັບ​​ອາຍ​ກາກ​ໂບນິກ​ດ້ວຍ​ກະ​ບວນ​ການ​ສັງ​ເຄາະ​ແສງ ນຳ​ອາຍ​ກາກ​ໂບນິກ​ຈາກ​ອາ​ກາດ​ເຂົ້າ​ສູ່​ຄໍ​ໂລ​ຟິນ​ທີ່​ມີ​ສີ​ຂຽວ​ແລະ​ໃຊ້​ແສງ​ເປັນ​ແຫລ່ງ​ພະລັງ​ງານ​ໃນ​ການ​ເກີດ​ປະຕິ​ກິ​ລິ​ຢາ​ສ້າງ​ນ້ຳ​ຕານ​ແລະ​ກ໊າ​ຊະ​ອອກ​ຊິ​ເຈນ​ຊຶ່ງ​ຕົ້ນ​ໄມ້​ທີ່​ນິຍົມ​ປູກ​ກາງ​ແຈ້ງ ສາມາດ​ດູດ​ອາຍ​ກາກ​ໂບນິກ​ໄດ້​ຫລາຍ​ເຖິງ 30-60 ກຣາມ​ຕໍ່​ຕາ​ແມັດ​ພື້ນ​ທີ່​ດິນ​ຕໍ່​ມື້​ແລະອື່ນໆ   

ຂະ​ບວນ​ການ​ສັງ​ເຄາະ​ແສງ​ຂອງ​ພືດ​ຈຶ່ງ​ມີ​ຄວາມ​ສຳຄັນ​ຕໍ່​ການ​ຊ່ວຍ​ລຸດ​ປະລິມານ​ອາຍ​ກາກ​ໂບນິກ ແລະ​ເພີ່ມ​ປະລິມານ​ອາຍ​ອອກ​ຊິ​ເຈນ​ໃນ​ອາ​ກາດ​ຊຶ່ງ​ພືດ​ແຕ່​ລະ​ຊະນິດ​ຈະ​ມີ​ຄວາມ​ສາມາດ​ຕ່າງ​ກັນ ໂດຍ​ສະເພາະ​ພືດ​ທີ່​ມີ​ຂະໜາດ​ໃຫຍ່ ພືດ​ທີ່​ຢູ່​ກາງ​ແຈ້ງ​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ລຸດ​ປະລິມານ​ອາຍ​ກາກ​ໂບນິກ​ໄດ້​ຫລາຍກວ່າ ການ​ປູກ​ຕົ້ນ​ໄມ້​ເພີ່ມ​ພື້ນ​ທີ່​ສີ​ຂຽວ​ນອກ​ຈາກ​ແກ້​ບັນຫາ​ຄວາມ​ຮ້ອນ ສ້າງ​ສົມ​ດຸນ​ການ​ໃຊ້​ພື້ນ​ທີ່ ຕົ້ນ​ໄມ້​ຍັງ​ກະ​ຫລອງ​ມົນ​ພິດ​ຜະລິດ​ອອກ​ຊິ​ເຈນ​ໃຫ້​ກັບ​ເມືອງ ອີກ​ທັງ​ຍັງ​ສ້າງ​ຄວາມ​ຮົ່ມ​ເຢັນ​ແລະ​ຍັງໍ່ວຍຜ່ອນ​ຄາຍ  " ທຸກ​ພື້ນ​ທີ່​ສາມາດ​ເລືອກ​ປູກ​ຕົ້ນ​ໄມ້​ທີ່​ເໝາະ​ສົມ​ໄດ້ ບໍ່​ວ່າ​ຈະ​ເປັນ​ທີ່​ວ່າງ​ຮອບ​ເຮືອນ​ພັກ​ອາໄສ ທີ່​ເຮັດວຽກ ບ່ອນຈອດ​ລົດ ສະ​ໜາມ​ກີລາ ສະ​ໜາມ​ຫຼີ້ນ​ເດັກນ້ອຍ ສະຖານ​ທີ່​ຫ້ອ​ງການ ສວນ​ສາທາລະນະ​ເທິງ​ອາ​ຄານ​ສູງ ຖະໜົນ​ຫົນ​ທາງ​ຊຶ່ງ​ຖະໜົນ​ຫລາຍ​ສາຍ​ຂອງນະຄອນ​ເປັນ​ຖະໜົນ​ຕົ້ນ​ໄມ້​ທີ່​ໃຫ້​ທັງ​ຄວາມ​ຮົ່ມ​ເຢັນລຸດ​ມົນ​ພິດ​ທາງ​ອາ​ກາດ​ແລະອື່ນ ໆ ໃນ​ການ​ລຸດ​ບັນຫາ​ພາ​ວະ​ໂລກ​ຮ້ອນ ການ​ເພີ່ມ​ພື້ນ​ທີ່​ສີ​ຂຽວ​ຊ່ວຍ​ກັນ​ປູກ ເບິ່ງ-ແຍງ​ຕົ້ນ​ໄມ້​ເປັນ​ອີກ​ທາງ​ໜຶ່ງ​ທີ່​ທຸກ​ບ້ານເຮືອນ​ຊ່ວຍ​ໄດ້ "     ​ການ​ປູກ​ຕົ້ນ​ໄມ້​ເລືອກ​ໄດ້​ຕາມ​ຄວາມ​ຊື່ນ​ມັກ​ສົນ​ໃຈ ເຮືອນ​ທີ່​ມີ​ພື້ນ​ທີ່​ສາມາດ​ປູກ​ໄດ້​ທັງ​ໄມ້​ໃຫຍ່ ໄມ້​ດອກ​ໄມ້​ປະ​ດັບ​ຊຶ່ງ​ກໍ​ມີ​ຫລາກ​ຫລາຍ​ພັນ​ໃຫ້​ເລືອກ ການ​ປູກ​ຕົ້ນ​ໄມ້​ໃຫຍ່​ໃຫ້​ຮົ່ມ​ເງົາ​ບໍ່​ຈຳ​ເປັນ​ຕ້ອງ​ເລືອກ​ຫາ​ຕົ້ນ​ໄມ້​ທີ່​ມີ​ຄວາມ​ສູງ​ຫລາຍ​ມາ​ປູກ     ແມ່ນ​ກະ​ທັ່ງ​ບ້ານ-ເຮືອນ​ທີ່​ມີ​ພື້ນ​ທີ່​ນ້ອຍ​ຢູ່ໃນ​ອາ​ຄານ​ສູງ​ກໍ​ສາມາດ​ຊ່ວຍ​ກັນ​ປູກ​ຕົ້ນ​ໄມ້ ສ້າງ​ອາ​ກາດ​ໃຫ້​ສະ​ອາດ​ສົດ​ຊື່ນ​ໄດ້​ດ້ວຍ​ການ​ປູກ​ໄມ້​ແຂວນ​ໄມ້​ກະ​ຖາງ​ນ້ອຍ​ ໆ ກໍ​ເບິ່ງ​ງາມ​ເໝາະ​ສົມ ຢ່າງ​ເທິງ​ທາງ​ດ່ວນ​ຈະ​ເຫັນ​ວ່າ​ມີ​ກະ​ຖາງ​ຕົ້ນ​ເຟື່ອງ​ຟ້າ ເທິງ​ອາ​ຄານ​ຕຶກ​ສູງ​ກໍ​ມີ​ການ​ຈັດ​ສວນ​ເປັນ​ສະຖານ​ທີ່​ພັກ​ຜ່ອນ​ໃຫ້​ຄວາມ​ຮູ້ສຶກ​ສົດ​ຊື່ນ     ການ​ຈັດ​ເຮັດ​ສວນ​ເທິງ​ຫລັງ​ຄາ ສວນ​ດາດ​ຟ້າ​ເພື່ອ​ໃຫ້​ພື້ນ​ທີ່​ສ່ວນ​ທີ່​ບໍ່​ໄດ້​ໃຊ້​ປະໂຫຍດ​ກາຍ​ມາ​ເປັນ​ສວນ​ທີ່​ໃຊ້​ປະໂຫຍດ​ຢ່າງ​ສົມບູນ​ເປັນ​ອີກ​ຮູບ​ແບບ​ທີ່​ສ້າງ​ສີ​ສັນ​ຄວາມ​ງາມ​ໃຫ້​ກັບ​ອາ​ຄານ ລວມ​ທັງ​ລຸດ​ອຸນ​ຫະພູ​ມ​ເຄື່ອງ​ປັບ​ອາ​ກາດ​ເຮັດວຽກ​ໜ້ອຍ​ລົງ​ຊຶ່ງ​ພັນ​ໄມ້​ທີ່​ປູກ​ເທິງ​ສວນ​ດາດ​ຟ້າ


ນອກ​ຈາກ​ນີ້​ສ່ວນຫນຶ່ງ​ຈາກ​ຂໍ້​ມູນ​ດ້ານ​ກາ​ນອະນຸ​ລັກພະລັງ​ງານ ກະ​ຊວງ​ພະລັງ​ງານ​ຍັງມີ​ຂໍ້​ແນະ​ນຳ​ການ​ປັບ-ປຸງ​ພາຍນອກ​ຕົວ​ເຮືອນ ຊຶ່ງ​ການ​ປູກ​ຕົ້ນ​ໄມ້​​ສູງ​ເພື່ອ​ບັງ​ແສງ​ອາທິດ​ຄວນ​ຕັດ​ກິ່ງ​ ​ເພື່ອ​ໃຫ້​ລົມ​ພັດ​ຜ່ານ​ລຸດ​ອຸນຫະພູມ​ພາຍນອກ​ໃກ້​ບໍລິເວນ​ເຮືອນ ເລືອກ​ຊະນິດ​ຕົ້ນ​ໄມ້​ທີ່​ເໝາະ​ສົມ​ສຳລັບ​ໃຊ້​ເປັນ​ຮົ່ມ​ເງົາ​ທີ່​ມີ​ຢູ່​ຕາມ​ທ້ອງ​ຖິ່ນ​ຊຶ່ງ​ງ່າຍ​ຕໍ່​ການ​ເບິ່ງແຍງ ລຸດ​ການ​ໃຊ້​ປຸ໋ຍ​ຢາ​ຂ້າ​ແມງ ປູກ​ພືດ​ຄຸມ​ດິນ ປູກ​ຫຍ້າ​ຈັດ​ແຕ່ງ​ສວນ​ເພື່ອ​ເປັນ​ສະ​ໜວນ​ກັນ​ຄວາມ​ຮ້ອນ​ໃຫ້​ກັບ​ພື້ນ​ດິນ ຫາກ​ມີ​ພື້ນ​ທີ່​ຈຳ​ກັດ​ອາດ​ປູກ​ໄມ້​ດັດ​ຫລື​ໄມ້​ເລື້ອຍ​ຕາມ​ລະ​ບຽງ​ລິມ​ຮົ້ວ​ເພື່ອ​ລຸດ​ລົມ​ຮ້ອນ​ພັດ​ຜ່ານ​ເຂົ້າ​ຕົວ​ເຮືອນ ລຸດ​ຄວາມ​ແຮງ​ຂອງ​ແສງ​ແດດ​ທີ່​ສ່ອງ​ຜິວ​ອາ​ຄານ ເປັນ​ຕົ້ນ      ຈາກ​ຄຸນປະໂຫຍດ​ຫລວງຫລາຍ​ຂອງ​ຕົ້ນ​ໄມ້​ຊຶ່ງ​ບໍ່​ພຽງ​ຟື້ນ​ຄືນ​ອາ​ກາດ​ສະ​ອາດ​ສົດ​ຊື່ນ ການ​ປູກ​ຕົ້ນ​ໄມ້​ນ້ອຍ​ໃຫຍ່​ຍັງ​ສ້າງ​ເສີມ​ບັນ​ຢາ​ກາ​ດ​ຄືນ​ຄວາມ​ສົມ​ດຸນ​ທາງທຳມະຊາດ ອີກ​ທັງ​ການ​ເບິ່ງແຍງ​ເອົາ​ໃຈ​ໃສ່​ຕົ້ນ​ໄມ້​ຍັງ​ເປັນ​ນັນ​ທະ​ນາ​ການ​ໃຊ້​ເວລາ​ວ່າງ​ໃຫ້ເປັນ​ປະໂຫຍດຜ່ອນ​ຄາຍ.