ວິທີ​ປະຢັດ​ພະລັງງານ​ອື່ນໆ

(GMT+08:00) 2013-01-23 15:16:07     cri

ຢ່າ​ໃຊ້​​ເຈັ້ຍໜ້າ​ດຽວ​ຖິ້ມ ໃຫ້​ໃຊ້​​ເຈັ້ຍ​ຢ່າງ​ຄຸ້ມ​ຄ່າໃຊ້​ທັງ​ສອງ​ໜ້າ ໃຫ້​ນຶກ​ສະເໝີ​ວ່າ​ເຈັ້ຍ​ແຕ່​ລະ​ແຜ່ນຍ່ອມ​ໝາຍ​ເຖິງ​ຕົ້ນ​ໄມ້​ໜຶ່ງ​ຕົ້ນ​ທີ່​ຕ້ອງ​ເສຍ​ໄປ.

ສໍ​ລັບ​ຢູ່​ໃນ​ສຳ​ນັກ​ງານ​ໃຫ້​ໃຊ້​ການ​ສົ່ງ​ເອກະສານ​ຕໍ່​ໆກັນແທນ​ການ​ກ໋ອບປີ້​ເອກະສານ​ຫລາຍໆຊຸດເພື່ອ​ປະ​ຢັດ​ເຈັ້ຍ ທັງປະ​ຫຍັດ​ພະລັງ​ງານ.
    ລຸດ​ການ​ສູນ​​ເສຍ​ເຈັ້ຍ​ເພີ່ມ​ຫລາຍ​ຂຶ້ນ ດ້ວຍ​ການ​ຫລີກ​ລ້ຽງການ​ໃຊ້​​ເຈັ້ຍ​ປະ​ນ້າ​ໂທລະສານ ຊະນິດ​ເຕັມ​ແຜ່ນ ແລະ​ຫັນ​ມາ​ໃຊ້​ເຈັ້ຍຂະໜາດ​ນ້ອຍ ທີ່​ສາມາດ​ຕັດ​ພັບ​ເທິງ​ໂທ​ສານ​ໄດ້​ງ່າຍ.


ໃຊ້​ການ​ສົ່ງ​ຜ່ານ​ຂໍ້​ມູນ​ຂ່າວ​ສານ​ຕ່າງ ໆ ຜ່ານ​ລະບົບ​ຄອມພິວເຕີ ໂດຍ​ໂມ​ເດັມ ຫລື​ແຜ່ນ​ດິດກ໌ ແທນ​ການ​ສົ່ງ​ຂ່າວ​ສານ​ຂໍ້​ມູນ​ໂດຍ​ເອກະສານ ຊ່ວຍ​ລຸດ​ຂັ້ນ​ຕອນ​ການເຮັດວຽກງານ ລຸດ​ການ​ໃຊ້​ພະລັງ​ງານ​ໄດ້​ຫລາຍ.


ຫລີກ​ລ້ຽງ​ການ​ໃຊ້​ຈານ​​ເຈັ້ຍ, ຈອກ​ເຈັ້ຍເວລາ​ຈັດ​ງານ​ສັງສັນ​ຕ່າງໆ ເພາະ​ສິ້ນ​ເປືອງ​ພະລັງ​ງານ​ໃນ​ການ​ຜະລິດ.

ຮູ້​ຈັກ​​ໄຈ້​ແຍກປະ​ເພດ​ຂີ້ເຫຍື້ອ ເພື່ອ​ຊ່ວຍ​ລຸດ​ຂັ້ນ​ຕອນ ແລະ​ລຸດ​ພະລັງ​ງານ​ໃນ​ການ​ທຳລາຍ​ຂີ້ເຫຍື້ອ ແລະ​ເຮັດໃຫ້​ຂີ້ເຫຍື້ອ​ທັງ​ຫລາຍງ່າຍ​ຕໍ່​ການ​ກຳຈັດ.

ຫນັງສື​ພິມ​ອ່ານ​ສຳເລັດ​ແລ້ວ​ຢ່າ​ຖິ້ມ ໃຫ້​ເກັບ​ໄວ້​ຂາຍ ຫລື​ພັບ​ຖົງເກັບ​ໄວ້​ເຮັດຫຍັງ​ຢ່າງ​ອື່ນໃຊ້​ຊ້ຳ​ທຸກ​ເທື່ອ​ຖ້າ​ເຮັດ​ໄດ້ ຊ່ວຍ​ລຸດ​ການ​ໃຊ້​ພະລັງ​ງານ​ໃນ​ການ​ຜະລິດ.
    ຂຶ້ນ​ລົງ​ຊັ້ນ​ດຽວ​ຫລື​ສອງ​ຊັ້ນ ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ລິ​ຟທ໌ ຈື່​ໄວ້​ສະເໝີ​ວ່າ​ການ​ກົດ​ລິ​ຟທ​ແຕ່​ລະ​ເທື່ອ​ແມ່ນສູນ​ເສຍ​ພະລັງ​ງານ.
    ງົດ ເຊົາ ບໍຫລິ​ໂພກ​ຜະລິດຕະພັນ​ທີ່​ໃຊ້​ແລ້ວ​ຖິ້ມ​ເລີຍ ເພາະ​ເປັນການ​ສິ້ນ​ເປືອງ​ພະລັງ​ງານ​ໃນ​ການ​ຜະລິດ ໃຊ້​ຊັບ​ຢາ​ກອນ​ທຳມະຊາດ​ສິ້ນ​ເປືອງ ເພີ່ມ​ປະລິມານ​ຂີ້ເຫຍື້ອ ເປືອງ​ພະລັງ​ງານ​ໃນ​ການ​ກຳຈັດ​ຂີ້ເຫຍື້ອ.

ລຸດ​ການ​ໃຊ້​ຜະລິດຕະພັນ ​ມີ​ບັນ​ຈຸທີ່​ຍາກ​ຕໍ່​ການ​ທຳລາຍ ເຊັ່ນ ໂຟມ ຫລື​ພາ​ສະຕິ​ກ ຄວນ​ເລືອກ​ໃຊ້​ທີ່​ນຳ​ກັບ​ມາ​ໃຊ້​ໃໝ່​ໄດ້ (Reuse) ຫລື​ນຳ​ໄປ​ຜ່ານ​ກະ​ບວນ​ການ​ຜະລິດ​ມາ​ໃຊ້​ໃໝ່​ໄດ້ (Recycle)

ສະໜັບ-ສະໜູນ​ສິນ​ຄ້າ​ທີ່​ມີ​ບັນ​ຈຸ​ເປັນ​ວັດ​ດຸ​ທີ່​ສາມາດ​ນຳ​ມາ​ຜ່ານກະ​ບວນ​ການ​ນຳ​ມາ​ໃຊ້​ໃໝ່ (Recycle) ເຊັ່ນ ແກ້ວ ​ເຈັ້ຍ ໂລ​ຫະ ພາດ​ຕິກ​ບາງ​ປະ​ເພດ ໂດຍ​ຈັດ​ໃຫ້​ມີ​ການ​ແຍກ​ຂີ້ເຫຍື້ອ​ໃນ​ຄົວ​ເຮືອນແລະ​ໃນ​ສຳ​ນັກ​ງານໃຫ້​ຄວາມ​ຮ່ວມ​ມື ສະໜັບ-ສະໜູນ ຫລື​ເຂົ້າ​ຮ່ວມ​ກິດຈະກຳ​ກັບ​ຫນ່ວຍ​ງານຕ່າງ ໆ ທັງ​ພາ​ກລັດ​ແລະ​ເອກ​ຊົນ ທີ່​ສົ່ງ​ເສີມ​ໃຫ້​ມີ​ກາ​ນອະ​ນຸ​ລັກ​ພະລັງ​ງານກະຕຸ້ນ​ເຕືອນ​ໃຫ້​ຜູ້​ອື່ນ​ຊ່ວຍ​ກັນ​ປະ​ຫຍັດ​ພະລັງ​ງານ ໂດຍ​ການ​ຕິດ​ສັນຍະລັກ ຫລື​ເຄື່ອງ​ໝາຍ​ໃຫ້​ຊ່ວຍ​ປະ​ຫຍັດ​ໄຟ ກົງ​ບໍລິເວນ​ໃກ້​ສະ​ຫວິດຊ໌​ໄຟຟ້າ ເພື່ອ​ເຕືອນ​ໃຫ້​ປິດ​ເມື່ອ​ເຊົາ​ໃຊ້​ແລ້ວທຸກ​ຄັ້ງ.