ວິທີ​ປະຢັດ​ນໍ້າ

(GMT+08:00) 2013-01-23 15:19:24     cri

ໃຊ້​ນ້ຳ​ຢ່າງ​ປະ​ຫຍັດ ໝັ່ນ​ກວດ​ສອບ​ການ​ລົ່ວ​ໄຫລ​ຂອງ​ນ້ຳ ເພື່ອ​ລຸດການ​ສູນ​ເສຍ​ນ້ຳ​ຢ່າງ​​ໄຮ້​ປະໂຫຍດບໍ່​ຄວນ​ປ່ອຍ​ໃຫ້​ນ້ຳ​ໄຫລ​ຕະຫລອດ​ເວລາ​ຕອນ​ລ້າງ​ໜ້າ ແປງ​ແຂ້ວ ແຖໜວດ ແລະ​ຖູດ​ບູ່​ຕອນ​ອາບ​ນ້ຳ ເພາະ​ຈະ​ສູນ​ນ້ຳ​ໄປ​ໂດຍ​​ໄຮ້ປະໂຫຍດ.

ໃຊ້​ສະ​ບູ່​ແຫລວ​ແທ​ນົດ​ບູ່​ກ້ອນ​ເວລາ​ລ້າງ​ມື ເພາະ​ການ​ໃຊ້​ສະ​ບູ່​ກ້ອນລ້າງ​ມື​ຈະ​ໃຊ້​ເວລາ​ຫລາຍກວ່າ​ການ​ໃຊ້​ສະ​ບູ່​ແຫລວ ແລະ​ການ​ໃຊ້​ສະ​ບູ່​ແຫລວທີ່​ບໍ່​ເຂັ້ມ​ຂຸ້ນ ຈະ​ໃຊ້​ນ້ຳ​ນ້ອຍ​ກວ່າ​ການ​ລ້າງ​ມື​ດ້ວຍ​ສະ​ບູ່​ແຫລວ​​ເຂັ້ມ​ຂຸ້ນ.

ຊັກ​​ເຄື່ອງດ້ວຍ​ມື ຄວນ​ຮອງ​ນ້ຳ​ໃສ່​ຊາມ​​ພໍ​ໃຊ້ ຢ່າ​ເປີດ​ນ້ຳ​ໄຫລຖິ້ມ​ໄວ້​ຕະຫລອດ​ເວລາ​ຊັກ ເພາະ​ສິ້ນ​ເປືອງ​ກວ່າ​ການ​ຊັກ​ໂດຍ​ວິທີ​ການ​ຂັງນ້ຳ​ໄວ້​ໃນ​ອ່າງ.
    ໃຊ້ Sprinkler ຫລື​ຝັກ​ບົວ​ລົດ​ນ້ຳ​ຕົ້ນ​ໄມ້​ແທນ​ການ​ສີດ​ນ້ຳ​ດ້ວຍສາຍ​ຢາງ ຈະ​ປະ​ຫຍັດ​ນ້ຳ​ໄດ້​ຫລາຍກວ່າ.ບໍ່​ຄວນ​ໃຊ້​ສາຍ​ຢາງ​ ແລະ​ເປີດ​ນ້ຳ​ໄຫລ​ຕະຫລອດ​ເວລາ​ໃນ​ຂະນະ​ທີ່​ລ້າງ​ລົດເພາະ​ຈະ​ໃຊ້​ນ້ຳ​ຫລາຍ​ເຖິງ 400 ລີດ ແຕ່​ຖ້າ​ລ້າງ​ດ້ວຍ​ນ້ຳ​ແລະ​ຟອງ​ນ້ຳ​ໃນກະ​ປ໋ອງ​ຫລື​ພາ​ຊະນະ​ບັນ​ຈຸ​ນ້ຳ ຈະ​ລຸດ​ການ​ໃຊ້​ນ້ຳ​ໄດ້​ຫລາຍ​ເຖິງ 300 ລີດຕໍ່​ການ​ລ້າງ​ໜຶ່ງ​ເທື່ອ.

ບໍ່​ຄວນ​ລ້າງ​ລົດ​ຫລາຍເທື່ອ​ຈົນ​ເກີນ​ໄປ ເພາະ​ນອກ​ຈາກ​ຈະ​ມີ​ຄວາມສິ້ນ​ເປືອງ​ນ້ຳ​ແລ້ວ ຍັງ​ເຮັດໃຫ້​ເກີດ​ສະ​ໜິມ​ທີ່​ຕົວ​ຖັງ​ໄດ້​ດ້ວຍ.

ກວດ​ສອບ​ທໍ່​ນ້ຳ​ລົ່ວ​ພາຍ​ໃນ​ເຮືອນ ດ້ວຍ​ການ​ປິດ​ກໍ໊​ອກນໍ້າ​ທຸກ​ຕົວພາຍ​ໃນ​ເຮືອນ ຫລັງ​ຈາກ​ທີ່​ທຸກ​ຄົນ​ເຂົ້າ​ນອນ ( ຫລື​ເວລາ​ທີ່​ແນ່​ໃຈ​ວ່າ ບໍ່​ມີໃຜ​ໃຊ້​ນ້ຳ​​ໄລ​ຍະ​ໜຶ່ງ ຈົດຫມາຍ​ເລກ​ວັດ​​ແທກນ້ຳ​ໄວ້ ຖ້າ​ຕອນ​ເຊົ້າ​ມາ​ກ໋ອງ​ເຕີ້​ນັບ​ເລກ​ຫາກມີ​ການ​ເຄື່ອນ​ທີ່ໂດຍ​ທີ່​ຍັງ​ບໍ່​ມີ​ໃຜ​ເປີດ​ນ້ຳ​ໃຊ້ ກໍ​ຮຽກ​ຊ່າງ​ມາ​ກວດ​ຊ່ອມ​ໄດ້​ເລີຍ)
    ຄວນ​ລ້າງ​ພືດ​ຜັກ​ແລະ​ຫມາກໄມ້​ໃນ​ອ່າງ​ຫລື​ພາ​ຊະນະ​ທີ່​ມີ​ການ​ກັກ​ເກັບ​ນ້ຳໄວ້​ພຽງ​ພໍ ເພາະ​ການ​ລ້າງ​ດ້ວຍ​ນ້ຳ​ທີ່​ໄຫລ​ຈາກ​ກ໋ອກນໍ້າໂດຍ​ກົງ ຈະ​ໃຊ້ນ້ຳ​ຫລາຍກວ່າ ການ​ລ້າງ​ດ້ວຍ​ນ້ຳ​ທີ່​ບັນ​ຈຸ​ໄວ້​ໃນ​ພາ​ຊະນະ​ເຖິງ​ຮ້ອຍ​ລະ 50.


ກວດ​ສອບ​ຈຸດຮົ່ວ​ຊຶມ​ຫລື​ບໍ່ ໃຫ້​ລອງ​ຫຍົດ​ສີ​ປະສົມ​ອາຫານລົງ​ໃນ​ຖັງ​ພັກ​ນ້ຳ ແລ້ວ​ສັງເກດ​ເບິ່ງ​ທີ່​ຄໍ​ຫ່ານ ຫາກ​ມີ​ນ້ຳ​ສີ​ລົງ​ມາ​ໂດຍ​ທີ່​ບໍ່​ໄດ້​ກົດເກືອບ​ໂຄກ ໃຫ້​ຮີບ​ຈັດການ​ຊ່ອມ​​ແປງໄດ້​ເລີຍ.


ບໍ່​ໃຊ້​ຊັກ​ໂຄກ​ເປັນ​ທີ່​ຖິ້ມ​ເສດ​ອາຫານ ​ເຈັ້ຍ ສານ​ເຄ​ມີ​ທຸກ​ຊະນິດເພາະ​ຈະ​ເຮັດໃຫ້​ສູນ​ເສຍ​ນ້ຳ​ຈາກ​ຊັກໂຄກ ເພື່ອ​ໄລ່​ສິ່ງ​ຂອງ​ລົງ​ທໍ່.

ໃຊ້​ອຸປະກອນ​ປະ​ຫຍັດ​ນ້ຳ ເຊັ່ນຊັກ​ໂຄກ​ປະ​ຫຍັດ​ນ້ຳ ຝັກ​ບົວປະ​ຫຍັດ​ນ້ຳ ກ໋ອກ​ປະ​ຫຍັດ​ນ້ຳ ຫົວ​ສີດ​ປະ​ຫຍັດ​ນ້ຳ ເປັນ​ຕົ້ນ.

ຕິດ Areator ຫລື ອຸປະກອນ​ເຕີມ​ອາ​ກາດຫົວ​ກ໋ອກ ເພື່ອ​ຊ່ວຍເພີ່ມ​ອາ​ກາດ​ໃຫ້​ແກ່​ນ້ຳ​ທີ່​ໄຫລ​ອອກຈາກ​ຫົວ​ກ໋ອກ ລຸດ​ປະລິມານ​ການ​ໄຫລ​ຂອງນ້ຳ ຊ່ວຍ​ປະ​ຫຍັດ​ນ້ຳ.
    ບໍ່​ຄວນ​ຫົດ​ນ້ຳ​ຕົ້ນ​ໄມ້​ຕອນ​ແດດກ້າ ເພາະ​ນ້ຳ​ຈະ​ລະ​ເຫີຍ​ໝົດ​ໄປລ້າໆ ໃຫ້​ລົດ​ຕອນ​ເຊົ້າ​ທີ່​ອາ​ກາດ​ຍັງ​ເຢັນ​ຢູ່ ການ​ລະ​ເຫຍ​ຈະ​ຕ່ຳ​ກວ່າຊ່ວຍ​ໃຫ້​ປະ​ຫຍັດ​ນ້ຳ.
    ຢ່າ​ຖິ້ມ​ນ້ຳ​ດື່ມ​ທີ່​ເຫລືອ​ໃນ​ຈອກ​ໂດຍ​ບໍ່​ເກີດ​ປະໂຫຍດ​ອັນ​ໃດ ໃຊ້ຫົດ​ນ້ຳຕົ້ນ​ໄມ້ ໃຊ້​ຊຳ​ລະ​ພື້ນ​ຜິວ ໃຊ້​ຊຳ​ລະ​ຄວາມ​ສະ​ອາດ​ສິ່ງ​ຕ່າງໆໄດ້​ອີກ​ຫລາຍ.ຄວນ​ໃຊ້​ເຫຍືອກ​ນ້ຳ​ກັບ​ຈອກ​ເປົ່າ​ໃນ​ການ​ບໍລິການ​ນ້ຳ​ດື່ມ ແລະ​ໃຫ້ຜູ້​ທີ່​ຕ້ອງ​ການ​ດື່ມ​ ຢີ້ນນ້ຳ​ດື່ມ​ເອງ ແລະ​ຄວນ​ດື່ມ​ໃຫ້​ໝົດ​ທຸກ​ເທື່ອ.

ລ້າງ​ຈານ​ໃນ​ພາ​ຊະນະ​ທີ່​ຂັງ​ນ້ຳ​ໄວ້ ຈະ​ປະ​ຫຍັດ​ນ້ຳ​ໄດ້​ຫລາຍກວ່າ​ການລ້າງ​ຈານ​ດ້ວຍ​ວິທີ​ທີ່​ປ່ອຍ​ໃຫ້​ນ້ຳ​ໄຫລ​ຈາກ​ກ໋ອກນໍ້າ​ຕະຫລອດ​ເວລາ.
    ຕິດ​ຕັ້ງ​ລະບົບ​ນ້ຳ​ໃຫ້​ສາມາດ​ໃຊ້​ປະໂຫຍດ​ຈາກ​ການ​ເກັບ​ແລະ​ຈ່າຍ​ນ້ຳຕາມ​ແຮງ​ໂນ້ມ​ຖ່ວງ​ຂອງ​ໂລກ ເພື່ອ​ຫລີກ​ລ້ຽງ​ການ​ໃຊ້​ພະລັງ​ງານ​ໄປ​ສູບ ​ແລະຈ່າຍ​ນ້ຳ​ພາຍ​ໃນ​ອາ​ຄານ.