ສິ່ງ​ທີ່​ໜ້າ​ສົນ​ໃຈ​ຂອງ​ການ​ເຜີ​ຍ​ແຜ່​ສິນຄ້າ​ລາວ​ອອກ​ສູ່​ສາຍຕາ​​ໂລກ

(GMT+08:00) 2013-01-23 16:05:49     cri
ເວົ້າ​ແລ້ວ​ຢູ່​ລາວ​ມີ​ການ​ຜະລິດ​ສິນຄ້າ​ທີ່​ດີ​ແລະ​ກະ​ມີ​ຄຸນ​ນະພາ​ບຫຼາຍ​ຢ່າງ​ໃດ​ເນາະ, ບໍ່ວ່າ​ຈະ​ເປັນ​ເຄື່ອງນຸ່ງຮົ່ມ, ​ເຄື່ອ​ງຫັດຖະກຳ, ​ແລະອື່ນໆ...ເຂົ້າປາ​ອາຫານກໍ່ອຸດົມສົມບູນ ທີ່ຫຼາຍອັນກະບໍ່ຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດ.ພິເສດ, ໃນວັນທີ 2 ຂອງເດືອນນີ້ ທີ່ນະຄອນຫລວງວຽງຈັນກໍ່ໄດ້້ມີການເປີດພິທີ ງານວາງສະແດງສິນຄ້າ-ຫັດຖະກຳຂອງລາວ, ຈຸດປະສົງຂອງງານນີ້ ກໍ່ເພື່ອເປັນການເຜີຍແຜ່ສິນຄ້າຂອງຄົນລາວ ອອກສູ່ສາຍຕາຂອງບັນດາຄະນະຜູ້ແທນ ອາຊີ ແລະ ເອີຣົບ.ສິນຄ້າທີ່ນຳມາວາງສະແດງໃນຄັ້ງນີ້ກໍ່ແມ່ນຜະລິດຕະພັນປະເພດກາເຟ, ປະເພດເຄື່ອງດື່ມ, ເຄື່ອງຫັດຖະກຳ ຜ້າໃໝລາວ, ເຄື່ອງເງິນ-ຄຳ ທີ່ເປັນສີໄມ້້ລາຍມື ທັງ​ເປັນຫົວຄິດປະດິດສ້າງຂອງບັນດານັກທຸລະກິດລາວ. ທັງໝົດກໍ່ໄດ້ຮັບຄວາມນິຍົມຂົມຊອບໃນຄວາມສວຍງາມ ແລະ ຄຸນນະພາບຂອງ ຜະລິດຕະພັນລາວ ຈາກຜູ້ເຂົ້າຢ້ຽມຊົມທັງພາຍໃນແລະຕ່າງປະເທດເປັນຈໍານວນຫຼາຍ. ເວົ້າເຖິງສິນຄ້າລາວແລ້ວ ຖ້າຄົນ​ລາວ​ເອງບໍ່ສະໜັບສະໜູນແລ້ວຈະໃຫ້ໄຜເປັນຄົນໃຊ້ລະ, ຄືຄໍາເວົ້າທີ່ວ່າ: ດັ່ງຄຳ​ເວົ້າ​ທີ່​ວ່າ: ລາວເຮັດລາວໄດ້ ລາວໃຊ້ລາວຈະເລີນ.