ກອງ​ປະຊຸມ​ສົນທະນາລະຫວ່າງລັດຖະບານ​ລາວກັບວິ​ສາ​ຫະກິດ​ຈີນ​​ຢູ່​ລາວ​ຄັ້ງ​ທີ3ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​

(GMT+08:00) 2013-01-23 20:24:50     cri
ຕາມ​ຂ່າວcri: ຕອນ​ບ່າຍ​ວັນ​ທີ22ມັງກອນ​ນີ້, ກອງ​ປະຊຸມ​ສົນ​ນະ​ນາລະຫວ່າງ​ລັດຖະບານ​ລາວກັບວິ​ສາ​ຫະກິດ​ຈີນ​ຢູ່​ລາວ​ຄັ້ງ​ທີ3​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ​ຂອງ​ລາວ. ຜູ້ຕາງໜ້າພາກສ່ວນ​ຕ່າງໆ​ຂອງ​ລັດຖະບານ​ລາວ ​ແລະ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ຢູ່​ລາວ 100ກວ່າ​ທ່ານໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມສົນ​ທະນາເທື່ອ​ນີ້.

​ໃນກອງ​ປະຊຸມ​ສົນທະນາ, ຝ່າຍ​ລາວ​ໄດ້​ແນະນຳສະພາບ​ແວດ​ລ້ອມ​ດ້ານການ​ລົງທຶນຂອງ​ລາວ​ໃນ​ປະຈຸ​ບັນ, ສະພາບ​ລວມທາງ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ​ຂອງວິ​ສາ​ຫະກິດ​ຈີນ​​ຢູ່​ລາວ, ​ໄດ້​ລາຍ​ງານ​ສະພາບ​ກ່ຽວ​ກັບ​ຂົງ​ເຂດ​ການ​ລົງທຶນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ສຸດ​ຂອງ​ລາວ​ແລະ​ອື່ນໆ. ສອງ​ຝ່າຍ​ຍັງ​ໄດ້ລົງ​ເລິກ​ແລ​ກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ຈິງ​ໃຈ​ກ່ຽວ​ກັບ​ບັນຫາ​ຈຳນວນ​ໜຶ່ງ​ທີ່​ເກີດ​ຂຶ້ນ​ແລະ​ຄວາມ​ຫຍຸ້ງຍາກ​ທີ່​ປະ​ເຊີນ​​ໃນ​ດ້ານ​ການ​ລົງທຶນ​ແລະ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ຂະ​ແໜງ​ການ​ຕ່າງໆ,​ເຊັ່ນ: ຂະ​ແໜງ​ການ​ພັດທະນາພະລັງງານ​ໄຟຟ້ານ້ຳຕົກ, ຊັບພະຍາກອນ​ບໍ່​ແຮ່, ກະສິກຳ, ຂະ​ແໜງ​ການອະ​ສັງ​ຫະລິ​ມະ​ຊັບ.

ທ່ານ​ນາງ​ປູ້​ຈ້ຽນ​ກົວະ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມໄດ້​ສະ​ເໜີ​ຂໍ້​ສະ​ເໜີ3ຂໍ້,ຄື: ໜຶ່ງ​, ​ວິ​ສາ​ຫະກິດ​ຈີນ​ຢູ່​ລາວ​​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ກະສິກຳ, ສັງຄົມມະນຸດ​​ແລະ​ຂົງ​ເຂດ​ອື່ນ​ໆ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນອ່າວ​ຫຼາຍ; ສອງ,ຊຸກຍູ້​ການ​ສ້າງ​ກົນ​ໄກຕິດ​ຕໍ່​ພົວພັນ​ກັນ​ປະຈຳ​ວັນ​ລະຫວ່າງ​ລັດຖະບານ​ລາວ​ກັບ​ວິ​ສາ​ຫະກິດ​ຈີນ​ຢູ່​ລາວ, ຈັດ​ຕັ້ງ​ປະຕິບັດ​ໝາກຜົນ​ຂອງ​ກອງ​ປະຊຸມ​ສົນທະນາ​ຢ່າງ​ແທ້ຈິງ​ແລະ​ມີ​ປະສິດທິ​ຜົນ; ສາມ,ຫວັງ​ໃຫ້​ລັດຖະບານ​ລາວ​ວາງ​ມາດຕະຖານ​​ໃນການ​ຄັດ​ເລືອກວິ​ສາ​ຫະກິດ​ທີ່​ດີ​ເດັ່ນ, ຍ້ອງຍໍ​ສັນລະ​ເສີນ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ, ​​ເພື່ອ​ສ້າງເປັນ​​ແບບຢ່າງ​ທີ່​ດີ.