ຂັ້ນຕອນຕື່ມຄວາມຊົດຊື່ນໄດ້ໝົດມື້

(GMT+08:00) 2013-01-24 10:03:07     cri

ວິທີທີ່ຈະຕື່ມພະລັງຄາມສົດຊື່ນແຈ່ມໃສປະຈໍາວັນງ່າຍໆ 4 ຂັ້ນຕອນເປັນຕົ້ນໜື່ງ: ເລີ່ມຕົ້ນດ້ວຍການຍ່າງໄປກົດເອົອນໍ້າຈອກໃຫຍ່ໆມາດື່ມ
ເພື່ອໃຫ້ຊື່ນໃຈ ເຊິ່ງການດື່ມນໍ້ານັ້ນເປັນການຕື່ມນໍ້າໃຫ້ຮ່າງກາຍ ຫຼັງຈາກຮ່າງກາຍເຮົາພັກຜ່ອນົມດຄືນ ແລະເປັນອີກວິທີໜື່ງທີ່ຊ່ວຍໃຫ້
ສະໝອງຂອງທ່ານປອດໂປ່ງ.

ສອງ: ໃຊ້ເວລາປະມານ 5-10 ນາທີອອກກໍາລັງກາຍຍືດເສັ້ນ, ຍືດເອັນແລະກ້າມຊີ້ນພາກສ່ວນຕ່າງໆພາຍໃນຮ່າງກາຍໃຫ້ຫ້າວຫັນຂື້ນ. ວິ
ທີນີ້ຈະຄືກັນກັບວິທີບິດຄີງຂີ້ຄ້ານໃນຕອນເຊົ້າ, ແຕ່ເປັນການເຮັດຈິງຈັງຫຼາຍຂື້ນ. ໂດຍການເນັ້ນການຍືດພາກສ່ວນທີ່ຕ້ອງການໃຊ້ເລື້ອຍໆ
ໃນການເຮັດວຽກເຊັ່ນ: ຫາກໃນຕໍາແໜ່ງເຮັດວຽກຂອງທ່ານຕ້ອງຍ່າງຢູ່ຕະຫຼອດຕ້ອງຫາທ່າທາງທີ່ຍືດພາກສ່ວນໜ້າແຄ່ງ ແລະສົ້ນນ່ອງ
ຫຼືທ່ານຕ້ອງໃຊ້ຄອມພີວເຕີຊ່ວຍໃນການເຮັດວຽກໝົດມື້, ຄວນເນັ້ນໃນການອອກກໍາລັງກາຍພາກສ່ວນກ້າມຊີ້ນບລິເວນຄໍ, ບ່າໄລ່, ແຂນ
ແລະຂາ.

ສາມ: ກິນອາຫານປະເພດທັນຍາພືດ ແລະອາຫານທີ່ມີໂປຣຕີນໃນຕອນເຊົ້າ, ຫຼຸດອາຫານຈໍາພວກແປ້ງເຊິ່ງການກິນອາຫານໃນຕອນເຊົ້າ
ນັ້ນມີປະໂຫຍດຕໍ່ຮ່າງກາຍເປັນການ ກຽມຄວາມພ້ອມໃຫ້ຮ່າງກາຍເຮັດວຽກຢ່າງມີປະສິດທິຜົນໝົດມື້.

ສີ່: ການປ່ຽນເຄື່ອງດື່ມ, ເຊົາດື່ມກາເຝແລ້ວຫັນມາດື່ມຊາຂີງແທນ ຈະຊ່ວຍໃຫ້ການໄຫຼວຽນເລືອດເຮັດວຽກດີຂື້ນ, ເຮັດໃຫກ້ຮ່າງກາຍອົບອຸ່ນ
ພ້ອມທັງຊ່ວຍໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂື້ນ.