ການ​ສ້າງ​ຈິດ​ສຳນຶກ​ໃຫ້​ມວນ​ຊົນ ​ໃນ​ການຫຼຸດຜ່ອນ​ການ​ຖິ້ມ​ຂີ້​ເຫຍື້ອ​ແບບ​ສະຊາຍ

(GMT+08:00) 2013-01-24 10:24:02     cri

ວິທີການຫຼຸດຜ່ອນ​ການ​ຖິ້ມ​ຂີ້​ເຫຍື້ອ​ແບບ​ຊະຊາຍ​ມາ​, ​ຂີ້​ເຫຍື້​ອນິກະ​ເຫັນ​ກັນ​ຢູ່​ທົ່ວທີບ​ບາງ​ຄົນກະ​ຮ່າວ​ໄດ້​ຮ່າວ​ຖິ້ມ ວ່າ​ແຕ່​ກິນ​ແລ້ວ​ກະ​ແກວ່ງ​ຖິ້ມໜ້າຕາ​​ເສີຍ​ເລີຍ ຢ່າງ​ນ້ອຍ​ກໍ່​ຄວນ​ມີມາລະຍາດ​ໃນ​ສັງຄົມ​ແດ່ຈັກໜ້ອຍໜຶ່ງສາທາງ​ທີ່​ດີ ​ຄວນ​ມີ​ການ​ແຍກຂີ້​ເຫຍື້ອ​ແດ່​ໄດ໋. ​ເພາະວ່າ​ຂີ້​ເຫຍື້ອນີ້​ກໍ່​ມີຫຼາຍຊະນິດບໍ່​ວ່າ​ຈະ​ເປັນ​​ເຈ້ຍ, ແກ້ວ, ເຫຼັກ-​​ໂລຫະ, ​ເຄື່ອງນຸ່ງ​ຫົ່ມ ຫຼືວ່າຢາງອັນ​​ໃດ​ທີ່​ສາມາດ​ນຳ​ມາ​ໃຊ້​ຄືນໄດ້ເຊັ່ນ: ຜ້າ​ເຊັດ​ໂຕເກົ່າໆ ກໍ່ນຳໄປເຊັດໂຕະ-ຕັ່ງ ຫຼື ລົດລາງພາຫະນະກໍ່ໄດ້, ເຄື່ອງນຸ່ງ ຖ້າບໍ່ເກົ່າຫຼາຍກໍ່ນຳໄປບໍລິຈາກ ຫຼື ບໍ່ຊັ້ນກໍ່ນຳໄປປະຍຸກຄືນໃຫມ່ກໍ່ໄດ້. ຕຸກນ້ຳ ຫຼືວ່າ ກະປ໋ອງ ຫຼືວ່າເຈ້ຍຈັ່ງຊີ້ ເຮົາກະ ສາມາດນຳໄປຂາຍ ກໍ່ໄດ້ເງິນເຂົ້າກະເປົ໋າອີກໄດ໋. ນອກຈາກຈະປະຢັດເງິນບໍ່ຕ້ອງຊື້ໄມ້ຂົນໄກ່ມາປັດໂຕະຕັ່ງແລ້ວເຮົາຍັງ ໄດ້ເງິນໃນການຂາຍເຈ້ຍ, ແກ້ວ, ກະຕຸກນຳອີກ ແລະ ຍັງບໍ່ພໍຍັງມີສ່ວນ ຮ່ວມໃນການຫຼຸດມົນລະມິດນຳອີກ.


ວິທີ​ການຫຼຸດຜ່ອນ​ຂີ້​ເຫ​ຍື້ອ ​ແຕ່​ວ່າ​ອັນ​ທີ່​ຖື​ວ່າ​ສຳຄັນ​ໄປກ​ວ່ານັ້ນ​ກໍ່​ຄື​ການ​ຖິ້ມ​ຂີ້​ເຫຍື້ອ​ໃຫ້​ຖືກ​ບ່ອນຄື​: ຢູ່​ສວນສາທາລະນະ​ຈັ່ງ​ຊີ້ ​ເພິ່ນ​ກໍ່​ມີ​ຖົງ​ຢາງ​, ມີ​ຖັງໃຫ້​ໃສ່​ຂີ້​ເຫຍື້ອຈົບດີ ​ເວລາ​ກິນ​ແລ້ວ​ກໍ່​ເອົາ​ໄປ​ຖິ້ມ​ໃນ​ນັ້ນມັນ​ກໍ່​ຈະ​ງາມ​ຕາ​ໄປ​ອີກ ​ແລະ ບ່ອນ​ສາທາລະນະອື່ນໆກໍ່​ເຊັ່ນ​ດຽວກັນ. ແຕ່​ວ່າ​ຕາມ​ທີ່ ຫຼາຍໆທ່ານອາດເຄີຍເຫັນ​ເຫັນ​ໂດຍ​ທົ່ວ​ໄປ​ແລ້ວ​ນິຫຼາຍຄົນ​ກໍ່​ຖິ້ມ​ຊະຊາຍໄປເລີຍ. ກິນ​ຢູ່​ໃສ​ກໍ່​ຖິ້ມ​ຢູ່​ບ່ອນ​ນັ້ນ​ເລີຍ​ຈັ່ງ​ຊີ້​ກໍ່​ບໍ່​ຄວນ​ດຽວ​ນີ້​ແຂກ​ບ້ານ​ແຂກ​ເມືອງ​ພວມ​ເຂົ້າ​ມາ​ທ່ອງ​ທ່ຽວ​ບ້ານ​ເມືອງ​ຫຼາຍ​ຂຶ້ນ​ເຂົາ​ເຈົ້າ​ເຫັນ​ກໍ່​ຈະ​ຄິດ​ວ່າ ຄົນ​ລາວ​ບໍ່​ມີ​ມາ​ລະ​ຍາດ​ໃນ​ສັງ​ຄົມ​ຊັ້ນ​ລະ​ເບາະ!

ປາ​ໂຕ​ດຽວ​ນິ​ກະ​ເຮັດ​ໃຫ້​ເນົ່າ​ໝົດ​ຂ້ອງ​ໄດ໋​ນໍ້​ເຮັດ​ແນວ​ໃດ​ຈະ​ໃຫ້​ບ້ານ​ເມືອງ​ສະ​ອາດ​ງາມ​ຕາ​ກໍ່​ຄວນ​ຊ່ວຍ​ກັນ​ຖິ້ມ​ຂີ້​ເຫຍື້ອ​ໃຫ້​ຖືກ​ບ່ອນ​ເພາະ​ມັນ​ກໍ່​ບໍ່​ໄດ້​ເໜືອ​ບ່າ​ກວ່າ​ແຮງ​ພໍ​ປານ​ໃດ​ເດ. ເຮົາ​ຄວນ​ຖີ້ມ​ໃສ່​ບ່ອນ​ທີ່​ເພິ່ນ​ຈັດ​ສັນ​ໄວ້​ໃຫ້​ແຮງ​ເປັນ​ການ​ດີໄດ໋, ​ຂ້ອຍ​ບໍ່​ຖິ້ມ​ຊະ​ຊາຍ​ເຈົ້າ​ບໍ່​ຖິ້ມ​ຊະ​ຊາຍ​ບ້ານ​ເມືອງ​ເຮົາ​ມັນ​ກໍ່​ຈະ​ສະ​ອາດ​ງາມ​ຕາ ແລະ ເປັນ​ຕາ​ໜ້າ​ຢູ່​ຂຶ້ນ​ມາໂລດໄດ໋.

ນອກ​ຈາກ​ຈະ​ຖິ້ມຂີ້​ເຫຍື້ອ​ໃຫ້​ຖືກ​ບ່ອນ​ແລ້ວ ​ເຮົາ​ຄວນມີ​ສ່ວນຮ່ວມ​ໃນ​ການຫຼຸດຜ່ອນ​ການ​ສ້າງ​ຂີ້​ເຫຍື້ອນຳ​ອີກ​. ​ເຮົາ​ກໍ່​ສາມາດຫຼຸດຜ່ອນ​ການ​ສ້າງ​ຂີ້​ເຫຍື້ອ​ໄດ້ງ່າຍສົມມຸດ​ວ່າ​ໄປ​ຕະຫຼາດຈັ່ງ​ຊີ້​ກໍ່​ໃຊ້​ຖົງ​ຜ້າແທນ​ຖົງ​ປຣາສຕິກ ຫຼື ອີກ​ທາງໜຶ່ງກໍ່​ຄືຖື​ກະຕ່າ​ໄປ​ນຳມາ​ຄິດ​ດີໆ​ແລ້ວ​ມັນ​ກໍ່​ເປັນຄວາມ​ຄິດ​ທີ່​ດີ​ໄດ໋.