10 ອັນ​ດັບ ມະຫາ​ວິທະຍາ​ໄລ​ສີ​ຂຽວ​ໃນ​ອອດ​ເຕ​ເລຍ

(GMT+08:00) 2013-01-24 10:55:06     cri

ການ​ເພີ່ມ​ຂຶ້ນ​ຂອງ​ພືດ​ ແລະ​ສັດ​ຢ່າງ​ໜ້າ​ປະ​ຫລາດ​ໃຈ ລວມ​ທັງ​ກະ​ແສ​ການ​ແຂ່ງ​ຂັນ​ໃນ​ການ​ລຸດ​ການສ້າງ​ພາ​ວະ​ໂລກ​ຮ້ອນ​ຫລື Global Warming ສົ່ງ​ຜົນ​ໃຫ້​ປະເທດ​ອອດ​ສເຕ​ເລຍ​ເຮັດວຽກ​ຢ່າງ​ໜັກ​ກັບ​ປະຊາກອນ​ລຸ້ນ​ໃໝ່​ຂອງ​ປະເທດ ໃນ​ການ​ສະໜັບສະໜູນ​ພຶດຕິກຳ​ການ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ຜ່ານ​ການສຶກສາ ໂດຍ​ລ່າ​ສຸດ ຫນັງສື​ພິມ The Australian ໄດ້​ນຳ​ສະເໜີ​ຄວາມ​ພະຍາຍາມ​ຂອງ​ມະຫາ​ວິທະຍາ​ໄລ​ຫລາຍ​ແຫ່ງ ໃນ​ການເຮັດວຽກງານ​ຮ່ວມ​ກັນ​ຜ່ານ​ນະໂຍບາຍ​ສີ​ຂຽວ​ຂອງ​ອອດ​ເຕ​ເລຍ ຈົນ​ໄດ້​ອອກ​ມາ​ເປັນ 10 ອັນ​ດັບ​ມະຫາ​ວິທະຍາ​ໄລ​ສີ​ຂຽວ. 

ອັນ​ດັບ​ທີ 10  ​ແມ່ນ La Trobe University
    La Trobe University ເປັນ​ມະຫາ​ວິທະຍາ​ໄລ​ແຫ່ງ​ທໍາ​ອິດໃນ​ໂລກ​ທີ່​ລາຍ​ງານ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນນ​ຢ່າງຍືນ​ຍົງ​ກ່ຽວກັບ​ການເຮັດ​ເພື່ອ​ສັງຄົມ ເສດຖະກິດ​ ແລະ​ສິ່ງ​ແວດ​ລ້ອມ​ຂອງ​ພວກເຂົາ ໂດຍ​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ສຳ​ເລັດ​ໃນ​ການ​ລຸດ​ການ​ໃຊ້​ພະລັງ​ງານ​ໄປ​ໄດ້​ເຖິງ 11% ໃນ​ລະຫວ່າງ​ປີ 2009-2010 ແລະ​ລ່າ​ສຸດ​ກໍ​ໄດ້​ລາງ​ວັນ the 2011 Green Gown Award ຈາກ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ໃນ​ການ​ປ່ຽນ​ແປ​ງອງຄ໌​ກອນ​ແລະ​ການສ້າງ​ຄວາມ​ຍັ່ງ​ຍືນ​ໃຫ້ ເປັນ​ສ່ວນຫນຶ່ງ​ຂອງ​ຊີວິດ​ປະຈຳ-ວັນ​ຂອງ​ຄົນ​ໃນ​ສັງຄົມ.


ອັນ​ດັບ​ທີ 9 ​ແມ່ນ James Cook University
    ດ້ວຍ​ການ​ທີ່​ມີ​ໂປ​ແກມ​ໃນ​ສາ​ຂາ​ຊີວ​ວິທະຍາ​ແລະ​ສິ່ງ​ແວດ​ລ້ອມ ທັງ​ໃນ​ລະ​ດັບ​ປິນ​ຍາ​ຕີ​ແລະ​ລະ​ດັບ​ບັນ​ດິດ​ສຶກ​ສາ​ຈຳນວນ​ຫລາຍ ຈຶ່ງ​ເຮັດໃຫ້​ການ​ດຳ​ເນີນ​ການ​ຢ່າງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ເປັນ​ໄປ​ໄດ້​ງ່າຍ​ຜ່ານ​ນັກ​ຮຽນ​ ແລະ​ຜູ້​ທີ່​ຢູ່ໃນ​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ທຸກ​ຄົນ James Cook University ຊະນະ​ລາງ​ວັນ the 2010 Australian Business Award ຈາກ​ການ​ມີ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຄວາມ​ຍືນຍົງ ແລະ​ລາງ​ວັນ the 2011 TEFMA Innovation Award ສຳລັບ​ການ​ລຸດ​ການ​ໃຊ້​ພະລັງ​ງານ ນອກ​ຈາກ​ນີ້​ບ່ອນນີ້, ​ຍັງມີ​ຊື່​ສຽງ​ໃນ​ເລື່ອງ​ການ​ວິ​ໄຈ​ປະ​ກາ​ລັງ​ແລະ​ປ່າ​ດິບ​ຊື້ນ​ໃນ​ລະ​ດັບ ໂລກ​ອີກ​ດ້ວຍ 

ອັນ​ດັບ​ທີ 8 ​ແມ່ນ University of the Sunshine Coast
    USC ຫລື University of the Sunshine Coast ຕ້ອງ​ຜະເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍ​ທາ​ງສະ​ຖາ​ປັດ​ຍະ​ກຳ​ໃນ​ການສ້າງ​ຕຶກ​ທີ່​ໃຊ້​ພະລັງ​ງານ​ໄດ້ຢ່າງ​ຄຸ້ມ​ຄ່າ​ທີ່ສຸດ ​ແລະ​ລຸດ​ການ​ກໍ່​ໃຫ້​ເກີດ Greenhouse Gas ແລະ​ໃນ​ເດືອນ​ຕຸລາ 2011 ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ໄດ້​ກໍ​ໄດ້​ກາຍ​ເປັນ​ມະຫາ​ວິທະຍາ​ໄລ​ແຫ່ງ​ທໍາ​ອິດໃນ​ອອດ​ສເຕ​ເລຍ​ທີ່​ໄດ້ ຮັບ​ການ​ຍອມ​ຮັບ​ຈາກ the Urban Development Institute of Australia ໃນ​ຖານະ​ທີ່​ສາມາດ​ສ້າງ​ຄວາມ​ຍືນ​ຍົງໄດ້ 6 ທາງຄື ລະບົບ​ນິ​ເວດ, ຂອງ​ເສຍ, ພະລັງ​ງານ, ວັດ​ຖຸ​ດິບ, ນ້ຳ​ ແລະ​ຊຸມ​ຊົນ. 

ອັນ​ດັບ​ທີ 7 ​ແມ່ນ Charles Sturt University
    ຫໍ​ພັກ​ຂອງ​ມະຫາ​ວິທະຍາ​ໄລ​ທີ່​ຕັ້ງ​ຢູ່​ທີ່ Albury-Wodonga ໄດ້​ກາຍ​ເປັນ​ຕົວ​ຢ່າງ​ຂອງ​ການສ້າງ​ຄວາມ​ຫລາກ​ຫລາຍ​ທາງ​ຊີວ​ະພາບ​ຢ່າງ​​ແບບ​ຍືນຍົງ ໂດຍ CSU ຫລື Charles Sturt University ໄດ້​ສ້າງ​ເປົ້າ​ໝາຍ​ຂອງ​ການ​ປະຕິບັດ​ການ​ວ່າ​ຈະ​ຕ້ອງ​ໃຊ້​ພະລັງ​ງານ​ແລະ​ນ້ຳ​ພຽງ​ແຕ່ 25 % ແລະ​ສ້າງ​ຄວາມ​ຫລາກ​ຫລາຍ​ທາງ​ຊີວ​ະພາບ​ໃຫ້​ເພີ່ມ​ຂຶ້ນ 20% ແລະ​ປອດ​ການ​ເກີດ​ປາກົດ​ການນ໌ Greenhouse Effect ກ່ອນ​ປີ 2015
   
ອັນ​ດັບທີ 6 ​ແມ່ນ University of Melbourne
    ຈາກ​ການ​ທີ່​ມີ​ເປົ້າ​ໝາຍ​ທີ່​ຈະ​ປອດອາຍ​ກາກ​ໂບນິກກ່ອນ​ປີ 2030 ເຮັດໃຫ້ University of Melbourne ເຮັດວຽກ​ຢ່າງ​ໜັກ​ໃນ​ການເຮັດ​ວິ​ໄຈ, ການສ້າງ​ໂຄງ​ການ​ຕ່າງ ໆ ແລະ​ການ​ຮ່ວມ​ມື​ກັບ​ອົງ​ກອນ​ພາຍນອກ ເພື່ອ​ເຮັດໃຫ້​ເປົ້າ​ໝາຍ​ນີ້​ປະ​ສົບ​ຄວາມ​ສຳ​ເລັດ​ໃຫ້​ໄດ້ອີກ​ທັງ​ຄວາມ​ຕ້ອງ​ການ​ນີ້ ກໍ​ເຮັດໃຫ້​ການ​ຮຽນ​ທຸກຂະ​ແໜງ​ທັງ​ໝົດ​ຂອງ​ມະຫາ​ວິທະຍາ​ໄລ ເຮັດວຽກ​ພາຍໃຕ້​ນະໂຍບາຍ​ທີ່​ເນັ້ນ​ຄວາມ​ເປັນ​ທຳມະຊາດ​ຫລາຍ​ຂຶ້ນ ເນັ້ນ​ການ​ຈັດການ​ກັບ​ພະລັງ​ງານ ນ້ຳ​ແລະ​ຂອງ​ເສຍ​ຫລາຍ​ຂຶ້ນ. 

ອັນ​ດັບ 5 ​ແມ່ນ University of Adelaide
    ໃນ​ບັນດາ​ມະຫາ​ວິທະຍາ​ໄລ​ທັງ​ໝົດ University of Adelaide ເປັນ​ໜຶ່ງ​ໃນ​ມະຫາ​ວິທະຍາ​ໄລ​ທີ່​ມີ​ການ​ລົງ​ທຸນ​ໃນ​ເລື່ອງ​ຂອງ​ການ​ພັດທະນາ​ເທັກ​ໂນ​ໂລ​ຊີ​ສີ​ຂຽວ ສູງ​ທີ່ສຸດ ໂດຍ​ມີ Innova  21 ຕຶກ​ຮຽນ​ທີ່​ມີ​ມູນ​ຄ່າ​ເຖິງ 100 ລ້ານ​ຫລຽນສະຫະລັດ ທີ່​ລວມ​ເອົາ​ຄວາມ​ຮູ້​ທັງ​ວິ​ສະວະກຳ, ຄະ​ນິດ​ສາດ ແລະ​ວິທະຍາ​ສາດ​ຄອມພິວເຕີ​ໃນ​ການສ້າງ ຕຶກ​ນີ້​ໄດ້ຮັບ​ການ​ຍົກ​ຍ້ອງ​ວ່າ​ເປັນ " ການ​ອອກ​ແບບ​ໃນ​ຮູບ​ແບບ Green Star Design ລະ​ດັບ​ຫົກ​ດາວ​ຂອງ​ປະເທດ​ອອດສ​ເຕ​ເລຍ " ແລະ​ຍັງ​ຊະນະ​ລາງ​ວັນ the 2011 National Award for Sustainable Architecture ຈາ​ກສະ​ຖາບ​ນິກ​​ຂອງປະເທດ​ອອດ​ສເຕ​ເລຍ​ອີກ​ດ້ວຍ ນອກ​ຈາກ​ນີ້​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ຍັງ​ເປັນ​ທີ່​ຕັ້ງ​ຂອງ the Centre for Climate Change .

ອັນ​ດັບ 4 ​ແມ່ນ University of Western Sydney
    UWS ຫລື University of Western Sydney ໄດ້​ມີ​ຄວາມ​ພະຍາຍາມ​ໃນ​ເລື່ອງ​ຂອງ​ການ​ສອນ, ການ​ຮຽນ​ຮູ້,ການ​ວິ​ໄຈ, ການສ້າງ​ສັງຄົມ​ການຮ່ວມ​ມື ແລະ​ກະ​ບວນ​ການ ໃນ​ການ​ວາງ​ແຜນ​ງານ​ຢ່າງ​​ແບບຍືນຍົງ. 

ອັນ​ດັບ 3 ​ແມ່ນ Macquarie Universit
    Macquarie University ເປັນ​ມະຫາ​ວິທະຍາ​ໄລ​ທີ່​ຖືກ​ຍ້ອງ​ຍໍກ່ຽວກັບ​ຄວາມ​ພະຍາຍາມ​ບຳ​ບັດ​ນ້ຳ​ເປືອນ ​ແລະ​ກາ​ນນຸ​ລັກ​ທຳມະຊາດໄປ​ພ້ອມໆ​ກັບ​ການສ້າງ​ຂີ້ເຫຍື້ອ​ໃຫ້​ນ້ອຍ​ທີ່ສຸດ ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ເປັນ​ຜູ້​ກໍ່​ຕັ້ງ​ນະໂຍບາຍ​ການ​ລຸດ​ການ​ປ່ອຍ​ກາສ​ທີ່​ກໍ່​ໃຫ້​ເກີດ Greenhouse Effect ທີ່​ ຊະນະ the 2001 Green Globe ຈາກ​ໂຮງ​ງານ​ພະລັງ​ງານ​ຜະລິດ​ກາດ​ສ​ຈາກ​ພະລັງ​ງານ​ທົດ​ແທນ​ທີ່​ຊ່ວຍ​ຫຼຸດ​ການ​ກໍ່​ໃຫ້​ເກີດ greenhouse gas ເຖິງ 44% .

ອັນ​ດັບ 2 ​ແມ່ນ Australian National University
   ANU ຫລື Australian National University ໄດ້ຮັບ​ລາງ​ວັນ the 2009 International Sustainable Campus Network award ຈາກ​ການ​ລວມ​ລະບົບ​ການສຶກສາ​ທັງ​ໝົດ​ເຂົ້າ​ກັບ​ໂປ​ແກມ​ສິ່ງ​ແວດ​ລ້ອມ​ສີ​ຂຽວ​ທີ່ຍືນ​ຍົງ ຢ່າງ ANUgreen ໂດ​ຍສະຖາ​ບັນ Climate Change Institute ທີ່​ເປັນ​ສະ​ຖາ​ບັນ​ເຮັດວຽກ​ວິ​ໄຈ​ຂອງ​ປະເທດ​ທີ່​ມີ​ຊື່​ສຽງກໍ​ຕັ້ງ​ຢູ່​ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ດ້ວຍ. 

ອັນ​ດັບ 1 ​ແມ່ນ Monash University
    ຫນັງສື​ພິມ​ໄດ້​ລາຍ​ງານ​ວ່າ Monash University ໄດ້ຮັບ​ການ​ຍອມ​ຮັບ​ໃນ​ກຸ່ມປະຊາຊົນ​ວ່າ​ເປັນ​ມະຫາ​ວິທະຍາ​ໄລ​ທີ່ " ຂຽວ " ທີ່ສຸດ​ໃນ​ອອດສ​ເຕ​ເລຍ ຜ່ານ​ການ​ພັດທະນາ​ແບ​ບລວມ​ຢ່າງ​ຍືນ​ຍົງ ໂດຍ​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ໂດ່ງ​ດັ່ງ​ໃນ​ງານ​ວິ​ໄຈ​ດ້ານ​ສິ່ງ​ແວດ​ລ້ອມ​ທີ່​ຄອບ​ຄຸມ​ລະ​ດັບ​ການ ສຶກ​ສາ​ທີ່​ກ່ຽວ​ຂ້ອງ​ ແລະ​ຫລັກ​ສູດ​ທີ່​ສຳຄັນ​ອີກ​ກວ່າ 300 ຫລັກ​ສູດ ຈຶ່ງ​ເຮັດໃຫ້​ໄດ້ຮັບ​ລາງ​ວັນ​ຫລວງຫລາຍ.