ທ່ານ​ຢາງ​ເຈ​ສື​ພົບ​ປະ​ທ່ານ​​ໂຕ​ມີ​ອີ​ຊີ ມູ​ຣາ​ຢາ​ມະ

(GMT+08:00) 2013-01-31 15:31:28     cri

ວັນ​ທີ 30 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ວັນ​ທີ 29 ມັງກອນ​ນີ້, ທ່ານ​ຢາງ​ເຈ​ສື, ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະ​ທ່ານ​ໂຕ​ມີ​ອີ​ຊີ ມູຣາຢາ​ມະ, ອະດີດ​ນາຍົກລັດຖະມົນຕີຍີ່​ປຸ່ນ ​ແລະ​ທ່ານ​ຄາ​ໂຕ ​ໂຄ​ອີ​ຊິ, ປະ​ທານ​ສະມາຄົມ​ມິດຕະພາບ​ຍີ່ປຸ່ນ-ຈີນ ທີ່​ພວມ​ຢ້ຽມຢາມ​ຈີນ.

ທ່ານ​ຢາງ​ເຈ​ສື​ ໄດ້​ກ່າວ​ຕີ​ລາຄາ​ຢ່າງ​ຕັ້ງໜ້າຕໍ່​ທ່ານ​ໂຕ​ມີ​ອີ​ຊີ ມູຣາຢາ​ມະ, ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່ປຸ່ນ-ຈີນ ​ໄດ້​ປະ​ກອບສ່ວນ​ຕໍ່​ການ​ສ້າງສາຄືນ​ໃໝ່​ແລະ​ພັດທະນາ​​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ ​ໃນ​ໄລຍະ​ດົນ​ນານ​ມາ​ນີ້, ພ້ອມ​ທັງ​ກ່າວ​ເນັ້ນວ່າ ຈີນ​ແລະ​ຍີ່ປຸ່ນ​ເດີນ​ໄປ​ຕາມ​ເສັ້ນທາງ​ສັນຕິພາບ​ແລະ​ການ​ຮ່ວມ​ມື​ມິດຕະພາບ ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ. ປັດຈຸບັນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ກຳລັງ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ, ສອງ​ຝ່າຍ​ຄວນ​ໃຊ້​ທ່າ​ທີ​ຮັບ​ຜິດຊອບ​ຕໍ່​ປະ​ຫວັດ​ສາດ ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ​ຢ່າງ​ເໝາະ​ສົມ​ ບົນ​ພື້ນຖານ​ເອກະສານ​ການ​ເມືອງ 4 ສະບັບ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ແລະ​ຂະຫຍາຍຕົວ.

ຝ່າຍ​ຍີ່ປຸ່ນ​ກ່າວ​ວ່າ, ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​​ຂະຫຍາຍຕົວມາ​ເປັນ​ເວລາ 40 ປີ ​ເຊິ່ງນັບ​ແຕ່​ການ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຫັນ​ເປັນ​ປົກກະຕິເປັນຕົ້ນມາ, ​ໄດ້​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ, ບໍ່​ວ່າ​ອິດທິກຳລັງໃດ​ໆກໍບໍ່​ສາມາດ​ທຳລາຍ​​ໄດ້. ສອງ​ຝ່າຍ​ຕ້ອງ​ປົກ​ປ້ອງ​ສະພາບ​ການ​ລວມຢ່າງຈິງ​ຈັງ, ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ແລະ​ຂະຫຍາຍຕົວ. ສະມາຄົມ​ມິດຕະພາບ​ຍີ່ປຸ່ນ-ຈີນ​ໃນ​ຖານະ​ເປັນ​ຄະນະ​ມິດຕະພາບ​ຝ່າຍ​ພົນລະ​ເຮືອນ ຈະ​ສືບ​ທອດ​ມູນ​ເຊື້ອ, ​ເສີມ​ຂະ​ຫຍາຍ​ທ່າ​ແຮງ, ຕັ້ງໜ້າ​ຊຸກຍູ້​ໄມຕີ​ຈິດ​ມິດຕະພາບ​ທາງ​ພົນລະ​ເຮືອນ, ສ້າງ​ເງື່ອນ​ໄຂ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.