ຈີນ​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ເຫັນ​ຂອງ​ທ່ານ​ຊິນ​ໂຈ ອາ​ເບະ​ກ່ຽວ​ກັບ​ການ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ວ່າ ຫວັງ​​ໃຫ້​ຍີ່​ປຸ່ນ​ໄປ​ຕາມ​ທິດ​ທາງ​ດຽວ​ກັນ​ກັບ​ຈີນ

(GMT+08:00) 2013-01-31 15:34:45     cri
​ໂດຍ​​ແນ​ໃສ່​ຄຳ​ເຫັນ​ຂອງ​ທ່ານ​ຊິນ​ໂຈ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນທີ່ສະ​ເໜີ​ໃຫ້​ຈັດການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຂອງ​ສອງ​ປະ​ເທດ, ວັນ​ທີ 30 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ, ຈີນ​ໄດ້​ໃສ່​​ໃຈ​ນຳ​ການສະ​ແດງ​ທ່າ​ທີ​ທີ່​ກ່ຽວ​ຂ້ອງ​ຂອງຜູ້ນຳຍີ່ປຸ່ນ. ຈີນ​ເອົາ​ໃຈ​ໃສ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ. ຈີນ​ຫວັງ​ໃຫ້​ຍີ່ປຸ່ນ​​ເດີນໄປ​ຕາມ​ທິດ​ທາງ​ດຽວ​ກັນ​ກັບ​ຈີນ, ຜ່ານ​ຜ່າ​ບັນຫາ​ພົ້ນ​ເດັ່ນ​ທີ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ປະ​ເຊີນ​ໜ້າ​ໃນ​ປັດຈຸບັນ, ສ້າງ​ເງື່ອນ​ໄຂ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຟື້ນ​ຟູ​ຄືນ​ສູ່​ທິດ​ການ​ຂະຫຍາຍຕົວ​ແບບ​ປົກກະຕິ.