ທ່ານ​ຊິນ​ໂຈ ອາ​ເບະ​ສະ​ແດງ​ຄວາມ​ເສຍ​ໃຈ​​ຕໍ່​ກຳ​ປັ່ນ​ຂອງ​ຈີນ​ຍິງ​ສັນ​ຍານ​ຣາ​ດາ​ຕິດ​ຕາມ​ຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ຍີ່​ປຸ່ນ

(GMT+08:00) 2013-02-06 16:35:02     cri

ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 5 ກຸມພາ​ນີ້, ລັດຖະບານ​ຍີ່​ປັ່ນ ​ແຈ້ງວ່າ: ວັນ​ທີ 30 ມັງກອນ​ຜ່ານ​ມາ​ນີ້, ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ເຄີຍ​ຍິງ​ສັນ​ຍານ​ຣາດາຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມຈັບ​ເປົ້າໝາຍ​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ກອງ​ປ້ອງ​ກັນ​ຕົວ​ເທິງ​ທະ​ເລ​ຂອງ​ຍີ່ປຸ່ນ​ຢູ່​ເຂດ​ທະ​ເລ​ຫຼວງ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ. ຕາມ​ຜູ້​ຊ່ຽວສະ​ເພາ​ະດ້ານ​ຂອງ​ລັດຖະບານ​ຍີ່ປຸ່ນ​ເຜີຍ​ໃຫ້​ຮູ້​ວ່າ, ບ່ອນ​ເກີດ​ເຫດ​ແມ່ນ​ຢູ່​ເຂດ​ທະ​ເລ​ອ້ອມ​ຂ້າງ​ເກາະ​ຕ້ຽວ​ອີ.

ຕອນ​ເຊົ້າວັນ​ທີ 6 ກຸມພາ​ນີ້, ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ສູງ​ວ່າ: ກຳ​ປັ່ນ​ຂອງ​ກອງ​ທັບ​ເຮືອ​ຈີນ​ຍິງ​ສັນຍານ​ຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມຈັບ​ເປົ້າໝາຍ​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ກອງ​ປ້ອງ​ກັນ​ຕົວ​ເທິງ​ທະ​ເລ​ຂອງ​ຍີ່ປຸ່ນ "​ແມ່ນ​ການ​ກະທຳ​ທີ່​ມີ​ຄວາມ​ອັນຕະລາຍ​​ເຊິ່ງ​ອາດຈະ​ພາ​ໃຫ້​ເກີດ​ເຫດການ​ນອກ​ການ​ຄາດ​ຄິດ, ​ແມ່ນ​ການກະທຳທີ່​ເປັນ​ການທ້າ​ທາຍ​ເກາະ​ຜິດ​ແຕ່​ຝ່າຍ​ດຽວ, ​ເຮັດ​ໃຫ້​ຄົນຮູ້​ສຶກ​ເສຍ​ໃຈ​ທີ່​ສຸດ". ທ່ານ​ຊິນ​ໂຈ ອາ​ເບະ ຍັງ​ກ່າວ​ວ່າ, ຈະ​ຮຽກຮ້ອງ​ຢ່າງ​ເຄັ່ງຂຶມ​ເພື່ອ​ໃຫ້​ຈີນ​ໃຊ້​ທ່າ​ທີ​ທີ່​ມີ​ຄວາມ​ອົດ​ກັ້ນ, "​ຄືນສູ່​ເສັ້ນ​ທາງ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ, ບໍ່​ຄວນ​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນຕື່ມ".