ກຳ​ປັ່ນ​ກອງທັບ​ເຮືອ​ຈີນຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ຮົບ​ຂອງ​ຍີ່​ປຸ່ນ ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ເປັນ​ຫ່ວງ

(GMT+08:00) 2013-02-06 16:49:06     cri

ຕາມ​ຂ່າວ CRI: ສື່​ມວນ​ຊົນ​ຍີ່ປຸ່ນ​ແຈ້ງວ່າ, ວັນ​ທີ 30 ມັງກອນ​ນີ້, ກຳ​ປັ່ນ​ກອງທັບ​ເຮືອ​ຈີນ​ເຄີຍ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ກອງ​ປ້ອງ​ກັນ​ຕົວ​ເທິງ​ທະ​ເລ​ຂອງ​ຍີ່ປຸ່ນ, ຕໍ່​ເລື່ອງ​ນີ້, ລັດຖະບານ​ຍີ່ປຸ່ນ​ໄດ້​​ປະ​ທ້ວງຕໍ່​ຝ່າຍ​ຈີນ. ອາ​ເມ​ລິ​ກາ ທີ່​ໄດ້​ໄກ່​ເກ່ຍ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ເກາະ​ຕ້ຽວ​ອີ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນມາ​ໂດຍ​ຕະຫຼອດນັ້ນ ກໍ​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່​ເລື່ອງ​ນີ້, ​ແລະ​ມີ​ປະ​ຕິ​ກິ​ລິ​ຍາ​ແບບ​ລະ​ມັດ​ລະ​ວັງ.

ວັນ​ທີ 5 ກຸມພາ​ນີ້, ນາງ​ວິກ​ໂຕ​ເຣຍ ນູ​ເລນດ໌, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ກ່າວ​ວ່າ: "ນີ້​ອາດ​ຈະ​ເຮັດ​ໃຫ້​ສະຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ແລ້ວນັ້ນຮ້າຍ​ແຮງ​ຂຶ້ນຕື່ມ, ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ​ໃນ​ການວິນິດ​ໄສສະພາບການ, ​​ເປັນ​ການ​ສົ່ງ​ຜົນ​ກະທົບ​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ​ແລະ ​ເສດຖະກິດ​ຂອງ​ພາກ​ພື້ນ. ຂະນະ​ດຽວ​ກັນ, ທ່າ​ທີ​ຂອງ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ເກາະ​ຕ້ຽວ​ອີ​ກໍ​ບໍ່ຫ່ອນ​ຈະ​ປ່ຽນ​ແປງ". ນາງ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ, ວັນ​ທີ 5 ກຸມພາ​ນີ້, ທ່ານ​ຈອນ ຟໍ​ເບັສ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ຢາງ​ເຈ​ສື, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ, ​ແຕ່​ນາງ​ປະຕິ​ເສດ​​ເປີດ​ເຜີຍວ່າ​ໄດ້​​ເວົ້າ​ເຖິງ​ເຫດການ​ດັ່ງກ່າວຫຼືບໍ່.