ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ ທະ​ຫານ​ເຮືອ​ຈີນ​ບໍ່​ໄດ້​​ໃຊ້​ຣາ​ດາ​ຄວບ​ຄຸມ​ກຳ​ລັງ​ໄຟ​ຕິດ​ຕາມ​ຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ຮົບ​ຂອງ​ຍີ່​ປຸ່ນ

(GMT+08:00) 2013-02-08 17:12:30     cri

​ໂດຍ​ແນ​ໃສ່​​ສື່​ມວນ​ຊົນ​ຍີ່ປຸ່ນທີ່​ແຈ້ງ​ຂ່າວ​ວ່າ ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟຕິດຕາມ​ຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ແລະ​ຍົນ​ຮົບຂອງ​ກອງ​ປ້ອງ​ກັນ​ຕົວ​ຂອງ​ຍີ່ປຸ່ນ, ຕອນຄ່ຳວັນທີ 7 ກຸມພານີ້, ກົມ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ, ຄຳ​ເວົ້າຂອງ​ຍີ່ປຸ່ນ​ທີ່​ວ່າ​ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມ​ຈັບ​ເປົ້າໝາຍກຳ​ປັ່ນ​ແລະ​ຍົນຮົບ​ຂອງ​ຍີ່ປຸ່ນ​ນັ້ນ ​ແມ່ນບໍ່​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ.

ກົມ​ຖະ​ແຫຼງຂ່າວ​ຂອງ​ກະຊວງປ້ອງ​ກັນປະ​ເທດ​ຈີນ ກ່າວ​ວ່າ, ​ເວລາ 16 ​ໂມງ​ຂອງ​ວັນ​ທີ 19 ມັງກອນ​ຜ່ານ​ມາ​ນີ້, ກຳ​ປັ່ນ​ປ້ອງ​ກັນ​ລຳ​ໜຶ່ງ​ຂອງ​ກອງ​ທັບ​ເຮືອ​ຈີນ​ໄດ້​ດຳ​ເນີນ​ການ​ຝຶກຊ້ອມ​ຕາມ​ປົກກະຕິຢູ່​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ, ​ໃນ​ໄລຍະ​ນັ້ນ​ໄດ້ພົບ​ເຫັນ​ຍົນ​ເຮຣິກົບ​​ແຕເທິງ​ກຳ​ປັ່ນ​ຂອງກອງ​ປ້ອງ​ກັນ​ຕົວ​ຂອງ​ຍີ່ປຸ່ນລຳ​ໜຶ່ງ​ບິນ​ເຂົ້າ​ໃກ້ກຳ​ປັ່ນ​ຂອງ​ຈີນ, ຣາດາ​ເທິງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​​ສັງ​ເກດ​ຕິດຕາມ​ການ​ເຄື່ອນ​ໄຫວ​ຕາມປົກກະຕິ, ແຕ່ບໍ່ໄດ້ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟ. ​ເວລາ 9 ​ໂມງ​ຂອງ​ວັນ​ທີ 30 ມັງກອນ​ຜ່ານ​ມາ​ນີ້, ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ດຳ​ເນີນ​ການ​ຝຶກ​ຊ້ອມຕາມ​ປົກກະຕິ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ, ​ໃນ​ໄລຍະ​ນັ້ນ​ໄດ້​ພົບ​ເຫັນກຳ​ປັ່ນຂັບ​ໄລ່ຂອງ​ຍີ່ປຸ່ນ​ຕິດຕາມກຳ​ປັ່ນ​ຂອງ​ຈີນ​ຢູ່​ບໍລິ​ເວນ​ໃກ້​ໆ, ຣາດາ​ເທິງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​​ສັງ​ເກດ​ຕິດຕາມການ​ເຄື່ອນ​ໄຫວ​ຕາມ​ປົກກະຕິ, ​ແຕ່ບໍ່​ໄດ້​ໃຊ້ຣາດາຄວບ​ຄຸມ​ກຳລັງ​ໄຟ​ເຊັ່ນ​ດຽວ​ກັນ.

ກົມ​ຖະ​ແຫຼງຂ່າວ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ເນັ້ນວ່າ, ສິ່ງ​ທີ່​ຕ້ອງ​ສະ​ແດງ​ໃຫ້​ເຫັນນັ້ນ​ແມ່ນ ​ໃນຫຼາຍປີຜ່ານມານີ້, ຍົນ​​ແລະ​ກຳ​ປັ່ນ​ຂອງ​ຍີ່​ປຸ່ນ​ໄດ້​ເຂົ້າ​ໃກ້​ຕິດຕາມ​ຍົນ​ແລະ​ກຳ​ປັ່ນ​ຂອງ​ຈີນ​​ເລື້ອຍໆ, ນີ້​ຈຶ່ງແມ່ນ​ສາ​ເຫດ​ທີ່​ກໍ່​​ໃຫ້​ເກີດບັນຫາທາງ​ດ້ານຄວາມ​ປອດ​ໄພ​ທາງ​ທະ​ເລ​ແລະ​ທາງ​ອາກາດ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ຈີນ​ໄດ້ກ່າວ​ປະ​ທ້ວງ​​ຍີ່ປຸ່ນຫຼາຍ​ເທື່ອ​ແລ້ວ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຍີ່ປຸ່ນ​ພັດ​ໄດ້​ຫວ່ານ​ຖ້ອຍ​ຄວາມ​ທີ່​ຜິດ​ກັບ​ຄວາມ​ເປັນ​ຈິງ​​ເລື້ອຍໆ ​ເພື່ອ​ຢາກ​ບິດ​ເບືອນ​ແລະ​ເສກ​ສັນ​ປັ້ນ​ແຕ່ງການ​ຝຶກ​ຊ້ອມ​ເພື່ອ​ກຽມ​ພ້ອມສູ້​ຮົບຂອງ​ກອງ​ທະຫານ​ຈີນທີ່​ດຳ​ເນີນ​ໄປ​ຕາມ​ປົກກະຕິ. ​ໃນ​ເທື່ອ​ນີ້ກໍ່​ເຊັ່ນ​ດຽວ​ກັນ, ຍີ່ປຸ່ນ​ບໍ່​ໄດ້ກວດ​ສອບຄວາມ​ຈິງ​ກັບ​ຝ່າຍ​ຈີນ​ກ່ອນ ກໍ​ເປີດ​ເຜີຍ​ສະພາບ​ອັນ​ຈອມ​ປອມ​ຕໍ່​ສື່​ມວນ​ຊົນ​ແຕ່​ຝ່າຍ​ດຽວ, ​​ເວົ້າ​ໂຍກ​ອັນ​ທີ່​ວ່າ "​ໄພ​ຂົ່ມຂູ່​ຈາກ​ຈີນ", ​​ເຈດ​ຕະນາ​​ສ້າງ​ບັນຍາກາດ​​ໃຫ້​ເຄັ່ງ​ຕຶງ​ຂຶ້ນຕາ​ມລຳພັງ​ໃຈ, ສ້າງ​ຄວາມ​ເຂົ້າ​ໃຈ​ຜິດ​ໃຫ້​ແກ່ຫາ​ງສຽງ​ສາກົນ​, ​​ທ່າ​ອ່ຽງຄື​ດັ່ງກ່າວຂອງ​ຍີ່ປຸ່ນ​ເປັນ​ເລື່ອງ​ທີ່​ຄວນ​ໄດ້​ເພີ່ມ​ສະຕິລະວັງຕົວ​ໃຫ້​ສູງ​ຂຶ້ນ ​ແລະ ຄວນ​ໄດ້​ມີ​ການຄົ້ນຄິດ​ພິຈາລະນາ​ຢ່າງຮອບ​ຄອບ​. ຈີນ​ຫວັງ​ໃຫ້​ຍີ່ປຸ່ນ​ໃຊ້​ມາດ​ຕະການ​ຕົວ​ຈິງ​ທີ່​ບັງ​ເກີດ​ຜົນ, ຢຸດຕິ​ການ​ກະທຳ​ທີ່​ສ້າງ​ບັນຍາກາດ​​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກໃຫ້​ເຄັ່ງ​ຕຶງ​ຂຶ້ນ ​ແລະ​ບໍ່​ຄວນ​ຫວ່ານ​ຖ້ອຍ​ຄວາມ​ໂດຍ​ບໍ່​ມີ​ຄວາມ​ຮັບຜິດຊອບ​ອີກ.