ຂະ​ແໜງ​ການ​ທະນາຄານ​ຂອງ​ລາວ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ

(GMT+08:00) 2013-02-18 18:34:39     cri
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ,​ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງCRI, ທ່ານ​ສົມ​ພາວ ​ໄຟ​ສິດ ຜູ້ວ່າການທະນາຄານແຫ່ງສປປລາວກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ​ເສດຖະກິດ​ຂອງ​ລາວ​ໄດ້​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ. ຈັງຫວະ​ການ​ເຕີບ​ໂຕ​ຢູ່​ແຖວ​ໜ້າ​ຂອງ​ພາກ​ພື້ນ​ຕົນ​ແລະ​ຂອງ​ໂລກ, ອັດຕາ​ແລກປ່ຽນ​ລະຫວ່າງ​​ເງິນ​ກີບ​ກັບ​ເງິນຕາ​ຕ່າງປະ​ເທດ​ໝັ້ນ​ທ່ຽງ, ການ​ຄ້າ​ແລະ​ການ​ລົງທຶນ​ສືບ​ຕໍ່​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຫວ່າງ​ບໍ່​ດົນ​ມາ​ນີ້, ຄື​ໃນ​ວັນ​ທີ 2 ກຸມພາ​ນີ້​ລາວ​ຖືກ​ຮັບ​ເອົາ​ເປັນ​ສະມາຊິກ​ທີ 158 ຂອງ​ອົງການ​ການ​ຄ້າ​ໂລກ​ຫຼືWTO, ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ສຳລັບ​ລາວ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ໃຫ້​ເພີ່ມ​ຂຶ້ນ​ເລື້ອຍໆ. ​ໃນ​ເວລາ​ກ່າວ​ເຖິງ​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທະ​ນາຄາ​ນຂອງ​ລາວ, ທ່ານ​ສົມ​ພາວ ​ໄຟ​ສິດ​ເວົ້າ​ວ່າ, ລາວ​ໄດ້​ປະຕິບັດ​ນະ​ໂຍບາ​ຍ​ເງິນຕາ​ທີ່​ຄ່ອງ​ແຄ້ວ, ​ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເງິນຕາ, ພ້ອມ​ທັງ​ກໍ່​ໄດ້​ເ​ອົາ​ໃຈ​ໃສ່​ນຳ​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ທະນາຄານ​ການ​ຄ້າ.

ມາ​ຮອດ​ທ້າຍ​​ເດືອນ​ທັນວາ​ປີ 2012, ຢູ່​ລາວ​ມີ​ທະນາຄານ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ລວມ 31 ​ແຫ່ງ, ຍອດ​ສັບ​ຊິນ​ຂອງ​ລະບົບ​ທະນາຄານ​ເທົ່າກັບ GDP 68,8%, ​ເງິນ​ຝາກ​ທະນາຄານ​ເທົ່າ​ກັບ GDP 39,9%, ເງິນ​ກູ​ສິນ​ເຊື່ອ​ເທົ່າ​ກັບ GDP 36,1%, ທະນາຄານ​ການ​ຄ້າ​ຕ່າງໆ​ພະຍາຍາມ​ສະໜອງ​ການ​ບໍລິການ​ດ້ານ​ການ​ເງິນ​ທີ່​ສະດວກ​ວ່ອງ​ໄວ​ແລະ​ທັນ​ສະ​ໄໝ, ພ້ອມ​ທັງ​ພັດທະນາ​ເຄືອ​ຂ່າຍ​ບໍລິການ​ດ້ານ​ການ​ເງິນພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ​ຂອງ​ລາວ​ແລະ​ການ​ພົ້ນ​ທຸກ​ຂອງ​ປະຊາຊົນ.